ສະ​ຫາຍ ແຊ ເຊີນ ຮີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​​ຊົນ​ ປະ​ຊາ​ທິ​ປະ​ໄຕ​ ເກົາ​ຫຼີ ໄດ້​ສົ່ງ​ສານ​ຊົມ​ເຊີຍ ເຖິງ ສະ​ຫາຍ​ ​ສະເຫຼີມໄຊ​ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດ​ຖະ​ມົນ​​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ​ ສາ​ທາ​ລະ​ນະ​ລັດ​​​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ ເມື່ອ​ວັນ​ທີ 24 ມິ​ຖຸ​ນາ​ນີ້ ຊຶ່ງ​ມີ​ເນື້ອ​ໃນ​ວ່າ:
ຂ້າ​ພະ​ເຈົ້າ​ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງສະຫາຍ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ.
ຕະຫຼອດໄລະຍະ 50 ປີ ຜ່ານມາ ພາຍຫຼັງສ້າງຕັ້ງສາຍພົວພັນການທູດ ສອງປະເທດພວກເຮົາ ໄດ້ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ໃນສະພາບການໃນພາກພື້ນ ແລະ ສາກົນທີ່ມີການຜັນແປຢ່າງສະຫຼັບຊັບຊ້ອນ ແລະ ໃຫ້ການສະໜັບສະໜູນຢ່າງໃກ້ຊິດ ແລະ ການຮ່ວມມື ຊຶ່ງກັນ ແລະ ກັນ ໃນເວທີສາກົນ.
ໃນໂອກາດນີ້, ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ເກົາຫຼີ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ພັດທະນາຍິ່ງໆຂຶ້ນ ພາຍໃຕ້ການປະສານງານຢ່າງໃກ້ຊິດ ລະຫວ່າງ ກະຊວງການຕ່າງປະເທດ ສອງປະເທດພວກເຮົາ.
ຂໍອວຍພອນໄຊ ມາຍັງສະຫາຍ ຈົ່ງບັນລຸຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ ໃນໜ້າ
ທີ່ວຽກງານອັນມີຄວາມຮັບຜິດຊອບ.