ການດໍາເນີນໂຄງການພັດທະນາ ຍັງເປັນສິ່ງທ້າທາຍຕໍ່ການພັດທະນາການທ່ອງທ່ຽວ.ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ມິຖຸນານີ້ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ລັດຖະມົນຕີກະຊວງ ຖວທ ຊີ້ແຈງວ່າ: ໂດຍເຫັນໄດ້ຄວາມສໍາຄັນ ຕໍ່ກັບການປົກປັກຮັກສາມໍຣະດົກທາງດ້ານວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຂອງຊາດ ທີ່ອາດຈະໄດ້ຮັບຜົນກະທົບໃນທາງກົງ ຫຼື ທາງອ້ອມ ຈາກການດໍາເນີນໂຄງການພັດທະນາ ຫຼື ກິດຈະກຳການເຄື່ອນໄຫວ ທາງດ້ານເສດຖະກິດ-ສັງຄົມ, ໃນໄລຍະຜ່ານມາທຸກໆໂຄງການ ທີ່ນອນຢູ່ໃນພື້ນທີ່ມໍລະດົກ ຫຼື ເຂດພື້ນທີ່ອ້ອມຂ້າງແຫຼ່ງມໍຣະດົກ ຈະຕ້ອງໄດ້ຮັບການພິຈາລະນາ ແລະ ອະນຸມັດຈາກຄະນະກຳມະການມໍຣະດົກທ້ອງຖິ່ນ ແລະ ຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາດ ຕາມລໍາດັບ. ພ້ອມນັ້ນ, ລັດຖະບານ ໄດ້ມອບໃຫ້ກະຊວງ ຖວທ ດໍາເນີນການສຶກສາ, ຄົ້ນຄວ້າ ເພື່ອສ້າງເຄື່ອງມື ແລະ ກົນໄກ ໃນການຈັດຕັ້ງປະຕິບັດ ວຽກງານປະເມີນຜົນກະທົບຕໍ່ມໍຣະດົກ ຊຶ່ງມາຮອດປັດຈຸບັນກະຊວງ ຖວທ ກໍໄດ້ສຳເລັດແລ້ວ ແລະ ໄດ້ນຳເອົາມາດຕະການໃນການປະເມີນຜົນກະທົບດັ່ງກ່າວ ກຳນົດເຂົ້າຢູ່ໃນພາກທີ 6, ມາດຕາ 65 ແລະ ມາດຕາ 66 ຂອງກົດໝາຍວ່າດ້ວຍມໍຣະດົກແຫ່ງຊາດ (ສະບັບປັບປຸງ) ທີ່ຖືກຮັບຮອງໃນປີ 2021 ຜ່ານມາ. ພ້ອມນັ້ນ, ໄດ້ສຳເລັດການສ້າງຄູ່ມືພື້ນຖານໃນການຈັດຕັ້ງປະຕິບັດວຽກງານປະເມີນຜົນກະທົບດັ່ງກ່າວ.  ນອກຈາກນັ້ນ, ຕິດພັນກັບການທ່ອງທ່ຽວ ໃນການດໍາເນີນໂຄງການພັດທະນາ ຫຼື ກິດຈະກຳການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ ທີ່ອາດກໍ່ໃຫ້ເກີດມີຜົນກະທົບທາງລົບຕໍ່ມໍລະດົກແຫ່ງຊາດໂດຍກົງ ຫຼື ທາງອ້ອມ: ຜົນກະທົບຈາກການພັດທະນາເສດຖະກິດຂອງຂະແໜງການອື່ນຕໍ່ສະຖານທີ່ທ່ອງທ່ຽວ ແລະ ຈຸດໝາຍປາຍທາງການທ່ອງທ່ຽວ ໂດຍສະເພາະແມ່ນການສ້າງເຂື່ອນ, ການຂຸດຄົ້ນແຮ່ທຳມະຊາດ, ການສໍາປະທານຜາຫີນ, ການບຸກເບີກໜ້າດິນທີ່ຂາດການວາງແຜນທີ່ດີ ຍັງເປັນສິ່ງທ້າທາຍຫຼາຍຕໍ່ການພັດທະນາການທ່ອງທ່ຽວ ໃນໄລຍະສັ້ນ ແລະ ໄລຍະຍາວ, ສົ່ງຜົນກະທົບຕໍ່ການທ່ອງທ່ຽວ ທັງທາງກົງ ແລະ ທາງອ້ອມ ເຊັ່ນ: ຜົນກະທົບຂອງການສ້າງເຂື່ອນນໍ້າພາກ ຢູ່ເຂດເມືອງປາກຊ່ອງ ແຂວງຈຳປາສັກ ຊຶ່ງເປັນເຂດທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ສົ່ງຜົນກະທົບເຮັດໃຫ້ບັນດານໍ້າຕົກຕາດທີ່ສວຍງາມ ຈຳນວນ 17 ແຫ່ງຂາດນໍ້າໃນລະດູແລ້ງຄື: ນໍ້າຕົກຕາດ 7 ຊັ້ນ, ຕາດຟານ, ຕາດເຍືອງ, ຕາດຕາຍົວ, ຕາດສະອຽນ, ຕາດໄດ້, ຕາດກະຕານ, ຕາດນໍ້າພາກ, ຕາດນົກງຸມ, ຕາດເສືອ, ຕາດຂະມຶດ, ຕາດຕະເກັດ, ຕາດສັກກະລະ, ຕາດສະອຽນ, ຕາດຫ້ວຍປິງ, ໂຄງການຂຸດຄົ້ນແຮ່ທາດທີ່ເມືອງຊານໄຊ ແຂວງອັດຕະປື ຂອງບໍລິສັດວັງຕັດ ແລະ ບໍລິສັດລາວ-ຫວຽດ ທີ່ຜູ້ສໍາປະທານໄດ້ກວມອ້ອມຮອບເຂດແຫຼ່ງທ່ອງທ່ຽວໜອງຟ້າ-ໜອງໄກ່ໂອກ ເຫຼືອເນື້ອທີ່ພຽງແຕ່ 1 ຕາລາງກິໂລແມັດ ທີ່ເປັນໜອງນໍ້າ ເຮັດໃຫ້ມີພາບພົດດ້ານລົບຕໍ່ແຫຼ່ງທ່ອງທ່ຽວ; ນໍ້າຕົກຕາດຄອນພະເພັງ ທີ່ເມືອງໂຂງແຂວງຈຳປາສັກ ໄດ້ຮັບກະທົບຈາກການສ້າງເຂື່ອນໄຟຟ້າດອນຊະໂຮງ ທີ່ບ້ານທ່າຄໍ້ ສົ່ງຜົນກະທົບເຮັດໃຫ້ນໍ້າຕົກຕາດຄອນພະເພັງບົກແຫ້ງຫຼາຍ ແລະ ບໍ່ສວຍງາມຄືແຕ່ກ່ອນ ຂາດນໍ້າແຕ່ເດືອນກຸມພາ ຫາເດືອນມິຖຸນາ ທຸກໆປີ; ການຕັດໄມ້ທໍາລາຍປ່າ ແລະ ການຂຸດຄົ້ນແຮ່ທາດຢູ່ບໍລິເວນຍອດນໍ້າຊອງ ແລະ ລ້າງແຮ່ທາດຢູ່ຫ້ວຍນໍ້າສາຂາຂອງສາຍນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ ສົ່ງຜົນເຮັດໃຫ້ນໍ້າຊອງຂຸ້ນ, ເປື້ອນໃນໄລຍະທ້າຍປີ. ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ,ການດຳລົງຊີວິດຂອງປະຊາຊົນໂດຍສະເພາະແມ່ນກິດຈະກຳການທ່ອງທ່ຽວທາງນໍ້າຢູ່ສາຍນໍ້າຊອງ ທີ່ເປັນສາຍເລືອດຂອງຊາວເມືອງວັງວຽງ ແລະ ຈຸດໝາຍປາຍທາງທ່ອງທ່ຽວຫຼັກຂອງ ສປປ ລາວ. ນອກນີ້, ຍັງມີໂຄງການສໍາປະທານບໍ່ແຮ່ຈໍານວນໜຶ່ງທີ່ໄດ້ຮັບການອະນຸຍາດໄປແລ້ວ ແຕ່ໄປທັບຊ້ອນເອົາພື້ນທີ່ຂອງແຫຼ່ງທ່ອງທ່ຽວເຊັ່ນ: ໂຄງການສໍາປະທານແຮ່ທາດຂອງບໍລິສັດຜາແດງອິນດັດສະຕີ ທີ່ເມືອງແມດ ແລະ ເມືອງກາສີ ແຂວງວຽງຈັນ ໄດ້ທັບຊ້ອນເອົາ ຂອບເຂດແຫຼ່ງທ່ອງທ່ຽວຖ້ຳຜາກ້າ ຊຶ່ງຄາດວ່າເປັນຖ້ຳທີ່ໃຫຍ່ທີ່ສຸດໃນໂລກ (ຈາກການສໍາຫຼວດຂອງຊ່ຽວຊານຍີ່ປຸ່ນໃນປີ 2017) ແລະ ເຂດອື່ນໆ; ການບຸກລຸກລ່ວງລໍ້າຂອບເຂດໃກ້ຄຽງແຫຼ່ງທ່ອງທ່ຽວຕາດໂຄງ ຈໍານວນ 10 ກວ່າແຫ່ງ, ຕາດແຊພະ, ຕາດແຊປ້ອງໄລ, ຕາດສິນໄຊ, ຕາດກົ່ວພູ, ຕາດຕະຫຼຸງ ແລະ ອື່ນໆ.
(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)