ກອງບັນຊາການປ້ອງກັນຄວາມສະຫງົບ ( ປກສ ) 3 ເມືອງໃຕ້ເມືອງຮຸນ, ເມືອງແບງ ແລະ ເມືອງປາກແບງ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຊື່ອມຊຶມວຽກງານພັກພະນັກງານ ແລະ ຮັບຟັງການເຜີຍແຜ່ເອກະສານກະກຽມຄວາມພ້ອມປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ທີ່ສະໂມສອນເມືອງຮຸນ ໂດຍການເປັນປະທານຮ່ວມຂອງທ່ານ ພົວ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັທ ບຸນເພັງ ສິນທະລາພອນ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງໄດ້ໃຫ້ກຽດຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປ້ອງກັນກອງປະຊຸມສຸດຍອດອາຊຽນ ແລະ ຜ່ານແຜນແມ່ບົດປ້ອງກັນກອງປະຊຸມສຸດຍອດອາຊຽນ( ASEAN ). ຈາກນັ້ນ, ທ່ານ ພັທ ສອນເພັດ ວົງພະສິດ ຫົວໜ້າກອງບັນຊາການ ປກສ ເມືອງຮຸນ ໄດ້ຂຶ້ນຜ່ານຄຳສັ່ງວ່າດ້ວຍການເພີ່ມທະວີລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ ແລະ ຄຳສັ່ງວ່າດ້ວຍການຫັນກໍາລັງເຂົ້າປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ໃນປີ 2024 ທີ່ ສປປ ລາວ ເປັນເຈົ້າພາບ ເພື່ອຮັບປະກັນໃຫ້ມີຄວາມສະຫງົບທາງດ້ານການເມືອງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍປອດໄພໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມອາຊຽນຄັ້ງນີ້, ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບວຽກງານແຕ່ລະດ້ານໃນການປ້ອງກັນກອງປະຊຸມສຸດຍອດອາຊຽນຂອງກອງບັນຊາການ ປກສ ແຂວງຕື່ມອີກ.
ໂອກາດນີ້, ທ່ານ ພົວ ສີວອນ ໄຊຍະວົງ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດເພື່ອກຽມພ້ອມເຮັດໜ້າທີ່ການເມືອງຢ່າງມີຄວາມຮັບຜິດຊອບສູງ, ຂຶ້ນແຜນເປົ້າໝາຍປະເພດຕ່າງໆ, ການປ້ອງກັນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍຕິດພັນກັບ 2 ວາລະແຫ່ງຊາດ ແລະ ການລົງຕິດຕາມຊຸກຍູ້ຊີ້ນໍາເຫຼົ່າຮົບວິຊາສະເພາະເຄື່ອນໄຫວຢ່າງເຂັ້ມງວດຕາມພາລະບົດບາດຂອງຕົນ ເຮັດໃຫ້ແຂວງອຸດົມໄຊມີຄວາມສະຫງົບປອດໄພ.
ຂ່າວ-ພາບ: ອຳຄາ ສຸລິນທອງ