ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ຄົບຮອບ 50 ປີ (24 ມິຖຸນາ 1974-24 ມິຖຸນາ 2024), ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສານຊົມເຊີຍ ເຖິງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກເເຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ເມື່ອວັນທີ 24 ມິຖຸນານີ້ ຊຶ່ງມີເນື້ອໃນວ່າ:
ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ໂດຍຜ່ານ ສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 50 ປີ.
ສປປ ລາວ ແລະ ສປປ ເກົາຫຼີ ໄດ້ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມມາແຕ່ດົນນານ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ແລະ ປະທານ ກິມ ອິນ ຊູງ ເປັນຜູ້ລິເລີ່ມ ແລະ ໄດ້ຮັບການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ໂດຍການນໍາຂອງສອງພັກ, ສອງລັດ ເເລະ ປະຊາຊົນຂອງສອງຊາດພວກເຮົາ ໃນຕະຫຼອດໄລຍະຜ່ານມາ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນເດັດດ່ຽວ, ເຂັ້ມແຂງຂອງພັກແຮງງານເກົາຫຼີ ອັນມີ ສະຫາຍ ເປັນຜູ້ນໍາ, ສປປ ເກົາຫຼີ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ສູ່ຈຸດໝາຍສັງຄົມນິຍົມທີ່ຮັ່ງມີ ແລະ ເຂັ້ມແຂງ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງ ໃນພາລະກິດອັນມີກຽດສູງສົ່ງຂອງສະຫາຍ.