ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດສົ່ງສານອວຍພອນ ເຖິງ ພະນະທ່ານ ໂຈເຊັບ ໄບເດັນ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສະຫະລັດ ອາເມຣິກາ ຄົບຮອບ 248 ປີ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ອາເມຣິກາ ທຸກຖ້ວນໜ້າ.
      ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ການພົວພັນທີ່ຍາວນານ ແລະ ການຮ່ວມມືແບບກວມລວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊົນລາວ ແລະ ສະຫະລັດ ອາເມຣິກາ ຈະສືບຕໍ່ໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ທົ່ວໂລກ.
        ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ ແລະ ຂໍອວຍພອນໃຫ້ ປະຊາຊົນ ອາເມຣິກາ ຈົ່ງສືບຕໍ່ມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ. ໃນໂອກາດດຽວກັນ ພະນະທ່ານສະເຫຼິີມໄຊ ກົມມະສິດ ຮອງນາຍົກລັດຖມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ແອນໂທນີ ບຣິນແກັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມຣິກາ ເຊັ່ນດຽວກັນ.