​​ຂ່າວ​ສານ​ຊີ​ອາ​ໄອລາຍງານ​ເມື່ອ​ບໍ່​ດົນ​ມາ​ນີ້,ກຸ່ມບໍລິສັດນ້ຳມັນເຊື້ອໄຟທະເລຈີນຈຳກັດ ໃຫ້ຮູ້ວ່າ: ບໍ່ອາຍແກັສທຳມະຊາດ 19-6 ໂບຈົ່ງ ຊຶ່ງເປັນບໍ່ອາຍແກັສທຳມະຊາດທີ່ມີບໍລິມາດຫຼາຍກວ່າ 100 ຕື້ແມັດກ້ອນແຫ່ງທຳອິດຢູ່ທະເລໂບໄຫຂອງຈີນມີປະລິມານການຜະລິດອາຍແກັສທຳມະຊາດນັບລວມແລ້ວຫຼາຍກວ່າ 1 ຕື້ແມັດກ້ອນ.
ບໍ່ອາຍແກັສທຳມະຊາດ 19-6 ໂບຈົ່ງຕັ້ງຢູ່ເຂດທະເລພາກກາງຂອງທະເລໂບໄຫໄດ້ຄົ້ນພົບວ່າ: ມີບໍລິມາດບັນຈຸອາຍແກັສທຳມະຊາດຫຼາຍກວ່າ 200 ຕື້ແມັດກ້ອນແລະມີບໍລິມາດບັນຈຸນ້ຳມັນເຊື້ອໄຟຫຼາຍກວ່າ 200 ລ້ານແມັດກ້ອນ, ແມ່ນບໍ່ອາຍແກັສທຳມະຊາດຂະໜາດໃຫຍ່, ສົມບູນແລະມີບໍລິມາດບັນຈຸອາຍແກັສທຳມະຊາດຫຼາຍກວ່າ 100 ຕື້ແມັດກ້ອນແຫ່ງທຳອິດຢູ່ພາກຕາເວັນອອກຂອງຈີນ. ປັດຈຸບັນນີ້ໄດ້ສ້າງແທ່ນຂຸດເຈາະນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດເທິງທະເລ 6 ແຫ່ງ,ສາມາດຜະລິດອາຍແກັສທຳມະຊາດ 2.400.000 ແມັດກ້ອນຕໍ່ມືື້, ການສ້າງຄວາມສາມາດການຜະລິດໄດ້ເຂົ້າສູ່ໄລຍະການເຕີບໂຕຢ່າງວ່ອງໄວ.