ມາໃນຕົ້ນສະຕະວັດທີ 20 ຂະບວນການຕໍ່ສູ້ຂອງປະຊາຊົນຫວຽດນາມ ກໍ່ຄືປະຊາຊົນລາວຕ້ານກັບພວກສັກດີນາ ແລະ ຈັກກະພັດ ຝະລັ່ງຜູ້ຮຸກຮານຖືກປາບປາມຢ່າງຫນັກ, ບັນດາຂະບວນການຕໍ່ສູ້ດັ່ງ ກ່າວຍ້ອນຂາດແນວທາງຂອງການຕໍ່ສູ້ທີ່ຖືກຕ້ອງວິທະຍາສາດ ແລະ ປະຕິວັດ, ເຖິງເດືອນ 11 ປີ 1924 ພາຍຫຼັງເຂົ້າຮ່ວມກອງປະຊຸມສາກົນທີ III ຄັ້ງທີ V ສະຫາຍ ຫງຽນອາຍກວກ( Nguyen Ai Quoc) ຈຶ່ງໄດ້ນຳເອົາລັດທິມາກ-ເລນິນເຂົ້າມາເຜີຍແຜ່ຢູ່ອິນດູຈີນ, ທ່ານໄດ້ເຂົ້າມາ ຮອດກວາງໂຈ(ປະເທດຈີນ) ໄດ້ເຕົ້າໂຮມເອົານັກເຄື່ອນໄຫວຕໍ່ສູ້ທີ່ຮັກຊາດຈໍານວນຫນຶ່ງເພື່ອເປີດຊຸດອົບຮົມກ່ຽວກັບລັດທິມາກ-ເລນິນ ແລະ ຊອກຫາເສັ້ນທາງແຫ່ງການຕໍ່ສູ້ເພື່ອປົດປ່ອຍຊາດ. ເພື່ອເຕົ້າໂຮມກຳລັງປະຕິວັດສະຫາຍ ຫງຽນອາຍ ກວກ ຈຶ່ງໄດ້ສ້າງຕັ້ງສະມາຄົມຊາວຫນຸ່ມປະຕິວັດ ເພື່ອເປັນການກະກຽມເງື່ອນໄຂດ້ານທິດສະດີ ປະຕິວັດກໍ່ຄືການຈັດຕັ້ງພັກກອມມູນິດໃນຂັ້ນຕໍ່ໄປ.
    ເດືອນ 6 ປີ 1929 ການຈັດຕັ້ງພັກຢູ່ແຕ່ລະແຄວ້ນກໍ່ໄດ້ຮັບ ການສ້າງຕັ້ງຂຶ້ນເຊັ່ນ: ພັກກອມມູນິດອິນດູຈີນ ( ເດືອນ 6 ປີ 1929 ); ສະຫະພັນພັກກອມມູນິດອິນດູຈີນ ( ເດືອນ 12 ປີ 1929 ). ເດືອນ 2 ປີ 1930 ຕົວແທນຂອງບັນດາການຈັດຕັ້ງພັກທີ່ກ່າວມານັ້ນໄດ້ເຕົ້າໂຮມກັນຢູ່ເຂດຮົງກົງ(ຈີນ) ເພື່ອເຂົ້າຮ່ວມກອງປະຊຸມສ້າງຕັ້ງພັກ ໂດຍແມ່ນ ສະຫາຍ ຫງຽນອາຍກວກ ເປັນປະທານກອງປະຊຸມ, ກອງປະຊຸມໄດ້ເປັນເອກະສັນກັນສ້າງຕັ້ງພັກປະຕິວັດຂຶ້ນໃສ່ຊື່ວ່າ:ພັກກອມມູນິດຫວຽດນາມ. ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາໂຄງການດໍາເນີນງານ, ແຜນນະໂຍບາຍ, ແຜນງານໃນການເຄື່ອນໄຫວ; ກົດລະບຽບຂອງພັກ ແລະ ແຕ່ງຕັ້ງບົງຕົວຄະນະບໍລິຫານງານສູນກາງພັກຊົ່ວຄາວ. ພ້ອມນັ້ນໄດ້ມອບໃຫ້ບັນດາສະຫາຍຜູ້ແທນເຂົ້າຮ່ວມກອງປະຊຸມກັບຄືນປະເທດເພື່ອທ້ອນໂຮມການຈັດຕັ້ງ ແລະ ເຕົ້າໂຮມກຳລັງທີ່ຮັກຊາດວັນທີ 14/10/1930 ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊົ່ວຄາວໄດ້ເປີດຂຶ້ນທີ່ ຮົງກົງ, ກອງປະຊຸມໄດ້ຜ່ານ ແລະ ຮັບຮອງລາຍງານການເມືອງໂດຍ ແມ່ນສະຫາຍ ເຈີນຟູ (Tran Phu) ເປັນຜູ້ກະກຽມ ແລະ ລາຍງານຕໍ່ກອງປະຊຸມ, ຜ່ານ ແລະ ຮັບຮອງກົດລະບຽບພັກ ສະບັບດັດແປງໃຫມ່, ກອງປະຊຸມໄດ້ຕົກລົງປ່ຽນຊື່ຫນັກຈາກພັກກອມມູນິດຫວຽດນາມມາ ເປັນພັກກອມມູນິດອິນດູຈີນ. ເລືອກຕັ້ງເອົາສະຫາຍ ເຈີນຟູ ເປັນເລຂາທິການໃຫຍ່ຂອງຄະນະບໍລິຫານງານສູນກາງພັກ, ການກໍາເນີດເກີດຂຶ້ນຂອງພັກກອມມູນິດອິນດູຈີນແມ່ນບາດລ້ຽວສາໍຄັນປະຫວັດສາດແຫ່ງຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນ 3 ຊາດໃນແຫຼມອິນດູຈີນ: ຫວຽດນາມ-ລາວ ແລະ ຂະເຫມນມັນໄດ້ເປີດສັງກາດໃຫມ່ແຫ່ງການກໍາເນີດ ແລະ ຂະຫຍາຍຕົວຂອງວຽກງານຈັດຕັ້ງພັກ-ພະນັກງານຂອງພັກ.
    ປະຕິບັດຕາມກົດລະບຽບຂອງພັກ ສະບັບດັດແປງໃຫມ່ (ເດືອນ 10 ປີ 1930) ຊຶ່ງໄດ້ກໍານົດແຈ້ງໃນຂໍ້ 7 ວ່າດ້ວຍລະບົບການຈັດຕັ້ງຂອງພັກ (ຂໍ້ 01) ຂຽນວ່າ:ແຄວ້ນ(ພາກກາງ, ພາກໃຕ້, ພາກເຫນືອຂອງຂະເຫມນ ແລະ ລາວແມ່ນໃຫ້ມີຄະນະພັກແຄວ້ນເປັນຜູ້ນໍາ; ເຊິ່ງຢູ່ພາຍໃຕ້ການນໍາພາຂອງຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນ ໂດຍສະເພາະແມ່ນຄະນະຮັບຜິດຊອບກໍ່ສ້າງພັກຕ່າງແດນ. ສະເພາະຢູ່ລາວແມ່ນໃຫ້ເຄື່ອນໄຫວເພື່ອທ້ອນໂຮມການຈັດຕັ້ງ ແລະ ເຕົ້າໂຮມກຳລັງທີ່ຮັກຊາດໃນຖັນແຖວກຳມະກອນ, ປັນຍາຊົນ, ນັກສຶກສາ, ນັກຮຽນ, ຂ້າລາຊະການທີ່ຮັກຊາດ ແລະ ກ້າວຫນ້າເປັນກຳລັງປະຕິວັດ, ພ້ອມນັ້ນກໍ່ໄດ້ທ້ອນໂຮມເອົາບັນດາຫນ່ວຍພັກທີ່ໄດ້ສ້າງ ຕັ້ງຂຶ້ນຢູ່ບໍ່ແຫນ່ງໂພນຕີ້ວ, ເມືອງທ່າແຂກ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ເມືອງປາກເຊຄະນະນຳຂອງແຕ່ລະຫນ່ວຍພັກຈຶ່ງໄດ້ນໍາພາປຸກລະດົມສະມາຊິກພັກ, ມະຫາຊົນ, ປະຊາຊົນຕໍ່ສູ້ດ້ວຍຮູບການນັດຢຸດງານປະທ້ວງ ເພີ່ມເງິນເດືອນຫຼຸດຜ່ອນຊົ່ວໂມງເຮັດວຽກ, ພິເສດແມ່ນຈັດຕັ້ງໂຮມຊຸມນຸມສະເຫຼີມສະຫຼອງວັນທີ 1 ເດືອນ 5 ວັນກໍາມະກອນສາກົນ ແລະ ຂະບວນການອື່ນໆຢ່າງກວ້າງຂວາງ. ພ້ອມທັງດຳເນີນການຝຶກອົບຮົມດ້ານທິດສະດີມາກ-ເລນິນ, ແນວທາງແຫ່ງການຕໍ່ສູ້ປະຕິວັດ.
    ຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນໄດ້ຕີລາຄາວ່າ:ຢູ່ລາວບັນດານັກປະຕິວັດລາວບໍ່ພຽງແຕ່ໄດ້ເຂົ້າຮ່ວມຖັນແຖວຂອງນັກກອມມູນິດ ແລະ ບັນດາອົງການຈັດຕັ້ງປະຕິວັດອື່ນໆທີ່ຢູ່ໃຕ້ການນໍາພາຂອງພັກເທົ່ານັ້ນ, ແຕ່ຍັງຮັກສາທີ່ຕັ້ງສາໍຄັນໃນອົງການນາໍຂັ້ນຕ່າງໆແຕ່ຕໍ່ເຖິງຂັ້ນສູງໄວ້ໄດ້ ເພື່ອເປັນການທ້ອນໂຮມການຈັດຕັ້ງກອມມູນິດ ແລະ ການຈັດຕັ້ງມະຫາຊົນປະຕິວັດນັ້ນ, ໃນວັນທີ 6/9/1934 ຢູ່ດອນຊິງຊູ້ ນະຄອນຫຼວງວຽງຈັນ, ຜູ້ແທນຂອງບັນດາຫນ່ວຍພັກທົ່ວປະເທດໄດ້ມາປະຊຸມກັນ, ຕາງຫນ້າໃຫ້ຄະນະຮັບຜິດ. ຊອບຄະນະກໍ່ສ້າງພັກຕ່າງແດນຂອງພັກກອມມູນິດອິນດູຈີນ ສະຫາຍ ເລແມັງຈີ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ, ກອງປະຊຸມຮັບຮອງເອົາໂຄງການໍາເນີນງານຂອງຄະນະພັກ, ເລືອກຕັ້ງຄະນະພັກ ຊຶ່ງປະກອບດ້ວຍ 7 ສະຫາຍ. ກອງປະຊຸມໄດ້ມີມະຕິຕົກລົງສ້າງຕັ້ງຄະນະພັກແຄວ້ນລາວຂື້ນ. ເຫດການທີ່ຄະນະພັກແຄວ້ນລາວໄດ້ຮັບການສ້າງຕັ້ງຂຶ້ນນີ້ແມ່ນມີຄວາມຫມາຍສຳຄັນໃນຂະບວນວິວັດແຫ່ງການຕໍ່ສູ້ຕ້ານກັບຈັກກະພັດຝະລັ່ງຜູ້ຮຸກຮານ ແລະ ພວກສັກດີນາປະຕິການ ເພື່ອຄວາມເປັນເອກະລາດ ແລະ ເອກະພາບແຫ່ງຊາດ.
    ການສ້າງຕັ້ງຄະນະພັກແຄວ້ນລາວຂື້ນບໍ່ພຽງເທົ່າໃດພວກຈັກກະພັດຝະລັ່ງໄດ້ທຳການປາບປາມຢ່າງຫນັກ, ກຳມະການໃນຄະນະພັກຈໍານວນຫນຶ່ງຖືກສັດຕູຈັບໄດ້. ຮາກຖານພັກຈໍານວນຫນຶ່ງຖືກມ້າງ, ແຕ່ຄະນະພັກແຄວ້ນຈາໍນວນທີ່ບໍ່ຖືກຈັບໄດ້ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້, ເຕົ້າໂຮມກຳລັງຄືນໃຫມ່ທັງສືບຕໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງພັກຢູ່ຮາກຖານ, ປຸກລຸກຂົນຂວາຍມະຫາຊົນ ແລະ ປະຊາຊົນ. ມາເຖິງເດືອນ 6 ປີ 1936 ສູນກາງພັກກອມມູນິດອິນດູຈີນໄດ້ມີຈົດຫມາຍສະບັບຫນຶ່ງເຖິງບັນດາການຈັດຕັ້ງພັກ ແລະ ຫນ່ວຍພັກຢູ່ທຸກເຂດແຄວ້ນ ເຊິ່ງໄດ້ຊີ້ແຈງກ່ຽວກັບການ. ເຄື່ອນໄຫວຂອງພັກຢູ່ລາວວ່າ: "...ຢູ່ວຽງຈັນ, ບໍ່ແຫນ່ງ ໂພນຕີ້ວຍັງມີການປະທ້ວງການເມືອງ....ໃນໄລຍະທີ່ຜ່ານມາວຽກງານໂຄສະນາຂອງພັກຍັງອ່ອນ...; ກົງກັນຂ້າມມີບາງຫນ່ວຍພັກໄດ້ຮູ້ສຶກຕື່ນຕົວ ແລະ ຂະຫຍາຍວຽກງານໂຄສະນາ, ຫນ່ວຍພັກລາວມີຄວາມສາມາດພິມຫນັງສືພິມປິດລັບເຖິງ 7 ຊະນິດ ແລະ ພິມອອກຢ່າງເປັນປະຈຳ..." ເດືອນ 9 ປີ 1939 ສົງຄາມໂລກຄັ້ງທີ II ໄດ້ລະເບີດຂຶ້ນ ທະຫານຟາດສິດເຢັຽລະມັນໄດ້ບຸກໂຈມຕີປະເທດໂປໂລຍ, ທະຫານຟາດສິດຍີ່ປຸ່ນໄດ້ເຂົ້າຢຶດຄອງກວາງຕຸ້ງ ແລະ ເກາະຮາຍຫຼຳຂອງຈີນ. ວັນທີ 23/7/1941 ອຳນາດການປົກຄອງຝະລັ່ງໄດ້ເຊັນສັນຍາມອບໃຫ້ຟາດສິດຍີ່ປຸ່ນຕັ້ງຖານທັບຢູ່ທົ່ວອິນດູຈີນ ນັບແຕ່ນັ້ນມາປະເທດລາວ ຕົກຢູ່ພາຍໃຕ້ແອກປົກຄອງຂອງຈັກກະພັດຝະລັ່ງ, ຟາດສິດຍີ່ປຸ່ນ ແລະ ພວກສັກດີນາ, ການຕໍ່ສູ້ຊົນຊັ້ນໄດ້ກ້າວສູ່ໄລຍະໃຫມ່, ໃນທ່າມກາງສະພາບແວດລ້ອມໃຫມ່, ຂະບວນການຕໍ່ສູ້ຂອງປະຊາຊົນລາວຕ້ານແອກປົກຄອງຂອງພວກລ່າເມືອງຂຶ້ນຝະລັ່ງ ແລະ ແອກປົກຄອງຂອງ ພວກຂຸນເສິກຟາດສິດຍີ່ປຸ່ນ ໃນສະພາບການດັ່ງກ່າວທ່ານປະທານ ໂຮ່ຈິມິນ ໄດ້ວາງຄຳຂວັນ "ຕີຝະລັ່ງຂັບໄລ່ຍີ່ປຸ່ນຍາດເອົາເອກະລາດ". ບັນດາການຈັດຕັ້ງຕ່າງໆໄດ້ໂຮມກັນເປັນແນວໂຮມອັນຫນຶ່ງພາຍໃຕ້ການນໍາພາຂອງພັກໄດ້ຊີ້ນໍາ-ນຳພາກຳມະກອນ, ຊາວຫນຸ່ມ, ຂ້າລາຊະການ, ປະຊາຊົນຜູ້ທຸກຍາກໃນຕົວເມືອງຕ່າງໆລຸກຂຶ້ນຄວາມເປັນເອກະລາດແຫ່ງຊາດ, ມາເຖິງເດືອນສິງຫາປີ 1945 ຄະນະຜູ້ແທນ, ຂອງຄະນະພັກແຄວ້ນລາວ ກັບມາຈາກ ເຂົ້າຮ່ວມກອງປະຊຸມຢູ່ເຕິນຈາວ ( ຫວຽດນາມ ) ຊີ້ນຳໆພາຂະບວນການລຸກຮືຂຶ້ນຂອງປະຊາຊົນຢຶດອຳນາດການປົກຄອງສາມາດຍາດເອົາໄຊຊະນະໄດ້ໃນວັນທີ 23/8/1945 ກ້າວໄປເຖິງການສ້າງຕັ້ງລັດຖະບານລາວ, ປະກາດໃຊ້ລັດຖະທໍາມະນູນຊົ່ວຄາວ ແລະ ປະກາດປະເທດເປັນປະເທດເອກະລາດໃນວັນທີ 12/10/1945. ການລຸກຮືຂຶ້ນໃນວັນທີ 23/8 ແລະ ການປະກາດເອກະລາດໃນວັນທີ 12/10/1945 ນັ້ນມັນແມ່ນໄຊຊະນະຂອງການຕໍ່ສູ້ຊົນຊັ້ນອັນເລິກເຊິ່ງເຖິງຖອງທີ່ບໍ່ເຄີຍມີໃນປະຫວັດສາດຂອງຊາດລາວເຮົາ.
    ປະເທດລາວເອກະລາດພາຍໃຕ້ການນຳພາຂອງລັດຖະບານ ລາວອິດສະຫຼະໄດ້ຄົງຕົວເປັນເວລາ 8 ເດືອນກໍ່ຖືກລົ້ມລະລາຍ, ພາຍຫຼັງພວກຈັກກະພັດຝະລັ່ງໄດ້ບຸກຢຶດເອົາບັນດາຕົວເມືອງຕ່າງໆຂອງລາວແລ້ວກຳລັງຮັກຊາດຈໍານວນຫນຶ່ງໄດ້ຫຼົບເຂົ້າເຂດພູຜາປ່າດົງ, ເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ, ອີກຈຳນວນຫນຶ່ງແມ່ນເຄື່ອນໄຫວປິດລັບຢູ່ບັນດາຕົວເມືອງກໍ່ສ້າງພື້ນຖານການປະຕິວັດ. ໃນຊຸມປີ 1946-1950 ຄົນລາວທີ່ຮັກຊາດການຈັດຕັ້ງພັກກໍ່ໄດ້ຮັບການປັບປຸງຟື້ນຟູ ແລະ ກໍ່ສ້າງຄືນໃຫມ່, ພ້ອມກັນຕັດສິນໃຈດໍາເນີນການຕໍ່ສູ້ກູ້ຊາດ, ຕ້ານກັບພວກລ່າເມືອງຂຶ້ນຝະລັ່ງ ເພື່ອຄວາມເປັນເອກະລາດແຫ່ງຊາດນັບມື້ນັບຂະຫຍາຍຕົວຢ່າງແຂງແຮງ, ເຂດຕໍ່ຕ້ານກໍ່ໄດ້ມີການຂະຫຍາຍກວ້າງຂວາງອອກໃນທຸກພາກຂອງທົ່ວປະເທດ, ໃນແຕ່ລະເຂດໄດ້ມີການຈັດຕັ້ງອົງການທີ່ມີລັກສະນະແນວໂຮມເຊັ່ນ: "ສະມາຄົມລາວກູ້ຊາດ"; "ລາວຮ່ວມໃຈ"; "ສະມາຄົມກົມມະດຳກູ້ຊາດ"; "ລາວກູ້ຊາດ" ແລະ ອື່ນໆ. ພ້ອມນັ້ນກອງກຳລັງປະກອບອາວຸດ, ນອກຈາກກອງລາດຊະວົງທີ່ເຄື່ອນໄຫວຢູ່ພາກເຫນືອແລ້ວ, ຍັງມີກອງໄຊເສດຖາທິລາດ, ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໃຈ ແລະ ອື່ນໆ ຈຶ່ງເຮັດໃຫ້ການຕໍ່ສູ້ຂອງປະຊາຊົນລາວນັບມື້ນັບມີຄຸນນະພາບສູງຂື້ນເລື້ອຍໆ…     ມາຮອດວັນທີ 13/8/1950 ກອງປະຊຸມໃຫຍ່ຜູ້ແທນລາວຕໍ່ຕ້ານທົ່ວປະເທດໄດ້ໄຂຂຶ້ນຢູ່ແຂວງຕຽນກວາງ-ຫວຽດນາມ ມີຜູ້ແທນເຂົ້າຮ່ວມ 150 ຄົນ. ກອງປະຊຸມໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະ ແລະ ລັດຖະບານຕໍ່ຕ້ານ, ວາງໂຄງການ-ການເມືອງ 12 ຂໍ້ເຊິ່ງເປັນແນວທາງການປະຕິວັດທີ່ເປັນເອກະພາບໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ແນວລາວອິດສະຫຼະທີ່ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 13/8/1950 ແມ່ນແນວໂຮມທີ່ເປັນເອກະພາບທົ່ວປະເທດເປັນການຈັດຕັ້ງທີ່ນຳພາຂະບວນການປະຕິວັດພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ.ເມື່ອຂະບວນຕໍ່ສູ້ຂອງປະຊາຊົນ 3 ຊາດ. ຫວຽດນາມ, ລາວ ແລະ ກຳພູຊາໄດ້ມີການເຕີບໃຫຍ່ຂະຫຍາຍຕົວນັບທັງຄຸນນະພາບ ແລະ ປະລິມານນັ້ນ. ມາເຖິງວັນທີ 11 ເດືອນ 12 ປີ 1951 ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ II ຂອງພັກກອມມູນິດອິນດູຈີນໄດ້ໄຂຂຶ້ນ, ນອກຈາກໄດ້ຕີລາຄາສະພາບກ່ຽວກັບວຽກງານກໍ່ສ້າງພັກຢ່າງຮອບດ້ານແລ້ວ, ກອງປະຊຸມໃຫຍ່ຍັງໄດ້ຕົກລົງໃຫ້ແຕ່ລະປະເທດສ້າງຕັ້ງພັກການເມືອງຂອງຕົນ ເພື່ອນຳພາການປະຕິວັດຂອງປະເທດໃຜລາວ, ຢູ່ຫວຽດນາມຈຶ່ງໄດ້ສ້າງຕັ້ງພັກຄົນງານຫວຽດນາມຂຶ້ນ, ສຳລັບຢູ່ລາວເຮົາພາຍຫຼັງສໍາເລັດກອງປະຊຸມໃຫຍ່ດັ່ງກ່າວບັນດາສະຫາຍສະມາຊິກພັກລາວໄດ້ດດຳເນີນການກວດກາສະມາຊິກພັກ ຂອງຕົນຢູ່ແຕ່ລະພາກ ແລະ ເຂດ, ທັງເປັນການປັບປຸງສັບຊ້ອນການຈັດຕັ້ງຢູ່ບາງບ່ອນ ຫຼື ວ່າຫນ່ວຍແກ່ນສານ, ບາງບ່ອນເອີ້ນຫນ່ວຍພັກປະຊາຊົນລາວ; ບາງບ່ອນເອີ້ນວ່າຫນ່ວຍພັກກອມມູນິດ ຫຼື ບາງບ່ອນເອີ້ນວ່າຫນ່ວຍພັກເອກະລາດ; ຄະນະຕິດຕໍ່ ຫຼື ເອີ້ນວ່າຄະນະຊີ້ນໍາ ແລະ ອື່ນໆ, ປີ 1954 ຄະນະນໍາພາ ຈຶ່ງໄດ້ມີຄຳສັ່ງໃຫ້ແຕ່ລະຫນ່ວຍພັກ ຫຼື ການຈັດຕັ້ງພັກໃຫ້ໃສ່ຊື່ວ່າ:ຫນ່ວຍແກ່ນສານ ແລະ ຂະຫຍາຍແກນສານເພື່ອຮັກສາຄວາມລັບ.
    ເພື່ອເປັນການກະກຽມໃຫ້ແກ່ການຈັດຕັ້ງດຳເນີນກອງປະຊຸມໃຫຍ່ ເດືອນ 7 ປີ 1954 ໄດ້ມີການດຳເນີນການກວດກາສະມາຊິກພັກຄືນໃຫມ່ ຈາກຈຳນວນ 600 ສະຫາຍ ທີ່ເປັນສະມາຊິກພັກກອມມູນິດ. ອິນດູຈີນຍັງເຫຼືອພຽງ 300 ສະຫາຍ, ຕົ້ນປີ 1955 ຢູ່ສູນກາງໄດ້ເປີດຊຸດອົບຮົມ ແລະ ກວດກາສະມາຊິກມີ 3 ຊຸດ ມີຜູ້ເຂົ້າຮ່ວມ 103 ສະຫາຍ ແລະ ກັນກອງໄດ້ 62 ສະຫາຍ, ເຂດໃຕ້ເປີດ 1 ຊຸດ ມີ 92 ສະຫາຍ ກັນກອງໄດ້ 4 ສະຫາຍ, ຢູ່ວຽງຈັນ 1 ຊຸດ ມີຜູ້ເຂົ້າຮ່ວມ 16 ສະຫາຍ ກັນກອງໄດ້ 2 ສະຫາຍ, ຜ່ານການສຶກສາອົບຮົມ, ກວດກາກັນກອງຈາກຈໍານວນ 300 ສະຫາຍ ໄດ້ພຽງແຕ່ 68 ສະຫາຍ, ທີ່ໄດ້ຜ່ານການກວດກາກັນກອງມານັ້ນໄດ້ມີການຄັດເລືອກເອົາຜູ້ມີເງື່ອນໄຂເປັນຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ໄດ້ 27 ສະຫາຍ.
    ວັນທີ 22/3/1955 ຢູ່ເຂດທີ່ຫມັ້ນແຂວງຫົວພັນກອງປະຊຸມ ໃຫຍ່ຜູ້ແທນຄັ້ງທຳອິດຂອງພັກໄດ້ໄຂຂຶ້ນຢ່າງເປັນທາງການມີຜູ້ແທນ ເຂົ້າຮ່ວມ 20 ສະຫາຍ, ຕາງຫນ້າສະມາຊິກພັກ 300 ກວ່າສະຫາຍ. ກອງປະຊຸມໃຫຍ່ໄດ້ຕົກລົງສ້າງຕັ້ງພັກປະຊາຊົນລາວ (ປະຈຸບັນພັກປະຊາຊົນປະຕິວັດລາວ) ກອງປະຊຸມໄດ້ຜ່ານບົດລາຍງານກໍ່ສ້າງພັກ, ຜ່ານນະໂຍບາຍພື້ນຖານ ແລະ ໂຄງການດໍາເນີນງານໃນສະເພາະຫນ້າຂອງພັກ, ກອງປະຊຸມໄດ້ຮັບຮອງເອົາກົດລະບຽບຂອງພັກສະແດງເຖິງວັດຖຸປະສົງ, ເຈດຈໍານົງຂອງພັກ ແລະ ທາດແທ້ຊົນຊັ້ນຂອງພັກ; ກອງປະຊຸມໄດ້ເປີດບັ້ນເລືອກຕັ້ງຄະນະນໍາພາຊຶ່ງປະກອບມີ 5 ສະຫາຍ ພ້ອມນັ້ນກໍ່ເລືອກເອົາສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຂອງພັກຜູ້ທຳອິດ, ທັງເປັນເລຂາຄະນະພັກການທະຫານ.
    ຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ I ບໍ່ພໍເທົ່າໃດກໍດຳເນີນກອງປະຊຸມສູນກາງ ຄັ້ງທີ 2, ໃນກອງປະຊຸມສູນກາງ ຄັ້ງທີ 2 ສະໄຫມທີ I ຂອງຄະນະນຳພາ, ໄດ້ຕົກລົງມອບໃຫ້ສະຫາຍ ຄຳແສງ ສີວິໄລ ເປັນຫົວຫນ້າຫ້ອງການພະນັກງານທົ່ວປະເທດ. ສ່ວນວຽກງານກໍ່ສ້າງພັກແມ່ນ ສະຫາຍ ໄກສອນ ພົມວິຫານ ເປັນຜູ້ຮັບຜິດຊອບຊີ້ນໍາ-ນໍາພາໂດຍກົງ, ບັນດາສະຫາຍດັ່ງກ່າວໄດ້ກໍ່ສ້າງພື້ນຖານໂຄງລ່າງໃຫ້ແກ່ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໄວ້ໃຫ້ແກ່ບັນດານັກຮົບປະຕິວັດລຸ້ນສືບທອດຕໍ່ມາໄດ້ປັບປຸງບູລະນະເຮັດໃຫ້ວຽກງານຈັດຕັ້ງກໍ່ສ້າງພັກ ແລະ ພະນັກງານໄດ້ຮັບການພັດທະນາໃຫ້ບໍລິບູນຂື້ນມາເປັນກ້າວໆ.
    ນັບແຕ່ມື້ໄດ້ຮັບການສ້າງເປັນຕົ້ນມາພັກເຮົາຊຶ່ງໄດ້ຮັບການຊຸບຫຼໍ່ຈາກແປວໄຟແຫ່ງການຕໍ່ສູ້ກູ້ຊາດຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃຫມ່, ບົນເສັ້ນທາງດັ່ງກ່າວມີບາງຄັ້ງຄາວບາງໄລຍະກໍ່ເກີດມີຂໍ້ຂາດຕົກບົກຜ່ອງດ້ານໃດດ້ານຫນຶ່ງ; ແຕ່ພັກເຮົາຍາມໃດກໍ່ຢຶດຫມັ້ນ ແລະ ຫນູນໃຊ້ຢ່າງປະດິດສ້າງລັດທິມາກ-ເລນິນເຂົ້າໃນສະພາບຕົວຈິງຂອງການປະຕິວັດລາວ. ຜ່ານໄລຍະ 55 ປີ ຜ່ານມາ ວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ໄດ້ມີການຂະຫຍາຍຕົວຢ່າງຕັ້ງຫນ້າ, ໃນໄລຍະແຫ່ງການຕໍ່ສູ້ປະຕິວັດດັ່ງກ່າວ, ການຈັດຕັ້ງຖັນແຖວພະນັກງານຈັດຕັ້ງໄດ້ມີການເຕີບໃຫຍ່ຂະຫຍາຍຕົວພ້ອມທັງສາມາດສະສົມບົດຮຽນຈາກພຶດຕິກຳຕົວຈິງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດ ແລະ ໄຊຊະນະການປະຕິວັດລາວ. ໃນແຕ່ລະສະໄຫມ.
I. ການຈັດຕັ້ງກໍ່ສ້າງພັກຢູ່ລາວພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ (1930-1955).
* ໄລຍະແຕ່ປີ 1930-1934 ເປັນໄລຍະເວົ້າໂຮມກຳລັງ ແລະ ສ້າງຕັ້ງຄະນະພັກແຄວ້ນລາວແຕ່ປີ1934.
    ພາຍຫຼັງທີ່ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 3/2/1930 ໂດຍສະເພາະແມ່ນກອງປະຊຸມຄະນະບໍລິຫານງານພັກຊົ່ວຄາວ ທີ່ໄດ້ຈັດຂຶ້ນໃນເດືອນ 10/1930 ໄດ້ຮັບຮອງໂຄງການການເມືອງ ແລະ ມະຕິວ່າດ້ວຍສະພາບການ ແລະ ຫນ້າທີ່ອັນຮີບດ່ວນຂອງພັກ, ສຳລັບວຽກງານຈັດຕັ້ງກໍ່ສ້າງພັກ ແລະ ພະນັກງານແມ່ນຮັບໃຊ້ບັນດາວຽກງານຕົ້ນຕໍຄື:ໂຄສະນາເຜີຍແຜ່ແນວທາງປະຕິວັດຂອງພັກ, ປຸກລະດົມຂົນຂວາຍມະຫາຊົນ, ປະຊາຊົນເຂົ້າຮ່ວມໃນຂະບວນການຕໍ່ສູ້ ແລະ ເລືອກເຟັ້ນຜູ້ທີ່ດີເດັ່ນຫ້າວຫັນເພື່ອຮັບເຂົ້າເປັນສະມາຊິກ; ພ້ອມນັ້ນກໍໄດ້ປັບປຸງການຈັດຕັ້ງຂອງພັກ. ໃນເວລາສ້າງຕັ້ງທຳອິດພັກກອມມູນິດ ອິນດູຈີນມີຮາກຖານພັກພຽງ 50 ຫນ່ວຍ, ມີສະມາຊິກພັກພຽງ 200 ສະຫາຍ, ແຕ່ມາຮອດເດືອນ 4 ປີ 1931 ຈຳນວນຫນ່ວຍພັກເພີ່ມຂຶ້ນເປັນ 250 ຫນ່ວຍ ແລະ ຈຳນວນສະມາຊິກພັກເພີ່ມຂຶ້ນເປັນ 2.400 ສະຫາຍ.
