ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສະຫາຍ ນາງ ແຊ ເຊີນ ຮີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ເມື່ອວັນທີ 24 ມິຖຸນານີ້ ຊຶ່ງມີເນື້ອໃນວ່າ:
ຂ້າພະເຈົ້າ ຂໍຖືເປັນກຽດຕາງໜ້າໃຫ້ຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະເເດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ທຸກຖ້ວນໜ້າ, ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດຂອງພວກເຮົາ ຄົບຮອບ 50 ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 50 ປີ ຜ່ານມາ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫຼີ ທີ່ສ້າງຂຶ້ນໂດຍ ສະຫາຍ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ເຊິງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນເກົາຫຼີ ແລະ ໄດ້ຮັບການເສີມຂະຫຍາຍ ໂດຍບັນດາອະດີດຜູ້ນຳສູງສຸດຂອງສອງປະເທດ ຊຶ່ງປັດຈຸບັນກໍໄດ້ສືບທອດໂດຍ ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ກິມ ເຈິງ ອຸນ ຜູ້ນຳສູງສຸດ ແຫ່ງ ສປປ ເກົາຫຼີ ອັນໄດ້ເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດພວກເຮົານັບມື້ ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ໜັກແໜ້ນ ແລະ ສະເໝີຕົ້ນສະເໝີປາຍ ອັນໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດພວກເຮົາ. ພ້ອມດຽວກັນນີ້, ສອງກະຊວງການຕ່າງປະເທດພວກເຮົາ ກໍໄດ້ມີການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ຢ່າງຕໍ່ເນື່ອງ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ສະຫາຍ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ ທຸກຖ້ວນໜ້າ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງສະຫາຍ.