ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ ນີ້ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ສັນຕິພາບ ພົມວິຫານ ຊີ້ແຈງວ່າ: ອີງໃສ່ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກະຊວງການເງິນ ໄດ້ສຸມໃສ່ປະຕິບັດວາລະແຫ່ງຊາດ ຕາມມະຕິ 03/ສພຊ ຂອງສະພາແຫ່ງຊາດ ກໍຄື ຄໍາສັ່ງ ສະບັບເລກທີ 18/ນຍ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸ່ມເຟືອຍ ໂດຍໄດ້ຜັນຂະຫຍາຍເປັນນິຕິກຳຂອງກະຊວງການເງິນຫຼາຍສະບັບ ຊຶ່ງໄດ້ສ້າງທ່າຫັນປ່ຽນໃນການປັບປຸງໂຄງສ້າງງົບປະມານແຫ່ງລັດ ດ້ວຍການສ້າງແຜນລາຍຮັບພາຍໃນ ກຸ່ມລາຍຈ່າຍພາຍໃນ ແລະ ມີສ່ວນສະສົມໃນການຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດໃຫ້ຫຼຸດລົງເທື່ອລະກ້າວ ທັງເປັນການຫຼຸດຜ່ອນການກູ້ຢືມໃໝ່ທີ່ເປັນການສ້າງໜີ້ ຊຶ່ງສະແດງອອກ ປີ 2021 ມີສ່ວນເຫຼືອ ແລະ ສະສົມປະມານ 30 ຕື້ກີບ, ປີ 2022 ປະມານ 1.118 ຕື້ກີບ, ປີ 2023 ປະມານ 1.550 ຕື້ກີບ ແລະ ປີ 2024 ປະມານ 1.850 ຕື້ກີບ. ສໍາລັບໂຄງປະກອບທາງດ້ານລາຍຈ່າຍ ເຫັນວ່າ ລາຍຈ່າຍເງິນເດືອນ ແລະ ດອກເບ້ຍ ກວມເປັນອັດຕາສ່ວນໃຫຍ່ ຊຶ່ງເປັນສາເຫດເຮັດໃຫ້ລາຍຈ່າຍລົງທຶນ ກວມອັດຕາສ່ວນໜ້ອຍ ສະເລ່ຍ ປະມານ 35% ຂອງລາຍຈ່າຍທັງໝົດ. ສະນັ້ນ, ທິດທາງໃນຕໍ່ໜ້າຈະສຸມໃສ່ດັດສົມໂຄງສ້າງລາຍຈ່າຍງົບປະມານແຫ່ງລັດ ເພື່ອຮັບປະກັນລາຍຈ່າຍລົງທຶນ ແລະ ການສະສົມຂອງທຶນເພີ່ມຂຶ້ນ ເປັນປັດໄຈຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ.
 ກ່ຽວກັບບັນດາປັດໄຈ ທີ່ມີຜົນກະທົບຕໍ່ອັດຕາເງິນເຟີ້ ແລະ ການອ່ອນຄ່າ ຂອງອັດຕາແລກປ່ຽນ ແມ່ນມາຈາກທັງປັດໄຈພາຍນອກ ແລະ ພາຍໃນ. ປັດໄຈພາຍນອກ ມາຈາກສະພາບເສດຖະກິດຂອງໂລກຍັງມີຄວາມສ່ຽງຫຼາຍດ້ານໂດຍສະເພາະທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້ຂອງຫຼາຍປະເທດຍັງຢູ່ໃນລະດັບທີ່ສູງ ແລະ ບັນຫາດ້ານການເມືອງຂອງປະເທດມະຫາອຳນາດຫຼາຍປະເທດຍັງສືບຕໍ່ນໍາໃຊ້ນະໂຍບາຍເພື່ອແກ້ໄຂບັນຫາເງິນເຟີ້ຂອງຕົນ. ສ່ວນສະພາບເສດຖະກິດຂອງປະເທດຂອງ ສປປ ລາວເຮົາ ຍັງສືບຕໍ່ພົບຄວາມຫຍຸ້ງຍາກ ທີ່ເປັນຜົນສືບເນື່ອງແກ່ຍາວມາຈາກຫຼາຍປີຜ່ານມາ ໂດຍສະເພາະບັນຫາດ້ານເສດຖະກິດ- ເງິນຕາ, ອັດຕາເງິນເຟີ້ສູງ, ການອ່ອນຄ່າຂອງເງິນກີບ ແລະ ລາຄາສິນຄ້າຍັງມີການປັບຕົວຂຶ້ນຢ່າງຕໍ່ເນື່ອງຊຶ່ງຍັງຈະເປັນບັນຫາທ້າທາຍໃຫ້ແກ່ລັດຖະບານທີ່ຈະຕ້ອງໄດ້ຊອກຫາຫຼາຍວິທີໃນການແກ້ໄຂ.
ສະນັ້ນ, ກະຊວງການເງິນ ໄດ້ຄົ້ນຄວ້ານະໂຍບາຍ ທີ່ເປັນການຊ່ວຍໜູນນະໂຍບາຍ ແລະ ມາດຕະການທາງດ້ານເງິນຕາ ທີ່ຕິດພັນກັບການແກ້ໄຂບັນຫາສິ່ງທ້າທາຍດ້ານການເງິນ-ເງິນຕາ ໃນປີ 2022 ເປັນຕົ້ນມາ ໂດຍຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຂອງຄະນະສະເພາະກິດ 19/ກມສພ, ໂດຍໄດ້ຜັນຂະຫຍາຍເປັນ 5 ໜ້າວຽກ ດັ່ງນີ້: 1) ນະໂຍບາຍທາງດ້ານພາສີ-ອາກອນ, ລັດຖະບານ ໄດ້ມີການປັບຫຼຸດອັດຕາອາກອນຊົມໃຊ້ນໍ້າມັນເຊື້ອໄຟ ຕາມມະຕິຄະນະປະຈຳສະພາແຫ່ງຊາດ 103/ຄປຈ ແລະ 168/ຄປຈ ຈາກອັດຕາປົກກະຕິນໍ້າມັນກາຊວນ ຈາກ 21% ມາຢູ່ໃນກອບ 0-11% (ປະຕິບັດຕົວຈິງ ແລະ ນໍ້າມັນແອັດຊັງທໍາມະດາ ຈາກ 31% ມາຢູ່ໃນກອບ 0-16% (ປະຕິບັດຕົວຈິງ 16%) ສາມາດຊ່ວຍໜູນຄ່າຄອງຊີບ ຕໍ່ສັງຄົມໂດຍລວມ ນັບແຕ່ເດືອນພຶດສະພາ 2022 ມາຮອດເດືອນມີນາ 2024 ປະມານ 9 ພັນກວ່າຕື້ກີບ ຊຶ່ງກົນໄກດັ່ງກ່າວນີ້ຈະໃຫ້ ນະໂຍບາຍສະເພາະຕໍ່ກັບຂະແໜງການ. ທິດທາງຕໍ່ໜ້າຈະໄດ້ປະເມີນຄືນ ເພື່ອດັດປັບອັດຕາອາກອນຊົມໃຊ້ໃຫ້ແທດເໝາະ ແລະ ຖືກກຸ່ມເປົ້າໝາຍເປັນແຕ່ລະຂະແໜງການທີ່ລັດຖະບານສົ່ງເສີມ.2) ໄດ້ອອກ 2 ນິຕິກຳເພື່ອຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຜ່ານລະບົບທະນາຄານຄື: ແຈ້ງການ ສະບັບເລກທີ 1974/ກງ, ລົງວັນທີ 1 ກໍລະກົດ 2022 ກ່ຽວກັບການນໍາເອົາເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າເຂົ້າ-ອອກ ຜ່ານດ່ານຊາຍແດນ ແລະ ແຈ້ງການ ສະບັບເລກທີ 2482/ກງ, ລົງວັນທີ 24 ສິງຫາ 2022 ກ່ຽວກັບການຊຳລະສະສາງສິນຄ້າກັບຕ່າງປະເທດຜ່ານລະບົບທະນາຄານເພື່ອໃຫ້ສາມາດຕິດຕາມແຫຼ່ງເງິນຕາຕ່າງປະເທດ ຊຶ່ງມາຮອດປັດຈຸບັນເຮັດໃຫ້ເງິນຕາເຂົ້າສູ່ລະບົບທະນາຄານເພີ່ມຂຶ້ນທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (ໂດລາເພີ່ມຂຶ້ນ 38% ເປັນເງິນ 71 ລ້ານໂດລາ ແລະ ສະກຸນເງິນບາດເພີ່ມຂຶ້ນ 18% ເປັນເງິນ 249 ລ້ານບາດ); 3) ການອອກລັດຖະບັນຍັດປະທານປະເທດ ສະບັບເລກທີ 003/ປປທ ວ່າດ້ວຍການປັບປຸງອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ ເປັນມາດຕະການໜຶ່ງທີ່ຊ່ວຍໃນການຄຸ້ມຄອງການໄຫຼອອກຂອງເງິນຕາຕ່າງປະເທດ, ແຕ່ທາງພາກປະຕິບັດຕົວຈິງເຫັນວ່າຍັງມີບາງໝວດສິນຄ້າເພີ່ມຂຶ້ນເຊັ່ນ: ມູນຄ່າການນໍາເຂົ້າພາຫະນະເພີ່ມຂຶ້ນ 37%; ໝວດເຄື່ອງດື່ມສໍາເລັດຮູບເພີ່ມຂຶ້ນ 7%; ປະເພດເຄື່ອງດື່ມທີ່ມີທາດເຫຼົ້າຫຼຸດ ລົງ 43%; ປະເພດຜະລິດຕະພັນເບຍ ເພີ່ມຂຶ້ນ 16% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ມາດຕະການໃນຕໍ່ໜ້າຈະທົບທວນຄືນອັດຕາ ແລະ ກົນໄກການຈັດຕັ້ງປະຕິບັດ ໃຫ້ສອກຄ່ອງກັບສະພາບຕົວຈິງຕື່ມ.  4) ການຈັດຕັ້ງປະຕິບັດອັດຕາອາກອນມູນຄ່າເພີ່ມ ຈາກ 7% ມາເປັນ 10% ຊຶ່ງເປັນອັດຕາເກົ່າທີ່ເຄີຍປະຕິບັດຜ່ານມາ ເພື່ອເຮັດໃຫ້ສາມາດສ້າງລາຍຮັບເຂົ້າງົບປະມານລັດເພີ່ມຂຶ້ນ ປະມານ 2.000 ຕື້ ອີງຕາມບົດຮຽນ ແລະ ຄໍາແນະນໍາຂອງບັນດາສາຖາບັນການເງິນສາກົນ ແລະ ຊ່ຽວຊານຂອງ ບັນດາຂອງປະເທດເພື່ອນມິດຍຸດທະສາດ ແລະ 5) ສໍາລັບບັນດາມາດຕະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຂອງຄະນະສະເພາະກິດ 19/ກມສພ ຕິດພັນກັບກະຊວງການເງິນ ກໍໄດ້ຈັດຕັ້ງຜັນຂະຫຍາຍດັ່ງນີ້: ການຈັດເກັບຄ່າທໍານຽມການນໍາເຂົ້າເພື່ອສົ່ງອອກຕໍ່ເປັນເງິນຕາຕ່າງປະເທດ ແມ່ນໄດ້ສໍາເລັດການເຊື່ອມໂຍງ ແລະ ແລກປ່ຽນຂໍ້ມູນຂ່າວສານຜ່ານລະບົບທັນສະໄໝ ກັບທະນາຄານ ແຫ່ງ ສປປ ລາວຊຶ່ງສາມາດດຶງເອົາຂໍ້ມູນຈາກລະບົບຂອງກົມພາສີ ກະຊວງການເງິນ ໄດ້ໂດຍພື້ນຖານ (ບໍ່ທັນມີໂຕເລກຢັ້ງຢືນຜົນການຈັດຕັ້ງປະຕິບັດ); ການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟດ້ວຍລະບົບເອເລັກໂຕຣນິກ. ມາດຕະການທີ່ນໍາໃຊ້ປັດຈຸບັນ ແມ່ນໄດ້ອອກແຈ້ງການໃຫ້ບັນດາດ່ານພາສີສາກົນຊາຍແດນ ສົມທຽບບັນຊີ ກັບ ໜ່ວຍງານ ກວດກາຄຸນນະພາບນໍ້າມັນປະຈໍາດ່ານ ຂອງຂະແໜງມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ປະຈໍາວັນ ເພື່ອໃຫ້ບັນຊີຖືກຕ້ອງ-ຊັດເຈນ ແລະ ໄດ້ມີກົນໄກສົມທຽບບັນຊີກັບຄູດ່ານສົ່ງອອກຈາກປະເທດໄທ ເພື່ອເປັນຂໍ້ມູນສົມທຽບຜົນໄດ້ຮັບ. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າລາຍຮັບເພີ່ມຂຶ້ນ ໃນໄລຍະ 5 ເດືອນ ຕົ້ນປີ 2024 ສົມທຽບໃສ່ ກັບໄລຍະດຽວກັນ ເປັນເງິນ 684 ຕື້ກວ່າກີບ ຫຼື ເທົ່າກັບ 139%; ການດໍາເນີນມາດຕະການຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ, ການຄຸ້ມຄອງການນໍາເຂົ້າສິນຄ້າຕິດຕົວຜູ້ໂດຍສານ ແລະ ການເຄື່ອນຍ້າຍເງິນຕາອອກໄປຕ່າງປະເທດ, ໄດ້ສຳເລັດການລົງຊຸກຍູ້ການປະຕິບັດວຽກງານວິຊາສະເພາະໃນການຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ ຢູ່ບັນດາດ່ານພາສີຊາຍແດນ ໄປຄຽງຄູ່ກັບການເຜີຍແຜ່ແນະນໍາບັນດານິຕິກຳຕ່າງໆ ຊຶ່ງສັງລວມບັນດາຄະດີທາງພາສີທີ່ເກີດຂຶ້ນທັງໝົດໃນຂອບເຂດທົ່ວປະເທດ ມີ 72 ຄະດີ, ໃນນັ້ນ ມີ ພາຫະນະ 60 ຄະດີ, ສິນຄ້າທົ່ວໄປ 12 ຄະດີ, ຈັດເກັບລາຍຮັບໄດ້ 3,9 ຕື້ກີບ, ໃນນັ້ນ ຄ່າພາສີ ອາກອນ 2,4 ຕື້ກີບ, ຄ່າປັບໃໝ່ 1,5 ຕື້ກີບ; ການຄຸ້ມຄອງການນໍາເຂົ້າສິນຄ້າຕິດຕົວຜູ້ໂດຍສານ ແລະ ການເຄື່ອນຍ້າຍເງິນຕາອອກໄປຕ່າງປະເທດ ແມ່ນໄດ້ມີລະບົບທັນສະໄໝ (CBR) ຕິດຕັ້ງຢູ່ບັນດາດ່ານສາກົນໃນຂອບເຂດທົ່ວປະເທດ ໃນການຮັບແຈ້ງເງິນສົດ ແລະ ວັດຖຸມີຄ່າເຂົ້າ-ອອກ ປະເທດ. ຈາກນັ້ນ, ກໍໄດ້ກວດກາກະເປົ່າຜູ້ເດີນທາງດ້ວຍເຄື່ອງເອັກສະເລ ຕາມເຕັກນິກ-ວິຊາການ ແລະ ການເກັບກຳບັນຊີລາຍຊື່ບັນດາບໍລິສັດນໍາເຂົ້າ ແລະ ສົ່ງອອກສິນຄ້າ. ມາຮອດປັດຈຸບັນ ໄດ້ສໍາເລັດການສັງລວມລາຍຊື່ບັນດາບໍລິສັດນໍາເຂົ້າ ແລະ ສົ່ງອອກສິນຄ້າ (ບັນດາບໍລິສັດທີ່ມີມູນຄ່ານໍາເຂົ້າ/ສົ່ງອອກ 5 ລ້ານໂດລາຂຶ້ນໄປ)ຊຶ່ງໄດ້ແຍກໃຫ້ເຫັນເປັນແຕ່ລະປະເພດສິນສິນຄ້າ, ຈໍານວນຫົວໜ່ວຍ ແລະ ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ.
(ຂ່າວ-ພາບ: ຍຸພິນທອງ-ຕຸໄລເພັດ)