ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະທ່ານ ລໍເຣັນສ ວອງ (H.E. Lawrence Wong), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງໄປຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ, ໃນວັນທີ 9 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ສິງກະໂປ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ.