ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ກ່ຽວກັບການສ້າງຂະບວນການ ປົກປັກຮັກສາ ແລະ ພັດທະນາ ປາ ແລະ ສັດນ້ຳ ເນື່ອງໃນ ວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ 13 ກໍລະກົດ.
ພັກ ແລະ ລັດຖະບານ ຍາມໃດກໍເຫັນຄວາມສໍາຄັນ ແລະ ຖືເອົາການອະນຸລັກ, ປົກປັກຮັກສາ, ພັດທະນາປາ ແລະ ສັດນໍ້າ ເປັນວຽກສໍາຄັນ ແລະ ມີຄວາມຈໍາເປັນ ສໍາລັບຊີວິດການເປັນຢູ່ຂອງປະຊາຊົນລາວ ໂດຍໄດ້ກຳນົດເອົາວັນ ທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ (ມາດຕາ 95 ຂອງກົດໝາຍວ່າດ້ວຍ ສັດນໍ້າ ແລະ ການປະມົງ ສະບັບປັງປຸງ) ຊຶ່ງໃນແຕ່ລະປີ ການຈັດຕັ້ງແຕ່ລະຂັ້ນ ນັບທັງສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດປະຊາຊົນ ກໍໄດ້ຈັດພິທີປ່ອຍປາລົງສູ່ແຫຼ່ງນໍ້າທຳມະຊາດ ແລະ ເຂດພື້ນທີ່ຂອງຕົນ ຢ່າງເປັນຂະບວນຟົດຟື້ນ ຕິດພັນກັບການຍົກສູງຄວາມຮັບຜິດຊອບຂອງສັງຄົມໃນການເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ແບບຍືນຍົງ. ສະເພາະປີ 2023 ຜ່ານມາສາມາດປ່ອຍປາໄດ້ທັງໝົດ 62 ລ້ານໂຕ ແລະ ໃນປີ 2024 ຂະແໜງການ ກະສິກຳ ແລະ ປ່າໄມ້ ໄດ້ວາງແຜນສູ້ຊົນໃນການປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 64 ລ້ານ ໂຕ.