    ສຳລັບຢູ່ແຄວ້ນລາວ ດ້ວຍຄວາມພະຍາຍາມຂອງ ສະຫາຍ ຫງຽນອາຍກວກ, ນັບແຕ່ປີ 1928 ຢູ່ວຽງຈັນຊາວຫນຸ່ມຫວຽດນາມ.ຕ່າງດ້າວໄດ້ສ້າງຕັ້ງຫນ່ວຍຊາວຫນຸ່ມກອມມູນິດຂຶ້ນເປັນຄັ້ງທໍາອິດ, ຕໍ່ມາເຖິງຕົ້ນປີ1929 ໄດ້ປ່ຽນຊື່ເປັນຫນ່ວຍພັກກອມມູນິດອິນດູຈີນທີ່ມີສະມາຊິກພັກ 8 ສະຫາຍໄດ້ອອກຫນັງສືພິມໃສ່ຊື່ວ່າ: "ແວ່ນແຍງ " (Guong sang) ຊຶ່ງເປັນຫນໍ່ແຫນງຂອງການຈັດຕັ້ງພັກກອມມູນິດອິນດູຈີນຢູ່ລາວ. ຈາກນັ້ນນັບແຕ່ປີ 1930 ເປັນຕົ້ນມາການຈັດຕັ້ງພັກ ແລະ ການຈັດຕັ້ງຂອງມະຫາຊົນກໍ່ໄດ້ເກີດຂຶ້ນ ແລະ ຂະຫຍາຍຕົວດ້ວຍຫຼາຍຮູບການ, ທັງມີການຈັດຕັ້ງທີ່ຖືກຕາມກົດຫມາຍ, ທັງມີການຈັດຕັ້ງເຄື່ອນໄຫວເປີດເຜີຍ ແລະ ການຈັດຕັ້ງເຄື່ອນໄຫວປິດລັບ. ເຖິງກາງປີ 1934 ຢູ່ຄະນະພັກແຄວ້ນລາວໄດ້ມີ 6 ຫນ່ວຍພັກມີສະມາຊິກ 32 ສະຫາຍ, ນອກນັ້ນຍັງມີສະມາຊິກຊາວຫນຸ່ມກອມມູນິດ 25 ສະຫາຍ; ສະມາຊິກກໍາມະບານ 55 ສະຫາຍ; ສະມາຊິກຂອງຂະບວນຕໍ່ຕ້ານຈັກກະພັດ 69 ສະຫາຍ; ສະມາຄົມແມ່ຍິງ 5 ສະຫາຍ; ສະມາຊິກສະມາຄົມຊາວຫນຸ່ມນັກຮຽນ 20 ສະຫາຍ ແລະ ສະມາຄົມນັກກິລາມີ 18 ສະຫາຍ, ພາຍໃຕ້ການຊີ້ນໍາ-ນຳພາຂອງຄະນະບັນຊາຂອງພັກຢູ່ຕ່າງປະເທດ, ບັນດາສະຫາຍສະມາຊິກພັກທີ່ຕາງຫນ້າໃຫ້ບັນດາການຈັດຕັ້ງພັກໃນທົ່ວປະເທດໄດ້ເຕົ້າໂຮມຈັດ, ກອງປະຊຸມຂຶ້ນໃນວັນທີ 6-7 ເດືອນ 9 ປີ 1934 ທີ່ດອນຊິງຊູ້ນະຄອນ. ວຽງຈັນພາຍໃຕ້ການເປັນປະທານຂອງສະຫາຍ ເລແມັງຈີ ຕາງຫນ້າຄະນະນາໍຂອງພັກຄອມມູນິດອິນດູຈີນຢູ່ນອກປະເທດ, ມີຜູ້ແທນເຂົ້າຮ່ວມ 15 ສະຫາຍ, ໃນນີ້ມີສະຫາຍ ຄຳແສງ ສີວິໄລ; ສະຫາຍ ສະຫວັດ ຜິວຂາວ; ສະຫາຍ ທິດຜຸຍ, ສະຫາຍ ຍິນດີ ແລະ ຜູ້ອື່ນໆ.
    ກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງເອົາບັນດາເອກະສານ ທີ່ສໍາຄັນທີ່ພົວພັນເຖິງການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກເຊັ່ນ:ໂຄງການດຳເນີນງານ; ມະຕິວ່າດ້ວຍທິດທາງຫນ້າທີ່ສະເພາະຫນ້າຂອງພັກ, ເລືອກຕັ້ງຄະນະບໍລິຫານງານປະກອບມີ 7 ສະຫາຍ.
    ການສ້າງຕັ້ງຄະນະພັກແຄວ້ນລາວ ແມ່ນບາດລ້ຽວທີ່ສໍາຄັນຂອງຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຕ້ານກັບ. ຈັກກະພັດຝະລັ່ງຜູ້ຮຸກຮານເພື່ອຍາດເອົາເອກະລາດແຫ່ງຊາດ, ເປັນການສ້າງປະຖົມປັດໃຈທີ່ສໍາຄັນໃຫ້ແກ່ການກະກຽມທາງດ້ານທິດສະດີ, ດ້ານການເມືອງແນວຄິດ ແລະ ດ້ານການຈັດຕັ້ງຂອງພັກຕໍ່ມາ.
*ໄລຍະ 1935-1945 ຄະນະພັກແຄວ້ນລາວ ຊຶ່ງແມ່ນຄະນະພັກຫນຶ່ງຢູ່ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນໄດ້ນຳພາປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ຍາດເອກະລາດໃນທົ່ວປະເທດວັນທີ12/10/1945.
    ປະຕິບັດຕາມມະຕິຂອງກອງປະຊຸມຄະນະພັກແຄວ້ນລາວທີ່ວ່າ:ປັບປຸງ ແລະ ຂະຫຍາຍການຈັດຕັ້ງພັກ ແລະ ບັນດາອົງການຈັດຕັ້ງມະຫາຊົນ; ພ້ອມນັ້ນຄະນະພັກແຄ້ວນລາວໄດ້ປະຕິບັດຄຳສັ່ງແນະນຳຂອງຄະນະນຳ ຂອງພັກຢູ່ນອກປະເທດ:ບັນດາສະຫາຍຢູ່ລາວແມ່ນຕ້ອງເປີດກວ້າງຖັນແຖວສະມາຊິກພັກ, ເປີດກວ້າງການຈັດຕັ້ງຊາວຫນຸ່ມຄອມມຸນິດ ແລະ ອົງການຈັດຕັ້ງມະຫາຊົນອື່ນໆ ຈາກທິດນຳດັ່ງກ່າວພັກໄດ້ນຳພາຂະບວນການປະຕິວັດຢູ່ທົ່ວປະເທດນັບມື້ນັບຂະຫຍາຍຕົວປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຂະບວນການປະຕິວັດໃນທົ່ວອິນດູຈີນ ເພື່ອສືບຕໍ່ນໍາພາຂະບວນການປະຕິວັດນັບແຕ່ວັນທີ 27-31/3/1935 ກອງປະຊຸມໃຫຍ່ຄັ້ງທີ I ຂອງພັກກອມມູນິດອິນດູຈີນ ໄດ້ໄຂຂຶ້ນຢູ່ມາກາວ (ຂອງ ສປ ຈີນ ຊຶ່ງເປັນການປົກຄອງຂອງໂຮນລັງ) ສະເພາະຄະນະພັກແຄ້ວນລາວວັນທີ 01/02/1935 ໄດ້ເປີດກອງປະຊຸມເພື່ອເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ I ຂອງພັກຄອມມູນິດອິນດູຈີນ ມີຜູ້ແທນທັງຫມົດ 13 ສະຫາຍເປັນຕົວແທນໃຫ້ແຕ່ລະບັນດາການຈັດຕັ້ງພັກຢູ່ບັນດາແຄວ້ນຕ່າງໆໃນອິນດູຈີນ ແລະ ສະມາຊິກພັກຢູ່ຕ່າງປະເທດ. ກອງປະຊຸມໄດ້ກຳນົດແນວທາງ ແລະ ຫນ້າທີ່ການເມືອງເຕົ້າໂຮມກໍາລັງຂອງມະຫາຊົນຊາວຜູ້ອອກແຮງງານ, ຕ້ານກັບສົງຄາມຈັກກະພັດ, ສະຫນັບສະຫນູນໂຊວຽດ ແລະ ການປະຕິວັດຈີນ; ຟື້ນຟູ ແລະ ປັບປຸງການຈັດຕັ້ງພັກນັບແຕ່ສູນກາງລົງຮອດຮາກຖານ, ສ້າງຕັ້ງອົງການນຳຂອງພັກໃຫ້ມີຄວາມເປັນເອກະພາບ, ໄດ້ມີການເລືອກຕັ້ງຄະນະບໍລິຫານງານພັກປະກອບ 13 ສະຫາຍ, ໃນນັ້ນນັບທັງສະຫາຍ ຫງຽນອາຍກວກ, ສະຫາຍ ເລຮົງຟອງ ທີ່ເຄື່ອນໄຫວຢູ່ຕ່າງປະເທດ ແລະ 1 ສະຫາຍຕາງຫນ້າແຄວ້ນພາກກາງຂອງຫວຽດນາມ. ກອງປະຊຸມໄດ້ເປັນເອກະສັນເລືອກເອົາ ສະຫາຍ ເລຮົງຟອງ ເປັນເລຂາທິການໃຫຍ່ຂອງພັກ ແລະ ມາຮອດກາງປີ 1936 ໄດ້ປ່ຽນໃຫ້ສະຫາຍ ຮ້າຫຸຍເຕີບ ເປັນເລຂາທິການໃຫຍ່ຈົນເຖິງເດືອນ 3 ປີ 1938.
    ກອງປະຊຸມໄດ້ຮັບຮອງກົດລະບຽບຂອງພັກໄດ້ກຳນົດໂຄງປະກອບການຈັດຕັ້ງຂອງພັກ; "ຂັ້ນສູນກາງປະກອບມີ: ກະຊວງຖະແຫຼງຂ່າວ, ປຸກລະດົມ ແລະ ຝຶກອົບຮົມ; ກະຊວງການເງິນ, ກະຊວງຈັດຕັ້ງ ແລະ ຂົນສົ່ງ" ຢູ່ແຕ່ລະຄະນະພັກແຄວ້ນກໍ່ໃຫ້ຈັດຕັ້ງບັນດາກະຊວງດັ່ງກ່າວຂຶ້ນຕາມກົດລະບຽບຂອງພັກ, ໃນຊຸມປີ 1939-1942) ຟາດສິດເຢຽລະມັນບຸກໂຈມຕີປະເທດໂປໂລຍເປີດສາກສົງຄາມໂລກຄັ້ງທີ II. ເພື່ອຫັນທິດໃນການຕໍ່ສູ້ຕາມເງື່ອນໄຂສະພາບແວດລ້ອມຂອງໂລກດັ່ງກ່າວ, ຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນໄດ້ໄຂກອງປະຊຸມຂຶ້ນໃນ ວັນທີ 06/08/1939 ກອງປະຊຸມໄດ້ວາງຫນ້າທີ່ຕົ້ນຕໍຂອງການປະຕິວັດຢູ່ອິນດູຈີນເວລານັ້ນໂຄ່ນລົ້ມພວກຈັກກະພັດ ແລະ ພວກລູກແຫຼ້ງຕີນມືຂອງພວກເຂົາ, ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດທົ່ວອິນດູຈີນຕ້ານຈັກກະພັດ, ຂະນະດຽວກັນນັ້ນ, ຄະນະພັກແຄ້ວນລາວກໍ່ໄດ້ປະຊຸມກັນ: ໄດ້ວາງທິດທາງຫນ້າທີ່ອັນຮີບດ່ວນອອກຄື:ເອົາໃຈໃສ່ກໍ່ສ້າງ ແລະ ຂະຫຍາຍພັກ, ກໍ່ສ້າງ ແລະ ຂະຫຍາຍຮາກຖານການເມືອງໃນຫມູ່ປະຊາຊົນ, ກະກຽມ ແລະ ຈັດວາງກຳລັງເພື່ອຈັບເອົາກາລະໂອກາດໃຫ້ທັນເວລາ.
    ເດືອນ 5 ປີ 1941ສູນກາງພັກຄອມມູນິດອິນດູຈີນໄດ້ໄຂກອງປະຊຸມພາຍໃຕ້ການເປັນປະທານຂອງປະທານໂຮ່ຈິມິນ ກອງປະຊຸມໄດ້ຕົກລົງປ່ຽນຊື່ແນວໂຮມເອກະພາບແຫ່ງຊາດທົ່ວອິນດູຈີນຕ້ານຈັກກະພັດມາເປັນສະຫະພັນຫວຽດນາມເອກະພາບ (ແນວໂຮມຫວຽດມີງ) ກອງປະຊຸມໄດ້ເລືອກຕັ້ງເອົາ ສະຫາຍ ເຈືອງຈິງ ເປັນເລຂາທິການໃຫຍ່ຂອງພັກ. ວັນທີ 1/12/1941 ສູນກາງພັກກອມມູນິດອິນດູຈີນ ໄດ້ອອກຄຳສັງກ່ຽວກັບວຽກງານຈັດຕັ້ງຂອງພັກຕາມທິດທີ່ວ່າ:"ກວ້າງຂວາງ, ຕົວຈິງ, ວິທະຍາສາດ" ແຕ່ຕ້ອງສຸມໃສ່ເຮັດສຳເລັດການປັບປຸງ ແລະ ຂະຫຍາຍຫນ່ວຍພັກ, ເພີ່ມທະວີຂະຫຍາຍພັກ, ເລືອກເຟັ້ນບໍາລຸງ ກໍ່ສ້າງຖັນແຖວພະນັກງານໃຫ້ເອົາວຽກງານດັ່ງກ່າວເປັນວຽກໃຈກາງ. ນັບແຕ່ມີຄໍາສັ່ງດັ່ງກ່າວຄະນະພັກແຄວ້ນລາວໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງໄດ້ສ້າງຕັ້ງ "ແນວໂຮມພັນທະມິດລາວເອກະລາດ", ຈາກນັ້ນພະນັກງານ, ສະມາຊິກພັກໄດ້ປຸກລຸກຂົນຂວາຍປັບປຸງ ແລະ ຂະຫຍາຍແນວໂຮມພັນທະມິດລາວເອກະລາດ.
    ຕົ້ນປີ 1943 ກອງທັບແດງໂຊວຽດ ແລະ ປະຊາຊົນໂຊວຽດໄດ້ຕີເອົາຊະນະຟາດສິດເຢຽລະມັນ, ພ້ອມນັ້ນຟາດສິດຍີ່ປຸ່ນກໍຖືກປະລາໄຊຢູ່ແນວຮົບຕາເວັນອອກໄກປາຊີຟິກ, ວັນທີ 9/3/1945 ພວກຟາດສິດ ຍີ່ປຸ່ນລັດຖະປະຫານໂຄ່ນລົ້ມຈັກກະພັດຝະລັ່ງຢູ່ອິນດູຈີນ, ວັນທີ 12/3/1945 ສູນກາງພັກກອມມູນິດອິນດູຈີນໄດ້ອອກຄຳສັ່ງທີ່ສໍາຄັນ "ຟາດສິດຍີ່ປຸ່ນກັບຝະລັ່ງຕີກັນ ແລະ ການກະທຳຂອງພວກເຮົາ" ໃນຄຳສັ່ງກໍ່ມີການປ່ຽນແປງຈາກເມື່ອກ່ອນວ່າ: "ຂັບໄລ່ພວກຟາດສິດຍີ່ປຸ່ນ ແລະ ຈັກກະພັດຝະລັ່ງ" ມາເປັນຄໍາຂວັນ "ຂັບໄລ່ຟາດສິດຍີ່ປຸ່ນ" ເພື່ອຕອບສະຫນອງຄຳສັ່ງສູນກາງພັກ, ວັນທີ 28/3/1945 ທີ່ "ນາແກ" (ເປັນເຂດຫນຶ່ງທີ່ຂຶ້ນກັບແຂວງສະກົນນະຄອນພາກອີສານຂອງໄທ) ເປັນເຂດທີ່ຫມັ້ນຂອງນັກປະຕິວັດລາວ, ຄະນະພັກແຄວ້ນລາວໄດ້ອອກແຮງຂົນຂວາຍຊາວຫນຸ່ມລາວ ແລະ ຊາວຫນຸ່ມຫວຽດນາມຕ່າງດ້າວຈາກຈໍານວນ 40 ຄົນ, ໄດ້ເພີ່ມຂຶ້ນເຖິງ 120 ຄົນ ແລະ ໄດ້ສ້າງຕັ້ງເປັນ "ກອງທະຫານອິດສະຫຼະ". ມາເຖິງເດືອນ 8 ປີ 1945 ໄດ້ຖືກຟາດສິດຍີ່ປຸ່ນກວາດລ້າງຢ່າງຫນັກ. ກອງທະຫານອິດສະຫຼະຈຶ່ງໄດ້ແບ່ງກັນອອກເປັນຫນ່ວຍເອີ້ນຫນ່ວຍປ້ອງກັນອິດສະຫຼະເພື່ອປ້ອງກັນ ກຳລັງປະຕິວັດ ແລະ ສືບຕໍ່ນໍາພາຂະບວນການຕໍ່ສູ້. ໄປພ້ອມໆ ກັນນີ້ການຈັດຕັ້ງພັກຢູ່ວຽງຈັນກໍ່ໄດ້ເຕົ້າໂຮມກຳລັງຄືນໃຫມ່, ຟື້ນຟູພື້ນຖານການປະຕິວັດປຸກລະດົມຂົນຂວາຍປະຊາຊົນກະກຽມລຸກຮືຂຶ້ນ, ບັນດາສະມາຊິກພັກໄດ້ເຕົ້າໂຮມ ແລະ ເປີດກອງປະຊຸມຂຶ້ນຢູ່ບ້ານວິໄສ (ແຂວງຫນອງຄາຍພາກອີສານຂອງໄທ) ແລະ ຕໍ່ມາຈຸດ ນີ້ເອງໄດ້ກາຍເປັນສູນກາງຊັ້ນເປັນບ່ອນປະຈໍາການຂອງຄະນະພັກແຄວ້ນລາວ ແລະ ເປັນບ່ອນຕິດຕໍ່ພົວພັນກັບສູນກາງພັກກອມມູນິດອິນດູຈີນທີ່ຕັ້ງຢູ່ພາກເຫນືອຂອງຫວຽດນາມ.
    ຄະນະພັກແຄວ້ນລາວ ໄດ້ວິເຄາະສະພາບການຢ່າງວິທະຍາສາດກຳແຫນ້ນກາລະໂອກາດ, ວັນທີ 23/8/1945 ຊາວນະຄອນຫຼວງວຽງຈັນໄດ້ໂຮມຊຸມນຸມມິດຕິງໃຫຍ່ຢູ່ຕະຫຼາດເຊົ້າພາຍໃຕ້ຄຳຂວັນທີ່ວ່າ "ປະເທດເອກະລາດຫມັ້ນຍືນ"; "ຊົມເຊີຍຫວຽດນາມເອກະລາດ" "ລາວ-ຫວຽດສາມັກຄີຫມັ້ນຍືນ" ແລະ ອື່ນໆ. ຈາກນັ້ນ ບັນດາຕົວເມືອງທ່າແຂກ, ສະຫວັນນະເຂດ, ຜົ້ງສາລີ, ຊຳເຫນືອ (ແຂວງຫົວພັນ); ຫຼວງພະບາງ ແລະ ອື່ນໆ ໄດ້ລຸກຮື້ຂຶ້ນຢຶດອໍານາດການປົກຄອງຈາກຟາດສິດຍີ່ປຸ່ນ. ວັນທີ 11/10/1945 ຄະນະກຳມະການລາວອິດສະຫຼະໄດ້ປະຊຸມຢູ່ນະຄອນຫຼວງວຽງຈັນສ້າງຕັ້ງລັດຖະບານຊົ່ວຄາວຂຶ້ນເພື່ອຄວາມເປັນເອກະພາບໃນການຊີ້ນໍາ-ນໍາພາໃນທົ່ວປະເທດ, ວັນທີ 12/10/1945 ລັດຖະບານຊົ່ວຄາວໂດຍແມ່ນພະຍາຄຳມ້າວ ເປັນນາຍົກລັດຖະມົນຕີໄດ້ປະກາດເອກະລາດປະກາດລັດຖະທຳມະນູນສະບັບຊົ່ວຄາວເພັງຊາດທຸງຊາດໃຫ້ຊາວໂລກຮັບຮູ້.
    ໃນ 11 ປີ ນັບແຕ່ຄະນະພັກແຄວ້ນລາວໄດ້ຮັບການສ້າງຕັ້ງຂຶ້ນຄະນະພັກໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລໍາຄານຢ່າງທໍລະຫົດອົດທົນ. ຜ່ານການທົດສອບຈາກການປາບປາມຂອງພວກຈັກກະພັດຜູ້ຮຸກຮານໄດ້ມີສະມາຊິກພັກ ແລະ ປະຊາຊົນຈໍານວນບໍ່ຫນ້ອຍຖືກສັດຕູຂ້າຕາຍ, ຖືກຈັບ ແລະ ທໍລະມານ, ການຈັດຕັ້ງພັກຖືກທຳລາຍ, ແຕ່ ດ້ວຍຄວາມຕັດສິນໃຈອັນສູງສົ່ງ, ຍອມເສັຽສະຫຼະຂອງນັກປະຕິວັດ, ກໍ່ຄືປະຊາຊົນຜູ້ທີ່ຮັກຊາດໄດ້ພ້ອມກັນລຸກຂຶ້ນເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ. ວຽກງານຈັດຕັ້ງກໍ່ສ້າງພັກໃນເວລານັ້ນກໍ່ໄດ້ສະສົມບົດຮຽນເພື່ອການກະກຽມໃຫ້ແກ່ການປຸກລະດົມຂົນຂວາຍໃນການກໍ່ສ້າງກໍາລັງ ແລະ ການຈັດຕັ້ງໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງ ຮອງຮັບຫນ້າທີ່ການເມືອງໄລຍະໃຫມ່ຂອງການປະຕິວັດ.
*ໄລຍະປີ 1946-1951 ກໍ່ສ້າງກໍາລັງປະຕິວັດ ແລະ ເຕົ້າໂຮມ ການຈັດຕັ້ງເພື່ອຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຝະລັ່ງ.
    ພາຍຫຼັງລັດຖະບານອິດສະຫຼະຂອງພະຍາຄຳມ້າວ ເປັນນາຍົກລັດຖະມົນຕີໄດ້ປະກາດຍຸບ ໃນວັນທີ 25/10/1946 ລັດຖະມົນຕີ ຈໍານວນຫນຶ່ງອອກຍອມຈໍານົນກັບຝະລັ່ງ ຈໍານວນຫນຶ່ງນໍາໂດຍສະເດັດເຈົ້າສຸພານຸວົງ ບໍ່ຍອມຈຳນົນໄດ້ຮຽກຮ້ອງປະຊາຊົນພ້ອມກັນສືບຕໍ່ລຸກຮື້ຂຶ້ນຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ ແລະ ພວກລູກແຫຼ້ງຕີນມືຂອງພວກເຂົາ.
    ເລີ່ມແຕ່ທ້າຍປີ 1945 ພວກຈັກກະພັດຝະລັ່ງເລີ່ມບຸກໂຈມຕີກຳລັງທະຫານຂອງລັດຖະບານລາວອິດສະຫຼະມາເຖິງວັນທີ 13/5/1946 ທະຫານຝະລັ່ງຢຶດເອົາເມືອງຫຼວງພະບາງ, ເຈົ້າສິສະຫວ່າງວົງ ກໍຍອມຈໍານົນຕໍ່ສັດຕູ ແລະ ອອກຄຳສັ່ງປົດອາວຸດທະຫານລາວ ສ່ວນທະຫານປະຕິວັດ ແລະ ບັນດາພະນັກງານປະຕິວັດກໍ່ຄືຜູ້ຮັກ. ຊາດຕໍ່ສູ້ຕ້ານກັບຝະລັ່ງໄດ້ໂຕນເຂົ້າປ່າສືບຕໍ່ເຄື່ອນໄຫວຕີສັດຕູຕໍ່ໄປ.
    ວັນທີ19/12/1946ຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນຫວຽດນາມຕ້ານກັບການຮຸກຮານຂອງຈັກກະພັດຝະລັ່ງກໍ່ໄດ້ເລີ່ມຕົ້ນ, ບັນດາອົງການຈັດຕັ້ງຂອງພັກ, ສະພາແຫ່ງຊາດ, ລັດຖະບານທີ່ໄດ້ຖອນອອກຈາກນະຄອນຫຼວງຮ່າໂນ້ຍໄປເຂດທີ່ຫມັ້ນຫວຽດ-ບັກເພື່ອສືບຕໍ່ຊີ້ນຳ-ນຳພາຂະບວນການຕໍ່ສູ້ກູ້ຊາດຍາວນານ.
ຫມາຍວ່າປະຊາຊົນສອງຊາດລາວ-ຫວຽດນາມໄດ້ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດຝະລັ່ງເທື່ອທີສອງ, ພັກກອມມູນິດອິນດູຈີນໄດ້ສືບຕໍ່ນຳພາປະຊາຊົນສອງຊາດພ້ອມກັນລຸກຂຶ້ນຕໍ່ສູ້ຕ້ານກັບພວກຮຸກຮານ, ໃນຄຳສັ່ງຂອງສູນກາງພັກໃນວັນທີ 25/11/1945 ໄດ້ຊີ້ນຳຄະນະພັກແຄວ້ນລາວວ່າ: "ຕ້ອງເພີ່ມທະວີຕໍ່ສູ້ດ້ວຍກຳລັງອາວຸດໂຄສະນາ,ປຸກລະດົມປະຊາຊົນລາວຢູ່ເຂດຊົນນະບົດເຮັດໃຫ້ແນວໂຮມເອກະພາບຕ້ານຝະລັງຂອງລາວ-ຫວຽດນາມໃຫ້ຂະຫຍາຍກວ້າງອອກ ແລະ ດໍາເນີນສົງຄາມກອງຫຼອນໃຫ້ແຕກດອກຢູ່ຊົນນະບົດເພື່ອປິດລ້ອມທະຫານ, ຝະລັ່ງຢູ່ບັນດາສູນກາງຂອງພວກເຂົາ ແລະ ກວາດລ້າງພວກເຂົາອອກຈາກປະເທດລາວ".
    ປະຕິບັດຕາມຄຳສັ່ງຂອງສູນກາງພັກກອມມູນິດອິນດູຈີນ, ວຽກງານຈັດຕັ້ງ ແລະ ວຽກງານກໍ່ສ້າງພັກໃນເວລານັ້ນແມ່ນປຸກລຸກຂົນຂວາຍເພື່ອສ້າງຕັ້ງ ແລະ ຂະຫຍາຍກຳລັງປະກອບອາວຸດ, ກໍ່ສ້າງເຂດທີ່ຫມັ້ນ, ປັບປຸງການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນ, ເພື່ອປະຕິບັດແຜນຍຸດທະສາດດັ່ງກ່າວ, ທຸກກຳລັງໄດ້ຫັນລົງສູ່ຊົນນະບົດກໍ່ສ້າງຮາກຖານໃນຫມູ່ປະຊາຊົນ, ປຸກລະດົມປະຊາຊົນເຂົ້າຮ່ວມສົງຄາມກອງຫຼອນ, ຄະນະພັກແຄວ້ນລາວໄດ້ປັບປຸງກໍາລັງປະກອບອາວຸດເຊັ່ນ: ຄະນະກໍາມະການລາວຕໍ່ຕ້ານນໍາໂດຍ ສະຫາຍ ຫນູຮັກ ພູມສະຫວັນ ຢູ່ເຊໂປນແຂວງສະຫວັນນະເຂດ, ປີ 1946 ຢູ່ພາກກາງແຂວງຊຽງຂວາງ, ຄຳມ່ວນໄດ້ຈັດຕັ້ງກອງປະກອບອາວຸດເຜົ່າມົ້ງກອງປັດໃຈນໍາໂດຍ ທ່ານ ໄຟດ່າງ ລໍເຫຼຽຢາວ ແລະ ບັນຊາໂດຍ ທ່ານ ທ້າວ ຕູ້. ແຂວງຫົວພັນໄດ້ຈັດຕັ້ງກອງປະກອບອາວຸດນນຳໂດຍທ່ານ ຊຽງສິງ ຫອມສົມບັດ(ເພັຽຫອມ). ຢູ່ທິດຕາເວັນຕົກສຽງເຫນືອໄດ້ສ້າງຕັ້ງຄະນະຕໍ່ຕ້ານທິດຕາເວັນຕົກສຽງເຫນືອຂຶ້ນໃນເດືອນ 9 ປີ 1947 ເຂດ I ແຂວງໄຊຍະບູລີ ນຳພາໂດຍທ່ານ ພູມີ ວົງວິຈິດ, ເຂດ II ຊຶ່ງນຳພາໂດຍ ທ່ານ ຫມື່ນ ສົມວິຈິດ ເຄື່ອນໄຫວແຕ່ບ້ານເຕົາໄຫນາຕານ (ຫນອງໂຕນ) ຮອດເຂດອ່າງໃຫຍ່, ອ່າງນ້ອຍແຄມທາງເລກທີ13; ເວລາດຽວກັນນີ້ຢູ່ທິດໃຕ້ຂອງວຽງຈັນໄດ້ສ້າງຕັ້ງກອງປະກອບອາວຸດທີ່ເຄື່ອນໄຫວຢູ່ປາກກະດິງ, ປາກຊັນ, ບໍລິຄັນນໍາໂດຍ ທ່ານ ສີສົມພອນ ລໍວັນໄຊ; ຢູ່ພາກໃຕ້ຂອງລາວ ເດືອນ 05/1947 ໄດ້ປະກາດສ້າງຕັ້ງກອງໄຊຈັກກະພັດຂຶ້ນຊຶ່ງນຳພາໂດຍທ່ານ ຄໍາໄຕ ສີພັນດອນ ແລະ ທ່ານ ສີທົນ ກົມມະດຳ; ຢູ່ເຂດຕາເວັນອອກສ່ຽງເຫນືອຂອງລາວເຂດທີ່ຫມັ້ນລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ປະທານ ໄກສອນ ພົມວິຫານໄດ້ປະກາດສ້າງຕັ້ງກອງລາດຊະວົງຂຶ້ນໃນວັນທີ 20/1/1949 ສະຫາຍ ເພັດຊະວົງ ເປັນຫົວຫນ້າການທະຫານ ແລະ ສະຫາຍ ສີສະຫວາດ ແກ້ວບຸນພັນ ເປັນຫົວຫນ້າການເມືອງ, ໃນມື້ດຽວກັນນີ້ພາຍໃຕ້ການນຳພາຂອງສາຂາພັກກອມມູນິດອິນດູຈີນ ປະຈຳລາວ ໄດ້ປະຊຸມຕົກລົງເອົາມື້ປະກາດສ້າງຕັ້ງກອງລາດຊະວົງ ເປັນພິທີປະກາດສ້າງຕັ້ງກອງທັບລາວອິດສະຫຼະຂຶ້ນນໍາໂດຍທ່ານ ໄກສອນ ພົມວິຫານ ແລະ ໄດ້ປະກາດເຕົ້າໂຮມເອົາບັນດາກອງເອກະລາດ, ເຂົ້າໃນຖັນແຖວຂອງກອງທັບລາວອິດສະຫຼະຢ່າງເປັນທາງການຢູ່ພາຍໃຕ້ການນໍາພາໂດຍກົງຂອງສາຂາພັກກອມມູນິດອິນດູຈີນປະຈຳລາວ.
    ພາຍຫຼັງເຕົ້າໂຮມ ແລະ ກໍ່ຕັ້ງກອງປະກອບອາວຸດສຳເລັດແລ້ວ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງຂະບວນການປະຕິວັດຢູ່ລາວ ນັບແຕ່ວັນທີ 13 ເຖິງວັນທີ 15/8/1950 ກອງປະຊຸມໃຫຍ່ຜູ້ແທນລາວຕໍ່ຕ້ານທົ່ວປະເທດໄດ້ໄຂຂຶ້ນເຊິ່ງມີຜູ້ແທນ 150 ຄົນ ທີ່ເປັນຕົວ, ແທນໃຫ້ແກ່ກອງກໍາລັງປະກອບອາວຸດ, ບັນດາອົງການຈັດຕັ້ງມະຫາຊົນໃນທົ່ວປະເທດ, ກອງປະຊຸມຄັ້ງປະຫວັດສາດນີ້ໄດ້ວາງແນວທາງການປະຕິວັດທີ່ເປັນເອກະພາບໃຫ້ແກ່ການຕໍ່ສູ້ກູ້ຊາດ 12 ຂໍ້ອອກ, ດ້ານການຈັດຕັ້ງກອງປະຊຸມໄດ້ປະກາດສ້າງຕັ້ງແນວລາວອິດສະຫຼະ ແລະ ລັດຖະບານຕໍ່ຕ້ານ, ກອງປະຊຸມຜູ້ແທນລາວຕໍ່ຕ້ານທົ່ວປະເທດຄັ້ງນີ້ມີຄວາມຫມາຍສຳຄັນທີ່ສຸດໃນຊີວິດການເມືອງຂອງປະຊາຊົນ ເປັນເຫດການສໍາຄັນອັນຫນຶ່ງໃນປະຫັວດສາດແຫ່ງການຕໍ່ສູ້ກູ້ຊາດ ລາວເຮົາ ເຊິ່ງມັນໄດ້ເຕົ້າໂຮມກຳລັງແຮງຂອງທັງຊາດເປັນອັນຫນຶ່ງອັນດຽວກັນເດີນຕາມແນວທາງຂອງພັກ.
    ບົນເສັ້ນທາງແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນ 3 ຊາດໃນອິນດູຈີນ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນຢູ່ຫວຽດນາມກອງທັບປະຊາຊົນຫວຽດນາມ ໄດ້ຕີເອົາຊະນະບັ້ນຮົບຊາຍແດນເດືອນ 6 ປີ 1950, ຢູ່ລາວກອງກຳລັງປະກອບອາວຸດ (ກອງທັບລາວອິດສະຫຼະ) ໄດ້ເຄື່ອນໄຫວຕີສັດຕູຢູ່ໃນທົ່ວປະເທດ, ໄດ້ເຮັດໃຫ້ກຳລັງການປະຕິວັດມີການຂະຫຍາຍຕົວທັງດ້ານຈໍານວນ ແລະ ຄຸນນະພາບ, ທ່າແຮງຂອງຂະບວນການຕໍ່ສູ້ກູ້ຊາດຢູ່ແຕ່ລະປະເທດໄດ້ມີການຜັນແປຢ່າງຕັ້ງຫນ້າ. ນັບແຕ່ວັນທີ 11 ເຖິງວັນທີ 19/02/1951 ກອງປະຊຸມໃຫຍ່ຜູ້ແທນຂອງພັກກອມມູນິດອິນດູຈີນໄດ້ຈັດຂຶ້ນຢູ່ຕາແສງປີງກວາງ, ເມືອງຈຽມຮວ່າ ແຂວງຕຽນກວາງ ສ.ສ ຫວຽດນາມ ເຊິ່ງມີຜູ້ແທນສົມບູນເຂົ້າຮ່ວມ 158 ສະຫາຍ ແລະ ຜູ້ແທນສຳຮອງ 35 ສະຫາຍ ທີ່ຕາງຫນ້າໃຫ້ສະມາຊິກພັກທົ່ວອິນດູຈີນ 760.000 ສະຫາຍຈາກອົງຄະນະພັກຫວຽດນາມອົງຄະນະພັກແຄວ້ນລາວ ແລະ ອົງຄະນະພັກກຳປູເຈັຽເຂົ້າຮ່ວມ, ຕາງຫນ້າຄະນະພັກແຄວ້ນລາວນໍາໂດຍ ສະຫາຍ ໄກສອນ ພົມວິຫານ ຕາງຫນ້າໃຫ້ສະມາຊິກພັກ, ຫົວຫນ້າຄະນະພັກແຄ້ວນລາວເປັນຫົວຫນ້າຄະນະ. ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ, ບົດລາຍງານກ່ຽວກັບການຈັດຕັ້ງ ແລະ ກົດລະບຽບຂອງພັກ, ກອງປະຊຸມໄດ້ຕົກລົງໃຫ້ຂະບວນການປະຕິວັດຂອງແຕ່ລະປະເທດສ້າງຕັ້ງພັກການເມືອງຂອງຕົນຂຶ້ນເພື່ອສືບຕໍ່ຈັດຕັ້ງນຳພາຂະບວນການປະຕິວັດຂອງປະເທດໃຜມັນ, ຢູ່ຫວຽດນາມໄດ້ຕັດສິນໃຈນຳພັກອອກເປີດເຜີຍ ແລະ ໃສ່ຊື່ວ່າ: ພັກແຮງງານຫວຽດນາມ, ສຳລັບຢູ່ລາວເຮົາບັນດາສະຫາຍສະມາຊິກພັກໄດ້ເຕົ້າໂຮມກັນ ແລະ ສ້າງຕັ້ງເປັນອົງການພັກຂຶ້ນເພື່ອເຕົ້າໂຮມກາລັງກະກຽມແກ່ການສ້າງຕັ້ງພັກການເມືອງຂອງຕົນເພື່ອສືບຕໍ່ພາລະກິດຂອງພັກກອມມູນິດອິນດູຈີນນຳພາປະຊາຊົນລາວທັງຊາດຕໍ່ສູ້ກູ້ເອກະລາດຕ້ານກັບຈັກກະພັດຝະລັ່ງຈົນໄດ້ຮັບໄຊຊະນະ.
*ໄລຍະ 1951–1954 ການປະຕິວັດລາວສືບຕໍ່ດໍາເນີນການຕໍ່ສູ້ກູ້ຊາດຕ້ານກັບຈັກກະພັດຝະລັ່ງ ແລະ ການແຊກແຊງຂອງຈັກກະພັດ ອາເມລິກາ, ກະກຽມເງື່ອນໄຂເພື່ອສ້າງຕັ້ງພັກການເມືອງຢູ່ລາວເຮົາ.
    ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ II ຂອງພັກຄອມມູນິດອິນດູຈີນກ່ຽວກັບວຽກງານກໍ່ສ້າງພັກທີ່ວ່າ: "ຍ້ອນເງື່ອນໄຂໃຫມ່ຂອງອິນດູຈີນ ແລະ ຂອງໂລກ, ຢູ່ຫວຽດນາມກໍ່ໃຫ້ຈັດຕັ້ງພັກການເມືອງປະຕິວັດທີ່ມີໂຄງການການເມືອງ ແລະ ກົດລະບຽບທີ່ສອດຄ່ອງກັບສະພາບຂອງຫວຽດນາມ; ຢູ່ລາວ ແລະ ກຳປູເຈ້ຍກໍ່ຈັດຕັ້ງພັກການເມືອງປະຕິວັດຂອງຕົນທີ່ສອດຄ່ອງກັບສະພາບການຂອງໃຜລາວ". ຢູ່ລາວເຮົາໃນເວລານັ້ນບັນດາສະຫາຍທີ່ເປັນສະມາຊິກພັກ ໄດ້ອີງໃສ່ລັດຖະບານຕໍ່ຕ້ານ ແລະ ແນວລາວອິດສະຫລະທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1950 ສືບຕໍ່ພາລະກິດຂອງພັກຄອມມູນິດອິນດູຈີນນຳພາຂະບວນປະຕິວັດຢູ່ລາວເຮົາ, ພ້ອມນັ້ນກໍ່ໄດ້ກະກຽມການສ້າງຕັ້ງພັກການເມືອງຂອງຕົນ, ຄະນະພັກແຄວ້ນລາວໄດ້ດຳເນີນການກວດກາສະມາຊິກພັກ, ໃນເວລານັ້ນທົ່ວຄະນະພັກແຄວ້ນລາວ ມີຈໍານວນສະມາຊິກພັກທັງຫມົດ 1.591 ສະຫາຍ, ສຳຮອງ 481 ສະຫາຍ, ເພື່ອຮັບໃຊ້ໃຫ້ແກ່ການສຶກສາອົບຮົມສະມາຊິກພັກ, ຕົ້ນປີ 1951 ຄະນະພັກແຄວ້ນລາວກໍ່ໄດ້ຕັ້ງໂຮງຮຽນທິດສະດີໃສ່ຊື່ວ່າ"ໂຮງຮຽນສາມັກຄີ" ເພື່ອກໍ່ສ້າງ ແລະ ບຳລຸງພະນັກງານຫລັກແຫ່ງໃຫ້ແກ່ກອງທັບ, ອໍານາດການປົກຄອງອົງການຈັດຕັ້ງມະຫາຊົນ, ໃຫ້ແກ່ພັກເອງຢູ່ສູນກາງ ແລະ ທ້ອງຖິ່ນ.
ຜ່ານການຈັດຕັ້ງຮໍ່ຮຽນການເມືອງ ແລະ ການທະຫານ ໄດ້ເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກ ແລະ ທະຫານໄດ້ມີການຂະຫຍາຍຕົວທາງດ້ານຈໍານວນ ແລະ ຄຸນນະພາບ ການຈັດຕັ້ງຮາກຖານພັກຄືນໃຫມ່ຢູ່ບາງບ່ອນເອີ້ນວ່າ: ຫນ່ວຍພັກຄອມມູນິດ ແລະ ບາງບ່ອນເອີ້ນວ່າຫນ່ວຍພັກລາວເອກະລາດ, ໃນເວລານັ້ນແຕ່ລະເມືອງ, ແຂວງໄດ້ຈັດຕັ້ງເປັນຄະນະ, ບາງບ່ອນເອີ້ນວ່າຄະນະຕິດຕໍ່, ບາງບ່ອນເອິ້ນວ່າຄະນະຊີ້ນາໍໆພາໂດຍທົ່ວໄປແລ້ວຄະນະພັກແຕ່ລະຂັ້ນໄດ້ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່.
    ເພື່ອເປັນການກະກຽມດຳເນີນກອງປະຊຸມໃຫຍ່ ແລະ ເພື່ອສ້າງຕັ້ງພັກຂອງຕົນນັ້ນ, ກໍ່ໄດ້ດຳເນີນການກວດກາຕີລາຄາຄຸນນະພາບ ແລະ ກັ່ນກອງສະມາຊິກພັກຢ່າງລະອຽດ ແລະ ເລິກເຊິ່ງ ຜ່ານຂະບວນການນັ້ນກໍ່ສາມາດກັ່ນກອງໄດ້ສະມາຊິກພັກຜູ້ທີ່ໄດ້ຕາມມາດຖານເງື່ອນໄຂຂອງສະມາຊິກພັກອັນແທ້ຈິງ ແລະ ເຫັນວ່າຈາໍນວນກໍ່ຫລຸດລົງຄື: ຈາກຕົວເລກກວດກາໄດ້ໃນປີ 1951 ນັ້ນມາໃນຕົ້ນ ປີ 1954 ໄດ້ດາໍເນີນການກວດກາເກັບກຳຂໍ້ມູນຈຳນວນສະມາຊິກ ໃນທົ່ວປະເທດມີຈໍານວນສະມາຊິກພັກ ແລະ ແກນສານຫລຸດລົງ ມາຍັງມີທັງຫມົດ 1.313 ສະຫາຍ, ເຖິງເດືອນ 7 ປີ 1954 ໄດ້ດໍາເນີນ ການກວດກາສະມາຊິກພັກຕື່ມອີກ ໂດຍກັ່ນກອງເອົາແຕ່ແກນສານຂອງພັກ ແລະ ແຍກເອົາສະມາຊິກພັກທີ່ບໍ່ຄົບມາດຖານເງື່ອນໄຂອອກ ຈາກພັກ, ຜ່ານການກວດກາຕົວຈິງໄດ້ມີສະມາຊິກພັກຍັງເຫຼືອ 300 ສະຫາຍ. ໂຮງຮຽນສາມັກຄີນັ້ນເປັນບ່ອນອົບຮົມກວດກາສະມາຊິກພັກ ເພື່ອກະກຽມດຳເນີນກອງປະຊຸມໃຫຍ່ທົ່ວປະເທດເລັ່ງໃສ່ ໃນການ ເລືອກເຟັ້ນກັ່ນກອງສະມາຊິກພັກ ແລະ ແກ່ນສານ, ຢູ່ສູນກາງໄດ້ ເປີດອົບຮົມ 3 ຊຸດເພື່ອເລືອກເຟັ້ນ ແລະ ກັ່ນກອງເອົາສະມາຊິກພັກ (ໜ້າ69)ຈາກຈໍານວນສະມາຊິກພັກ 300 ສະຫາຍ ທີ່ໄດ້ກວດກາປີ 1954 ໄດ້ມີ. ຜູ້ມີມາດຖານເງື່ອນໄຂມາຮຽນຢູ່ສູນກາງໄດ້ພຽງແຕ່ 103 ສະຫາຍ. ຕໍ່ມາກໍ່ໄດ້ຈັດຕັ້ງຮໍ່າຮຽນສຳຫລວດກວດກາ ແລະ ກັ່ນກອງຕື່ມອີກ ໄດ້ພຽງ 62 ສະຫາຍ, ຈາກນັ້ນສູນກາງໄດ້ມີຄຳສັງໃຫ້ແຕ່ລະແຂວງເປີດຊຸດອົບຮົມກວດກາສະມາຊິກພັກ, ເຂດໃຕ້ເປີດໄດ້ 1 ຊຸດ ມີ 9 ສະຫາຍເຂົ້າຮ່ວມ, ກັ່ນກອງໄດ້ 4 ສະຫາຍ, ຢູ່ວຽງຈັນ 1 ຊຸດ ມີ 16 ສະຫາຍ ເຂົ້າຮ່ວມກັ່ນກອງໄດ້ 2 ສະຫາຍ. ຫມາຍວ່ານັບທັງຢູ່ສູນກາງ ແລະ ທ້ອງຖິ່ນສາມາດກັ່ນກອງໄດ້ 68 ສະຫາຍ ແລະ ມີການຈັດຕັ້ງພັກມີ 11 ຫນ່ວຍພັກ, ໃນນີ້ຢູ່ສໍານັກ 6 ຫນ່ວຍ ແລະ ຢູກຳລັງປະກອບອາວຸດມີ 5 ຫນ່ວຍ, ຄະນະພັກແຂວງ ແລະ ເມືອງໃນເວລານັ້ນບໍ່ທັນໄດ້ສ້າງຕັ້ງ. ຈາກຈໍານວນ 68 ສະຫາຍ, ເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມ, ໃຫຍ່ມີ 27 ສະຫາຍ, ຜ່ານການກະກຽມ ແລະ ເຕົ້າໂຮມກໍາລັງປັບປຸງ ການຈັດຕັ້ງຂອງພັກໃນທົ່ວປະເທດ, ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ II ຂອງພັກຄອມມູນິດອິນດູຈີນພາຍຫລັງທີ່ໄດ້ມີການກະກຽມມາ,ບັນດານັກຄອມມູນິດລາວ, ເຫັນວ່າສະພາບແວດລ້ອມທີ່ເອື້ອອໍານວຍ, ພ້ອມນັ້ນກໍ່ເພື່ອຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການຂອງການປະຕິວັດລາວມາເຖິງເດືອນ 3 ປີ 1955 ຈຶ່ງໄດ້ມີການຮຽກໂຮມຜູ້ແທນທົ່ວປະເທດເພື່ອເປີດກອງປະຊຸມໃຫຍ່ສ້າງຕັ້ງພັກປະຕິວັດຂອງຕົນ.
I. ພັກປະຊາຊົນປະຕິວັດລາວເປັນຜູ້ຈັດຕັ້ງ ແລະ ນໍາພາການປະຕິວັດຊາດປະຊາທິປະໄຕ(1955-1975).
*ກອງປະຊຸມໃຫຍ່ຄັ້ງທີ I ຊຶ່ງເປັນກອງປະຊຸມສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ.
    ກອງປະຊຸມໃຫຍ່ຄັ້ງທີ I ຂອງພັກໄດ້ໄຂຂຶ້ນວັນທີ 22 ເດືອນ 3 ເຖິງວັນທີ 14/4/1955. ມີຜູ້ແທນເຂົ້າຮ່ວມຕົວຈິງ 20 ສະຫາຍ, ກອງປະຊຸມໃຫຍ່ໄດ້ຕົກລົງສ້າງຕັ້ງພັກການເມືອງຢູ່ລາວເອີ້ນວ່າ:"ພັກປະຊາຊົນລາວ" ກອງປະຊຸມໄດ້ຜ່ານໂຄງການການເມືອງ 12 ຂໍ້, ລາຍງານການຈັດຕັ້ງ ແລະ ກົດລະບຽບຂອງພັກ, ຕົກລົງຮັບຮອງທຸງຂອງພັກ, ກອງປະຊຸມໄດ້ດໍາເນີນການເລືອກຕັ້ງຄະນະນຳພາ ຊຶ່ງປະກອບດ້ວຍ 5 ສະຫາຍ: ສະຫາຍ ໄກສອນ ພົມວິຫານ, ສະຫາຍ ຫນູຮັກ ພູມສະຫວັນ; ສະຫາຍ ຄຳແສງ ສີວິໄລ; ສະຫາຍ ສີສະຫວາດ ແກ້ວ ບຸນພັນ ແລະ ສະຫາຍ ບຸນພົມ ມະຫາໄຊ.
ສະຫາຍ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ທັງເປັນເລຂາຄະນະພັກການທະຫານ ແລະ ກອງປະຊຸມໃຫຍ່ໄດ້ມອບສິດໃຫ້ຄະນະນພາບົງຕົວ ເອົາກຳມະການເຂົ້າຕື່ມພາຍຫຼັງກອງປະຊຸມໄດ້ສຳເລັດລົງ. ກົດລະບຽບພັກ ຊຶ່ງປະກອບມີ 6 ໂລແມງ ແລະ 9 ຂໍ້, ໃນຂໍ້ 5 ກົດລະບຽບ ຂອງພັກໄດ້ກຳນົດສາຍໄຍການຈັດຕັ້ງພັກຊຶ່ງປະກອບມີ:ຫນ່ວຍ, ອົງຄະນະພັກເມືອງ, ອົງຄະນະພັກເທດສະບານ, ອົງຄະນະພັກແຂວງ; ອົງຄະນະພັກເຂດ ແລະ ສູນກາງພັກ, ພ້ອມທັງກຳນົດຫນ້າທີ່ຂອງແຕ່ລະອົງຄະນະພັກ ເພື່ອສືບຕໍ່ປັບປຸງພາຍໃນພັກໃຫ້ມີຄວາມຫນັກແຫນ້ນ ຕາມທີ່ໄດ້ລະບຸໄວ້ໃນກົດລະບຽບພັກນັ້ນ, ວັນທີ 16/4/1955 ຄະນະນຳພາໄດ້ເປີດກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ, ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບແຜນການ ແລະ ໂຄງການດໍາເນີນງານຂອງຄະນະ, ກອງປະຊຸມໄດ້ພິຈາລະນາຄືນໃຫມ່ກ່ຽວກັບມາດຖານເງື່ອນໄຂ ແລະ ຫຼັກການພິທີການໃນການຕີລາຄາເລືອກເຟັ້ນ ແລະ ຂະຫຍາຍສະມາຊິກພັກ ແລະ ໄດ້ເປັນເອກະພາບກັນປັບປຸງຄືນໃຫມ່ຈາກ 12 ມາດຖານເງື່ອນໄຂໃນເມື່ອກ່ອນມາເປັນ 3 ມາດຖານ :
1.ຕ້ອງມີຊີວະປະຫວັດຈະແຈ້ງ.
2.ຕັ້ງຫນ້າຫ້າວຫັນເຮັດວຽກງານ ໄດ້ຜ່ານການຝຶກຝົນຫຼໍ່ຫຼອມ ສ່ຳໃດສ່ຳຫນຶ່ງໃນຂະບວນການຕໍ່ສູ້ປະຕິວັດ.
3.ຕ້ອງແມ່ນກຳເນີດໃນຊົນຊັ້ນອອກແຮງງານເປັນຕົ້ນຕໍພ້ອມກັນນັ້ນຕ້ອງເອົາໃຈໃສ່ບຸກຄົນນັກຮຽນຮູ້ປະຕິວັດນາຍທຶນນ້ອຍ, ນັກຮຽນ, ນອກຈາກນັ້ນຕ້ອງເອົາໃຈໃສ່ບຸກຄົນທີ່ຮັກຊາດ, ສັດຊື່ເດັດດ່ຽວ ແລະ ໄດ້ປະກອບສ່ວນໃນການຕໍ່ຕ້ານມາຫຼາຍປີ ແລະ ຢູ່ໃນຊັ້ນຄົນອື່ນໆ... ກອງປະຊຸມຍັງໄດ້ຕົກລົງຄັດເລືອກ ແລະ ປົ່ງຕົວກຳມະການ ຕື່ມ 3 ສະຫາຍຄື: ສະຫາຍ ສຸພານຸວົງ; ສະຫາຍ ພູມີ ວົງວິຈິດ ແລະ ສະຫາຍ ພູນສີປະເສີດ. ພາຍຫຼັງຄະນະນນຳພາໄດ້ຊີ້ນໍາ-ນໍາພາວຽກງານປັບປຸງບູລະນະການຈັດຕັ້ງ ແລະ ຂະຫຍາຍພັກ ຈຶ່ງໄດ້ເຮັດໃຫ້ກຳລັງປະຕິວັດມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງໄດ້ເຮັດໃຫ້ທ່າ, ຂອງການຕໍ່ຕ້ານກັບຈັກກະພັດອາເມລິກາຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂອງພວກເຂົາໄດ້ຮັບໄຊຊະນະເປັນກ້າວໆ. ການກຳເນີດເກີດຂຶ້ນ ຂອງພັກປະຊາຊົນໃນວັນທີ 22/3/1955 ແມ່ນບາດລ້ຽວສຳຄັນໃນ. ປະຫວັດສາດຂອງການປະຕິວັດລາວ, ພັກປະຊາຊົນລາວເປັນຜູ້ນໍາພາໂດຍກົງ ໃນຂະບວນການຕໍ່ສູ້ຕ້ານກັບຈັກກະພັດອາເມລິກາຜູ້ຮຸກຮານເພື່ອປົດປ່ອຍປະເທດຊາດ.
*ໄລຍະນັບແຕ່ (1956-1959) ກໍ່ສ້າງພັກທາງດ້ານການຈັດຕັ້ງ ແລະ ຂະຫຍາຍພັກເພື່ອຮັບໃຊ້ຫນ້າທີ່ເຂົ້າລວມລາວຄັ້ງທີ 1 ແລະ ການຫັນທິດຕໍ່ສູ້ດ້ວຍອາວຸດ.
    ພາຍຫຼັງໄຊຊະນະດຽນບຽນຟູຂອງກອງທັບປະຊາຊົນຫວຽດນາມອ້າຍນ້ອງ ໃນວັນທີ 07/05/1954 ເຖິງວັນທີ 20/07/1954 ໄດ້ມີການເຊັນສັນຍາເຊີແນວຢຸດຕິສົງຄາມຢູ່ອິນດູຈີນ, ປະຕິບັດຕາມສັນຍາເຊີແນວ, ກຳລັງປະຕິວັດຂື້ນໄປເຕົ້າໂຮມຢູ່ 2 ແຂວງ: ແຂວງຫົວພັນ ແລະ ແຂວງຜົ້ງສາລີ, ເມື່ອຈັກກະພັດຝະລັ່ງຖອນອອກຈາກ ອິນດູຈີນ ຈັກກະພັດອາເມລິກາໄດ້ກະໂດດເຂົ້າມາແທນ, ພວກເຂົາທຳລາຍສັນຍາເຊີແນວ, ເປີດສາກບຸກໂຈມຕີຂະຫນາດໃຫຍ່ບຽດຢຶດ 2 ແຂວງເຕົ້າໂຮມຫວັງດັບສູນກຳລັງປະຕິວັດ. ພ້ອມກັນນັ້ນ, ພວກເຂົາກໍ່ໄດ້ທຳການປາບປາມຜູ້ຮັກຊາດເປັນຕົ້ນແມ່ນທະຫານ, ພະນັກງານຂອງແນວລາວອິດສະຫຼະຢູ່ 10 ແຂວງ, ກອງທະຫານ ແລະ ຕຳຫຼວດຂອງລັດຖະບານຫຸ່ນກະຕ່າຍໄດ້ທຳການຈັບກຸມກັກຂັງທຸບຕີທໍລະມານ ແລະ ເຊັ່ນຂ້ານັກຮັກຊາດຢ່າງປ່າເຖືອນ, ມີພະນັກງານ, ສະມາຊິກພັກໄດ້ເສຍສະຫລະຊີວິດຢ່າງພິລະອາດຫານ ການຈັດຕັ້ງຮາກຖານພັກຖືກທຳລາຍ.
    ເພື່ອຮັບມືກັບສະພາບການໃຫມ່ຄະນະນຳພາຈຶ່ງໄດ້ຊີ້ນຳການປັບປຸງລະບົບການຈັດຕັ້ງຂອງພັກ, ປັບປຸງວຽກງານພະນັກງານທົ່ວປະເທດ, ໃນວັນທີ 25/3/1955 ຫ້ອງການພະນັກງານທົ່ວປະເທດກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. ພ້ອມນັ້ນກໍ່ໄດ້ມີການແບ່ງງານແບ່ງຄວາມຮັບຜິດຊອບໃນຄະນະນຳພາ. ສຳລັບວຽກງານກໍ່ສ້າງພັກ ແມ່ນສະຫາຍເລຂາທິການໃຫຍ່ ໄກສອນ ພົມວິຫານ ເປັນຜູ້ຮັບຜິດຊອບໂດຍກົງ, ສ່ວນວຽກງານພະນັກງານແມ່ນມອບໃຫ້ ສະຫາຍ ຄຳແສງ ສີວິໄລ ກຳມະການໃນຄະນະນຳພາເປັນຜູ້ຮັບຜິດຊອບ; ອັນເນື່ອງມາຈາກກຳລັງປະຕິວັດໄດ້ມີການຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ, ວັນທີ 19/9/1956 ຄະນະນຳພາໄດ້ມີ ແຜນການໃນການປັບປຸງກໍ່ສ້າງພັກຄືນໃຫມ່ ໂດຍຖືເອົາຕາແສງເປັນບ່ອນສ້າງຕັ້ງຫນ່ວຍພັກ, ພ້ອມນັ້ນກໍ່ຕ້ອງຂະຫຍາຍພັກໄປສູ່ບ້ານ ເທື່ອລະກ້າວດ້ວຍວິທີໂຮມເອົາສະມາຊິກຢູ່ 2 ຫຼື ຫຼາຍບ້ານຂ້າງຄຽງກັນຈັດຕັ້ງເປັນຫນ່ວຍພັກຫນຶ່ງ, ຖ້າຕາແສງໃດມີ 3 ຫນ່ວຍພັກຂຶ້ນໄປແມ່ນຈັດຕັ້ງເປັນຄະນະພັກຮາກຖານຂຶ້ນກັບຄະນະພັກເມືອງນຳພາໂດຍກົງ, ຢູ່ບັນດາຕົວເມືອງ, ຢູ່ສຳນັກງານຂອງເມືອງ, ແຂວງຈັດຕັ້ງເປັນຫນ່ວຍຫນຶ່ງ; ຢູ່ສູນກາງໃຫ້ຈັດຕັ້ງເປັນສະຫະຫນ່ວຍ, ຢູ່ກົມກອງທະຫານແມ່ນກອງຮ້ອຍເປັນບ່ອນຈັດຕັ້ງຫນ່ວຍພັກ, ພ້ອມນນ ຄະນະນຳພາກໍ່ໄດ້ກຳນົດລະບອບດາໍເນີນຊີວິດພັກ, ຫນ່ວຍພັກແມ່ນເດືອນລະເທື່ອຄະນະຫນ່ວຍ ແລະ ຈຸພັກ 10 ວັນເທື່ອຫນຶ່ງ. ຢູ່ສຳນັກງານແມ່ນ 7 ວັນ, ຢູ່ຊົນນະບົດແມ່ນ 15 ວັນ. ເນື້ອໃນຕົ້ນຕໍໃນ. ການຮ່ວມຊີວິດຫນ່ວຍພັກ, ສຳລັບ 10 ແຂວງຢູ່ພາຍໃຕ້ການຄວບຄຸມ ຂອງສັດຕູແມ່ນນໍາພາປະຊາຊົນຕໍ່ສູ້ກັບສັດຕູ ແລະ ອອກແຮງເພີ້ມພູນຜະລິດຜົນ, ສ່ວນຢູ່ 2 ແຂວງເຕົ້າໂຮມແມ່ນນຳພາອຳນາດການປົກຄອງ, ນໍາພາກອງຫຼອນ ແລະ ນໍາພາປະຊົນອອກແຮງເພີ່ມພູນຜະລິດຜົນ, ຫນ່ວຍພັກຢູ່ສຳນັກງານແມ່ນສຶກສາອົບຮົມການເມືອງນຳພາແນວຄິດສະມາຊິກພັກກໍ່ຄືພະນັກງານ, ພາລະກອນ, ໃນການປະຕິບັດຫນ້າທີ່ວິຊາສະເພາະຂອງສຳນັກງານ. ພ້ອມນັ້ນໄດ້ ມອບໃຫ້ຄະນະພັກທະຫານເປັນຜູ້ຕົກລົງເນື້ອໃນໃນການຮ່ວມຊີວິດ ຢູ່ຫນ່ວຍພັກຢູ່ໃນກໍາລັງປະກອບອາວຸດ, ການຂະຫຍາຍພັກເຫັນວ່າ ໄດ້ໄວສະເພາະໃນ 6 ເດືອນຕົ້ນປີ 1956 ຈຳນວນສະມາຊິກພັກເພີ່ມ ຂຶ້ນຈາກ 72 ສະຫາຍ ໃນທ້າຍປີ 1955 ຂຶ້ນມາເປັນ 235 ສະຫາຍ, ມີ ຫນ່ວຍພັກທັງຫມົດ 56 ຫນ່ວຍ, ໃນນີ້ມີ 18 ຫນ່ວຍຢູ່ຊົນນະບົດ; 16ຫນ່ວຍຢູ່ສຳນັກງານ, ກົມກອງທະຫານ 16 ຫນ່ວຍ, ໃນວັນທີ 9/11/ 1956 ຄະນະນຳພາໄດ້ມີມະຕິເພື່ອຮັບປະກັນໃນການຊີ້ນໍາ-ນຳພາ ຂອງພັກ ໂດຍສະເພາະແມ່ນຂັ້ນເມືອງຖ້າເມືອງໃດມີພະນັກງານທີ່ເປັນສະມາຊິກພັກສົມບູນ 3 ສະຫາຍຂຶ້ນໄປແມ່ນສ້າງຄະນະພັກ, ເມືອງຂຶ້ນ ໂດຍແມ່ນແຂວງເປັນຜູ້ອະນຸມັດ.. ໄປຄຽງຄູ່ກັບການປັບປຸງພັກແລ້ວ, ຄະນະນຳພາກໍ່ໄດ້ຊີ້ນໍາແນວລາວອິດສະຫຼະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ຂຶ້ນໃນວັນທີ 6/1/1956 ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີII ນີ້ແມ່ນບາດລ້ຽວສຳຄັນຂອງການປະຕິວັດລາວ, ເພາະມັນເປັນຈຸດຫມາຍແຫ່ງການປ່ຽນແປງທາງດ້ານການຈັດຕັ້ງຄັ້ງສຳຄັນ, ກອງປະຊຸມໄດ້ຕົກລົງຮັບຮອງເອົາໂຄງການການເມືອງ ແລະ ປ່ຽນຊື່ຈາກ ແນວລາວອິດສະຫຼະມາເປັນແນວລາວຮັກຊາດ, ເລືອກຕັ້ງຄະນະບໍລິຫານງານຄືນໃຫມ່ ເຊິ່ງປະກອບດ້ວຍ 47 ສະຫາຍ ແລະ ເລືອກຕັ້ງສະເດັດເຈົ້າ ສຸພານຸວົງ ເປັນປະທານສູນກາງແນວລາວຮັກຊາດ.     ພາຍຫລັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ສໍາເລັດລົງ ວັນທີ 6/3/1956 ຄະນະນໍາພາສູນກາງໄດ້ປະຊຸມ ເພື່ອສັງເກດຕີລາຄາ ສະພາບການ ແລະ ວາງແນວທາງ ເພື່ອສືບຕໍ່ນຳພາຂະບວນການ ປະຕິວັດລາວໃຫ້ໄດ້ຮັບໄຊຊະນະໃຫມ່ໃຫຍ່ກວ່າເກົ່າ, ກອງປະຊຸມໄດ້ຕົກລົງບົ່ງຕົວເພີ່ມຕື່ມ 2 ສະຫາຍກຳມະການໃນຄະນະນາໍພາຄື: ສະຫາຍ ສີສົມພອນ ລໍວັນໄຊ ແລະ ສະຫາຍ ທິດມ່ວນສາວຈັນທະລາ, ວຽກງານການຈັດຕັ້ງກໍ່ສ້າງພັກໃນເວລານີ້ແມ່ນຄະນະຊີ້ນສູນກາງໄດ້ອອກມະຕິໃນວັນທີ 29/11/1956 ໄດ້ຕີລາຄາການເຄື່ອນໄຫວຂອງການຈັດຕັ້ງພັກໃນເວລານັ້ນຄຸນນະພາບບໍ່ທັນສູງ, ແຕ່ຜ່ານການສຶກສາອົບຮົມບັນດາຫນ່ວຍພັກກໍໄດ້ມີການເຄື່ອນໄຫວ ໂດຍສະເພາະແມ່ນການຮ່ວມຊີວິດ, ສະມາຊິກພັກກໍ່ໄດ້ຕັ້ງຫນ້າຝຶກຝົນຫຼໍ່ຫຼອມຕົນເອງ ໄດ້ມີການປັບປຸງຫຼັກແຫຼ່ງຢູ່ໃນຂະບວນການມະຫາຊົນ, ແຕ່ກໍ່ຍັງມີບາງຫນ່ວຍການຮ່ວມຊີວິດພັກຕົວຈິງ, ການຕຳນິຕິ ຊົມຕົນເອງ ແລະ ຕິຊົມກັນກໍ່ຍັງອ່ອນ, ມີຫຼາຍຕາແສງເຖິງວ່າມີ ຫນ່ວຍພັກຫຼາຍແຕ່ຍັງບໍ່ທັນສາມາດສ້າງຕັ້ງຄະນະພັກຮາກຖານຂຶ້ນໄດ້, ຄະນະພັກເມືອງກໍ່ຍັງບໍ່ທັນໄດ້ຮັບການປັບປຸງດັ່ງນັ້ນ, ຈຶ່ງເຮັດໃຫ້ການຊີ້ນຳຂອງຄະນະພັກເມືອງບໍ່ທັນມີຄວາມສາມາດຊີ້ນຳລົງຮອດຫນ່ວຍພັກ.
    ພາຍຫລັງໄດ້ວາງແຜນນະໂຍບາຍສ້າງຄວາມຖືກຕ້ອງປອງດອງຊາດແລ້ວ, ຄະນະນຳພາໄດ້ຕັ້ງຫນ້າປັບປຸງພັກໃຫ້ມີກຳລັງແຮງ ເພື່ອນໍາພາການຕໍ່ສູ້ຖືກກົດຫມາຍສົມທົບກັບຕໍ່ສູ້ປິດລັບ, ຕໍ່ສູ້ພາຍໃນສະເດັດເຈົ້າ ສຸພານຸວົງ ພ້ອມດ້ວຍຄະນະກຳມະການສູນກາງແນວລາວອິດສະຫລະຢ້ຽມຢາມໂອ້ລົມກັບທະຫານ ແລະ ປະຊາຊົນ ພາຍຫລັງຊາເຫນືອໄດ້ຮັບການປົດປ່ອຍ ປີ 1953 ລັດຖະບານປະສົມ ໂດຍປະສານການຕໍ່ສູ້ຂອງປະຊາຊົນຢູ່ຕົວເມືອງ ແລະ ປະຊາຊົນຢູ່ຊົນນະບົດເພື່ອຍູ້ແຮງຂະບວນການປະຕິວັດລາວດ້າວຂຶ້ນ, ສະນັ້ນຕົ້ນປີ 1957 ຄະນະນຳພາ ຈຶງປະຊຸມຕົກລົງບົງຕົວເພີ່ມຕື່ມກຳມະການເຂົ້າ ໃນຄະນະນຳພາ1.ສະຫາຍຄື:ສະຫາຍ ຄຳໄຕ ສີພັນດອນ. ວຽກງານຈັດຕັ້ງກໍ່ສ້າງພັກແມ່ນສູນກາງໃຫ້ຢຸດ. ເຊົາບໍ່ໄດ້ຮ່ວມຊີວິດຫນ່ວຍພັກ, ບໍ່ຂະຫຍາຍພັກ, ຮ່ວມລາວຄັ້ງທຳອິດປະຕິບັດຕາມທິດທີ່ວ່າ: "ຫນ້າທີ່ຕົ້ນຕໍໃນປະຈຸບັນນີ້ແມ່ນສຸມທຸກກາລັງເຂົ້າໃສ່ການຕໍ່ສູ້ປະຕິບັດ ບັນດາສັນຍາທີ່ໄດ້ເຊັນກັນ, ເພື່ອປັບປຸງ ແລະ ເສີມຂະຫຍາຍໄຊຊະນະທີ່ຍາດມາໄດ້ຫັນທິດໃນ ການຕໍ່ສູ້ຈາກການຕໍ່ສູ້ດ້ານການເມືອງ, ສົມທົບກັບການຕໍ່ສູ້ດ້ານການທະຫານປົກປັກຮັກສາ 2 ແຂວງເຕົ້າໂຮມ, ມາເປັນການຕໍ່ສູ້ຢ່າງເປີດເຜີຍ; ຖືກກົດຫມາຍໃນທົ່ວປະເທດສົມທົບກັບການຕໍ່ສູ້ດ້ານການເມືອງຂອງມະຫາຊົນກັບການຕໍ່ສູ້ໃນສະພາ ແລະ ຕໍ່ສູ້ທາງກົດຫມາຍບັງຄັບໃຫ້ຝ່າຍລາຊະອານາຈັກລາວຕ້ອງປະຕິບັດສັນຍາທີ່ທັງ 2 ຝ່າຍໄດ້ເຊັນກັນຢ່າງຖືກຕ້ອງ. ໂດຍປະຕິບັດຕາມສັນຍາທີ່ທັງ 2 ຝ່າຍໄດ້ເຊັ່ນກັນ, ເດືອນ 3 ປີ 1958 ສູນກາງພັກໄດ້ປະຊຸມເພື່ອຕີລາຄາສະພາບການອາດຈະມີການຜັນແປໄປນັບທັງແງ່ບວກ ແລະ ແງ່ລົບ, ເພາະສະນັ້ນ, ສູນກາງຈຶ່ງຕົກລົງແບ່ງກາໍລັງປະຕິວັດອອກເປັນ 2 ພາກສ່ວນ, ຜ່ານການກັ່ນກອງເລືອກເຟັ້ນເອົາພະນັກງານ ແລະ ນັກຮົບຂອງພວກເຮົາພາກສ່ວນຫນຶ່ງເຂົ້າຮ່ວມປະສົມກັບລັດຖະບານລາຊະອານາຈັກລາວ ແລະ ກອງທັບແຫ່ງຊາດ ເພື່ອອອກເຄື່ອນໄຫວຢ່າງເປີດເຜີຍຖືກຕ້ອງຕາມກົດຫມາຍ".
    ພາກສ່ວນທີ2 ພາຍຫຼັງໄດ້ຮັບການສຶກສາອົບຮົມການເມືອງແນວຄິດຢ່າງເລິກເຊິ່ງແລ້ວແມ່ນກັບຄືນທ້ອງຖິ່ນ, ເປັນກອງຫນູນທັງເປັນການຕໍ່ສູ້ປິດລັບປັບປຸງກໍ່ສ້າງປົກປັກຮັກສາການຈັດຕັ້ງຢູ່ຮາກຖານ ແລະ ພື້ນຖານການປະຕິວັດສືບຕໍ່ນຳພາປະຊາຊົນຕໍ່ສູ້. ພະນັກງານ, ນັກຮົບໃນເວລານັ້ນລ້ວນແຕ່ເຂົ້າໃຈດີວ່າຕົນເອງໃນຖານະອັນໃດ. ໃນສະພາບແວດລ້ອມຄືແນວໃດກໍ່ຕາມ, ຕ້ອງເປັນກາໍລັງຫນູນໃຫ້ແກ່ຂະບວນການຕໍ່ສູ້ເປັນແກ່ນສານນາໍພາມະຫາຊົນຕໍ່ສູ້,ໄຊຊະນະຂອງການປ່ອນບັດເລືອກຕັ້ງເພີ່ມເຕີມ ແລະ ການສ້າງຕັ້ງລັດຖະບານປະສົມແຫ່ງຊາດໄດ້ເຮັດໃຫ້ຈັກກະພັດອາເມລິກາ ແລະ ອິດທິກຳລັງປະຕິການຢ້ານກົວ, ພວກເຂົາຊອກທຸກວິທີເພື່ອທຳລາຍມ້າງຄຸກທີ່ລັດຖະບານ ຜຸຍຊະນະນີກອນ ຄຸມຂັງບັນດາຜູ້ນຳຂອງພັກ, ຂອງແນວລາວຮັກຊາດ ຢູ່ທີ່ໂພນເຄັງ ປີ 1959-1960 79 ເພລັດຖະບານປະສົມ ແລະ ດັບສູນກາໍລັງແນວລາວຮັກຊາດ. ເດືອນ 8 ປີ 1958 ຈັກກະພັດອາເມລິກາ ແລະ ພວກປະຕິການໄດ້ສ້າງວ້. ລັດຖະບານໃຫມ່ຂຶ້ນ ໂດຍແມ່ນ ຜຸຍ ຊະນະນິກອນ ເປັນນາຍົກລັດ ຖະມົນຕີແທນລັດຖະບານປະສົມປັດເຂັ່ຽກຳລັງແນວລາວຮັກຊາດ. ອອກຈາກລັດຖະບານວັນທີ 11/2/1959 ລັດຖະບານດັ່ງກ່າວໄວ້ ປະກາດລົບລ້າງສັນຍາເຊີແນວປີ 1954 ກ່ຽວກັບລາວ, ວັນທີ 11/5/1959 ພວກເຂົາໄດ້ສັ່ງປົດອາວຸດກອງພັນທີ 2 ຂອງຝ່າຍປະເທດລາວຢູ່ທົ່ງໄຫຫີນ (ແຂວງຊຽງຂວາງ) ວັນທີ 12/5/1959 ລັດ ຖະບານຫຸ່ນວຽງຈັນໄດ້ສັ່ງຕຫຼວດ ແລະ ສາລະວັດທະຫານປິດລ້ອມ, ເຮືອນຂອງຜູ້ນຳແນວລາວຮັກຊາດ, ວັນທີ 27/7/1959 ພວກເຂົາ. ໄດ້ຈັບກຸມຄຸມຂັງຜູ້ນຳຂອງຝ່າຍປະເທດລາວໃນຈໍານວນ 10 ທ່ານ. ວັນທີ 11/8/1959 ລັດຖະບານຫຸ່ນວຽງຈັນໄດ້ປະກາດພາວະສຸກເສີນຢູ່ 5 ແຂວງພາກເຫນືອຂອງລາວ ແລະ ອອກຄາໍສັ່ງກວາດລ້າງກຳລັງປະຕິວັດ. ຫມາຍວ່າລັດຖະບານຫຸ່ນວຽງຈັນໄດ້ດຳເນີນສົງຄາມ, ດ້ວຍກຳລັງອາວຸດ ເພື່ອກວາດລ້າງ ແລະ ດັບສູນກຳລັງປະຕິວັດ, ສະເພາະ 6 ເດືອນ ປີ 1959 ລັດຖະບານຜຸຍຊະນະນິກອນໄດ້ຈັບກຸມ ຄຸມຂັງສະມາຊິກພັກ ແລະ ພະນັກງານປະຕິວັດຈຳນວນ 150 ກວ່າ, ຄົນ ແລະ ຖືກປະຫານຊີວິດ 30 ກວ່າຄົນ, ຕໍ່ຫນ້າສະພາບການທີ່ຫຍຸ້ງຍາກສ່ຽງເປັນສ່ຽງຕາຍນັ້ນ, ວັນທີ 3/6/1959 ສູນກາງພັກໄດ້ອອກມະຕິຄັ້ງທີ 1 ເພື່ອກຳນົດຫນ້າທີ່ສະເພາະຫນ້າຂອງການປະຕິວັດລາວ: "ສາມັກຄີຢ່າງກ້ວາງຂວາງທົ່ວທຸກກຳລັງທີ່ຮັກຊາດ ແລະ ສັນຕິພາບ, ໃຊ້ຮູບການຕໍ່ສູ້ດ້ວຍກາໍລັງອາວຸດເປັນຕົ້ນຕໍສົມທົບກັບບັນດາຮູບການຕໍ່ສູ້ອື່ນໆຕ້ານການແຊກຊຶມຂອງຈັກກະພັດອາເມລິກາ, ຕ້ານນະໂຍບາຍຝົນຊາດທຳລາຍ ປະຊາຊົນຂອງລັດຖະບານຜຸຍຊະນະນິກອນ, ທວງໃຫ້ປະຕິບັດສັນຍາເຊີແນວ ແລະ ບັນດາສັນຍາທີ່ໄດ້ເຊັນກັນລະຫວ່າງເຈົ້າຊີວິດກັບບັນດາກຳລັງປະເທດລາວ, ກໍ່ສ້າງປະເທດລາວສັນຕິພາບເປັນກາງເອກະລາດ, ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ. ພ້ອມນັ້ນ, ມະຕິຍັງໄດ້ຕີລາຄາເຖິງທາດແທ້ ແລະ ກົນອຸບາຍຂອງພວກຈັກະພັດອາເມລິກາ: ມະຕິໄດ້ຂຽນວ່າ: "ກົນອຸບາຍ ອັນບໍ່ປ່ຽນແປງຂອງຈັກກະພັດອາເມລິກາ ແມ່ນເພີ່ມທະວີແຊກແຊງທາງດ້ານເສດຖະກິດ ແລະ ການທະຫານຢູ່ລາວ, ເພື່ອໄປເຖິງບ່ອນເຮັດໃຫ້ປະເທດລາວກາຍເປັນສະມາຊິກ ປະເທດຫນຶ່ງຂອງກຸ່ມຮຸກຮານອາຊີອາຄະເນ, ເປັນຖານທັບການທະຫານ ແລະ ເປັນຫົວເມືອງຂຶ້ນແບບໃຫມ່ຂອງອາເມລິກາພວກ ມັນໄດ້ປະຕິບັດການໂຈມຕີດ້ວຍກາໍລັງຮຸນແຮງຕໍ່ປະເທດລາວ, ກໍ່ສົງຄາມກາງເມືອງເຮັດໃຫ້ຊີວິດການເມືອງຢູ່ພາຍໃນປະເທດເຮົາເສັຍຄວາມສາມາດຂະຫຍາຍສັນຕິພາບ", ເພື່ອຮັບມືກັບສະພາບ, ການດັ່ງກ່າວນັ້ນສູນກາງພັກໄດ້ວາງແນວທາງຫັນທິດໃນການຕໍ່ສູ້ ຈາກການຕໍ່ສູ້ທາງດ້ານການເມືອງຖືກຕ້ອງຕາມກົດຫມາຍຫັນມາຕໍ່ສູ້ ດ້ວຍກາໍລັງອາວຸດເປັນຕົ້ນຕໍ, ມະຕິໄດ້ຂຽນວ່າ: "ສາມັກຄີຢ່າງກວ້າງຂວາງຫມົດທຸກກຳລັງທີ່ຮັກຊາດ ແລະ ຮັກສັນຕິພາບ, ໃຊ້ຮູບການຕໍ່ສູ້ດ້ວຍກຳລັງອາວຸດເປັນຕົ້ນຕໍ, ສົມທົບກັບຮູບການຕໍ່ສູ້ອື່ນໆຕ້ານ.
    ບັນດາສະຫາຍກໍາມະການສູນກາງພັກສະໄຫມທີ I ທີ່ມີຫນ້າເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ II, ປີ 1972 ການແຊກຊຶມຂອງຈັກກະພັດອາເມລິກາ". ເພື່ອເປັນການເຕົ້າໂຮມກຳລັງ ແລະ ຟື້ນຟູດ້ານການຈັດຕັ້ງພັກທີ່ຖືກສັດຕູທຳລາຍ, ມະຕິໄດ້ກຳນົດຫນ້າທີ່ສະເພາະຫນ້າຈຳນວນຫນຶ່ງຄື:ຕ້ອງເປັນເອກະພາບໃນ ດ້ານຄວາມຮູ້ກ່ຽວກັບສະພາບ ແລະ ຫນ້າທີ່ທົ່ວພັກ, ບົນພື້ນຖານດັ່ງກ່າວ, ເປີດກວ້າງການໂຄສະນາອົບຮົມໃຫ້ປະຊາຊົນ; ປະຕິບັດ ການຫັນທິດຢ່າງແຂງແຮງເຂົ້າວຽກງານປິດລັບຟື້ນຟູ ແລະ ປັບປຸງຮາກຖານມະຫາຊົນ; ຕັ້ງຫນ້າກຽມພ້ອມຕໍ່ສູ້ດ້ວຍກຳລັງອາວຸດ; ຕັ້ງຫນ້າກໍ່ສ້າງທີ່ຫມັ້ນໃຫ້ເປັນແປ້ນຢັນຂະຫຍາຍຂະບວນການ, ເປັນບ່ອນຕັ້ງການນາໍພາ;ເພີ່ມທະວີວຽກງານແນວໂຮມ; ຕໍ່ສູ້ເປີດເຜີຍຖືກກົດຫມາຍ ສົມທົບກັບການຕໍ່ສູ້ຕ່າງປະເທດ, ເສີມຂະຫຍາຍຄວາມສາມັກຄີຮ່ວມມືກັບບັນດາປະເທດອ້າຍນ້ອງ; ບາລຸງພະນັກງານເກົ່າ, ກໍ່ສ້າງພະນັກງານເພື່ອຮອງຮັບກັບຫນ້າທີ່ການເມືອງໄລຍະໃຫມ່.
    ເພື່ອຮັບປະກັນໃຫ້ແກ່ການປະຕິບັດຫນ້າທີ່ລວມ ແລະ ວຽກງານໃນແຕ່ລະດ້ານຂອງການປະຕິວັດ ໃນໄລຍະນີ້ ວຽກງານປັບປຸງ ພັກໄດ້ກາຍເປັນວຽກງານຮີບດ່ວນ, ຟື້ນຟູການຈັດຕັ້ງພັກ ໃຫ້ ມີ ຄວາມສາມາດນຳພາຂະບວນການເຄື່ອນໄຫວປະຕິວັດຂອງມະຫາຊົນໃນການປັບປຸງຟື້ນຟູການຈັດຕັ້ງພັກຄືນໃຫມ່ນີ້ກ່ອນອື່ນຕ້ອງສຸມ. ໃສ່ແກ້ໄຂບັນຫາດັ່ງນີ້:ທິດທາງໃນການກໍ່ສ້າງພັກແມ່ນຖືເອົາການປັບປຸງເປັນຕົ້ນຕໍ່ໂດຍສະເພາະແມ່ນປັບປຸງຄະນະພັກແຕ່ລະຂັ້ນ, ປັບປຸງຊັບຊ້ອນການຈັດຕັ້ງພັກໃຫ້ກະທັດຮັດ, ເບົາບາງເຫມາະກັບສະພາບການໃຫມ່.
- ການປັບປຸງຄະນະພັກ ເລັ່ງໃສ່ແຕ່ເທິງລົງລຸ່ມ, ປັບປຸງຮາກຖານຂອງພັກເລັ່ງໃສ່ບໍລິເວນທີ່ກະວ່າຈະເລືອກເປັນທີ່ຫມັ້ນ ແລະ ແຖບທາງ, ສາຍທາງຄົມມະນາຄົມກ່ອນ, ບ່ອນໃດບໍ່ທັນມີຫນ່ວຍພັກ ແມ່ນຈັດຕັ້ງແກ່ນສານປິດລັບເປັນຫຼັກແຫຼ່ງໃນບັນດາອົງການຈັດຕັ້ງມະຫາຊົນ,
- ເອົາໃຈໃສ່ປັບປຸງລະບົບຕິດຕໍ່ສື່ສານ ແລະ ສາຍທາງປິດລັບເພື່ອຮັບປະກັນການຕິດຕໍ່ລະຫວ່າງຂັ້ນເທິງກັບຂັ້ນລຸ່ມ, ລະຫວ່າງທ້ອງຖິ່ນໃຫ້ທະລຸໂລ່ງ ແລະ ວ່ອງໄວ.
- ປັບປຸງການຊີ້ນຳຂອງພັກ, ເພີ້ມທະວີອົງການຊ່ວຍວຽກ, ເພື່ອເປັນຫຼັກແຫຼ່ງໃຫ້ເພີ້ມທະວີຄວາມສາມັກຄີພາຍໃນແນວໂຮມເພື່ອເປັນຫ້າແກ່ຄວາມສາມັກຄີທົ່ວປວງຊົນ.
- ປະຕິບັດຕາມມະຕິກອງປະຊຸມສູນກາງດັ່ງກ່າວສູນກາງພັກ ໄດ້ຊີ້ນໍາ-ນໍາພາປະຊາຊົນລຸກຂຶ້ນຕໍ່ຕ້ານກັບການແຊກແຊງຂອງຈັກກະພັດອາເມລິກາ ແລະ ຕ້ານກັບນະໂຍບາຍຝົນຊາດທຳລາຍປະຊົນຂອງລັດຖະບານ ຜຸຍ ຊະນະນິກອນ.
    ສູນກາງພັກໄດ້ຮຽກກອງປະຊຸມ ແລະ ອອກມະຕິຄັ້ງທີ 2 ເພື່ອຕີລາຄາສະພາບການພາຍຫຼັງກອງພັນທີ 2 ຂອງພວກເຮົາໄດ້ຜ່າວົງປິດລ້ອມຂອງສັດຕູຢູ່ທົ່ງໄຫຫີນອອກມາສູ່ເຂດທີ່ຫມັ້ນຢ່າງປອດໄພ, ມະຕິໄດ້ຕີລາຄາສະພາບການປະຕິວັດ; ຂະບວນການເຄື່ອນໄຫວຂອງປະຊາຊົນຟົດເດືອດໄດ້ຂະຫຍາຍຕົວ. ຢ່າງແຂງແຮງ, ໄວທີ່ສຸດ ແລະ ມີຈຸດດີຫຼາຍປະການ" ກຳລັງປະກອບອາວຸດ ແລະ ສົງຄາມກອງຫຼອນໄດ້ມີການຂະຫຍາຍຕົວຢ່າງແຂງແຮງ ແລະ ກວ້າງຂວາງ; ຮາກຖານການຈັດຕັ້ງຂອງພັກຢູ່ບາງແຂວງໄດ້ຮັບການຟື້ນຟູ ແລະ ປັບປຸງເຮັດໃຫ້ສາຍການນໍາພາຂອງພັກໄດ້ທະລຸລົ່ງລະຫວ່າງຂັ້ນເທິງກັບຂັ້ນລຸ່ມ. ມະຕິໄດ້ວາງຫນ້າທີ່ວຽກງານຈຳນວນຫນຶ່ງເພື່ອສືບຕໍ່ນໍາພາຂະບວນການປະຕິວັດ; ສືບຕໍ່ປຸກລຸກປະຊາຊົນ ຟື້ນຟູ ແລະ ປັບປຸງຮາກຖານ; ຂະຫຍາຍສົງຄາມກອງຫຼອນຢ່າງແຂງແຮງຕັ້ງຫນ້າຂະຫຍາຍກຳລັງປະກອບອາວຸດ ແລະ ເຄິ່ງປະກອບອາວຸດ ເພື່ອບັນທອນທາໍລາຍກາໍລັງຂອງສັດຕູ, ປົກປັກຮັກສາເຂດທີ່ຫມັ້ນ. ເອົາໃຈໃສ່ກໍ່ສ້າງກອງທະຫານໃຫ້ກາຍເປັນກອງ 3 ເກັ່ງຄື:ຂົນຂວາຍການເມືອງເກັ່ງ, ສູ້ຮົບເກັ່ງ, ເພີ່ມພູນເກັ່ງ; ຂະຫຍາຍກຳລັງປະຕິວັດລົງສູ່ທົ່ງພຽງ, ເຂົ້າຕົວເມືອງ ແລະ ບໍລິເວນ ທີ່ສຳຄັນເລືອກເອົາພະນັກງານທີ່ດີແລ້ວຈັດຕັ້ງຫນ່ວຍພະນັກງານ, ປິດລັບ, ລົງກໍ່ສ້າງຮາກຖານ, ຈັດຕັ້ງຫນ່ວຍປະກອບອາວຸດເຮັດວຽກ, ປິດລັບຢັ່ງເລິກເຂົ້າໄປແນວຫຼັງຂອງສັດຕູ, ຈັດຕັ້ງຫນ່ວຍໂຄສະນາ85ປະກອບອາວຸດ, ຄະນະພັກແຂວງ ແລະ ຄະນະພັກເມືອງຕ້ອງມີກາ. ແບ່ງຫນ້າທີ່ຮັບຜິດຊອບຢ່າງຈະແຈ້ງ.
    ກ່ຽວກັບຫນ້າທີ່ຂອງວຽກງານກໍ່ສ້າງພັກໃນເວລານີ້ມະຕິຂອງພັກໄດ້ຢືນຢັນ "ຕ້ອງຮັບຮູ້ຢ່າງຂາດຕົວວ່າ ພັກເຮົາຕ້ອງນຳພາວຽກງານທຸກດ້ານ, ຕ້ອງເຮັດແນວນີ້ຈຶ່ງຈະຮັບປະກັນໄຊຊະນະໄດ້, ນໍ້າ ນັ້ນພັກຕ້ອງໄດ້ຮັບການປັບປຸງ, ການນຳຕ້ອງໄດ້ບໍ່ເພັນ".
    ຈາກທິດທາງລວມຂອງພັກໄດ້ສຸມໃສ່ແກ້ໄຂບັນຫາຕ່າງໆເຊັ່ນ:ວຽກງານພະນັກງານສືບຕໍ່ການສຶກສາອົບຮົມພະນັກງານໃຫ້ເຊື່ອມຊຶມທິດທາງຕໍ່ສູ້, ໂຄສະນາປະກອບອາວຸດ. ປຸກລະດົມປະຊາຊົນດຳເນີນສົງຄາມກອງຫຼອນ, ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານ, ຄືພະນັກງານກຳລັງປະກອບອາວຸດ, ພະນັກງານການເມືອງຈາກຂະບວນການຕໍ່ສູ້ ແລະ ເປີດຊຸດອົບຮົມຢູ່ສູນກາງ ແລະ ທ້ອງຖິ່ນ.
    ວຽກງານການຂະຫຍາຍພັກ ແມ່ນປັບປຸງໄປຄຽງຄູ່ກັບການຂະຫຍາຍ, ການຂະຫຍາຍຕ້ອງເອົາໃຈໃສ່ຄວາມສາມາດຕົວຈິງ ໃນນີ້ແມ່ນເອົາໃຈໃສ່ໃນການປັບປຸງເປັນພື້ນຖານ, ບ່ອນໃດມີຫນ່ວຍພັກ ທີ່ໄດ້ຮັບການປັບປຸງແລ້ວແມ່ນໃຫ້ສືບຕໍ່ຂະຫຍາຍ ໂດຍສະເພາະແມ່ນ. ຢູ່ເຂດທີ່ຫມັ້ນ, ເຂດກອງຫຼອນ, ບໍລິເວນຮາກຖານເກົ່າ ແລະ ຢູ່ໃນກົມ, ກອງທະຫານ. ບ່ອນໃດບໍ່ທັນມີການຈັດຕັ້ງພັກ ຫຼື ສະມາຊິກພັກແມ່ນ. ພະນັກງານຕ້ອງຮັບຜິດຊອບໂຄສະນາກໍ່ສ້າງ ແລະ ຂະຫຍາຍພັກ. ໃນກອງປະຊຸມຄັ້ງນີ້ຍັງໄດ້ມີການກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນ.86ທົ່ວປະເທດໃນທ້າຍປີ 1960 ເພື່ອວາງບັນທັດຖານຂອງການປະຕິວັດລາວດັດແປງກົດລະບຽບ ແລະ ເລືອກຕັ້ງຄະນະກໍາມະການສູນກາງຊຸດໃຫມ່.
+ທິດນຳໃນການປັບປຸງການຈັດຕັ້ງພັກ ໂດຍສະເພາະແມ່ນ ການປັບປຸງຄະນະພັກແຕ່ລະຂັ້ນແມ່ນ:
- ຫຼັກການ ແມ່ນກະທັດລັດ, ເບົາບາງ ເອົາໃຈໃສ່ທາດແທ້ຫຼາຍ ກວ່າຈໍານວນ, ຈັດຕັ້ງອົງການດຽວ ໂດຍພັກເປັນຫຼັກແຫຼ່ງເພື່ອນຳພາທຸກດ້ານ.
- ຢູ່ຂັ້ນເມືອງຕ້ອງມີພະນັກງານຊ່ວຍວຽກຕິດຕາມແຕ່ລະດ້ານ.
-ຢູ່ຂັ້ນແຂວງຕ້ອງມີສຳນັກງານຊ່ວຍວຽກຕ້ອງກະທັດລັດທີ່ສຸດ, ຊ່ວຍການທະຫານ, ການເມືອງ, ເສດຖະກິດ ແລະ ກໍ່ສ້າງພັກ.
- ບຳເພັນຄະນະສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນຂັ້ນ. ແຂວງ, ສະນັ້ນຕ້ອງເລືອກເຟັ້ນພະນັກງານຜູ້ຈົບດີບຳເພັນຄະນະພັກ, - ຂະຫຍາຍ ແລະ ຊຸກຍູ້ຄວາມສາມາດຂອງທ້ອງຖິ່ນ, ບໍ່ລວບລວມຂຶ້ນສູນກາງຫຼາຍ, ສູນກາງມີພຽງແຕ່ທຳການນຳພາດ້ານທິດທາງ, ແນວທາງນະໂຍບາຍເທົ່ານັ້ນ.
- ດຳເນີນລະບອບລາຍງານ, ຂໍຄວາມເຫັນກ່ຽວກັບແນວທາງ ນະໂຍບາຍ, ທິດທາງ ສ່ວນວຽກລະອຽດແມ່ນທ້ອງຖິ່ນເຮັດເອົາເອງ ແລ້ວລາຍງານຂຶ້ນ.
ວັນທີ 17/10/1959 ສູນກາງພັກໄດ້ອອກມະຕິຄັ້ງທີ່ 3, ໃນມະ87ສະຫາຍ ໄກສອນ ພົມວິຫານ ພົບກັບປະທານ ໂຮ່ຈິມິນ ທີ່ຮ່າໂນ້ຍ(ພາບຊຸມປີ 1960) ຕິນີ້ໄດ້ກາໍນົດເຖິງຈຸດຫມາຍຍາວນານຂອງການປະຕິວັດລາວຄື:ລັດທິຄົມນິຍົມ ແລະ ສັງຄົມຄອມມຸນິດ. ແມ່ນອຸດົມຄະຕິຂອງພັກເຮົາ: ຈຸດຫມາຍສະເພາະຫນ້າແມ່ນສັນຕິພາບເປັນກາງເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ.
*ໄລຍະ(1960-1964) ວຽກງານກໍ່ສ້າງພັກແມ່ນຟື້ນຟຮາກຖານ,ຕັ້ງຫນ້າຂະຫຍາຍສະມາຊິກພັກ ແລະຟື້ນຟສາຍໄຍນາພາທຸກຂັ້ນ.
ເດືອນ 6 ປີ 1960 ສູນກາງພັກໄດ້ປະຊຸມເພື່ອຕີລາຄາ88 ການຈັດຕັ້ງປະຕິບັດຕາມມະຕິຄັ້ງທີ 2 ແລະ 3 ຂອງສູນກາງພັກ, ພວກເຮົາສາມາດຕີຖອຍກົນອຸບາຍຂອງສັດຕູປົກປັກຮັກສາກຳລັງ, ຮັກສາພື້ນຖານການປະຕິວັດທັງໄດ້ຟື້ນຟູການເຄື່ອນໄຫວຂອງຄະນະພັກຂັ້ນຕ່າງໆ, ຂະຫຍາຍກາໍລັງປະກອບອາວຸດ ແລະ ເຄິ່ງປະກອບອາວຸດ, ດຳເນີນການຕໍ່ສູ້ດ້ວຍກໍາລັງອາວຸດໃນທົ່ວປະເທດ. ຕ້ານຈັກກະພັດອາເມລິກາ ແລະ ລູກມື, ໄດ້ມີການປະສານສົມທົບກັບການຕໍ່ສູ້ການເມືອງຢູ່ນະຄອນຫຼວງວຽງຈັນຂອງຂ້າລາຊະການ, ນັກຮຽນຮູ້, ທະຫານ, ຕໍາຫຼວດ, ກໍ່ຄືພະສົງສາມະເນນແມ່ນແຂງແຮງພໍສົມຄວນ, ກາງຄືນຂອງວັນທີ 23/5/1960 ປະຕິບັດຕາມການຊີ້ນຳຂອງສູນກາງພັກ, ຄະນະພັກເຂດວຽງຈັນໄດ້ນາໍພາພະນັກງານທີ່ເຄື່ອນໄຫວປິດລັບ ແລະ ຮາກຖານປະຊາຊົນ ແລະ ອ້າຍນ້ອງສາລະວັດທະຫານຝ່າຍ. ລາຊະອານາຈັກລາວທີ່ຮັກຊາດໄດ້ນຳເອົາບັນດາສະຫາຍການນຳຂອງຝ່າຍປະເທດລາວອອກຈາກຄຸກໂພນເຄັງໄດ້ຢ່າງປອດໄພ. ກັບຄັນຖານທີ່ຫມັ້ນຂອງການປະຕິວັດ ເພື່ອສືບຕໍ່ນຳພາຂະບວນການຕໍ່ສູ້ກູ້ ຊາດຕ້ານການຮຸກຮານຂອງຈັກກະພັດອາເມລິກາ, ໄຊຊະນະອັນໃຫຍ່ ຫຼວງ ແລະ ເປັນປະຫວັດສາດທີ່ຜູ້ນຳປະຕິວັດຈາໍນວນ 10 ທ່ານໄດ້. ໂຕນອອກຈາກຄຸກຂອງພວກຈັກກະພັດ ແລະ ລູກມືນັ້ນ, ເຮັດໃຫ້ສັດຕູມີຄວາມຢ້ານກົວ, ພາຍໃນກໍ່ມີການຜັນແຍກ, ມາໃນວັນທີ 9/8/1960 ກອງ ພັນນ້ອຍໂດດຈ້ອງທີ 2 ພ້ອມກັບກົມກອງທະຫານ ແລະ ນັກຮຽນ, ນັກສຶກສາພາຍໃຕ້ການນໍາພາຂອງຮ້ອຍເອກກອງແລ ແລະ ຮ້ອຍໂທ89ເດືອນສູນນະລາດໄດ້ເຮັດລັດຖະປະຫານໂຄ່ນລົ້ມລັດຖະບານເຈົ້າສົມສະຫນິດ ຊຶ່ງໄດ້ຮັບການສະຫນັບສະຫນູນຈາກປະຊາຊົນ, ຂ້າຣາຂະການ ແລະ ນັກບວດ ປະສານສົມທົບຊ່ວຍເຫຼືອຈາກກຳລັງຝ່າຍປະເທດລາວ ເປັນຕົ້ນແມ່ນພາຍໃຕ້ການຊີ້ນໍາຂອງຄະນະພັກເຂດນະຄອນຫຼວງວຽງຈັນ ນັບແຕ່ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູອອກຈາກທົ່ງໄຫຫີນຊຽງຂວາງ ແລະ ການນຳຂອງຝ່າຍປະເທດລາວແຫກຄຸກອອກໄປສູ່ເຂດທີ່ຫມັ້ນໄດ້ຢ່າງປອດໄພນັ້ນໄດ້ເຮັດໃຫ້ການປະຕິວັດລາວມີບາດກ້າວໃຫມ່ສາມາດຍາດໄດ້ໄຊຊະນະໃນຫຼາຍດ້ານເຮັດໃຫ້ທ່າການເມືອງ, ການທະຫານໄດ້ມີການຂະຫຍາຍຕົວ, ແນວໂຮມແຫ່ງຊາດຕ້ານຈັກກະພັດອາເມລິກາໄດ້ເປີດກວ້າງພວກເຮົາສາມາດປົດ. ປ່ອຍປະເທດໄດ້ເກືອບ 2/3 ຂອງດິນແດນລາວ ແລະ ຂອງປະຊາຊົນລາວ. ໃຕ້ແສງສະຫວ່າງຂອງມະຕິສູນກາງພັກຄັ້ງທີ 4 ນີ້ ເຮັດໃຫ້ຂະບວນການປະຕິວັດໄດ້ມີການປະສານສົມທົບລະຫວ່າງການລຸກຮື້ຂື້ນຢຶດອໍານາດການປົກຄອງຕາມທ້ອງຖິ່ນຕ່າງໆກັບການຕໍ່ສູ້ດ້ວຍກາໍລັງອາວຸດຢູ່ໃນທົ່ວປະເທດອັນເປັນບາດລ້ຽວໃຫມ່ແຫ່ງການຕໍ່ສູ້ເພື່ອປົດ. ປ່ອຍປະເທດນັ້ນເປັນຂະບວນຟົດຟື້ນ ແລະແຂງແຮງຂຶ້ນກວ່າຍາມໃດຫມົດ.
ພາຍຫຼັງບັ້ນຮົບຫຼວງນໍ້ທາ ແລະ ບັ້ນຮົບອື່ນໆໄດ້ເຮັດໃຫ້ຈັກກະພັດອາເມລິກາ ແລະ ພວກປະຕິການຂວາຈັດໄດ້ເຫັນດີຮັບຮອງເອົາການສ້າງຕັ້ງລັດຖະບານປະສົມ 3 ຝ່າຍ ແລະ ວັນທີ 24/6/1962 ເປັນມື້ຢຸດຍິງໃນທົ່ວປະເທດ, ມາເຖິງວັນທີ 23/7/1962. ໄດ້ມີການເຊັນສັນ ຍາເຊີແນວກ່ຽວກັບລາວ ຊຶ່ງມີ 14 ປະເທດເຂົ້າຮ່ວມ ຈາກນັ້ນ ລັດຖະບານປະສົມ 3 ຝ່າຍຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ, ແຕ່ສັນຍາເຊີ ແນວ ແລະ ລັດຖະບານປະສົມ 3 ຝ່າຍທີ່ຖືກສ້າງຕັ້ງຂຶ້ນໃຫມ່ ບໍ່ດົນພໍເທົ່າໃດກໍ່ຖືກ ພວກຈັກກະພັດອາເມລິກາ, ທະຫານຝ່າຍຂວາ, ໄດ້ເປີດບັ້ນຮົບກວາດລ້າງເຂົ້າໃສ່ເຂດພື້ນຖານຂອງການປະຕິວັດ ແລະ ບຸກໂຈມຕີບຽດຢຶດເຂດປົດປ່ອຍທາໍລາຍລັດຖະບານປະສົມຢ່າງຮຸນແຮງ.
