ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 18 ສິງຫາ ຜ່ານມາ, ໂດຍໄດ້ຮັບຄຳເຊີນຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນປະທານປະເທດສາທາລະນະລັດ ປະຊາຊົນ ຈີນ ແລະ ພັນລະຍາ,ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສປ ຈີນ ໃນລະຫວ່າງວັນທີ 18 - 20 ສິງຫາ 2024.
ຂ່າວລະບຸວ່າ: ຮ່ວມເດີນທາງຢ້ຽມຢາມ ສປ ຈີນ ຄັ້ງນີ້ ມີທ່ານ ໂດວັນຈຽນ ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ; ທ່ານ ເລມິງຮຶງ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ທ່ານ ຫງວຽນຊວັນຖັງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈິມິນປະທານສະພາທິດສະດີສູນກາງພັກ; ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ເລືອງຕາມກວາງລັດຖະມົນຕີກະຊວງຕຳຫຼວດ; ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ທ່ານ ຫງວຽນຢຸຍງອກ ຫົວໜ້າຫ້ອງວ່າການສູນກາງພັກ.
ການຢ້ຽມຢາມໄດ້ດຳເນີນໃນຈຸດເວລາທີ່ສຳຄັນສຳລັບພັກ-ລັດ ຫວຽດນາມ - ຈີນ. ການພົວພັນ ຫວຽດນາມ - ຈີນ ໃນໄລຍະຜ່ານມາ ຮັກສາທ່າພັດທະນາອັນຕັ້ງໜ້າທີ່ສຸດ ແລະ ບັນລຸໄດ້ຫຼາຍຜົນງານສຳຄັນໃນທຸກຂົງເຂດ, ສອງຝ່າຍໄດ້ເຫັນດີສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດເລິກເຊິ່ງກວ່າເກົ່າອີກ,ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອພາລະກິດສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ.