ກອງ​ປະຊຸມ​ໃຫຍ່​ຄັ້ງທີVIຂອງຜູ້ແທນ​ແນວ​ລາວ​ສ້າງ​ຊາດ​ເມືອງ​ຊຽງ​ຮ່ອນໄດ້​ໄຂ​ຂຶ້ນ​ ແລະ ປິດລົງໃນ​ວັນ​ທີ 5 ກຸມພາ ຜ່ານມາ ​ທີ່​ຫ້ອງ​ປະຊຸມ ​ເມືອງ​ຊຽງ​ຮ່ອນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ບຸນມີ ປັນຍາທອງ ກຳມະການປະຈຳພັກເມືອງ ວ່າການປະທານແນວງລາວສ້າງຊາດ ເມືອງຊຽງຮ່ອນ, ເຂົ້າຮ່ວມມີທ່ານ ກາວີ ເກດດົມລິ ຮອງປະທານແນວລາວສ້າງຊາດ ແຂວງໄຊຍະບູລີ, ມີທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ ມີ​ແຂກຖືກເຊີນຈາກແຂວງ, ເມືອງອ້ອມຂ້າງ ​ແລະ ຜູ້ແທນ​ເຂົ້າ​ຮ່ວມ.
ກອງ​ປະຊຸມຄັ້ງນີ້, ໄດ້​ລົງ​ປະຊາ​ມະຕິ​ຮັບຮອງ​ເອົາ​ບັນດາ​ເນື້ອ​ໃນ​ສໍາຄັນດັ່ງ​ນີ້:​ໄດ້​ຄົ້ນ​ຄວ້າ ​ແລະປະກອບ​ຄໍາ​ເຫັນ​ໃສ່​ບົດ​ລາຍ​ງານ​ການ​ເມືອງທີ່​ໄດ້​ຕີ​ລາຄາ​ຜົນ​ສໍາ​ເລັດ​ຂອງ​ການຈັດ​ຕັ້ງ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີVຂອງ​ຜູ້ແທນ​ແນວ​ລາວ​ສ້າງ​ຊາດ​ເມືອງ​ແຕ່​ປີ 2019-2024 ​ແລະ​ທິດ​ທາງ ​ແຜນການໃນ 5 ປີຕໍ່ໜ້າ 2025-2029 ແລະ ບົດ​ສໍາ​ຫຼວດການ​ນໍາພາ​ລວມຂອງ​ຄະນະ​ກໍາມະການ​ແນວ​ລາວ​ສ້າງ​ຊາດ​ມື​ອງ ທີ່​ໄດ້​ຕີ​ລາຄາດ້ານ​ດີ,ດ້ານ​ອ່ອນ,ຂໍ້ຄົງ​ຄ້າງ,ສາ​ເຫດ ​ແລະບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ໃນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ໃນ​ໄລຍະ​ຜ່ານ​ມາ, ການຈັດ​ຕັ້ງ​ປະຕິບັດ​ບັນດາ​ມະຕິ​ຕ່າງໆ​ຂອງ​ພັກ,ພ້ອມ​ທັງ​ຜັນ​ຂະຫຍາຍ​ຂະບວນການ​ສ້າງ​​ຄອບຄົວ ແລະ ບ້ານ​ສາມັກຄີ​ປອງ​ດອງໄດ້ 43ບ້ານ​ໃນ​ທົ່ວ​ເມືອງ ​ເຮັດ​ໃຫ້​ປະຊາ​ບັນດາ​ເຜົ່າ​ໃນ​ທົ່ວ​ເມືອງມີ​ແນວ​ຄິດ​ເຊື່ອ​ໝັ້ນ​ຕໍ່ການ​ນໍາພາ​ຂອງ​ພັກ-ລັດ ​ແລະ ​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ແນວ​ລາວ​ສ້າງ​ຊາດ​ສູງ​ຂຶ້ນ​ກ່ວາ​ເກົ່າ,​ເຮັດ​ໃຫ້​ຜູ້​ຊົງ​ຄຸນ​ວຸດ​ທິ,​ເຈົ້າ​ກົກ​,ເຈົ້າ​ເຫຼົ່າ​ໄດ້​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈຕໍ່ການ​ເປັນ​ຕົວ​ແທນ​ຂອງ​ແຕ່ລະ​ເຜົ່າ,ມີ​ຄວາມ​ເປັນ​​ເອກະ​ພາບ ​ເປັນອັນ​ໜຶ່ງ​ອັນ​ດຽວ,ມີ​ຄວາມ​ກະຕືລື​ລົ້ນ ​ໃນ​ການ​ແກ້​ໄຂຊິ​ວິດ​ການ​ເປັນຢູ່ ​ແລະຫຼຸດຜ່ອນ​ຄວາມ​ທຸກ​ຍາກຂອງ​ເຜົ່າ​ຕົນ,​ເຮັດ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ,ຊັ້ນ​ຄົນ,ສາສະໜາ,​ເພດ-​ໄວພາຍ​​ໃນ​ເມືອງ​ມີ​ຄວາມ​ສາມັກຄີ​ປອງ​ດອງ​ເປັນ​ປຶກ​ແຜ່ນ​ແໜ້ນໜາ​ມີ​ສະ​ຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ມີ​ທ່າ​​ຂະຫຍາຍ​ຕົວຢ່າງ​ຕໍ່​ເນື່ອງ. ກອງ​ປະຊຸມ​ໄດ້​ປຶກສາ​ຫາ​ລື​ຢ່າງ​ມີ​ປະຊາທິປະ​ໄຕ​ເປັນ​ເອກະ​ພາບ​ຮັບຮອງ​ເອົາ​ການສະ​ເໜີ​ແຕ່ງ​ຕັ້ງປະທານ,ຮອງ​ປະທານ ​ແລະຄະນະ​ກໍາມະການ​ແນວ​ລາວ​ສ້າງ​ຊາດ​ເມືອງ​ຊຽງ​ຮ່ອນຊຸດ​ທີVI​ເຊິ່ງປະກອບ​ດ້ວຍ​ກໍາມະການ 69 ທ່ານ,ຍິງ 4 ທ່ານ,ພະສົງ 3 ອົງ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ປະຊາຊົນ, ​ຊັ້ນ​ຄົນ, ​​ເຜົ່າ,ສາສະໜາ,​ເພດ-​ໄວ​​ຢ່າງ​ຄົບ​ຖ້ວນ.
ກອງ​ປະຊຸມ​ໃຫຍ່​ຄັ້ງ​ປະຖົມ​ມະລຶກ​ໄດ້​​ຮັບຮອງ​ເອົາປະທານ ​ແລະຮອງ​ປະທານ​ດັ່ງມີ​ລາຍ​ຊື່​ລຸ່ມ​ນີ້: ທ່ານ ບຸນມີ ປັນຍາທອງ ເປັນປະທານແນວລາວສ້າງຊາດເມືອງ, ທ່ານ ນາງ ອ່ອນສີ ວິໄລຈິດ ແລະ ທ່ານ ເພັດ ສິລິວັນ ເປັນຮອງປະທານ,ຮັບຮອງເອົາຕົວແທນຈາກອົງການພາຄີ ແລະ ຫ້ອງການອ້ອມຂ້າງເມືອງ 15 ທ່ານ,ຍິງ 3ທ່ານ,ຕົວແທນນັກທຸລະກິດ 2​ ທ່ານ,ຍິງ 1 ທ່ານ,ຕົວແທນຈາກຮາກຖານບ້ານ 43 ທ່ານ ແລະ ຕົວແທນຈາກອົງການພຸດທະສາສະໜາຈຳນວນ 3 ອົງ.
(ຂ່າວ: ຖວທເມືອງຊຽງຮ່ອນ)