ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ມິຖຸນາ ນີ້ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍ ສະຫະກອນ ຊຶ່ງເປັນກົດໝາຍສ້າງໃໝ່.
ທ່ານລັດຖະມົນຕີກະຊວງ ກປ ກ່າວວ່າ: ໃນການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່, ພັກ-ລັດ ໄດ້ຖືເອົາວຽກງານການຈັດຕັ້ງການຜະລິດເປັນວຽກສໍາຄັນ ເພື່ອເຕົ້າໂຮມການຜະລິດນ້ອຍ ເອກະເທດ ກະແຈກກະຈາຍມາຈັດຕັ້ງເປັນກຸ່ມ, ເປັນສະຫະກອນ ຊຶ່ງລັດຖະບານ ໄດ້ອອກດໍາລັດ ວ່າດ້ວຍ ສະຫະກອນ ໃນປີ 2010 ແລະ ດໍາລັດວ່າດ້ວຍ ກຸ່ມ ແລະ ສະຫະກອນ ໃນປີ 2020. ບັນດາຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຜັນຂະຫຍາຍ ນະໂຍບາຍ ແລະ ນິຕິກໍາ ດັ່ງກ່າວ ເຮັດໃຫ້ບັນດາກຸ່ມການຜະລິດ, ກຸ່ມບໍລິການ, ກຸ່ມຫັດຖະກໍາ, ກຸ່ມອອມຊັບ ໄດ້ມີການຂະຫຍາຍຕົວດີພໍສົມຄວນ ມີເຖິງ 4.000 ກວ່າກຸ່ມ ແຕ່ການຂະຫຍາຍຕົວຂອງສະຫະກອນຕ່າງໆ ແມ່ນຍັງຊັກຊ້າຫຼາຍມີພຽງແຕ່ 73 ຫົວໜ່ວຍເທົ່ານັ້ນ; ໃນນັ້ນ,ສະຫະກອນກະສິກໍາ ມີ 35 ຫົວໜ່ວຍ. ເພື່ອຍູ້ແຮງ ຂະບວນການຜະລິດຂອງພາກສ່ວນເສດຖະກິດລວມໝູ່ ກໍຄືສະຫະກອນ ຈຶ່ງມີຄວາມຈໍາເປັນຕ້ອງ ໄດ້ລວບລວມເອົາບັນດານິຕິກໍາທີ່ກ່ຽວຂ້ອງ ເພື່ອປະກອບໃສ່ ແລະ ຍົກດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນ ເລກທີ 606/ລບ,ລົງວັນທີ 26 ພະຈິກ 2020 ຂຶ້ນເປັນກົດໝາຍ. ຈຸດປະສົງເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມ ກວດກາສະຫະກອນ ເພື່ອສົ່ງເສີມ ແລະ ພັດທະນາ ການຜະລິດ, ການບໍລິການ ແລະ ການດໍາເນີນກິດຈະການ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ແນໃສ່ແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ດີຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ຮ່າງກົດໝາຍວ່າດ້ວຍ ສະຫະກອນ ທີ່ຈະສ້າງຂຶ້ນໃໝ່ນີ້ ປະກອບມີ 12 ພາກ, 8 ໝວດ, 77 ມາດຕາ ຊຶ່ງພາຍຫຼັງກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເຮັດໃຫ້ການຄຸ້ມຄອງວຽກງານສະຫະກອນ ລວມສູນ ແລະ ມີການຈັດຕັ້ງຮັບຜິດຊອບ ຢ່າງຈະແຈ້ງ ແລະ ຫັນເຂົ້າສູ່ລະບຽບກົດໝາຍ ຕາມແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດວາງອອກ ທັງເປັນບ່ອນອີງໃຫ້ແກ່ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ; ມີຫຼັກການ, ຂັ້ນຕອນ ແລະ ເງື່ອນໄຂ ໃນການສ້າງຕັ້ງສະຫະກອນ ທີ່ຊັດເຈນ, ຈະແຈ້ງ ແລະ ມີຄວາມເປັນເອກະພາບກັນ ຊຶ່ງຈະເປັນການຍູ້ແຮງຂະບວນການຜະລິດເປັນສິນຄ້າ, ການບໍລິການ, ສ້າງວຽກເຮັດງານທໍາ ເຮັດໃຫ້ຄອບຄົວມີລາຍຮັບ ແລະ ມີອາຊີບໝັ້ນຄົງ ດີຂຶ້ນເທື່ອລະກ້າວ; ມີກົນໄກການປະສານງານ, ມາດຕະການ, ວິທີການ, ມາດຕະຖານ, ເງື່ອນໄຂໃນການສ້າງຕັ້ງ ແລະ ສົ່ງເສີມສະຫະກອນ ທີ່ຊັດເຈນ, ຈະແຈ້ງ ແລະ ມີຄວາມເປັນເອກະພາບກັນໃນທົ່ວປະເທດ; ເຮັດໃຫ້ຜູ້ປະກອບການທຸລະກິດຂະໜາດນ້ອຍ, ກຸ່ມການຜະລິດ ແລະ ຊາວກະສິກອນ ມີຄວາມໝັ້ນໃຈໃນການເຕົ້າໂຮມກໍາລັງແຮງງານ, ທຶນຮອນ ແລະ ເຕັກໂນໂລຊີ ເຂົ້າໃນການຈັດຕັ້ງການຜະລິດແບບເປັນກຸ່ມ ແລະ ສະຫະກອນ ຫຼື ການຈັດຕັ້ງທຸລະກິດລວມໝູ່ຫຼາຍຂຶ້ນ, ເພີ່ມຂີດຄວາມສາມາດຂອງກຸ່ມ-ສະຫະກອນ ໃນການຕໍ່ລອງລາຄາ ແລະ ຕະຫຼາດ, ກໍາລັງການຜະລິດ ຢູ່ຊົນນະບົດມີຄວາມເຂັ້ມແຂງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກລະດັບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນກວ່າ; ເປັນການສ້າງຄວາມເຊື່ອໝັ້ນ ແລະ ຍາດແຍ່ງການຊ່ວຍເຫຼືອ, ກູ້ຢືມຈາກຕ່າງປະເທດ, ອົງການຈັດຕັ້ງສາກົນຕ່າງໆ ເຂົ້າໃນວຽກງານດັ່ງກ່າວ.
(ຂ່າວ-ພາບ: ສຸກສະຫວັນ)