    ຕໍ່ຫນ້າສະພາບການດັ່ງກ່າວເພື່ອຕອບສະຫນອງກັບຫນ້າທີ່ ຂອງການປະຕິວັດວຽກງານກໍ່ສ້າງພັກໃນເວລານັ້ນແມ່ນ:ປັບປຸງຄະນະພັກແຕ່ລະຂັ້ນ, ຍົກສູງລະດັບການເມືອງເພີ່ມທະວີນໃຈຮັບຜິດຊອບປະຕິບັດມະຕິຄໍາສັ່ງຂອງຂັ້ນເທິງ, ປັບປຸງວິທີເຮັດວຽກຂອງຄະນະພັກຂັ້ນຕ່າງໆ. ດ້ານບຸກຄະລາກອນສູນກາງໄດ້ຕົກລົງຂັ້ນແຂວງຄະນະບໍລິຫານງານປະກອບແມ່ນ 11 ສະຫາຍ, ສູງສຸດແມ່ນ 13 ສະຫາຍ, ສາໍລັບຂັ້ນເມືອງແມ່ນ 9 ຫຼື 10 ສະຫາຍ, ພ້ອມນັ້ນກໍ່ເອົາ ໃຈໃສ່ປັບປຸງອົງການທີ່ເປັນເສນາທິການຂອງພັກ, ໂຄສະນາອົບຮົມ, ຈັດຕັ້ງ ແລະ ພາກສ່ວນແນວ; ວຽກງານຂະຫຍາຍພັກແມ່ນເລັ່ງໃສ່ຊາວຫນຸ່ມ, ນັກຮຽນ, ແມ່ຍິງເພື່ອເປັນຫລັກແຫລ່ງ, ພ້ອມນັ້ນກໍ່ຂະ ຫຍາຍຮາກຖານໃນຕົວເມືອງ, ທົ່ງພຽງ ແລະ ອື່ນໆ. ເດືອນ 11 ປີ 1962 ກອງປະຊຸມສູນກາງພັກໄດ້ຕົກລົງບົ່ງຕົວກຳມະການໃນຄະນະນຳພາ91ຕື່ມ 2 ສະຫາຍຄື: ສະຫາຍ ຊົມຊື່ນ ຄຳພິທູນ, ສະຫາຍ ພົມມາດ. ມາລາ. ຫນ້າທີ່ຂອງວຽກງານພັກ-ພະນັກງານໃນເວລານີ້ແມ່ນຂະຫຍາຍ ແລະ ປັບປຸງໄປພ້ອມໆກັນ ໂດຍຖືເອົາຄຸນນພາບເປັນຕົ້ນຕໍ, ການຂະຫຍາຍພັກແມ່ນເລັ່ງໃສ່ບັນດາກຳລັງປະກອບອາວຸດ, ບັນດາເຂດທີ່ຫມັ້ນ ແລະ ຕາມເສັ້ນທາງຄົມມະນາຄົມທີ່ສຳຄັນ; ການປັບປຸງຫນ່ວຍພັກ ແລະ ຄະນະພັກບ້ານແມ່ນຈັດຕັ້ງຝຶກອົບຮົມໃຫ້ຖັນແຖວສະມາຊິກ ພັກເຊື່ອມຊຶມແນວທາງນະໂຍບາຍຂອງພັກພ້ອມນັ້ນກໍກະກຽມກອງປະຊຸມໃຫຍ່ຂອງຕົນ; ຈັດຕັ້ງການສຶກສາອົບຮົມ ແລະ ບໍາລຸງສ້າງພະນັກງານແຕ່ສູນກາງລົງຮອດທ້ອງຖິ່ນ, ກໍ່ສ້າງ ແລະ ປັບປຸງເຂດທີ່. ຫມັ້ນຂອງການປະຕິວັດຢູ່ແຂວງຫົວພັນໃຫ້ຫນັກແຫນ້ນພ້ອມນັ້ນປັບປຸງເຂດທີ່ຫມັ້ນຢູ່ແຂວງຕ່າງໆໃນທົ່ວປະເທດ.
- ປີ 1963 ກອງປະຊຸມສູນກາງພັກໄດ້ຕົກລົງບົ່ງຕົວເພີ່ມອີກ 4 ສະຫາຍ ເຂົ້າໃນກາໍມະການຄະນະນາໍພາຄື: ສະຫາຍ ຄຳສຸກ ໄຊຍະແສງ; ສະຫາຍ ສະນັ້ນ ສຸດທິຈັກ; ສະຫາຍ ສາລີ ວົງຄໍາຊາວ ແລະ ສະຫາຍ ສະຫຼອງ ຫມາຍວ່າຈຳນວນຄະນະນໍາພາລວມທັງຫມົດມີ 17 ສະຫາຍ.
- ໃນບັນຍາກາດທີ່ຂະບວນການປະຕິວັດນັບມື້ນັບນັບຂະຫຍາຍຕົວ, ການຕໍ່ສູ້ຂອງປະຊາຊົນເປັນຂະບວນການທີ່ຟົດຟື້ນໃນທົ່ວປະເທດ, ວັນທີ 17/3/1964 ສູນກາງພັກໄດ້ອອກມະຕິ 12 ໄດ້ຕີລາຄາສະພາບການ ແລະ ກົນອຸບາຍຂອງສັດຕູຢ່າງພາວະວິໄສ ແລະ ການຊັ່ງຊາກຳລັງລະຫວ່າງເຮົາກັບສັດຕູຢ່າງຖືກຕ້ອງເປັນຕົ້ນແມ່ນ92ແນວທາງສົງຄາມຕ້ານການຮຸກຮານຂອງຈັກກະພັດອາເມລິກາ, ວັນທີ 19/4/1964 ກຸປະສິດ ອະໄພ ທີ່ມີອາເມລິກາເປັນຜູ້ຫນູນຫຼັງໄດ້ກໍ່ລັດຖະປະຫານໂຄ່ນລົ້ມລັດຖະບານປະສົມ ແລະ ວັນທີ 17/5/1964 ຈັກກະພັດອາເມລິຫາໄດ້ໃຊ້ເຮືອບິນສູ້ຮົບຍິງທຳລາຍເຂດຕ່າງໆໃນປະເທດເຮົາ, ສົງຄາມໄດ້ຜັນແປເຂົ້າສູ່ໄລຍະໃຫມ, ໃບຫນ້າການຮຸກຮານອັນແທ້ຈິງຂອງພວກຈັກກະພັດອາເມລິກາໄດ້ສະແດງອອກຢ່າງເປີດແປນ. ຕໍ່ຫນ້າສະພາບການດັ່ງກ່າວກອງປະຊຸມໄດ້ວາງທິດທາງກໍສ້າງພັກແມ່ນປັບປຸງຫລັກຫມັ້ນທາງດ້ານການປະຕິວັດຊາດ ແລະ ປະຊາທິປະໄຕ ແລະ ຝຶກຝົນຄວາມນຶກຄິດຕໍ່ສູ້ລບາກຍາວນານເພີ່ງ ກຳລັງຕົນເອງ ແລະ ເດັດຂາດມີໄຊໃຫ້ຖັນແຖວພະນັກງານ ແລະ ສະມາຊິກພັກ, ດ້ານການຈັດຕັ້ງປັບປຸງຄະນະພັກແຂວງດ້ານຈໍານວນ ຕ່ຳສຸດແມ່ນ 11 ສະຫາຍ, ສູງສຸດ 17 ສະຫາຍ, ຂັ້ນເມືອງແຕ່ 7 ເຖິງ 9 ສະຫາຍຄະນະພັກກອງພັນແຕ່ 5 ເຖິງ 7 ສະຫາຍ, ປັບປຸງຫນ່ວຍພັກເພື່ອເຮັດໃຫ້ສະມາຊິກພັກຮູ້ໄດ້ຫນ້າທີ່ຂອງຕົນເອງ, ຫນ່ວຍພັກຮູ້ດຳເນີນຊີວິດ, ຮູ້ນຳພາມະຫາຊົນ ແລະ ຮູ້ທຸກວຽກງານຂອງທ້ອງຖິ່ນ, ພ້ອມນັ້ນປັບປຸງບູລະນະຄະນະພັກ ແລະ ຫນ່ວຍພັກກໍ່ສ້າງກົງຈັກຊ່ວຍວຽກຂອງພັກ ແລະ ອື່ນໆ.
    ໄລຍະປີ(1965–1971)ວຽກງານຈັດຕັ້ງກໍ່ສ້າງພັກໄລຍະນີ້ແມ່ນຮັບໃຊ້ຫນ້າທີ່ໃຈກາງທີ່ຈະຕ້ອງຕີຊະນະສົງຄາມພິເສດຂອງຈັກກະພັດອາເມລິກາ ແລະ ລູກມືກ້າວຂຶ້ນສູ່ລະດັບສູງທີ່ຮ້າຍກາດ ແລະ ດຸເດືອດທີ່ສຸດ.
    ເພື່ອເປັນການຮັບມືກັບສົງຄາມພິເສດຂອງຈັກກະພັດອາເມລິກາ ຄະນະບໍລິຫານງານສູນກາງພັກໄດ້ຮຽກປະຊຸມຄົບຄະນະ ຄັ້ງທີ 13 ໃນວັນທີ 5/5/1965 ກອງປະຊຸມໄດ້ຕີລາຄາສະພາບການວ່າ: "ພວກມັນໄດ້ດຳເນີນສົງຄາມພິເສດຮຸກຮານລາວພາຍໃຕ້ຮູບເສິກກາງເມືອງ, ສົມທົບວິທີການທະຫານ, ການເມືອງເສດຖະກິດ ແລະ ບັນດາເລ່ຫຼ່ຽມຕ່າງໆອັນເລິກແລບໂຫດຫ້ຽມຂອງລັດທິລ່າເມືອງຂຶ້ນແບບໃຫມ່, ແຕ່ໃຊ້ການທະຫານບຸກໂຈມຕີແນໃສ່ດັບສູນກຳລັງປະຕິວັດລາວ ເພື່ອຢຶດຄອງລາວເປັນວິທີການຕົ້ນຕໍ" ໂດຍເຫັນກົນອຸບາຍອັນເລິກແລບ, ໂຫດຫ້ຽມຂອງສັດຕູ ແລະ ຄວາມຮ້າຍກາດຂອງສົງຄາມນັ້ນ. ອີງໃສ່ຫນ້າທີ່ການເມືອງອັນຫນັກຫນ່ວງ, ກອງປະຊຸມໄດ້ວາງທິດທາງຫກອງປະຊຸປະສົການເມືອງທົ່ວປະເທດລະຫວ່າງແນວລາວຮັກຊາດ ແລະ ກາໍລັງເປັນກາງຮັຊາດ ໄຂຂຶ້ນຢູ່ແຂວງ ຫົວພັນ ( 2-13 ຕຸລາ 1965 ).94ກັບວຽກງານພັກ-ພະນັກງານອອກ ເພື່ອເປັນການກໍ່ສ້າງ ແລະ ປັບປຸງ ພັກໃຫ້ມີຄວາມເຂັ້ມແຂງມະຕິໄດ້ຂຽນວ່າ:ຂະຫຍາຍພັກ, ກໍ່ສ້າງປັບປຸງຫນ່ວຍພັກ ໃຫ້ກາຍເປັນແກນນໍາ-ນໍາພາຂະບວນການເຄື່ອນໄຫວທັງຢູ່ໃນເຂດປົດປ່ອຍ, ເຂດແນວຫຼັງຂອງສັດຕູທັງໃນພື້ນຖານ ຂອງມະຫາຊົນ, ໃນກອງທະຫານ ແລະ ອົງການສໍານັກງານ; ສໍາລັບວຽກງານພະນັກງານກອງປະຊຸມໄດ້ເນັ້ນຫນັກເຖິງຄຸນນະພາບຂອງຖັນ ແຖວພະນັກງານ, ໂດຍສະເພາະແມ່ນກໍ່ສ້າງຖັນແຖວພະນັກງານໃຫ້ມີຄຸນນະພາບທາງດ້ານການເມືອງທັງຮັບປະກັນລັກສະນະຊົນຊັ້ນ ແລະ ລັກຊະນະຊາດ, ເພື່ອຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານທີ່ຂະຫຍາຍຕົວຢ່າງໄວວາ.
    ຜ່ານຂະບວນວິວັດແຫ່ງການຈັດຕັ້ງຜັນຂະຫຍາຍມະຕິຄັ້ງທີ 13 ຂອງສູນກາງພັກໄດ້ເຮັດໃຫ້ຂະບວນການປະຕິວັດລາວເຮົາໄດ້ມີບາດລ້ຽວອັນສຳຄັນໃນຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວ ນັບແຕ່ມີພັກນຳພາເປັນຕົ້ນມາໄດ້ເຮັດໃຫ້ຂະບວນການປະຕິວັດຜ່ານມາການ, ທົດສອບໃນເບື້ອງຕົ້ນຂອງສົງຄາມພິເສດຂອງຈັກກະພັດອາເມລິກາ ເພື່ອກ້າວໄປສູ່ຂະບວນການຕໍ່ສູ້ອັນດຸເດືອດຂ້ຽວຂາດກັບສົງຄາມພິເສດເພີ່ມທະວີໃນຊຸມປີ( 1969-1973) ເພື່ອຊີ້ນໍາ-ນໍາພາຂະບວນການປະຕິວັດ ຄະນະບໍລິຫານງານສູນກາງພັກໄດ້ດໍາເນີນກອງປະຊຸມ ຄັ້ງທີ 15 ໃນວັນທີ 23/6/1967 ເພື່ອວາງຫນ້າທີ່ທິດທາງຂອງການປະຕິວັດໃນຊຸມປີ 1967-1968 ແລະ 1969 ກອງປະຊຸມໄດ້ກຳນົດທິດທາງຫນ້າທີ່ລວມຂອງການປະຕິວັດລາວ:"ຍົກສາທຸງຊາດ ແລະ ປະຊາທິປະໄຕ, ສາມັກຄີປວງຊົນທັງຊາດ, ບັນດາຊົນຊາດ, ບັນດາກຳລັງທີ່ຮັກຊາດ, ຮັກສັນຕິພາບ, ຕັ້ງຫນ້າ ແລະ ຮີບຮ້ອນ ເພີ່ມທະວີການປັບປຸງ ແລະ ຂະຫຍາຍກຳລັງປະຕິວັດໃນທຸກດ້ານ. ຕັດສິນໃຈຕິຈັກກະພັດອາເມລິກາໃຫ້ປະລາໄຊໃນສົງຄາມພິເສດ, ເຮັດໃຫ້ສະພາບການໂຍະຍານອັນມີຜົນດີໃຫ້ແກ່ພວກເຮົາ, ສ້າງເງື່ອນໄຂສະດວກໃຫ້ປະເທດລາວມີສັນຕິພາບ, ເອກະລາດ, ເປັນກາງ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ" ກອງປະຊຸມຍັງໄດ້ວາງ 6 ຫນ້າທີ່ໃນສະເພາະຫນ້າຄື:
ຫນຶ່ງ:ຂະຫຍາຍສົງຄາມປະຊາຊົນ, ສົງຄາມກອງຫຼອນ, ເພີ່ມສະຫາຍ ຄຳໄຕ ສີພັນດອນ ຜູ້ບັນຊາການສູງສຸດກອງທັບ ປົດປ່ອຍປະຊາຊົນລາວຮ່ວມກັບຜູ້ບັນຊາການທະຫານເຂດ ຕ່າງໆວາງແຜນສູ້ຮົບເປີດກວ້າງ ແລະ ປົກປັກຮັກສາເຂດປົດປ່ອຍ. ຈະມີຄຸນນະພາບຂອງກຳລັງປະກອບອາວຸດປະຊາຊົນ, ຕິໃຫ້ປະລາໄຊບັນດາການບຸກໂຈມຕີບຽດຢຶດຂອງສັດຕູ, ປົກປັກຮັກສາເຂດປົດປ່ອຍ, ເປີດກວ້າງເຂດປົດປ່ອຍໂດຍມີຈຸດຫນັກ ແລະ ວິທີການທີ່ ເຫມາະສົມ, ຕັ້ງຫນ້າກວາດລ້າງພວກປຸ້ນເຮັດໃຫ້ເຂດປົດປ່ອຍຕິດລ່ຽນ, ໄປຄຽງຄູ່ກັບການເຄື່ອນໄຫວກອງຫຼອນຢູ່ໃນແນວຫຼັງຂອງສັດຕູໃຫ້ແຂງແຮງຂຶ້ນ.
ສອງ:ອອກແຮງກໍ່ສ້າງເຂດປົດປ່ອຍໃນທຸກດ້ານ, ການທະຫານ, ການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກແນໃສ່ແກ້ໄຂຊີວິດການເປັນຢູ່ ແລະ ບໍາລຸງກຳລັງປະຊາຊົນ, ປັບປຸງ ແລະ ເພີ່ມທະວີກາໍລັງປະຕິວັດໃນທຸກດ້ານເພື່ອສະແດງເຖິງລັກສະນະອັນດີເດັ່ນຂອງລະບອບພວກເຮົາເພື່ອເຮັດໃຫ້ເຂດປົດປ່ອຍຍືນຍົງຄົງຕົວຢ່າງແຫນ້ນແກ່ນ ແລະ ຍາວນານຄືລັດຫນຶ່ງ ແລະ ເປັນຖານທີ່ຫມັ້ນໃຫ້ແກ່ການປະຕິວັດໃນທົ່ວປະເທດ.
ສາມ:ຊຸກຍູ້ວຽກງານແນວຫຼັງຂອງສັດຕູໃຫ້ແຂງແຮງເພື່ອມ້າງທ່າສະຫງົບຂອງພວກມັນ, ສົມທົບຊ່ວຍການປົກປັກຮັກສາເຂດ, ປົດປ່ອຍ, ກໍ່ສ້າງພື້ນຖານການປະຕິວັດ, ປຸກລະດົມປະຊາຊົນລຸກຂຶ້ນຕໍ່ສູ້ໃນທຸກດ້ານ.
ສີ່:ປັບປຸງ ແລະ ເພີ່ມທະວີແນວໂຮມຕ້ານອາເມລິກາ, ເຕົ້າໂຮມທຸກກຳລັງທຸກທ່າອ່ຽງທີ່ສາມາດເຕົ້າໂຮມໄດ້, ຜັນແຍກສັດຕູຢ່າງສຸດຂີດ, ຊຸກດັນສັດຕູໃຫ້ຕົກຢູ່ໂດດດ່ຽວອ່ອນເພຍ ແລະ ປະລາໄຊ. ຫ້າ:ເພີ່ມທະວີວຽກງານຕິດຕໍ່ຕ່າງປະເທດຂອງພັກ ແລະ ໂຄສະນາຕ່າງປະເທດ.
ຫົກ:ເພີ່ມທະວີການກໍ່ສ້າງ ແລະ ບຳລຸງຖັນແຖວພະນັກງານ, ກຳລັງແຮງແຫ່ງການນໍາພາຂອງພັກ ແມ່ນຂໍກະແຈຕັດສິນ.
ໃນມະຕິໄດ້ຊີ້ແຈງວ່າ: "ຢືນຕໍ່ຫນ້າທີ່ອັນຍິ່ງໃຫຍ່ ແລະ ຮີບຮ້ອນໃນສະເພາະຫນ້ານີ້, ພວກເຮົາຈະເຮັດໄດ້ດີ ຫຼື ບໍ່ນັ້ນ, ບັນຫາ, ຕັດສິນຊີ້ຂາດສຸດທ້າຍແມ່ນບັນຫາພະນັກງານ ແລະ ການນາໍພາ ຂອງພັກ " ເພື່ອປະຕິບັດຕາມ 6 ຫນ້າທີ່ດັ່ງກ່າວສູນກາງພັກໄດ້ກຳນົດທິດນຳໃນວຽກງານພະນັກງານ ແລະ ວຽກງານກໍ່ສ້າງພັກອອກຄື:
    ວຽກງານພະນັກງານໃນໄລຍະນີ້ແມ່ນເລັ່ງໃສ່ວຽກທີ່ສໍາຄັນ:ປັບປຸງຖັນແຖວພະນັກງານໃຫ້ມີຄຸນນະພາບດ້ານການເມືອງ, ພິລະອາດຫານ ແລະ ສາມາດນຳພາປະຕິບັດຫນ້າທີ່ການເມືອງຂອງພັກ; ຕັ້ງຫນ້າປັບປຸງກໍ່ສ້າງພະນັກງານຮາກຖານໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງສາມາດແບກຫາບຫນ້າທີ່ການເມືອງຢູ່ຮາກຖານ; ເອົາໃຈ ໃສ່ກໍ່ສ້າງພະນັກງານຫຼັກແຫຼ່ງໃນແຕ່ລະຂັ້ນ, ປຸກລຸກຊົນຂວາຍ ແລະ ກໍ່ສ້າງຖັນແຖວພະນັກງານຢູ່ເຂດແນວຫຼັງຂອງສັດຕູ, ຊອກຫາ ແລະ ສົ່ງເສີມຜູ້ທີ່ຫ້າວຫັນ, ດີເດັ່ນໃນຫມູ່ປະຊາຊົນຜູ້ອອກແຮງງານ ເພື່ອບຳລຸງສ້າງເປັນພະນັກງານ, ເອົາໃຈໃສ່ສຶກສາອົບຮົມຖັນແຖວພະນັກງານໃຫ້ມີທັດສະນະຫຼັກຫມັ້ນ, ມີອຸດົມການປະຕິວັດ, ຕັ້ງຫນ້າຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຍົກສູງລະດັບຄວາມກອງທັບປົດປ່ອຍປະຊາຊົນລາວ. ຍາກປານໃດກໍ່ຕ້ອງສູ້ເພື່ອສັນຕິພາບ ແລະ ເອກະລາດແຫ່ງຊາດ. ສາມາດໃນດ້ານວິຊາສະເພາະ ແລະ ແບບແຜນນຳພາ, ເພີ່ມທະວີວຽກງານຄຸ້ມຄອງພະນັກງານ ເປັນຕົ້ນແມ່ນຕ້ອງກາໍແຫນ້ນຖັນແຖວພະນັກງານຂັ້ນເມືອງຂຶ້ນໄປ ເພື່ອມີທິດໃນການກໍ່ສ້າງບລຸງຍົກລະດັບໃນດ້ານຕ່າງໆ; ພ້ອມນັ້ນ ກໍ່ປະຕິບັດນະໂຍບາຍຕໍ່ພະນັກງານໃຫ້ຢ່າງ ເຫມາະສົມກັບຄວາມຮຽກຮ້ອງຕ້ອງການອັນຖືກຕ້ອງຂອງພະນັກງານເພື່ອສືບຕໍ່ສົ່ງເສີມດ້ານຕັ້ງຫນ້າໃນຫມູ່ພະນັກງານ. ໄປພ້ອມໆກັບວຽກງານພະນັກງານເພື່ອຕອບສະຫນອງກັບຫນ້າທີ່ການເມືອງຂອງພັກນັ້ນວຽກງານພັກໃນຊຸມປີ 1967-1968 ນີ້ແມ່ນ:ຕ້ອງກາໍແຫນ້ນບັນດາທິດທາງທີ່ສູນກາງໄດ້ວາງໄວ້ ໂດຍຫມູນ99ໃຊ້ຢ່າງຖືກຕ້ອງກັບສະພາບການຂອງແຕ່ລະບ່ອນເປັນຕົ້ນຕ້ອງກາແຫນ້ນທິດທາງທີ່ວ່າ:ກໍ່ສ້າງພັກຕ້ອງຕິດພັນຢ່າງສະຫນິດແຫນ້ນກັບ ຫນ້າທີ່ການເມືອງຂອງພັກ, ກັບຂະບວນການຕໍ່ສູ້ຂອງປະຊາຊົນໃນ ທ້ອງຖິ່ນ ແລະ ກົມກອງຂອງຕົນເອງ, ພ້ອມນັ້ນກໍ່ຍົກສູງລັກສະນະຕໍ່ສູ້, ລັກສະນະຊົນຊັ້ນ ແລະ ລັກສະນະນຳຫນ້າຂອງພັກ ເພື່ອ ປະຕິບັດທິດນດັ່ງກ່າວ ໃຫ້ປະກົດຜົນເປັນຈິງນັ້ນຕ້ອງສຸມໃສ່ບັນດາວຽກງານຈາໍນວນຫນຶ່ງຄື:
+ ຕ້ອງເອົາໃຈໃສ່ປັບປຸງກໍ່ສ້າງຮາກຖານຂອງພັກໃຫ້ແຫນ້ນ, ແກ່ນເຂັ້ມແຂງ ເພື່ອເປັນຫຼັກແຫຼ່ງໃຫ້ແກ່ການປັບປຸງພື້ນຖານຕາແສງ ໃຫ້ແຫນ້ນແກ່ນເຂັ້ມແຂງຮອບດ້ານ.
+ ຕ້ອງຈັດວາງກາໍລັງຂອງພັກໃຫ້ທົ່ວເຖິງ, ຮັບປະກັນບົດບາດ ການນໍາພາຂອງພັກຢ່າງເຫມາະສົມ ເຂົ້າໃນພະແນກສາໍຄັນ, ບໍລິເວນ ສໍາຄັນ.
+ ດຳເນີນການກວດກາຄືນເພື່ອມີວິທີການແກ້ໄຂຢ່າງສົມເຫດສົມຜົນຕໍ່ສະມາຊິກພັກ-ພະນັກງານຜູ້ທີ່ມີບັນຫາການເມືອງ, ເຊື່ອມຄຸນປ່ຽນທາດ.
+ ສຶກສາອົບຮົມສະມາຊິກພັກ, ປັບປຸງຫນ່ວຍພັກໃນຂະບວນການຕົວຈິງຂອງທ້ອງຖິ່ນ ແລະ ກົມກອງ, ພ້ອມນັ້ນກໍ່ຊຸກຍູ້ຫນ່ວຍພັກ 4 ດີໃນກອງທະຫານ, ທົດລອງກໍ່ສ້າງຫນ່ວຍພັກ 3 ດີ 4 ຮູ້ຢູ່ຊົນນະບົດ, ເຮັດໃຫ້ຫນ່ວຍພັກເປັນຫົວຈັກຫຼັກແຫຼ່ງການນຳພາໃນກົມກອງ ແລະ ຊົນນະບົດຢ່າງແທ້ຈິງ. + ເອົາໃຈໃສ່ປັບປຸງຄະນະພັກແຂວງເປັນຕົ້ນຕໍ ພ້ອມນັ້ນປັບປຸງຄະນະພັກເມືອງ ແລະ ຄະນະພັກກອງພັນ ໃນນີ້ເອົາໃຈໃສ່ເປັນພິເສດປັບປຸງຄະນະປະຈໍາພັກແຂວງ, ຄະນະປະຈໍາພັກເມືອງ ໂດຍສະເພາະແມ່ນຄະນະປະຈໍາພັກແຂວງເຮັດໃຫ້ຄະນະປະຈາໍພັກກາໍແຫນ້ນແນວທາງນະໂຍບາຍຂອງພັກຮູ້ຫມູນໃຊ້ໃນສະພາບການຕົວຈິງ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນທັງເປັນໃຈກາງແຫ່ງ ການເຕົ້າໂຮມຄວາມສາມັກຄີ, ແຫ່ງຄວາມຕັດສິນໃຈຕີເອົາໄຊຊະນະຈັກກະພັດອາເມລິກາ.
    ເພື່ອປະຕິບັດຕາມມະຕິຄັ້ງທີ15 ຂອງສູນກາງພັກເວົ້າລວມໂດຍສະເພາະແມ່ນວຽກງານກໍ່ສ້າງພັກ-ພະນັກງານໃຫ້ປະກົດຜົນເປັນຈິງ, ເດືອນ 10 ປີ 1967 ສູນກາງພັກໄດ້ຕົກລົງໃຫ້ເປີດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 1 ເພື່ອສະຫຼຸບຕີລາຄາວຽກງານກໍ່ສ້າງພັກ ໂດຍສະເພາະແມ່ນກໍ່ສ້າງຫນ່ວຍພັກ 4 ດີ ໃນກອງ ທະຫານ ແລະ ຄົ້ນຄວ້າກຳນົດເນື້ອໃນການສ້າງຫນ່ວຍພັກ 3 ດີ 4 ຮູ້ຢູ່ ຊົນນະບົດຕາມເນື້ອໃນຄື: 3 ດີ ນຳພາການເມືອງແນວຄິດດີ; ນຳພາການຈັດຕັ້ງປະຕິບັດທຸກຫນ້າທີ່ວຽກງານໃຫ້ດີ; ດຳເນີນກໍ່ສ້າງພັກ ໃຫ້ດີ; 4 ຮູ້: ຮູ້ໂຄສະນາຂົນຂວາຍມະຫາຊົນສ້າງຄວາມສາມັກຄີ ແລະ ປັບປຸງອຳນາດການປົກຄອງ; ຮູ້ນຳພາມະຫາຊົນຕໍ່ສູ້ກັບສັດຕູກຳແຫນ້ນກອງທະຫານ ແລະ ກອງຫຼອນ; ຮູ້ນຳພາເພີ່ມພູນຜະລິດຜົນສ້າງເສດທະກິດປົວແປງເສດຖະກິດຊີວິດການເປັນຢູ່; ຮູ້ໂຄສະນາຂະຫຍາຍພັກປັບປຸງພາຍໃນພັກ. ວຽກງານຂະຫຍາຍພັກຢູ່ໃນເຂດປົດປ່ອຍ ແລະ ເຂດແນວຫຼັງຂອງສັດຕູ, ວຽກງານພະນັກງານ ແລະ ວຽກງານການປັບປຸງຊັບຊ້ອນອົງການຊ່ວຍວຽກສູນກາງພັກ ໃຫ້ສອດຄ່ອງເຊັ່ນ:ຄະນະຮັບຜິດຊອບສືສານ, ອົງການແນວລາວຮັກຊາດ; ຫ້ອງການໂຄສະນາອົບຮົມ ແລະ ສຶກສາ(ຄອສ , ຫ້ອງການສູນກາງ, ຫ້ອງການຈັດຕັ້ງສູນກາງ ແລະ ຂັ້ນແຂວງ: ວາງທິດທາງວຽກງານກໍ່ສ້າງພັກພະນັກງານ ແລະ ການຈັດຕັ້ງທີ່ເປັນ ເສນາທິການນັບແຕ່ສູນກາງລົງຮອດທ້ອງຖິ່ນຕ່າງໆໃນທົ່ວປະເທດ ເພື່ອເປັນການຮັບມືກັບສົງຄາມພິເສດເພີ້ມທະວີຂອງພວກຈັກະພັດອັນທີ່ເອີ້ນວ່າ: " ໃຊ້ຄົນລາວຂ້າຄົນລາວ " ແລະ ໃຊ້ກຳລັງກອງທັບ, ອາກາດຍິງເຂດປົດປ່ອຍ ໂດຍບໍ່ເລືອກເປົ້າຫມາຍ, ພ້ອມນັ້ນ ກໍ່ບຽດຢຶດເອົາບັນດາພື້ນທີ່ຍຸດທະສາດທີ່ສຳຄັນ ເພື່ອຮັດແຄບເຂດປົດປ່ອຍ. ວັນທີ່ 03/08/1968 ສູນກາງພັກໄດ້ອອກມະຕິ 16 ຊຶ່ງໄດ້ ກຳນົດທິດທາງ, ທິດນຳ ແລະ ຫນ້າທີ່ຂອງວຽກງານພະນັກງານ ຊຶ່ງເປັນວຽກໃຈກາງ ແລະ ຮີບດ່ວນເພື່ອຕອບສະຫນອງໃຫ້ແກ່ການປະຕິວັດ; ສ່ວນວຽກງານກໍ່ສ້າງພັກນອກຈາກເພີ້ມທະວີຍົກສູງຄວາມ. ສາມາດນໍາພາຂອງຄະນະພັກແຕ່ລະຂັ້ນໂດຍສະເພາະແມ່ນຄະນະປະຈຳພັກມີລະດັບກຳແຫນ້ນສະພາບການ ແລະ ຫນູນໃຊ້ເຂົ້າໃສ່ສະພາບຕົວຈິງຂອງທ້ອງຖິ່ນ ແລະ ກົມກອງຂອງຕົນ. ບັນຫາສໍາຄັນກ່ວາຫມູ່ແມ່ນປັບປຸງຮາກຖານພັກ, ໂດຍຫັນຈາກການສ້າງຫນ່ວຍພັກ 4 ຮູ້ ມາເປັນກໍ່ສ້າງຫນ່ວຍພັກ 4 ຮູ້, ຍົກລະດັບການນຳພາຂອງ ໜ່ວຍພັກ ເປັນຕົ້ນແມ່ນສຸມກຳລັງເພື່ອຈັດຕັ້ງປະຕິບັດໃຫ້ດີຂະວນການກໍ່ສ້າງຫນ່ວຍພັກ 4 ຮູ້ ໃຫ້ໄດ້ຕາມຈິດໃຈ ແລະ ຄວາມຫມາຍ ທີ່ສູນກາງໄດ້ວາງອອກ. ສຳລັບກຳລັງຫຼວງ ນອກຈາກປັບປຸງກໍ່ສ້າງຫນ່ວຍພັກ ແລະ ພະນັກງານແລ້ວຍັງສ້າງຂະບວນການ, ສ້າງກອງຮ້ອຍ 3 ເກັ່ງ ແລະ ກອງພັນແຂງ ເພື່ອບລຸງ ແລະ ຍົກສູງດ້ານຈິດໃຈ ໃຫ້ມີກໍາລັງແຮງພຽງພໍຕີເອົາຊະນະສັດຕູ.
    ມາເຖິງຕົ້ນປີ 1970 ໄດ້ເປີດກອງປະຊຸມຈັດຕັ້ງທົ່ວປະເທດຄັ້ງທີ 2 ຊຶ່ງໄດ້ຈັດຕັ້ງຢູ່ 3 ເຂດ ເພື່ອເປັນການສະຫຼຸບຕີລາຄາຜົນ ໄດ້ຮັບຂອງວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກໃນ 3 ປີຜ່ານມາກອງປະຊຸມໄດ້ຕີລາຄາເຖິງຜົນສໍາເລັດຂອງວຽກງານກໍ່ສ້າງພັກໃນໄລຍະນີ້ ແມ່ນໄດ້ຮັບການປັບປຸງຂະຫຍາຍຖືກທິດເຮັດໃຫ້ຖັນແຖວພະນັກງານ, ສະມາຊິກຂອງພັກໄດ້ຮັບການຝຶກຝົນຫຼໍ່ຫຼອມຈາກແປວໄຟແຫ່ງການຕໍ່ສູ້ຢ່າງທໍລະຫົດ ແລະ ໄດ້ເຕີບໃຫຍ່ທາງດ້ານຈຳນວນກໍ່ຄືຄຸນນະພາບທົ່ວປະເທດມີສະມາຊິກພັກທັງຫມົດ 14.500 ສະຫາຍ, ພ້ອມດຽວກັນນີ້ການຈັດຕັ້ງຮາກຖານພັກກໍ່ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຢ່າງຫນັກແຫນ້ນຈຳນວນ ຫນ່ວຍພັກທັງຫມົດ 1.400 ຫນ່ວຍ, ສາຍໄຍການຈັດຕັ້ງຂອງພັກກໍ່ໄດ້ມີການປັບປຸງບູລະນະໃຫ້ດີຂຶ້ນໃນຈໍານວນ 18 ແຂວງທົ່ວປະເທດໃນນັ້ນມີ 11 ແຂວງທີ່ໄດ້ດຳເນີນກອງປະຊຸມໃຫຍ່ ແລະ ເລືອກຕັ້ງຄະນະບໍລິຫານພັກແຂວງ, ຂັ້ນເມືອງກໍ່ໄດ້ປັບປຸງໃນຈຳນວນ 5 ເມືອງໄດ້ມີ 57 ເມືອງດຳເນີນກອງປະຊຸມໃຫຍ່ ສຳເລັດ ແລະ 70% ຂອງຈໍານວນຫນ່ວຍພັກໄດ້ດໍາເນີນກອງປະຊຸມໃຫຍ່, ວັນທີ 20/7/1971 ຄະນະປະຈຳສູນກາງໄດ້ມີຄຳສັ່ງເລກທີ 25 ວ່າດ້ວຍວຽກງານປຸກລະດົມມະຫາຊົນ ໂດຍເລັ່ງໃສ່ກໍ່ສ້າງທ່າແຮງຮອບດ້ານຂອງພັກເອົາການກໍ່ສ້າງຫນ່ວຍພັກ 4 ຮູ້ເປັນໃຈກາງເພື່ອປັບປຸງເຂດປົດປ່ອຍໃຫ້ເຂັ້ມແຂງ ເພື່ອກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ຂອງພັກ.
III.ກໍ່ສ້າງພັກໃຫ້ຫມັ້ນຄົງ-ເຂັ້ມແຂງໃນທຸກດ້ານ ເພື່ອເຮັດ ສາໍເລັດການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນໃນທົ່ວປະເທດ, ກະກຽມທຸກເງື່ອນໄຂທີ່ຈຳເປັນເພື່ອກ້າວໄປເຖິງຈຸດຫມາຍສັງຄົມນິຍົມ.
*ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ຂອງພັກ.
    ວັນທີ 3/2/1972 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ຂອງພັກໄດ້ໄຂຂຶ້ນທີ່ຖາ້ຜາແດງ, ບ້ານລ່ອງກູ້, ເມືອງວຽງໄຊ, ແຂວງຫົວ ພັນ ມີຜູ້ແທນສົມບູນເຂົ້າຮ່ວມທັງຫມົດ 125 ສະຫາຍ, ຕາງຫນ້າໃຫ້ສະ ມາຊິກພັກ 21.000 ກວ່າສະຫາຍໃນທົ່ວປະເທດ.
   ກອງປະຊຸມໃຫຍ່ໄດ້ວາງຫນ້າທີ່ພື້ນຖານຂອງການປະຕິວັດລາວ, ກໍານົດຫນ້າທີ່ຂອງການປະຕິວັດຊາດ ປະຊາທິປະໄຕປະຊາຊົນ ແລະ ນະໂຍບາຍໃຫຍ່ຂອງພັກອອກ. ເພື່ອບັນລຸຜົນສໍາເລັດຕາມໜ້າທີ່ ແລະ ນະໂຍບາຍດັ່ງກ່າວກອງປະຊຸມຍັງໄດ້ວາງໜ້າທີ່ຫຼັກການ ແລະ ທິດນຳຂອງວຽກງານກໍ່ສ້າງພັກຢ່າງບໍ່ຢຸດຢັ້ງ, ໂຄງການການເມືອງໄດ້ຊີ້ອອກວ່າ:ໜ້າທີ່ພື້ນຖານທີ່ມີຄວາມໝາຍຕັດສິນກວ່າໝູ່ໃນປັດຈຸບັນນີ້ແມ່ນເພີ່ມທະວີການກໍ່ສ້າງພັກໃຫ້ແໜ້ນແກ່ນເຂັ້ມແຂງໃນທຸກດ້ານຄື:ດ້ານການເມືອງແນວຄິດ ແລະ ການຈັດຕັ້ງ, ເພີ່ມທະວີລັກສະນະຊົນຊັ້ນກຳມະກອນ ແລະ ລັກສະນະນຳໜ້າຕໍ່ສູ້ຂອງພັກຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ພັກມີກຳລັງແຮງຕໍ່ສູ້ ແລະ ມີຄວາມສາມາດນຳພາທົ່ວປວງຊົນຕໍ່ສູ້ກູ້ຊາດຕ້ານອາເມລິກາ, ສຳເລັດການປະຕິວັດຊາດປະຊາທິປະໄຕໃນທົ່ວປະເທດກຽມເງື່ອນໄຂອັນຈໍາເປັນທຸກຢ່າງເພື່ອກ້າວຂຶ້ນສັງຄົມນິຍົມ. ຫຼັກການກໍ່ສ້າງພັກຄືພັກຖືເອົາລັດທິມາກ-ເລນິນ, ລັດທິຮັກຊາດອັນແທ້ຈິງສົມທົບກັບລັດທິສາກົນກຳມະຊີບເປັນພື້ນຖານແນວຄິດ ແລະ ເປັນເຂັມທິດສຳລັບການເຄື່ອນໄຫວທຸກປະການດ…, ພັກຈັດຕັ້ງຕາມ ຫລັກການລວມສູນປະຊາທິປະໄຕ, ບຸກຄົນຕ້ອງຂຶ້ນກັບການຈັດຕັ້ງ, ສຽງສ່ວນຫນ້ອຍຂຶ້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມຂຶ້ນກັບຂັ້ນເທິງ, ທົ່ວພັກຂຶ້ນກັບສູນກາງພັກ, ພັກມີລະບຽບວິໄນອັນເຂັ້ມງວດ; ພັກເປັນ ກ້ອນກໍາລັງສາມັກຄີເອກະພາບທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ການກະທຳ, ບໍ່ອາດໃຫ້ມີການກະທຳແບ່ງແຍກພັກພວກໃດໆຫມົດ; ພັກເຄື່ອນໄຫວຕາມແນວທາງມະຫາຊົນ, ພົວພັນສະຫນິດຕິດແຫນ້ນກັບມະຫາຊົນ; ພັກເອົາການຕິຊົມຕົນເອງ ແລະ ຕິຊົມກັນເປັນກົດເກນຂະຫຍາຍຕົວຂອງພັກ. ທິດນຳໃນ ການກໍ່ສ້າງຄືການກໍ່ສ້າງຕ້ອງຮັບໃຊ້ ແລະ ຕິດແຫນ້ນກັບຂະບວນການຕໍ່ສູ້ຂອງການປະຕິວັດຂອງມະຫາຊົນ, ການກໍ່ສ້າງພັກທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ; ການສ້າງພັກຕ້ອງຮັບປະກັນໃນດ້ານປະລິມານ ແລະ ຄຸນນະພາບແຕ່ຕ້ອງເອົາຄຸນນະພາບເປັນກົກ ເພື່ອຮັບປະກັນລັກສະນະຊົນຊັ້ນກຳມະກອນ ແລະ ລັກສະນະນຳຫນ້າຕໍ່ສູ້ຂອງພັກ.
    ກອງປະຊຸມຄັ້ງນີ້ ໄດ້ຕົກລົງປ່ຽນຊື່ພັກປະຊາຊົນລາວມາເປັນພັກປະຊາຊົນປະຕິວັດລາວ. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາກົດ, ລະບຽບ(ສະບັບດັດແປງ)ຂອງພັກ, ກອງປະຊຸມໃຫຍ່ໄດ້ດຳເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກຊຸດໃຫມ່ ເຊິ່ງປະກອບດ້ວຍກຳມະການສົມບູນ 23 ສະຫາຍ ແລະ ກໍາມະການສໍາຮອງ 6 ສະຫາຍ; ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງປະຖົມມະລຶກໄດ້ເລືອກຕັ້ງກົມການເມືອງສູນກາງພັກປະກອບມີ 7 ສະຫາຍ, ຄະນະເລຂາທິການສູກາງພັກ 5 ສະຫາຍ ແລະ ເລືອກຕັ້ງ ສະຫາຍໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ຄະນະບໍລິຫານງານສູນກາງພັກ ໄດ້ມອບໃຫ້ສະຫາຍ ສີສົມພອນ ເປັນຫົວຫນ້າຄະນະຈັດຕັ້ງ ແລະ ກວດກາພັກ.
    ເພື່ອຈັດຕັ້ງຜັນຂະຫຍາຍຫນ້າທີ່ວຽກງານກໍ່ສ້າງພັກທີ່ກອງປະຊຸມໃຫຍ່ຄັ້ງທີ II ໄດ້ວາງອອກໃຫ້ປະກົດຜົນເປັນຈິງ ວັນທີ 17/2/1972 ຄະນະບໍລິຫານງານສູນກາງພັກ ໄດ້ໄຂກອງປະຊຸມຄັ້ງທີ I (ສະໄຫມທີII) ກອງປະຊຸມໄດ້ກຳນົດທິດທາງ ແລະ ວຽກງານກໍ່ສ້າງພັກທາງດ້ານແນວຄິດ ແລະ ການຈັດຕັ້ງຄື:ດ້ານການຈັດຕັ້ງຕ້ອງ ເຊື່ອມຊຶມຢ່າງເລິກເຊິ່ງແນວທາງກໍ່ສ້າງພັກ, ປັບປຸງບັນດາອົງການຈັດຕັ້ງຂອງພັກໃຫ້ແຫນ້ນແກ່ນ,ປັບປຸງລະບຽບວິທີເຮັດວຽກ ແລະ ແບບແຜນນຳພາໃຫ້ດີກວ່າເກົ່າ, ເອົາໃຈໃສ່ກໍ່ສ້າງຫນ່ວຍພັກ 4 ຮູ້ ໃຫ້ໄດ້ຕາມຄາດຫມາຍ. ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ II ຂອງພັກມີຄວາມຫມາຍປະຫວັດສາດອັນໃຫຍ່ຫລວງຈາກພາກປະຕິບັດຕົວຈິງພັກໄດ້. ສະຫລຸບຖອດຖອນບົດຮຽນອັນປະເສີດໄດ້ຫລາຍຢ່າງ, ຍົກລະດັບຄວາມສາມາດແຫ່ງການນຳພາຂອງພັກຂຶ້ນຕື່ມ, ກອງປະຊຸມໃຫຍ່ເປັນຂີດຫມາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກໃນການກໍ່ສ້າງພັກແບບໃຫມ່ຂອງເລນິນ, ກອງປະຊຸມໃຫຍ່ໄດ້ເວົ້າຂຶ້ນເຖິງຄວາມຕັດສິນໃຈເຮັດສຳເລັດການປະຕິວັດຊາດ ປະຊາທິປະໄຕ ໃນທົ່ວປະເທດ, ກຽມເງື່ອນໄຂອັນຈໍາເປັນທຸກຢ່າງເພື່ອກ້າວຂຶ້ນສັງຄົມນິຍົມ. ວັນທີ 2 ເດືອນ 4 ປີ 1973 ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດໄດ້ຂຶ້ນຢູ່ບ້ານເມືອງປົວ, ເມືອງຊໍາເຫນືອ, ແຂວງຫົວພັນກອງປະ ຊຸມໄດ້ວາງທິດທາງ, ວິທີການກ່ຽວກັບວຽກງານກໍ່ສ້າງພັກທາງດ້ານການຈັດຕັ້ງ 3 ປີ(1973-1975) ປຸກລະດົມທົ່ວພັກຕັ້ງຫນ້າເປັນເຈົ້າການຊຸກຍູ້ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານຢ່າງແຂງແຮງເປັນຕົ້ນແມ່ນເອົາໃຈໃສ່ກໍ່ສ້າງພັກໃຫ້ມີຄວາມຫນັກແຫນ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ເພີ່ມທະວີລັກຊະນະຊົນຊັ້ນ, ລັກຊະນະນຳຫນ້າຕໍ່ສູ້ຂອງພັກຢ່າງບໍ່ຢຸດຢັ້ງ. ສຳລັບການຈັດຕັ້ງຮາກຖານພັກສືບຕໍ່ກໍ່ສ້າງຫນ່ວຍພັກ 4 ຮູ້ແລະ ສະມາຊິກພັກ 4 ຮູ້ ໃຫ້ກວ້າງຂວາງທົ່ວເຖິງທັງ 2 ເຂດໃຫ້ມີຄຸນນະພາບດີກວ່າເກົ່າ. ສືບຕໍ່ຂະຫຍາຍສະມາຊິກພັກໃຫມ່ຕ້ອງຮັບປະກັນທາງດ້ານຊົນຊັ້ນ, ມາດຖານເງື່ອນໄຂຄົບຖ້ວນ, ຕ້ອງແມ່ນຜູ້ທີ່ດີເດັ່ນໃນຂະບວນຕໍ່ສູ້, ປັບປຸງຄະນະພັກແຕ່ລະຂັ້ນໃຫ້ກາຍເປັນກອງເສນາເພື່ອນໍາພາ ແລະ ຊີ້ນຳວຽກງານທຸກດ້ານ. ເດືອນ 1 ປີ 1978 ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ 4 ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມຕັ້ງໃນຄັ້ງນີ້ ແມ່ນສຶບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ່ II, ເປັນຕົ້ນແມ່ນມະຕິ 4 ສະໄຫມທີ່ II ຂອງສູນກາງ; ກອງຊຸມໄດ້ເຫນັ້ນຫນັກວ່າ: "ເຮັດໃຫ້ພັກເຮົາເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ແນໃສ່ເພີ່ມທະວີ ແລະ ເສີມຂະຫຍາຍລັກສະນະຊົນຊັ້ນ, ລັກສະນະນຳຫນ້າ ແລະ ຄວາມສາມາດນໍາພາຮອບດ້ານຂອງພັກ, ໃຫ້ກາຍເປັນແກ່ນສານນຳພາລະບົບຜະເດັດການກຳມະຊີບຢ່າງແທ້ຈິງ, ມີຄວາມສາມາດພຽງພໍ ໃນການນຳພາເພື່ອການປະຕິວັດ ໃນໄລຍະໃຫມ່".
*ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ຂອງພັກ (ເມສາ 1982 ):
    ວັນທີ 27 ເມສາ 1982, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ III ຂອງພັກປະຊາປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການ, ທີ່ນະຄອນຫຼວງວຽງຈັນ, ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ມີຜູ້ແທນ 228 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ 35.000 ສະຫາຍໃນທົ່ວປະເທດ; ມີແຂກພາຍໃນປະເທດ 105 ຄົນ, ແຂກຕ່າງປະເທດ 17 ຄະນະ. ກອງປະຊຸມໃຫຍ່ຜ່ານບົດລາຍງານການເມືອງ, ຮັບຮອງເອົາກົດລະບຽບປ່ຽນແປງໃຫມ່; ດຳເນີນການເລືອກຄະນະບໍລິຫານງານສູນກາງພັກຊຸດໃຫມ່ມີກຳມະການສົມບູນ 49 ສະຫາຍ ແລະ ກໍາມະການ ສຳຮອງ 6 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາກົມການເມືອງສູນກາງພັກ 9 ສະຫາຍ, ກອງປະຊຸມໄດ້ເລືອກຕັ້ງເອົາສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເພື່ອສອດຄ່ອງກັບຫນ້າທີ່ການເມືອງສູນກາງພັກໄດ້ຕົກລົງແຕ່ງຕັ້ງສະຫາຍ ສະຫມານ ວິຍະເກດ ເປັນຫົວຫນ້າຄະນະຈັດຕັ້ງສູນກາງພັກ.
ພາຍຫລັງຢຶດອໍານາດການປົກຄອງທົ່ວປະເທດ, ພັກປະຊາຊົນປະຕິວັດລາວ ໄດ້ກາຍມາເປັນພັກກໍາອໍານາດເປັນຜູ້ຈັດຕັ້ງນຳພາທົ່ວສັງຄົມ ນີ້ແມ່ນບາດລ້ຽວສຳຄັນ, ເປັນຂີດຫມາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ, ນັ້ນແມ່ນພາລະກໍາປະຫວັດສາດຂອງພັກທີ່ປະເທດຊາດ ແລະ ປະຊາຊົນມອບຫມາຍໃຫ້ເພື່ອ. ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.
    ກ່ຽວກັບການກໍ່ສ້າງພັກຢູ່ໃນໄລຍະໃຫມ່ຂອງການປະຕິກອງປະຊຸມໃຫຍ່ໄດ້ຢືນຢັນວ່າ: ພັກຕ້ອງສູ້ຊົນຮັກສາທາດແທ້ແບບໃຫມ່ຂອງຊົນຊັ້ນກໍາມະກອນໄວ້ຢ່າງຫມັ້ນຄົງ, ສົມກຽດເປັນແກ່ນສານການນຳພາຜະເດັດການກຳມະຊີບ, ພັກຕ້ອງເປັນກ້ອນກຳລັງແຫ່ງຄວາມສາມັກຄີເອກະພາບທາງດ້ານມານະຈິດ ແລະ ການກະທຳ, ຕິດພັນກັບມະຫາຊົນຢ່າງແຫນ້ນແຟ້ນ, ມີແນວທາງນະໂຍບາຍຖືກຕ້ອງ, ມີການຈັດຕັ້ງປອດໄສເຂັ້ມແຂງ, ມີຖັນແຖວພະ ນັກງານສະມາຊິກພັກທີ່ຫນັກແຫນ້ນທາງດ້ານການເມືອງ, ມີຄວາມຮູ້ຄວາມສາມາດໃນການຄຸ້ມຄອງ, ຊໍານິຊໍານານໃນການເຄື່ອນໄຫວຕົວຈິງ...; ພ້ອມນັ້ນ, ກອງປະຊຸມໃຫຍ່ຍັງໄດ້ກຳນົດ 5 ທິດນຳກໍ່ສ້າງພັກອອກຄື: ຕ້ອງກໍ່ສ້າງພັກໃຫ້ຫນັກແຫນ້ນເຂັ້ມແຂງທັງສາມດ້ານ: ການເມືອງ, ແນວຄິດ ແລະ ການຈັດຕັ້ງ; ການກໍ່ສ້າງພັກຕ້ອງຕິດພັນ. ຢ່າງສະຫນິດແຫນ້ນກັບຂະບວນການປະຕິວັດຂອງມະຫາຊົນໃນ. ການປະຕິບັດຫນ້າທີ່ການເມືອງຂອງພັກແຕ່ລະໄລຍະ; ການປັບປຸງ ແລະ ຂະຫຍາຍພັກຕ້ອງຕິດພັນກັບການປັບປຸງບູລະນະຂະຫຍາຍ ກົງຈັກລັດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ສ້າງ ແລະ ປັບປຸງການຈັດຕັ້ງຂອງພັກຕ້ອງສົມທົບກັບການເຊີດຊູຄຸນນະພາບຂອງພະນັກງານ ແລະ ສະມາຊິກພັກ; ຕ້ອງຮັບເອົາຜູ້ທີ່ມີມາດຖານຄົບຖ້ວນເຂົ້າພັກຢ່າງເນື່ອງນິດ ແລະ ຕ້ອງເອົາຜູ້ທີ່ບໍ່ມີມາດຖານພຽງພໍອອກຈາກພັກ.
    ຈາກທິດທາງລວມ ແລະ ທິດນຳໃນວຽກງານກໍ່ສ້າງພັກທາງດ້ານການຈັດຕັ້ງໃນເວລານີ້ແມ່ນສຸມໃສ່ກໍ່ສ້າງຫນ່ວຍພັກ ແລະ ຄະນະພັກຮາກຖານເຂັ້ມແຂງດ້ວຍວິທີຫັນລົງຮາກຖານຢ່າງແຂງແຮງສຸມໃສ່ປັບປຸງບູລະນະຂັ້ນເມືອງ ຊຶ່ງເປັນຂັ້ນຫນຶ່ງທີ່ສຳຄັນໃນການປະຕິບັດແນວທາງແຜນນະໂຍບາຍຂອງພັກ, ກໍ່ສ້າງຂັ້ນເມືອງ ບໍ່ພຽງແຕ່ ໃຫ້ຂັ້ນເມືອງກາຍເປັນຫົວຫນ່ວຍບໍລິຫານຫົວຫນ່ວຍປ້ອງກັນຊາດ, ປ້ອງກັນຄວາມສະຫງົບເທົ່ານັ້ນຍັງຕ້ອງໃຫ້ກາຍເປັນຫົວຫນ່ວຍເສດຖະກິດ-ວັດທະນະທຳ, ສັງຄົມ; ພ້ອມນັ້ນປັບປຸງບູລະນະອົງການຊ່ວຍວຽກຂອງຄະນະພັກໃຫ້ເຂັ້ມແຂງສາມາດດຳລົງບົດບາດເປັນເສນາທິການຊ່ວຍວຽກຂອງຄະນະພັກໃຫ້ເຂັ້ມແຂງ, ວັນທີ 25/4/1984 ກອງປະຊຸມຈັດຕັ້ງທົ່ວປະເທດຄັ້ງທີ 6 ໄດ້ຂຶ້ນ, ຢູ່ນະຄອນຫລວງວຽງຈັນ, ກອງປະຊຸມໄດ້ກໍານົດທິດທາງວຽກງານ ກໍ່ສ້າງພັກດ້ານການຈັດຕັ້ງອອກ. ກ່ອນອື່ນຫມົດອອກແຮງປັບປຸງການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກ, ໂດຍສະເພາະແມ່ນຕ້ອງກໍ່ສ້າງ ແລະ ປັບປຸງຫນ່ວຍພັກ, ຄະນະພັກຮາກຖານໃຫ້ເຂັ້ມແຂງຮອບດ້ານ, ສໍາລັບຫນ່ວຍພັກຢູ່ຊົນນະບົດຕ້ອງຮູ້ນໍາພາຮອບດ້ານ ແລະ ອື່ນໆ.
    ການສ້າງພັກສ້າງພະນັກງານໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກຂັ້ນຕ່າງໆເປັນຢ່າງດີ, ມາເຖິງທ້າຍປີ 1985 ຈຳນວນສະມາຊິກພັກທົ່ວປະເທດມີເຖິງ 45.000 ສະຫາຍ (ເພີ່ມຂຶ້ນເປັນເກືອບ 2 ເທື່ອ, ທຽບໃສ່ປີ 1967). ໄປພ້ອມກັບການຂະຫຍາຍພັກ, ພັກເຮົາຍັງໄດ້. ເອົາໃຈໃສ່ບາລຸງສ້າງ ແລະ ເສີມຂະຫຍາຍບົດບາດຂອງພະນັກງານ.ທີ່ໄດ້ຜ່ານການທົດສອບໃນການຕໍ່ສູ້ ແລະ ໃນຂະບວນວຽກງານຕົວຈິງ, ເສີມຂະຫຍາຍບົດບາດຂອງພະນັກງານທີ່ມາຈາກກຳມະກອນຊາວນາ, ຖືເປັນສໍາຄັນການເປີດກວ້າງພະນັກງານປັນຍາຊົນຊົນເຜົ່າ ແລະ ເພດຍິງພ້ອມກັນນັ້ນກໍກ້ານຳໃຊ້ຂ້າລາຊະການຂອງລະບອບເກົ່າ, ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄຫມທີ່ III (ທັນວາ1985) ໄດ້ຕີລາຄາກ່ຽວກັບວຽກງານດັ່ງກ່າວວ່າ: ຄຽງຄູ່ກັບການຍົກລະດັບ ແລະ ຄວາມສາມາດໃນການນໍາພາຈຳນວນສະມາຊິກພັກໄດ້ເພີ່ມຂຶ້ນໄວພໍສົມຄວນ, ກ່ອນການປົດປ່ອຍທົ່ວປະເທດມີພະນັກງານນຳພາແຕ່ຂັ້ນເມືອງຂຶ້ນໄປພຽງແຕ່ 2.000 ກວ່າຄົນ, ປະຈຸບັນມີເຖິງ 10.000 ຄົນ. ສະເພາະພະນັກງານຊັ້ນກາງ ແລະ ຊັ້ນສູງໄດ້ເພີ່ມຂຶ້ນ 5 ເທົ່າ.
    ລວມຄວາມວ່າໃນບາດກ້າວເດີນທຳອິດແຫ່ງການກໍ່ສ້າງລະບອບໃຫມ່ ເຖິງວ່າຈະປະເຊີນກັບຄວາມຫຍຸ້ງຍາກຫລາຍປະການທີ່ສັດຕູກໍ່ຂຶ້ນທີ່ເກີດມາຈາກຈຸດເລີ່ມຕົ້ນຂອງປະເທດຍັງຕໍ່ເກີນໄປ ແລະ ສະພາບການຫລາຍດ້ານຍັງບໍ່ທັນຫມັ້ນທ່ຽງ ພ້ອມທັງບໍ່ທັນມີກົນໄກຄຸ້ມຄອງເສດຖະກິດທີ່ຄົບຊຸດ ແລະ ສອດຄ່ອງກໍຕາມ, ແຕ່ຍ້ອນມີຄວາມສາມັກຄີຕັດສິນໃຈບຸກບືນກ້າວຂຶ້ນຂອງພະນັກງານ ແລະ ປະຊາຊົນທັງຊາດ. ມີການຊ່ວຍເຫລືອອັນໃຫຍ່ຫລວງຂອງສາກົນ ແລະ ຕົ້ນຕໍແມ່ນຍ້ອນມີການນຳພາອັນຖືກຕ້ອງ ແລະ ປະດິດສ້າງຂອງຄະນະພັກຂັ້ນຕ່າງໆກ່ອນອື່ນແມ່ນ ສະຫາຍ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ແລະ ຂອງສູນກາງພັກ, ສະນັ້ນຈຶ່ງສາມາດປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ປົກປັກຮັກສາລະບອບໃຫມ່ໄວ້ໄດ້ຢ່າງຫມັ້ນຄົງ. ປະເທດຊາດມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍເທື່ອລະກ້າວ. ສາມາດປະຕິບັດບັນດາຈຸດຫມາຍຂອງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດຄັ້ງທີ່ I ສຳເລັດໂດຍພື້ນຖານ, ອັນໄດ້ປະກອບສ່ວນສ້າງປະຖົມປັດໃຈ ແລະ ເງື່ອນໄຂສະດວກໃຫ້ແກ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດ.
IV.ບູລະນະອົງການຈັດຕັ້ງນໍາພາ ແລະ ຄຸ້ມຄອງທັງເຊີດຊູກ ລັງສູ້ລົບຂອງການຈັດຕັ້ງຮາກຖານ ເພື່ອຕອບສະຫນອງກັບພາລະາໃຫມ່ນັບແຕ່ປີ 1986 ເຖິງປະຈຸບັນ. *ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IV ຂອງພັກ ( 1986 ).
    ວັນທີ 13 ພະຈິກ 1986, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ, ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ມີຜູ້ແທນສົມບູນ 303 ສະຫາຍທີ່ເປັນຕົວແທນໃຫ້ສະມາຊິກພັກ 45.000 ສະຫາຍໃນທົ່ວປະເທດ; ຖືກເຊີນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ຍັງມີຕົວແທນວິລະຊົນ, ນັກຮົບແຂ່ງຂັນ, ຜູ້ຊົງຄຸນວຸດທິ ແລະ ສະມາຊິກອາວຸໂສຂອງພັກຈໍານວນ 200 ຄົນ. ຄະນະຜູ້ແທນຂອງພັກອ້າຍນ້ອງກໍໄດ້ເຊີນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້.
   ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄຫມທີ IV ປະກອບມີ 60 ສະຫາຍ ໃນນັ້ນກາໍມະການສົມບູນ 51 ສະຫາຍ ແລະ ກຳມະການສຳຮອງ 9 ສະຫາຍກອງປະຊຸມຄົບຄະນະຄັ້ງທີຫນຶ່ງຂອງຄະນະບໍລິຫານງານສູນກາງພັກສະໄຫມທີ V ໄດ້ເປັນເອກະສັນເລືອກຕັ້ງກົມການເມືອງສູນກາງພັກປະກອບດ້ວຍກຳມະການສົມບູນ 11 ສະຫາຍ ແລະ ກຳມະການສຳຮອງ 2 ສະຫາຍ, ເລືອກຕັ້ງຄະນະເລຂາທິການສູນກາງພັກປະກອບດ້ວຍ 9 ສະຫາຍ. ກອງປະຊຸມຄົບຄະນະຄັ້ງນີ້ໄດ້ເປັນເອກະສັນຢ່າງສົມບູນ ເລືອກຕັ້ງ ສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່.
ຄະນະບໍລິຫານງານສູນກາງພັກໄດ້ຕົກລົງມອບໃຫ້ສະຫາຍ ສະຫມານ ວິຍະເກດ ສືບຕໍ່ເປັນຫົວຫນ້າຄະນະຈັດຕັ້ງສູນກາງພັກອີກສະໄຫມຫນຶ່ງ.
    ເພື່ອຮັບປະກັນເຮັດໃຫ້ບັນດາທິດທາງຫນ້າທີ່ ທີ່ກອງປະຊຸມໃຫຍ່ ຄັ້ງທີ IV ວາງອອກໃຫ້ບັນລຸຜົນສຳເລັດຢ່າງມີໄຊນັ້ນ, ກອງປະຊຸມໃຫຍ່ກໍໄດ້ກຳນົດຫນ້າທີ່ວຽກງານກໍ່ສ້າງພັກ ໂດຍແນໃສ່ເພີ່ມທະວີບົດບາດແຫ່ງການນຳພາຂອງພັກ, ເຊີດຊູຄຸນປະໂຫຍດ ແລະ ປະສິດທິຜົນແຫ່ງການນຳພາ ແລະ ກຳລັງສູ້ຮົບຂອງພັກຢູ່ໃນໄລຍະໃຫມ່ຂອງການປະຕິວັດ. ກອງປະຊຸມໃຫຍ່ຊີ້ບອກວ່າ: ຫນ້າທີ່ວຽກງານກໍ່ສ້າງພັກ, ໃນສະເພາະຫນ້ານີ້ແມ່ນບູລະນະບັນດາອົງການຈັດຕັ້ງນໍາພາ ແລະ ຄຸ້ມຄອງ, ເຊີດຊູກໍາລັງສູ້ຮົບຂອງການຈັດຕັ້ງຮາກຖານ, ດັດແປງວຽກງານພະນັກງານ, ເສີມຂະຫຍາຍບົດບາດການນຳຫນ້າເປັນແບບຢ່າງຂອງສະມາຊິກພັກ; ສ້າງແບບແຜນເຮັດວຽກ, ແບບໃຫມ່, ຮັກສາບັນດາຫລັກການຈັດຕັ້ງ ແລະ ດໍາເນີນຊີວິດຢູ່ໃນພັກຢ່າງເຂັ້ມງວດ, ເພີ່ມທະວີວຽກງານແນວຄິດ ແລະ ທິດສະດີຢ່າງແຂງແຮງແນໃສ່ຮັບເອົາຈິດສໍານຶກໃຫມ່ ແລະ ຈິນຕະນາການໃຫມ່, ກ້າວເຂົ້າສູ່ຊຸມປີທ້າຍຂອງ 1980, ສະພາບການແຫ່ງການດຳເນີນປະຕິຮູບ (ເປເຣັສໂຕຼຍກາ) ຢູ່ສະຫະພາບໂຊວຽດ ແລະ ບັນດາປະ ເທດສັງຄົມນິຍົມເອີຣົບຕາເວັນອອກພວມປະສົບວິກິດການຢ່າງຮ້າຍແຮງ; ຢູ່ໃນປະເທດເຮົາສົມທົບກັບຄວາມຫຍຸ້ງຍາກໃນດ້ານຕ່າງໆອັນເນື່ອງມາຈາກສັດຕູກໍ່ຂຶ້ນ, ໄພທໍາມະຊາດທຳລາຍ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໄດ້ສົ່ງຜົນສະທ້ອນກະທົບເຖິງແນວຄິດຈິດໃຈຂອງພະນັກງານສະມາຊິກພັກ ແລະ ປະຊົນເຮົາ, ເຮັດໃຫ້ເກີດມີຄວາມລັ່ງເລ, ງໍ້ງ່ຽງ, ຄວາມເຊື່ອຫມັ້ນຕໍ່ຊະນະຂອງພາລະກິດປ່ຽນແປງໃຫມ່ ແລະ ເສັ້ນທາງແຫ່ງການກ້າວຂຶ້ນຂອງປະເທດຊາດຫລຸດລົງ.
    ຕໍ່ຫນ້າສະພາບການດັ່ງກ່າວ, ຄະນະບໍລິຫານງານສູນກາງພັກ ໄດ້ເປີດກອງປະຊຸມຄົບຄະນະຄັ້ງທີ 8 ສະໄຫມທີ IV ( ເດືອນ ຕຸລາ 1989 ) ກອງປະຊຸມໄດ້ຕີລາຄາສະພາບແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນເຮົາໃນສະພາບການໃຫມ່ ແລະ ໄດ້ຊີ້ແຈ້ງວ່າ: ໃນສະພາບການໃຫມ່ພວກເຮົາຕ້ອງເພີ່ມທະວີວຽກງານການເມືອງແນວຄິດຢ່າງຮອບດ້ານ ແລະ ເນື່ອງນິດລຽນຕິດ, ມະຕິກອງປະຊຸມສູນກາງພັກຄັ້ງທີ 8 ໄດ້ກຳນົດຫນ້າທີ່ ແລະ ເນື້ອໃນຂອງວຽກງານການເມືອງແນວຄິດໃນໄລຍະໃຫມ່ອອກຄື:ຕ້ອງເຮັດ, ໃຫ້ທຸກຄົນເຂົ້າໃຈແຈ້ງວ່າ, ການຕໍ່ສູ້ໃນທ່າມກາງແຫ່ງການຢູ່ຮ່ວມກັນໂດຍສັນຕິ, ການພົບປະເຈລະຈາ ແລະ ການໂຍະຍານນັ້ນຍັງແມ່ນການຕໍ່ສູ້ຮອບດ້ານ, ດຸເດືອດ, ສັບສົນ ແລະ ເອົາເປັນເອົາຕາຍ, ຢັ້ງຢືນລັກສະນະດີເລີດ ແລະ ເດັດຂາດມີໄຊຂອງສັງຄົມນິຍົມ; ການປ່ຽນແປງໃຫມ່ແມ່ນຄວາມຈຳເປັນພາວະວິໄສແມ່ນຂະບວນວິວັດທີ່ມີລັກສະນະປະຕິວັດ ແລະວິທະຍາສາດ, ການປະຕິວັດຂອງປະເທດ.ເຮົາໃນໄລຍະໃຫມ່ນີ້ແມ່ນຢຶດຫມັ້ນຢູ່ໃນ6ຫລັກການພື້ນຖານດັ່ງນີ້ ຫລັກການທີ່1: ຢຶດຫມັ້ນຈຸດຫມາຍສັງຄົມນິຍົມ, ກາໍແຫນ້ນ118 ລັກສະນະຂອງການປະຕິ ວັດຢູ່ປະເທດເຮົາໃນໄລຍະໃຫມ່.
ຫລັກການທີ່2:ລັດທິມາກ-ເລນິນເປັນພື້ນຖານແນວຄິດຂອງຮັກເຮົາ, ຊີ້ນພາລະກິດຂອງການປະຕິວັດປະເທດເຮົາ.
ຫລັກການທີ່3:ການນຳພາຂອງພັກເປັນເງື່ອນໄຂຕັດສິນ. ຊີ້ຂາດໄຊຊະນະຂອງພາລະກິດປະຕິວັດຂອງປະຊາຊົນເຮົາ.
ຫລັກການທີ່4:ເຊີດຊູ ແລະ ເສີມຂະຫຍາຍປະຊາທິປະໄຕ ບົນພື້ນຖານຫລັກການປະຊາທິປະໄຕປະຊາຊົນ.
ຫລັກການທີ່5:ເພີ່ມທະວີກຳລັງແຮງແລະຄວາມສັກສິດຂອງຜະເດັດການປະຊາທິປະໄຕປະຊາຊົນ.
ຫລັກການທີ່6:ສົມທົບລະຫວ່າງລັດທິຮັກຊາດກັບລັດທິ. ສາກົນກໍາມະຊີບ ແລະ ສາກົນສັງຄົມນິຍົມ, ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄຫມ.
    ມະຕິກອງປະຊຸມສູນກາງຄັ້ງທີ່8 ໄດ້ຮັບການຜັນຂະຫຍາຍລົງສູ່ທຸກສໍານັກງານ-ອົງການທຸກທ້ອງຖິ່ນຮາກຖານຢ່າງໄວວາ, ຊຶ່ງໄດ້ແກ້ໄຂແນວຄິດຜິດເຂວປັບປຸງທາງດ້ານຄວາມຮັບຮູ້ ແລະ ຄວາມເຊື່ອຫມັ້ນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນເຮົາຢ່າງທັນການ.
    ໃນ 5 ປີທຳອິດແຫ່ງການດາໍເນີນພາລະກິດປ່ຽນແປງໃຫມ, ໂດຍເລີ່ມຈາກການປ່ຽນແປງໃຫມ່ທາງດ້ານເສດຖະກິດ, ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນໄດ້ຜັນແປໄປຢ່າງສັບສົນ, ບັນດາອິດທິກໍາລັງປໍລະປັກໄດ້ເຄື່ອນໄຫວທຳລາຍມ້າງເພການປະຣະ ລາວໃນທຸກດ້ານຢ່າງເລິກແລບ, ຮ້າຍແຮງ, ສະພາບເສດຖະກິດ ຄົມມີຄວາມຫຍຸ້ງຍາກຫລາຍປະການກໍຕາມ, ແຕ່ໂດຍພາຍໃຕ້ການນໍາພາຂອງພັກ, ດ້ວຍຈິດໃຈແຫ່ງການປ່ຽນແປງໃຫມ່, ປະຊາຊົນ:ສະກັດກັ້ນ ແລະ ທັບມ້າງກົນອຸບາຍມ້າງເພທໍາລາຍຂອງສັດຕູຢ່າທັນການ, ປົກປັກຮັກສາຄວາມເປັນເອກະລາດອະທິປະໄຕຂອງຊາດ ແລະ ລະບອບໃຫມ່ໄວ້ໄດ້ຢ່າງຫມັ້ນຄົງ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ຫນັກແຫນ້ນໂດຍພື້ນຖານ; ເສດຖະກິດ, ແຫ່ງຊາດມີການຫັນປ່ຽນທີ່ສຳຄັນ, ຈັງຫວະການຂະຫຍາຍຕົວຂອງເສດຖະກິດໄວຂຶ້ນ, ຍອດຜະລິດຕະພັນພາຍໃນປະເທດກໍໄດ້ເພີ່ມຂຶ້ນ, ການພົວພັນເສດຖະກິດກັບຕ່າງປະເທດໄດ້ເປີດກວ້າງອອກ, ຊີວິດການເປັນຢູ່ຂອງປະຊາຊົນຊັ້ນຄົນຕ່າງໆໄດ້ຮັບການປົວແປງຂຶ້ນ; ປະຊາທິປະໄຕທຸກດ້ານໃນຊີວິດສັງຄົມໄດ້ຮັບການເສີມຂະຫຍາຍລະບອບປະຊາທິປະໄຕປະຊາຊົນ ໄດ້ຮັບການປັບປຸງບູລະນະໃຫ້ແກ່ການດາໍເນີນພາລະກິດປ່ຽນແປງໃຫມ່ສືບຕໍ່ກ້າວໄປດ້ວຍຄວາມຫນັກແຫນ້ນ.
*ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ V ຂອງພັກປະຊາຊົນປະຕິວັດລາວ.
    ວັນທີ 27 ມີນາ 1991, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ V ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງ ການທີ່ນະຄອນຫຼວງວຽງຈັນ, ມີຜູ້ແທນເຂົ້າຮ່ວມ 367 ສະຫາຍ ເຊິ່ງເປັນຕົວແທນໃຫ້ສະມາຊິກພັກຈໍານວນ 60 ພັນສະຫາຍໃນທົ່ວປະເທດ, ກອງປະຊຸມໃຫຍ່ຄັ້ງນີ້ຍັງໄດ້ເຊີນຄະນະຜູ້ແທນພັກຂອງບັນດາປະເທດອ້າຍນ້ອງຈໍານວນຫນຶ່ງອີກ.
ກອງປະຊຸມໃຫຍ່ໄດ້ຟັງລາຍງານການສໍາຫລວດຂອງຄະນະ ບໍລິຫານງານສູນກາງພັກສະໄຫມທີ IV ແລະ ໄດ້ດາໍເນີນການຕິຊົມຕົນເອງ ແລະ ຕິຊົມກັນດ້ວຍຈິດໃຈກົງໄປກົງມາ, ມີລັກສະນະສ້າງສັນ, ກອງປະຊຸມໃຫຍ່ຕີລາຄາສູງຕໍ່ຄວາມບາກບັ່ນພະຍາຍາມອັນໃຫຍ່ຫລວງ, ຄວາມຫນັກແຫນ້ນ ແລະ ຫົວຄິດປະດິດສ້າງໃນການ ຊີ້ນໍາໆພາຂອງຄະນະບໍລິຫານງານສູນກາງພັກສະໄຫມທີIV, ອັນມີສະຫາຍເລຂາທິການໃຫຍ່ ໄກສອນ ພົມວິຫານ ເປັນຜູ້ນຳຫນ້າ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄຫມທີ V ປະກອບດ້ວຍ 59 ສະຫາຍ, ໃນນັ້ນກຳມະການສົມບູນ 55 ສະຫາຍ, ກຳມະການສຳຮອງ 4 ສະຫາຍ, ເພດຍິງ 4 ສະຫາຍ, ກອງ ປະຊຸມຄົບຄະນະຄັ້ງທີ່ຫນຶ່ງ (ສະໄຫມທີV) ໄດ້ເລືອກຕັ້ງກົມການ, ເມືອງສູນກາງພັກ ເຊິ່ງປະກອບດ້ວຍ 11 ສະຫາຍ, ສະຫາຍ ໄກສອນ ພົມວິຫານ ໄດ້ເລືອກເປັນປະທານຄະນະບໍລິຫານງານສູນກາງພັກ, ກອງປະຊຸມໄດ້ແຕ່ງຕັ້ງທີ່ປຶກສາຂອງຄະນະບໍລິຫານງານສູນກາງພັກ 3 ສະຫາຍ, ຄະນະບໍລິຫານສູນກາງໄດ້ຕົກລົງແຕ່ງຕັ້ງສະຫາຍ ທອງສິງ ທໍາມະວົງ ເປັນຫົວຫນ້າຄະນະຈັດຕັ້ງສູນກາງພັກ.
ກອງປະຊຸມໃຫຍ່ຄັ້ງນີ້ ຖືເປັນສຳຄັນພິເສດຕໍ່ການປ່ຽນແປງໃຫມ່ລະບົບການເມືອງ ໂດຍໄດ້ຊີ້ແຈ້ງວ່າການປ່ຽນແປງໃຫມ່ລະບົບການເມືອງຢູ່ປະເທດເຮົາບໍ່ຫມາຍຄວາມວ່າຕ້ອງປ່ຽນແປງລະບອບການເມືອງອື່ນ, ແຕ່ຫາກແມ່ນການບູລະນະການຈັດຕັ້ງຂອງລະບົບການເມືອງປະຊາທິປະໄຕປະຊາຊົນ ແລະ ປ່ຽນແປງໃຫມ່ແບບ, ວິທີເຄື່ອນໄຫວຂອງມັນ ບົນພື້ນຖານການກຳນົດພາລະບົດບາດ, ຫນ້າທີ່ຂອງແຕ່ລະປະກອບໃຫ້ຈະແຈ້ງ, ພ້ອມນັ້ນກອງປະຊຸມຍັງໄດ້ກຳນົດທິດນຳວ່າການປ່ຽນແປງໃຫມ່ລະບົບການເມືອງຄື: ຮັບປະກັນລັກສະນະສືບທອດ ແລະ ຂະຫຍາຍຕົວ, ຕ້ານແນວຄິດຮັກສາເດີມ ແລະ ທ່າອ່ຽງປະຕິເສດຢ່າງສິ້ນເຊີງບັນດາຜົນງານທີ່ຍາດມາໄດ້, ດຳເນີນໄປ. ເປັນແຕ່ລະບາດກ້າວດ້ວຍຄວາມຮອບຄອບ, ຫນັກແຫນ້ນ, ບໍ່ສ້າງຄວາມກະທົບກະເທືອນທີ່ຮ້າຍແຮງດ້ານສັງຄົມ ແລະ ຈິດຕະສາດ, ຮັບປະກັນສະຖຽນລະພາບຂອງປະເທດຊາດ, ດຳເນີນໄປຢ່າງຄົບຊຸດ ມີການປະສານສົມທົບຢ່າງກົມກຽວລະຫວ່າງການປ່ຽນແປງໃຫມ່ໃນຂົງເຂດຕ່າງໆດ້ວຍກັນ, ເຊີດຊູຄຸນນະພາບ ແລະ ກຳລັງແຮງໃຫມ່ໃຫ້ທຸກອົງການຈັດຕັ້ງ.
    ກອງປະຊຸມໃຫຍ່ໄດ້ຮັບຮອງເອົາລາຍງານກ່ຽວກັບການດັດແປງກົດລະບຽບຂອງພັກ, ຊຶ່ງກົດລະບຽບສະບັບດັດແປງຂອງພັກ. ໄດ້ຢືນຢັນເຖິງ 5 ຫລັກການ ແລະ ສາມທິດນກ່ຽວກັບການສ້າງພັກ, ເຮົາໃນໄລຍະໃຫມ່; ພັກປະຊາຊົນປະຕິວັດລາວເອົາບັນດາຫລັກມູນທີ່ມີລັກສະນະທົ່ວໄປຂອງລັດທິມາກ-ເລນິນເປັນພື້ນຖານແຫ່ງແນວຄິດທິດສະດີຂອງຕົນ, ນອກຈາກນັ້ນກໍຮັບສິ່ງຍອດຍິ່ງທາງດ້ານ. ສະຕິປັນຍາຂອງມວນມະນຸດ, ຫມູນໃຊ້ທິດສະດີວິທະຍາສາດ ແລະ ບົດຮຽນຂອງປະເທດຕ່າງໆໃຫ້ແທດເຫມາະກັບພຶດຕະກຳ ແລະ ເງື່ອນໄຂຕົວຈິງຂອງປະເທດເຮົາ, ເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ນຳໃຈສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ສົມທົບ ລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນຜ່ອງໄສ, ພັກຈັດຕັ້ງຕາມຫລັກການລວມສູນປະຊາທິປະໄຕ, ນໍາພາເປັນຫມູ່ຄະນະບຸກຄົນຜິດຊອບ, ພັກມີລະບຽບວິໄນເຂັ້ມງວດ, ພັກຖືຄວາມສາມັກຄີອັນໜຶ່ງອັນດຽວເປັນຫລັກການພື້ນຖານ... ; ຖືເອົາການຕິຊົມຕົນເອງ ແລະ ຕິຊົມກັນເປັນກົດເກນແຫ່ງການເຄື່ອນໄຫວ ແລະ ຂະຫຍາຍຕົວຂອງຕົນ; ພັກເຄື່ອນໄຫວຕາມແນວທາງມະຫາຊົນ, ອີງໃສ່ມະຫາຊົນ ແລະ ຜ່ານຂະບວນການປະຕິວັດຂອງມະຫາຊົນເພື່ອກໍ່ສ້າງ ແລະ ຂະຫຍາຍ ພັກ, ສົມທົບການກໍ່ສ້າງພັກທັງ 3 ດ້ານຄື: ດ້ານ ການເມືອງ, ແນວຄິດ, ແລະ ການຈັດຕັ້ງໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງ.
    ກອງປະຊຸມໃຫຍ່ຄັ້ງນີ້ມີຄວາມສາໍຄັນຕໍ່ພາລະກິດປ່ຽນແປງໃຫມ່ຂອງປະເທດເຮົາ,ໄດ້ບັນລຸຄວາມເປັນເອກະສັນໃນລະດັບສູງກ່ຽວກັບການກໍານົດໄລຍະ ແລະ ລັກສະນະຂອງການປະຕິວັດລາວ, ໃນໄລຍະໃຫມ່, ໄດ້ບູລະນະແນວທາງໃຫມ່ຂອງພັກ, ໂດຍສະເພາະແມ່ນການປ່ຽນແປງລະບົບການເມືອງ ແລະ ປ່ຽນແປງໃຫມ່ວຽກງານຈັດຕັ້ງຂອງພັກໄດ້ດຳເນີນໄປຕາມ 5 ທິດນຳ ແລະ ຫລັກການແຫ່ງການປ່ຽນແປງໃຫມ່ຄືດັ່ງນີ້:
1). ຖືບັນດາຫລັກມູນທີ່ມີລັກສະນະທົ່ວໄປຂອງລັດທິມາກ-ເລນິນເປັນພື້ນຖານຄວາມຄິດທິດສະດີຂອງພັກ.
2). ເຊື່ອມຊຶມ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕຢ່າງຖືກຕ້ອງ.
3).ເພີ່ມທະວີຄວາມສາມັກຄີເປັນເອກະພາບບົນພື້ນຖານແນວທາງແຜນການ ແລະ ຫລັກການລວມສູນປະຊາທິປະໄຕເພື່ອເຊີດຊູບົດບາດຂອງພັກ.
4).ສ້າງສາຍພົວພັນອັນຊະນິດແໜ້ນແບບກາຍອິນຊີ, ແບບເລືອດກັບເນື້ອລະຫວ່າງພັກປະຊາຊົນ, ສ້າງພັກໃນຂະບວນການຂອງມະຫາຊົນ.
5).ເອົາຄຸນນະພາບ ແລະ ປະສິດທິຜົນເປັນຕົ້ນຕໍໃນການປັບປຸງລະບົບການຈັດຕັ້ງຂອງພັກຂັ້ນຕ່າງໆ.
ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງພັກໃຫ້ປະກົດຜົນເປັນຈິງ, ຄະນະບໍລິຫານງານສູນກາງພັກ ໄດ້ເປີດກອງປະຊຸມຄົບຄະນະຫຼາຍຄັ້ງ ແລະ ໄດ້ຕົກລົງຫຼາຍບັນຫາກ່ຽວກັບວຽກງານຕ່າງໆ. ວັນທີ 25 ພຶດສະພາ 1991 ກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ(ສະໄໝທີ V ) ໄດ້ຕົກລົງໃນຫຼາຍບັນຫາ, ແຕ່ສິ່ງສຳຄັນໃນກອງປະຊຸມຄັ້ງນີ້ພິຈາລະນາກ່ຽວກັບຮ່າງລັດຖະທຳມະນູນສະບັບທຳອິດຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ວັນທີ 15/8/1991 ສະພາປະຊາຊົນສູງສຸດຊຸດທີ II ໄດ້ຮັບຮອງເອົາລັດຖະທຳມະນູນສະບັບທຳອິດຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ.
    ນີ້ແມ່ນຜົນສຳເລັດທີ່ສຳຄັນຍິ່ງໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ກ່ຽວກັບການກໍ່ສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອກປະຊາຊົນ; ເປັນການເປີດສາກການຄຸ້ມຄອງລັດຫັນເຂົ້າສູ່ລະບຽຍກົດໝາຍເປັນກ້າວໆ.
    ເພື່ອເຊີດຊູບົດບາດຂອງພັກໃນຖານະເປັນແກນນຳ, ຂອງລະບົບການເມືອງ, ສູນກາງໄດ້ຕົກລົງເປີດກອງປະຊຸມຈັດຕັ້ງທົ່ວນເທດ. ວັນທີ່ 17-27 ທັນວາ ປີ 1991, ກອງປະຊຸມຈັດຕັ້ງ ຄັ້ງທີ່ 7 ໄດ້:ຂຶ້ນທີ່ນະຄອນຫລວງວຽງຈັນ. ກອງປະຊຸມໄດ້ສັງເກດຕີລາຄາວຽກງານກໍ່ສ້າງພັກ-ພະນັກງານໃນໄລຍະຜ່ານມາ ແລະ ຢືນຢັນວ່າ:ພັກເຮົານັບແຕ່ມື້ກຳເນີດເກີດຂຶ້ນໄດ້ປະເຊີນຫນ້າໂດຍກົງກັບຈັກກະພັດທີ່ເຂັ້ມແຂງກວ່າຫມູ່ໃນໂລກຢ່າງຕໍ່ເນື່ອງ, ແຕ່ພັກເຮົາກໍສາມາດນຳເອົາ, ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆຈົນຍາດເອົາເອກະລາດມາໃຫ້ປະເທດຊາດ, ອິດສະຫລະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ, ປະຈຸບັນພວມນຳພາປະຊາຊົນສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ. ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນພັກເຮົາຍາມໃດກໍຍຶດຫມັ້ນໃນລັກສະນະຊົນຊັ້ນກຳມະກອນ, ເດັດດ່ຽວຕໍ່ສູ້ເພື່ອອຸດົມຄະຕິອັນສູງສົ່ງຂອງພັກ; ພັກຍາມໃດກໍເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ມີຫົວຄິດປະດິດສ້າງ ໃນການວາງແນວທາງ, ພັກມີຄວາມສາມັກຄີເປັນເອກະພາບ ໂດຍສະເພາະແມ່ນຢູ່ໃນອົງການນຳຂອງພັກ; ຍາມໃດກໍກຳແຫນ້ນຫລັກການແຫ່ງການສ້າງພັກແບບໃຫມ່ຕາມລັດທິມາກ-ເລນິນ, ພ້ອມກັນນັ້ນ ກອງປະຊຸມຍັງໄດ້ຕີລາຄາຈຸດອ່ອນ ແລະ ຂໍ້ຄົງຄ້າງກ່ຽວກັບການສ້າງພັກໃນໄລຍະຜ່ານມາວ່າ: ການປະຕິວັດໄດ້ຫັນໄປສູ່ໄລຍະໃຫມ່, ພັກເຮົາໄດ້ກາຍເປັນພັກກໍາອໍານາດ ແລະ ມີຄວາມຮັບຜິດຊອບຕໍ່ທົ່ວສັງຄົມ, ແຕ່ການສ້າງພັກຍັງບໍ່ທັນຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃຫມ່, ເຊິ່ງສະແດງອອກຄື:ແນວທາງນະໂຍບາຍຂອງພັກຫລາຍຢ່າງຍັງບໍ່ທັນໄດ້ຮັບການເຊື່ອມຊຶມຢ່າງເລິກເຊິ່ງ ແລະ ບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງເທົ່າທີ່ຄວນ.
    ກອງປະຊຸມຈັດຕັ້ງທົ່ວປະເທດຄັ້ງນີ້ໄດ້ກໍານົດທິດທາງ, ຫນ້າທີ່ວຽກງານກໍ່ສ້າງພັກ-ພະນັກງານໃນໄລຍະໃຫມ່ຄື :ປ່ຽນແປງໃຫມ່ວຽກງານສຶກສາອົບຮົມການເມືອງແນວຄິດ, ອົບຮົມອຸດົມຄະຕິ ແລະ ຈຸດຫມາຍຂອງການປະຕິວັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ປ່ຽນແປງໃຫມ່ວຽກງານກໍ່ສ້າງພັກດ້ານການຈັດຕັ້ງ ກ່ອນອື່ນຫມົດຕ້ອງປະຕິບັດຫລັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ເພີ່ມທະວີການນໍາພາຂອງພັກຕິດພັນກັບການເສີມຂະຫຍາຍບົດບາດຂອງລັດ, ປັບປຸງ ແລະ ກຳແຫນ້ນບັນດາເຄື່ອງມືຜະເດັດການຂອງອຳນາດອະທິປະໄຕປະຊາຊົນ, ການປະກອບບຸກຄະລະກອນເຂົ້າໃນຄະນະພັກຂັ້ນຕ່າງໆ ຕ້ອງມີປະຊາທິປະໄຕ, ສ້າງເງື່ອນໄຂໃຫ້ສະມາຊິກພັກ ແລະ ປະຊາຊົນປະກອບຄວາມຄິດຄວາມເຫັນ, ບູລະນະບັນດາອົງການທີ່ເປັນເສນາທິການຂອງພັກ, ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃຫມ່ຈຳເປັນຕ້ອງສ້າງພະນັກງານທີ່ສົມຄູ່ກັບຫນ້າທີ່ການເມືອງ, ທັງມີຄວາມຫນັກແຫນ້ນຢ່າງເປັນລະບົບຄົບຊຸດ, ມີລັກສະນະສືບທອດ ແລະ ຮັບປະກັນທາງດ້ານປະລິມານກໍຄືຄຸນນະພາບ…; ໃນບົດຄໍາເຫັນຕໍ່ກອງປະຊຸມ, ປະທານ ໄກສອນ ພົມວິຫານ ໄດ້ເນັ້ນຫນັກເຖິງທິດນຳໃນກໍ່ສ້າງພັກວ່າ: "ການກໍ່ສ້າງພັກຕ້ອງຖືເອົາຄຸນນະພາບເປັນກົກຂະຫຍາຍພັກຕ້ອງຕິດພັນກັບການປັບປຸງພັກ; ສ້າງພັກໃນຂະບວນການຂອງມະຫາຊົນ". ກອງປະຊຸມຈັດຕັ້ງທົ່ວປະເທດຄັ້ງນີ້ ອາດເວົ້າໄດ້ວ່າມີຄວາມສຳຄັນຖັດຈາກກອງປະຊຸມໃຫຍ່ຄັ້ງທີ່ V ຂອງພັກ,ມັນແມ່ນກອງປະຊຸມສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃຫມ່ລະບົບການເມືອງທີ່ກອງປະຊຸມໃຫຍ່ຄັ້ງທີVຂອງພັກວາງອອກນັ້ນໃຫ້ເປັນອັນລະອຽດ.
ໃນທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນເຮົາພວມສຸມຈິດສຸມໃຈປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ່V ຂອງພັກນັ້ນກໍໄດ້ມີເຫດການອັນເສົ້າສະຫລົດໃຈເກີດຂຶ້ນ, ເວລາ 11ໂມງ23ນາທີ ຂອງວັນທີ່ 21 ພະຈິກ 1992 ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປວງຊົນລາວທັງຊາດໄດ້ເຖິງແກ່ມໍລະນະກຳ. ການມໍລະນະກຳຂອງປະທານ ໄກສອນ ພົມວິຫານ ເປັນການສູນເສຍອັນໃຫຍ່ຫລວງຂອງພັກ ແລະ ຂອງຊາດລາວ, ການປະຕິວັດລາວໄດ້ສູນເສຍຜູ້ນຳທີ່ດີເດັ່ນ, ປີຊາສາມາດໄປອີກຜູ້ຫນຶ່ງ; ປະທານ ໄກສອນ ພົມວິຫານ ເປັນນັກຮັກຊາດທີ່ກ້າແກ່ນ, ເປັນນັກປະຕິວັດທີ່ແທ້ຈິງ, ເປັນຜູ້ນໍາທີ່ມີຄວາມສາມາດສະຫລາດສ່ອງໄສ, ເປັນປັນຍາຊົນປະຕິວັດ, ເປັນນັກພຶດຕິກໍາທີ່ສອງໄສ, ສະຫາຍໄກສອນ ພົມວິຫານ ສົມແລ້ວເປັນວິລະບູລຸດຂອງຊາດລາວ.
ໃນຖານະຜູ້ກໍ່ຕັ້ງພັກຂອງພວກເຮົາ ປະທານ ໄກສອນ ພົມວິຫານ ໄດ້ຖືສຳຄັນຕະຫລອດມາວຽກງານປັບປຸງ ແລະ ກໍ່ສ້າງພັກເຂັ້ມແຂງໃນທຸກດ້ານ. ເພິ່ນໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ ພິເສດແມ່ນອົງການນຳຂອງພັກນັ້ນເຫມືອນດັ່ງຮັກສາຫມາກຫົວໃຈຂອງຕົນເອງ. ເພິ່ນເປັນຜູ້ກຳ ແຫນ້ນທີ່ສຸດ ແລະ ເຄົາລົບຢ່າງເຄັ່ງຄັດບັນດາຫລັກການລວມສູນປະຊາທິປະໄຕນຳພາເປັນຫມູ່ຄະນະ ບຸກຄົນຮັບຜິດຊອບ, ເຊື່ອຫມັ້ນຕໍ່ສະຕິປັນຍາໂຮມຍອດ ແລະ ຄວາມສາມາດຂອງຫມູ່ຄະນະ... ເພິ່ນບໍ່ລົດລະສ້າງ ແລະ ປັບປຸງຄວາມເປັນເອກະພາບທັງໃນການຕົກລົງບັນຫາ ແລະ ທັງນຳພາຊີ້ນຳຕົວຈິງ, ເພິ່ນກໍ່ເປັນແບບຢ່າງໃນການຕໍນິຕົນເອງ ແລະ ຕິຊົມກັນ, ຖືອັນນັ້ນເປັນພາຫະນະສໍາຄັນໃນການປັບປຸງ ແລະ ເພີ່ມທະວີຄວາມເປັນເອກະພາບພາຍໃນພັກເຮັດໃຫ້ພັກມີຄວາມປອດໃສ...
    ເພື່ອສືບຕໍ່ນຳພາພາລະກິດປະຕິວັດຂອງພັກ ແລະ ຂອງປະຊາຊົນລາວ, ໃນວັນທີ່ 24 ພະຈິກ 1992 ກອງປະຊຸມວິສາມັນຂອງຄະນະບໍລິຫານງານສູນກາງພັກໄດ້ເປັນເອກະສັນເລືອກຕັ້ງ ສະຫາຍ ຄໍາໄຕ ສີພັນດອນ ເປັນປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ໃນວັນທີ່ 25 ພະຈິກ 1992 ກອງປະຊຸມ ວິສາມັນຂອງສະພາປະຊາຊົນສູງສຸດຊຸດທີ່ II ໄດ້ເປັນເອກະສັນເລືອກຕັ້ງ ສະຫາຍ ຫນູຮັກ ພູມສະຫວັນ ເປັນປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ.
ວັນທີ 20 ທັນວາ ປີ 1992 ທົ່ວປະເທດໄດ້ດຳເນີນການເລືອກຕັ້ງຜູ້ແທນສະພາແຫ່ງຊາດຊຸດທີ III, ກອງປະຊຸມຄັ້ງປະຖົມມະລຶກຂອງສະມາຊິກສະພາແຫ່ງຊາດໄດ້ເປັນເອກະສັນເລືອກຕັ້ງ ສະຫາຍ ສະຫມານ ວິຍະເກດ ກຳມະການກົມການເມືອງສູນກາງພັກເປັນປະທານສະພາແຫ່ງຊາດຊຸດທີ III.
    ວັນທີ 20 ກັນຍາ ປີ 1993, ກອງປະຊຸມຄົບຄະນະຄັ້ງທີ 7 ( ສະໄຫມທີ V ) ຂອງຄະນະບໍລິຫານງານສູນກາງພັກໄດ້ພິຈາລະນາ ແລະ ຕົກລົງຫລາຍບັນຫາ, ໃນນັ້ນກອງປະຊຸມໄດ້ອອກມະຕິກ່ຽວກັບການພັດທະນາຊັບພະຍາກອນມະນຸດ; ທ້າຍປີ 1993 ກອງປະຊຸມຕົວແທນຫນ່ວຍພັກທົ່ວປະເທດທີ່ໄຂຂຶ້ນ ໄດ້ກຳນົດມາດຖານຂອງຫນ່ວຍພັກແຂງ-ຮູ້ນໍາພາຮອບດ້ານໄດ້ກຳນົດມາດຖານອອກຄື: ຮູ້ສຶກສາອົບຮົມການເມືອງ, ນຳພາແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ຫາຊົນ; ຮູ້ອີງໃສ່ບັນດາທິດທາງ, ແນວທາງ, ແຜນນະໂຍບາຍ, ບັນດາ ມະຕິຄໍາສັ່ງຂອງຂັ້ນເທິງເພື່ອສ້າງເປັນແຜນການເຄື່ອນໄຫວລະອຽດ ໃນແຕ່ລະດ້ານ, ແລ້ວນາໍພາຈັດຕັ້ງປະຕິບັດແຜນການດັ່ງກ່າວຢ່າມີ ປະສິດທິຜົນ; ຮູ້ນຳພາອຳນາດການປົກຄອງ ແລະ ອົງການຈັດຕັ້ງມະຫາຊົນ; ຮູ້ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຮູ້ປັບປຸງສ້າງຫນ່ວຍພັກ, ແລະ ຂະຫຍາຍສະມາຊິກພັກຕາມຈຸດພິເສດຂອງແຕ່ລະປະເພດ, ຫນ່ວຍພັກ ແລະ ຖືກຕ້ອງຕາມກົດລະ ບຽບຂອງພັກ.
    ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ V ຂອງພັກກ່ຽວ, ກັບການປ່ຽນແປງໃຫມ່ລະບົບການເມືອງ, ບັນດາອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ຄະນະຊາວຫນຸ່ມປະຊາຊົນປະຕິວັດລາວ, ສະຫະພັນແມ່ຍິງລາວ, ສະຫະພັນກໍາມະບານລາວ, ທີ່ເປັນພາກສ່ວນຫນຶ່ງຂອງລະບົບການເມືອງນັ້ນຕ່າງກໍໄດ້ເປີດກອງປະຊຸມໃຫຍ່ ຂອງຕົນເຊິ່ງໄດ້ກໍານົດພາລະບົດບາດ, ເນື້ອໃນ, ຮູບການເຄື່ອນໄຫວ ໃຫ້ສອດຄ່ອງກັບແນວທາງປ່ຽນແປງໃຫມ່ຂອງພັກ, ຮັບເອົາກົດລະບຽບດັດແປງໃຫມ່ ແລະ ເລືອກຕັ້ງຄະນະນຳຂອງອົງການຕົນ.
    ປີ 1993 ກອງປະຊຸມຕົວແທນຫນ່ວຍພັກທົ່ວປະເທດໄດ້ກຳນົດທິດທາງ-ທິດນຳ ໃນການກໍ່ສ້າງຮາກຖານພັກໃຫ້ເຂັ້ມແຂງ-ຮູ້ນຳພາຮອບດ້ານ ເພື່ອປະຕິບັດຕາມທິດນດັ່ງກ່າວ, ວັນທີ 17/8/1996 ກົມການເມືອງສູນກາງພັກໄດ້ມີຄາໍສັ່ງສະບັບເລກທີ 11 ວ່າດ້ວຍການເພີ່ມທະວີການນໍາພາຂອງຄະນະພັກຂັ້ນຕ່າງໆ ໃນການປັບປຸງ ກໍ່ສ້າງຮາກຖານພັກໃຫ້ເຂັ້ມແຂງ-ຮູ້ນໍາພາຮອບດ້ານຕາມ 4 ເນື້ອໃນຄື: ປັບປຸງເນື້ອໃນ ແລະ ວິທີການເຄື່ອນໄຫວຂອງແຕ່ລະປະເພດຫນ່ວຍພັກໃຫ້ແທດເຫມາະກັບແຕ່ລະບ່ອນ, ແນ່ໃສ່ຍົກສູງຄຸນນະພາບກຳລັງແຮງສູ້ຮົບຂອງການຈັດຕັ້ງຢູ່ຂັ້ນຮາກຖານໃຫ້ສູງຂຶ້ນເລື້ອຍໆ; ກໍ່ສ້າງການຈັດຕັ້ງພັກ ແລະ ຫນ່ວຍພັກໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ; ເອົາໃຈໃສ່ວຽກງານສຶກສາອົບຮົມ, ບາລຸງສະມາຊິກພັກ ໂດຍສະເພາະແມ່ນສະຫາຍເລຂາຫນ່ວຍພັກ ເພື່ອປັບປຸງທາງດ້ານທາດແທ້ຂອງພັກ, ອຸດົມການ, ລັກສະນະຊົນຊັ້ນນຳຫນ້າ ແລະ ລັກສະນະຕໍ່ສູ້; ການປັບປຸງກໍ່ສ້າງການຈັດຕັ້ງຮາກຖານພັກ, ຫນ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໂດຍຕິດພັນກັບການປັບປຸງລະບົບການເມືອງຢູ່ຮາກຖານຕາມ 5 ມາດຖານຄື: 1).ຮູ້ນຳພາດ້ານການເມືອງ, ແນວຄິດສະມາຊິກພັກ, ມະຫາຊົນ ແລະ ປະຊາຊົນ; 2). ຮູ້ນຳພາທາງດ້ານເສດຖະກິດ ແລະ ສັງຄົມ; 3).ຮູ້ນຳພາອຳນາດການປົກ ແລະ ອົງການຈັດຕັ້ງມະຫາຊົນ; 4). ຮູ້ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; 5).ຮູ້ປັບປຸງກໍ່ສ້າງຫນ່ວຍພັກ ແລະ ຂະຫຍາຍພັກກໍ່ຄືການກໍ່ສ້າງພະນັກງານ.
*ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ຂອງພັກປະຊາຊົນປະຕິວັດລາວ.
    ວັນທີ 18 ມີນາ 1996, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກໄດ້ເປີດຂຶ້ນທີ່ນະຄອນຫຼວງວຽງຈັນ, ມີຜູ້ແທນເຂົ້າຮ່ວມ 381 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ 78.000 ສະຫາຍໃນທົ່ວປະເທດ. ກອງປະຊຸມໃຫຍ່ຂອງພັກເທື່ອນີ້ໄດ້ເຊີນຄະນະຜູ້ແທນພັກຂອງປະເທດອ້າຍນ້ອງຈໍານວນຫນຶ່ງເຂົ້າຮ່ວມ.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄຫມທີ VI, ຊຶ່ງປະກອບດ້ວຍ 49 ສະຫາຍ, ເພດຍິງ 4 ສະຫາຍ, ໃນກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ໄດ້ເລືອກຕັ້ງກົມການເມືອງສູນກາງພັກຊຶ່ງປະກອບດ້ວຍ 9 ສະຫາຍ ແລະ ໄດ້ເລືອກຕັ້ງສະຫາຍ ຄໍາໄຕ ສີພັນດອນ ເປັນປະທານຄະນະບໍລິຫານງານສູນກາງພັກ, ໄດ້ແຕ່ງຕັ້ງ ສະຫາຍ ຫນູຮັກ ພູມສະຫວັນ ເປັນທີ່ປຶກສາຂອງຄະນະບໍລິຫານງານສູນກາງພັກ. ຄະນະບໍລິຫານງານສູນກາງພັກໄດ້ຕົກລົງແຕ່ງຕັ້ງສະຫາຍ ທອງສິງ ທຳມະວົງ ເປັນຫົວຫນ້າຄະນະຈັດຕັ້ງສູນກາງພັກ.
ກອງປະຊຸມໃຫຍ່ຄັ້ງນີ້ບົນພື້ນຖານການໄຈ້ແຍກຜົນງານ ແລະ ຂໍ້ຂາດຕົກບົກຜ່ອງຜ່ານມາ, ລາຍງານການເມືອງໄດ້ມີຂໍ້ສະຫລຸບ ແລະ ຖອດຖອນບົດຮຽນອັນປະເສີດຈາກພຶດຕິກຳອັນມີຊີວິດຊີວາແຫ່ງການດຳເນີນພາລະກິດປ່ຽນແປງໃຫມ່ໃນໄລຍະ 10 ປີຜ່ານມາ.
1/.ການເພີ່ມທະວີຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວປວງຊົນຕິດແຫນ້ນກັບການເຊີດຊູນໃຈຮັກຊາດ, ເສີມຂະຫຍາຍຈິດໃຈເອກະພາບ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງແມ່ນປັດໃຈຕັດສິນຜົນສຳເລັດຂອງພາລະກິດປ່ຽນແປງໃຫມ່.
2/.ອີງໃສ່ປະຊາຊົນ, ເສີມຂະຫຍາຍກຳລັງແຮງອັນມະຫາສານຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນແມ່ນປັດໃຈທີ່ເປັນພື້ນຖານເຮັດໃຫ້ການປະຕິວັດກ້າວຂຶ້ນເລື້ອຍໆ. 3/.ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມແມ່ນເງື່ອນໄຂອັນຈຳເປັນສຳລັບການປ່ຽນແປງໃຫມ່. 4/.ເພີ່ມທະວີບົດບາດນຳພາຂອງພັກໃນທຸກຂົງເຂດວຽກງານ ແລະ ເຊີດຊູຄວາມສັກສິດແຫ່ງການຄຸ້ມຄອງລັດ ແມ່ນເງື່ອນໄຂຮັບປະກັນໃຫ້ແກ່ການປ່ຽນແປງໃຫມ່ດຳເນີນໄປຢ່າງຖືກຕ້ອງຕາມແນວທາງ ແລະືຈຸດຫມາຍຂອງພັກ, ເສີມຂະຫຍາຍກຳລັງແຮງຂອງຊາດສົມທົບກັບກຳລັງແຮງຂອງຍຸກສະໄຫມ.
5/.ຍາດແຍ່ງເອົາການສະຫນັບສະຫນູນ ແລະ ການຊ່ວຍເຫລືອຈາກສາກົນຢ່າງມີຫລັກການອັນນັ້ນແມ່ນເງື່ອນໄຂຈຳເປັນທີ່ຂາດບໍ່ໄດ້ສຳລັບການສ້າງສາພັດທະນາປະເທດຊາດຂອງພວກເຮົາ.
ກອງປະຊຸມໃຫຍ່ໄດ້ໄຈ້ແຍກສະພາບແວດລ້ອມສາກົນ ແລະ ສະພາວະຄວາມເປັນຈິງຂອງປະເທດຊາດຢ່າງເລິກເຊິ່ງ ແລະ ຊີ້ບອກວ່າພວກເຮົາມີຄວາມສາມາດພຽງພໍທີ່ຈະສ້າງສາປະເທດຊາດ, ໃຫ້ຈະເລີນກ້າວຫນ້າ ໂດຍຜ່ານແຕ່ລະບາດກ້າວອັນແນ່ນອນ, ບົນຈິດໃຈດັ່ງກ່າວກອງປະຊຸມໄດ້ກຳນົດຈຸດຫມາຍສຳລັບໄລຍະຮອດປີ 2020 ຄື: ສູ້ຊົນເຮັດໃຫ້ປະເທດເຮົາຫລຸດພົ້ນຈາກສະພາວະດ້ອຍ. ພັດທະນາເສດຖະກິດ-ສັງຄົມມີການພັດທະນາ ແລະ ໄດ້ມີການຫັນປ່ຽນໃຫມ່ດ້ວຍລະດັບຕ່າງກັບສະພາບປະຈຸບັນຄື:ການຜະລິດ, ກະສິກຳ ແລະ ອຸດສາຫະກຳມີການຂະຫຍາຍຕົວ ແລະ ມີບາງດ້ານ, ທັນສະໄຫມ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທໍາ ຂອງປະຊາຊົນເປັນປົກກະຕິ, ແລະ ມີຄຸນນະພາບສູງຂຶ້ນ; ພົນລະເມືອງໄດ້ຮັບການສຶກສາ ແລະ ບໍລິການດ້ານສາທະນະສຸກຢ່າງທົ່ວເຖິງ, ວັດທະນະທໍາອັນດີງາມຂອງຊາດໄດ້ຮັບການເສີມຂະຫຍາຍຢ່າງອຸດົມຮັ່ງມີ, ສະຫວັດດີການອັນພື້ນຖານມີການຮັບປະກັນ; ບຸກຄະລາກອນ ແລະ ກຳລັງແຮງທີ່ມີຄວາມສາມາດໃຫ້ຕອບສະຫນອງ ຄວາມຕ້ອງການຂັ້ນພື້ນຖານຂອງການພັດທະນາປະເທດ; ສັງຄົມມີຄວາມສະຫງົບສຸກ, ລະບົບການເມືອງປະຊາທິປະໄຕປະຊາຊົນທີ່ມີພັກເປັນແກນນຳມີຄວາມຫນັກແຫນ້ນເຂັ້ມແຂງ; ເຮັດໃຫ້ປະເທດເຮົາມີການພົວພັນກັບສາກົນ ແລະ ສາມາດຂະຫຍາຍຕົວເຈືອຈານເຂົ້າກັບທ່າອ່ຽງລວມຂອງຍຸກສະໄຫມ ກອງປະຊຸມໃຫຍ່ໄດ້ຮັບຮອງເອົາກົດລະບຽບສະບັບດັດແປງຂອງພັກ. ໃນກົດລະບຽບດັດແປງເພີ່ມເຕີ່ມນັ້ນໄດ້ເນັ້ນໜັກລັກສະນະຊົນຊັ້ນ ແລະ ອຸດົມການຂອງພັກ; ໄດ້ກຳນົດແຈ້ງທິດນຳໃນການກໍ່ສ້າງພັກຄື:
1/.ເອົາໃຈໃສ່ສຶກສາອົບຮົມ ແລະ ກໍ່ສ້າງພັກໃຫ້ເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ.
2/.ສົມທົບລະຫວ່າງການກໍສ້າງພັກກັບການເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດ, ເສີ່ມຂະຫຍາຍບົດບາດຂອງອົງການຈັດຕັ້ງມະຫາຊົນ.
3/.ປັບປຸງກໍ່ສ້າງພັກຕ້ອງຖືເອົາຄຸນນະພາບເປັນກົກ, ຮັບເອົາຜູ້ທີ່ດີເດັ່ນມາດຖານຄົບຖ້ວນເຂົ້າພັກ, ເດັດດ່ຽວເອົາຜູ້ເຊື່ອມຄຸນປ່ຽນທາດອອກຈາກພັກ.
ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ໄດ້ຢັ້ງຢືນໃຫ້ເຫັນຈະແຈ້ງອີກເທື່ອໜຶ່ງເຖິງຄວາມສາມັກຄີເອກະພາບ ແລະ ຄວາມຮັບຜິດຊອບການເມືອງໃນລະດັບສູງຂອງພັກຕໍ່ສະຕາກຳ ແລະ ອະນາຄົດຂອງປະເທດຊາດ, ກອງປະຊຸມໃຫຍ່ໄດ້ຢືນຢັນຢ່າງໜັກແໜ້ນກ່ຽວກັບການສຶບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກເຮົາ.
*ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VII ຂອງພັກປະຊາຊົນປະຕິວັດລາວ.
ທີ 12 ມີນາ 2001, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດອຄັ້ງທີ VII ຂອງພັກປະຊາຊົນປະຕິວັດລາວໄດ້ໄຂຂຶ້ນທີ່ນະຄອນຫຼວງວຽງຈັນ ມີຜູ້ແທນເຂົ້າຮ່ວມ 452 ສະຫາຍ ຕາງຫນ້າໃຫ້ສະມາຊິກພັກ 112 ພັນສະຫາຍໃນທົ່ວປະເທດ.
    ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VII ຂອງພັກປະຊາຊົນປະຕິວັດລາວ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ປະກອບມີ 53 ສະຫາຍ, ໃນນັ້ນເພດຍິງ 3 ສະຫາຍ.
    ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກສະໄຫມທີ VII ໄດ້ເປັນເອກະສັນກັນເລືອກຕັ້ງກົມການເມືອງສູນກາງພັກປະກອບດ້ວຍ 11 ສະຫາຍ, ໃນວາລະກອງປະຊຸມຄັ້ງນີ້ກໍ່ໄດ້ເປັນເອກະສັນກັນຢ່າງສົມບູນເລືອກຕັ້ງສະຫາຍ ຄໍາໄຕ ສີພັນດອນ ທີ່ເຄົາລົບຮັກເປັນປະທານຄະນະບໍລິຫານງານສູນກາງພັກອີກສະໄຫມຫນຶ່ງ; ເລືອກຕັ້ງເອົາສະຫາຍ ວົງເພັດ ໄຊເກີຢາຈົງຕົວເປັນປະທານຄະນະກຳມະການກວດກາຂັ້ນສູນກາງ, ຄະນະບໍລິຫານງານສູນກາງພັກໄດ້ຕົກລົງມອບໃຫ້ສະຫາຍ ບຸນທອງ ຈິດມະນີ ເປັນຫົວຫນ້າຄະນະຈັດຕັ້ງສູນກາງພັກ.
ກອງປະຊຸມໃຫຍ່ ຄັ້ງທີ່ VII ດຳເນີນໃນຈຸດເວລາທີ່ສະຕະວັດທີ່ 20 ຫາກໍ່ຜ່ານໄປ ແລະ ມວນມະນຸດໃນທົ່ວໂລກ ພວມກ້າວເຂົ້າສູ່ສະຕະວັດທີ 21 ດ້ວຍຈຸດພິເສດດ້ານໄລຍະການຄືແນວນັ້ນ, ພວກເຮົາຈຶ່ງທົບທວນຄືນບັນດາເຫດການສໍາຄັນທີ່ໄດ້ກໍ່ໃຫ້ເກີດການປ່ຽນແປງ ແລະ ການຂະຫຍາຍຕົວໃນໂລກ ແລະ ໃນປະເທດເຮົາ.
    ກອງປະຊຸມໃຫຍ່ໄດ້ເນັ້ນຫນັກເຖິງວຽກງານກໍ່ສ້າງພັກ. ກ່ອນອື່ນແມ່ນເພີ່ມທະວີບົດບາດການນຳພາຂອງພັກ, ສ້າງພັກໃຫ້ຫນັກແຫນ້ນເຂັ້ມແຂງ. ບົດລາຍງານການເມືອງໄດ້ຊີ້ອອກວ່າ: ການເພີ່ມທະວີບົດບາດການນຳພາຂອງພັກໃນທຸກດ້ານຂອງຊີວິດສັງຄົມເປັນປັດໃຈຕັດສິນຕໍ່ການພາປະເທດຊາດກ້າວຂື້ນດ້ວຍທ່ວງທ່າອັນຫນັກແຫນ້ນສູ່ຈຸດຫມາຍປາຍທາງທີ່ວາງໄວ້. ຢາກໃຫ້ໄດ້ແນວນັ້ນພວກ.ເຮົາຕ້ອງໄດ້ອອກແຮງສ້າງພັກໃຫ້ຫນັກແຫນ້ນເຂັ້ມແຂງໃນທຸກດ້ານໂດຍສືບຕໍ່ຢຶດຫມັ້ນໃນທາດແທ້ຂອງພັກມາກ-ເລນິນ, ຂອງພັກການເມືອງຂອງຊົນຊັ້ນກໍາມະກອນລາວ,ເປັນຕົວແທນທີ່ຈົງຮັກພັກ ແລະ ຊື່ສັດສຸດຈະລິດຕໍ່ຜົນປະໂຫຍດຂອງຊາດ ແລະ ຂອງຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ກ້າວຫນ້າ, ສະນັ້ນຄະນະພັກທຸກຂັ້ນ ແຕ່ສູນກາງລົງຮອດຮາກຖານຕ້ອງເອົາໃຈໃສ່ຢ່າງຈົດຈໍ່ຕໍ່ ວຽກງານສ້າງພັກທັງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ ເພື່ອໃຫ້ພັກສາມາດດຳລົງບົດບາດນຳພາໃນທຸກຂົງເຂດວຽກງານໄດ້ຢ່າງສົມກຽດ.
   ການປັບປຸງ ແລະ ກໍ່ສ້າງພັກໃຫ້ຫນັກແຫນ້ນທາງດ້ານການເມືອງ-ແນວຄິດແມ່ນຫນ້າທີ່ພື້ນຖານຍາວນານ ແລະ ເປັນວຽກສຳຄັນຕົ້ນຕໍຂອງຄະນະພັກທຸກຂັ້ນ. ການດຳເນີນວຽກງານແນວຄິດ. ແລະ ການອົບຮົມການເມືອງຂອງທົ່ວພັກເວົ້າລວມກໍຄືຂອງຄະນະພັກແຕ່ລະຂັ້ນເວົ້າສະເພາະຕ້ອງສຸມໃສ່ເຜີຍແຜ່ ແລະ ສຶກສາອົບຮົມພະນັກງານ-ສະມາຊິກພັກໃຫ້ມີຄວາມຮູ້ອັນເລິກເຊິ່ງ ແລະ ເປັນລະບົບກ່ຽວກັບລັດທິມາກ-ເລນິນ ແລະ ລັດທິສັງຄົມນິຍົມ; ກ່ຽວກັບລະບອບປະຊາທິປະໄຕປະຊາຊົນ ແລະ ແນວທາງປ່ຽນແປງໃຫມ່; ກ່ຽວກັບການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດໃນເງື່ອນໄຂດຳເນີນເສດຖະກິດຕະຫລາດ ແລະ ເປີດກວ້າງການພົວພັນກັບ ຕ່າງປະເທດ, ກ່ຽວກັບຫລັກຫມັ້ນຊົນຊັ້ນ ແລະ ຄຸນສົມບັດສິນທໍາປະຕິວັດຂອງພະນັກງານ-ສະມາຊິກພັກ; ກ່ຽວກັບລັດທິຮັກຊາດ ແລະ ສະຕິຊາດເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
   ເພີ່ມທະວີຄວາມເຂັ້ມແຂງທາງດ້ານການຈັດຕັ້ງພັກຖືວ່າຄວາມມີລະບຽບວິໄນເຂັ້ມງວດເປັນປັດໃຈສຳຄັນໃນການສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ດັ່ງນັ້ນການຈັດຕັ້ງພັກທຸກຂັ້ນແຕ່ສູນກາງລົງຮອດຮາກຖານກໍຄືສະມາຊິກພັກແຕ່ລະສະຫາຍຕ້ອງປະຕິບັດກົດລະບຽບຂອງພັກຢ່າງເຄັ່ງຄັດ, ໃນນັ້ນອັນສຳຄັນຕົ້ນຕໍແມ່ນການປະຕິບັດຫລັກການລວມສູນປະຊາທິປະໄຕ, ໃນການປະຕິບັດຫລັກການລວມສູນປະຊາທິປະໄຕອັນເປັນຫລັກການພື້ນຖານນັ້ນ, ພວກເຮົາຕ້ອງກຳແຫນ້ນທັງສອງດ້ານຄື:ດ້ານຫນຶ່ງແມ່ນເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ດ້ານຫນຶ່ງອີກແມ່ນປະຕິບັດຕາມຫລັກການລວມສູນເປັນເອກະພາບ. ຂອງພັກຢ່າງເຂັ້ມງວດ, ຫມາຍຄວາມວ່າຕ້ອງເອົາໃຈໃສ່ປັບປຸງ ແລະ ເຊີດຊູບົດບາດການນໍາພາຂອງຄະນະບໍລິຫານງານສູນກາງພັກໃຫ້ມີປະສິດທິຜົນຂຶ້ນເລື້ອຍໆ, ຄະນະພັກປະສົມປະສານການນຳພາເປັນຫມູ່ຄະນະກັບການເພີ່ມທະວີຄວາມຮັບຜິດຊອບສ່ວນບຸກຄົນຢ່າງກົມກຽວ, ເປັນເຈົ້າການປົກປັກຮັກສາລະບອບການນຳພາເປັນຄະນະ, ຖືພາບພົດ ແລະ ບົດບາດລວມຂອງຄະນະເປັນສຳຄັນ; ແຕ່ຕ້ອງເພີ່ມທະວີການກວດກາຕີລາຄາຜົນການປະຕິບັດຫນ້າທີ່ຂອງບຸກຄົນໃນຄະນະໃຫ້ເປັນປົກກະຕິ, ດຳເນີນການຕິຊົມຕົນເອງ ແລະ ຕິຊົມກັນຢ່າງເປັນປະຈຳ.
    ເພື່ອໃຫ້ລະບົບການຈັດຕັ້ງຂອງພັກເຮົາມີຄວາມຫນັກແຫນ້ນມີຄວາມຈໍາເປັນຢ່າງຍິ່ງຕ້ອງສ້າງຮາກຖານຂອງພັກໃຫ້ຫນັກແໜ້ນ. ໃນຕໍ່ຫນ້ານີ້ຕ້ອງສືບຕໍ່ສ້າງຫນ່ວຍພັກແຂງ-ຮູ້ນຳພາຮອບດ້ານໂດຍຖືເປັນວຽກຕົ້ນຕໍຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ຂັ້ນເມືອງ ແລະ ຂັ້ນບ້ານ. ຄະນະພັກແຕ່ລະຂັ້ນຕ້ອງມີແຜນການລະອຽດກ່ຽວ. ກັບການປັບປຸງ ແລະ ຍົກສູງຄວາມສາມາດນຳພາຂອງຫນ່ວຍພັກ, ເອົາໃຈໃສ່ຕໍ່ຫນ່ວຍພັກຢູ່ເຂດຊົນນະບົດ ແລະ ຮາກຖານການຜະລິດ. ຕິດພັນກັບການດໍາເນີນວຽກງານໂຄສະນາຂະຫຍາຍພັກ, ເຮັດໃຫ້ຫນ່ວຍພັກເປັນແກ່ນສານນຳພາຂະບວນການຕ່າງໆຢູ່ຮາກຖານຢ່າງແທ້ຈິງ, ທັງມີຖັນແຖວສະມາຊິກໃຫມ່ທີ່ເຕີບໃຫຍ່ຂຶ້ນຈາກຂະບວນການ, ໂດຍເລັ່ງໃສ່ຖັນແຖວກຳມະກອນ, ຊາວກະສິກອນ ແລະ ຄົນຮຸ້ນໃຫມ່, ເຜົ່າຊົນສ່ວນນ້ອຍ, ເພດຍິງ ແລະ ນັກຮຽນຮູ້ປັນຍາຊົນ, ຮັບປະກັນຄຸນນະພາບ ແລະ ລັກສະນະສືບທອດຕໍ່ເນື່ອງລະຫວ່າງຮຸ້ນຕ່າງໆໃນຖັນແຖວສະມາຊິກພັກ, ພ້ອມກັນນັ້ນກໍຕ້ອງຕັ້ງຫນ້າບຳລຸງສ້າງສະມາຊິກພັກ ແລະ ພະນັກງານຫນຸ່ມມີຄວາມຮູ້ຄວາມສາມາດ. ເພື່ອແບກຫາບພາລະຫນ້າທີ່ອັນຫນັກຫນ່ວງແຫ່ງສະຕະວັດໃຫມ່.
   ເພື່ອຊ່ວຍຄະນະພັກໃນທຸກຂັ້ນ, ທຸກຂະແຫນງການໃນການ. ນຳພາຊີ້ນຳການແກ້ໄຂບັນຫາຕ່າງໆຢ່າງຖືກຕ້ອງທັນການ, ແນໃສຍົກສູງຄຸນນະພາບການນໍາພາຂອງຄະນະພັກຂຶ້ນອີກນັ້ນ ຕ້ອງຕັ້ງຫນ້າປັບປຸງກົງຈັກຊ່ວຍວຽກຂອງຕົນຢ່າງເປັນປະຈໍາ.
   ການສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ, ຍາມໃດກໍຕິດ. ແຫນ້ນກັບການເຊີດຊູຄວາມເປັນແບບຢ່າງນຫນ້າຂອງພະນັກງານສະມາຊິກພັກໃນໄລຍະໃຫມ່, ຄວາມເປັນແບບຢ່າງນຫນ້າຂອງສະມາຊິກພັກແມ່ນຕ້ອງສະແດງອອກເປັນແບບຢ່າງໃນການປະຕິບັດຫນ້າທີ່ທີ່ໄດ້ຮັບມອບຫມາຍໃຫ້ສຳເລັດຜົນເປັນຢ່າງດີ, ອຸທິດຕົນເພື່ອຜົນປະໂຫຍດຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນ, ພ້ອມກັນນັ້ນກໍເປັນແບບຢ່າງໃນການດຳລົງຊີວິດທີ່ປອດໄສ, ດຸຫມັ່ນ, ປະຢັດ ແລະ ສັດຊື່, ບໍ່ສວຍໃຊ້ຫນ້າທີ່ຕໍາແຫນ່ງ ແລະ ລະບຽບກົດຫມາຍເພື່ອສະແຫວງຫາຜົນປະໂຫຍດໃຫ້ແກ່ສ່ວນຕົວ. ສະມາຊິກພັກແຕ່ລະສະຫາຍຕ້ອງເຝິກຝົນຕົນເອງຢູ່ສະເຫມີ ໃນດ້ານຄຸນສົມບັດສິນທໍາປະຕິວັດ, ພ້ອມກັນນັ້ນກໍດຸຫມັ່ນພາກພຽນໃນ. ການຄົ້ນຄວ້າຮໍ່ຮຽນຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນສົມຄູ່ກັບຫນ້າທີ່ການເມືອງ ແລະ ວິຊາສະເພາະທີ່ມອບຫມາຍ. ເຊິ່ງເປັນການສະແດງອອກເຖິງຄວາມເປັນເຈົ້າການຮັກສາອິດທິພົນບົດບາດຂອງພັກ.
   ການປັບປຸງແບບແຜນການນຳພາຂອງພັກແມ່ນແນໃສ່ຍົກສູງບົດບາດເປັນແກນນໍາຂອງພັກໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ເພື່ອຄວາມເຊື່ອຫມັ້ນຂອງມະຫາຊົນຕໍ່ພັກ, ສະນັ້ນພວກ ເຮົາຕ້ອງຕັ້ງຫນ້າເສີມຂະຫຍາຍມູນເຊື້ອກ່ຽວກັບແບບແຜນເຄື່ອນ. ໄຫວນພາຕາມແນວທາງມະຫາຊົນ, ອີງໃສ່ມະຫາຊົນ, ຂຸດຄົ້ນກຳລັງແຮງຂອງມະຫາຊົນເພື່ອປະຕິບັດແນວທາງແຜນນະໂຍບາຍຂອງພັກ; ຕ້ອງໄກ້ຊິດຕິດແທດປະຊາຊົນ, ຫ່ວງໄຍນຳຄວາມທຸກສຸກ ແລະ ກຳແຫນ້ນຄວາມມຸ່ງມາດປາຖະຫນາຂອງປະຊາຊົນ, ເຮັດທຸກສິ່ງທຸກຢ່າງ, ເພື່ອຮັບໃຊ້ຜົນປະໂຫຍດຂອງປະຊາຊົນ.
   ພ້ອມກັນນີ້ຕ້ອງເດັດດ່ຽວຕໍ່ສູ້ກໍາຈັດປັດເປົ່າພະຍາດອາດຍາສິດ, ບໍລິຫານໃຊ້ຄຳສັ່ງ ໃນການເຄື່ອນໄຫວນໍາພາຕ້ອງຖືການຂົນຂວາຍປຸກລະດົມຊວນເຊື່ອສົມທົບກັບຄວາມເປັນແບບຢ່າງນຳຫນ້າ.
ຂອງສະມາຊິກ ແລະ ການຈັດຕັ້ງຂອງພັກເປັນແບບແຜນ ແລະ ວິທີນຳພາຕົ້ນຕໍຂອງພັກ.
   ພັກເຮົາຕ້ອງສືບຕໍ່ເພີ່ມທະວີຄວາມເປັນເຈົ້າການປະດິດສ້າງໃນການຫມູນໃຊ້ທິດສະດີມາກ-ເລນິນ, ເຂົ້າກັບເງື່ອນໄຂໃຫມ່ຢູ່ປະເທດເຮົາ, ເອົາທິດສະດີປະສົມປະສານເຂົ້າກັບພຶດຕິກໍາ ແລະ ການປະຕິບັດຫນ້າທີ່ການເມືອງໃນຂົງເຂດວຽກງານຕ່າງໆ, ຄະນະພັກທຸກຂັ້ນ, ສະມາຊິກພັກທຸກຄົນຕ້ອງຄົ້ນຄວ້າຮໍ່ຮຽນແນວທາງໃຫ້ເລິກ ແລະ ກຳໃຫ້ແຫນ້ນ, ການປຶກສາຫາລື ແລະ ແລກປ່ຽນຄວາມເຫັນ, ຖົກຖຽງກັນ. ກ່ຽວກັບບັນຫາສຳຄັນໃນມະຕິຕ່າງໆຂອງພັກໃຫ້ລະອຽດແລ້ວສ້າງເປັນໂຄງການດຳເນີນງານ ແລະ ແຜນການເຄື່ອນໄຫວຂອງຄະນະພັກໃຫ້ສອດຄ່ອງກັບສະພາບຕົວຈິງຂອງຂະແຫນງການ ແລະ ທ້ອງຖິ່ນ. ຂອງຕົນ; ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດເປັນປົກກະຕິ, ສະຫລຸບຕີລາຄາຜົນໄດ້ຮັບ ແລະ ຖອດຖອນບົດຮຽນເປັນປະຈຳ; ຕ້ອງຂະຫຍາຍປັດໃຈໃຫມ່ແຫ່ງຜົນສໍາເລັດໃຫ້ໄວ ແລະ ແກ້ໄຂບັນຫາຄ້າງຄາຢ່າງທັນການ; ຂັ້ນເທິງຕ້ອງຊ່ວຍເຫລືອໃຫ້ຄວາມສະດວກແກ່ຂັ້ນລຸ່ມປະຕິບັດຫນ້າທີ່ວຽກງານໃຫ້ດີ, ວາງມະຕິ ແລະ ມອບວຽກແລ້ວຕ້ອງປະຕິບັດໃຫ້ເກີດຜົນຕົວຈິງ; ຕ້ອງຮ່ວມກັນຕ້ານປະກົດການເວົ້າຫຼາຍກວ່າເຮັດ ຫຼື ເຮັດແບບຂາດຄວາມຮັບຜິດຊອບ.
   ສະມາຊິກພັກທຸກຄົນຕ້ອງເພີ່ມທະວີຄວາມຕື່ນຕົວເປັນເຈົ້າການໃນການຕານິຕິຊົມຕົນເອງ ແລະ ປັບປຸງກໍ່ສ້າງຕົນເອງຢູ່ສະເຫມີ, ທັງສົນໃຈຟັງຄວາມຄິດຄວາມເຫັນ ແລະ ຮັບເອົາຄວາມຕິຊົມຂອງມະຫາຊົນ, ຄະນະພັກ ແລະ ສະມາຊິກຕ້ອງຢຶດຫມັ້ນໃນສັດຈະທຳ ແລະ ຄວາມຈິງ, ບໍ່ຫວັ່ນໄຫວຄອນແຄນ ແລະ ຕ້ອງເປັນແບບຢ່າງນນຳຫນ້າພາທາງມະຫາຊົນກ້າວຂຶ້ນ ເຮັດສຳເລັດຫນ້າທີ່-ທີ່ຊາດ ແລະ ການປະຕິວັດມອບຫມາຍໃຫ້.
   ພັກເຮົາຢືນຢັນຕະຫຼອດມາວ່າພະນັກງານມີບົດບາດຕັດສິນຕໍ່ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ສະນັ້ນການບຳລຸງສ້າງ, ການນຳໃຊ້ ແລະ ຄຸ້ມຄອງພະນັກງານໃນສະເພາະຫນ້າ ແລະ ຍາວນານຂອງທຸກຂະແຫນງການ ແລະ ຂົງເຂດວຽກງານ, ໃນນີ້ເອົາໃຈໃສ່ເປັນພິເສດຕໍ່ການສ້າງພະນັກງານການນຳໃຫ້ມີຫລັກ. ຫມັ້ນປະຕິວັດ, ມີຄວາມຫ້າວຫັນມີຄວາມຮູ້ຄວາມສາມາດ, ມີວິຊາສະເພາະ ແລະ ໄດ້ຮັບຄວາມນັບຖືເຊື່ອຫມັ້ນຈາກມະຫາຊົນ. ພັກເຮົາຖືສຳຄັນການສ້າງຢູ່ພາຍໃນປະເທດຕິດພັນກັບຂະບວນການວຽກງານຕົວຈິງໄປຄຽງຄູ່ກັບການສົ່ງໄປສ້າງ ແລະ ບຳລຸງຍົກລະດັບຢູ່ຕ່າງປະເທດ, ເອົາໃຈໃສ່ຫລາຍກວ່າເກົ່າຕໍ່ການສ້າງພະນັກງານຊົນເຜົ່າ, ພະນັກງານເພດຍິງ. ໃນສະເພາະຫນ້ານີ້ຕ້ອງເລັ່ງລັດເຝິກອົບຮົມ ແລະ ກໍ່ສ້າງພະນັກງານເພື່ອສັບຊ້ອນໄປເຮັດວຽກປະຈຳຢູ່ທ້ອງຖິ່ນເປັນຕົ້ນ. ແມ່ນຢູ່ເມືອງ ແລະ ຢູ່ບ້ານ. ສະນັ້ນຕ້ອງຂຶ້ນແຜນລະອຽດກ່ຽວກັບການກໍ່ສ້າງ, ເຝິກອົບຮົມ ແລະ ຍົກລະດັບພະນັກງານໃຫ້ໄປຕາມທິດທາງວຽກງານຈຸດສຸມ ແລະ ການບູລະນະລະບົບການຈັດຕັ້ງກົງຈັກຂອງພັກ ແລະ ລັດຂັ້ນຕ່າງໆ.
   ປະຕິບັດລະບຽບການນໍາໃຊ້ພະນັກງານທີ່ມີປະສິດທິພາບກ່ອນອື່ນຕ້ອງສ້າງເງື່ອນໄຂໃຫ້ພະນັກງານອຸທິດຫມົດສະຕິປັນຍາວິຊາຄວາມຮູ້ ແລະ ພອນສະຫວັນເຂົ້າໃນການປະຕິບັດຫນ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນໃຫ້ສໍາເລັດຜົນເປັນຢ່າງດີບົນພື້ນຖານ, ການຈັດວາງສັບຊ້ອນເຂົ້າໃນວຽກທີ່ເຫມາະສົມ ແລະ ມີການຕິດຕາມ ຊ່ວຍເຫຼືອກໍ່ສ້າງເຂົາເຈົ້າໃຫ້ມີຄວາມກ້າວຫນ້າ. ສືບຕໍ່ຄົ້ນຄວ້າກຳນົດມາດຖານພະນັກງານແຕ່ລະປະເພດໃຫ້ລະອຽດ ແລະ ແທດເຫມາະກວ່າເກົ່າ, ໂດຍສະເພາະແມ່ນມາດຖານຂອງພະນັກງານນໍາພາຫຼັກແຫຼ່ງ ແລະ ພະນັກງານສືບທອດ. ການຈັດວາງສັບຊ້ອນພະນັກງານໃນຕໍ່ຫນ້ານີ້ຕ້ອງກຳນົດແຈ້ງກ່ຽວກັບຂອບເຂດຄວາມຮັບຜິດຊອບແລະ ລະບອບນະໂຍບາຍສົ່ງເສີມຕ່າງໆສຳລັບພະນັກງານແຕ່ລະປະເພດ.
   ພ້ອມກັນນີ້ ກໍຕ້ອງປະຕິບັດລະບອບເຄື່ອນຍ້າຍບ່ອນປະຈຳການຂອງພະນັກງານ ແລະ ປະຕິບັດລະບອບການທົດສອບພະນັກງານໃນຂະບວນການວຽກງານຕົວຈິງເພື່ອເລືອກເຟັ້ນເອົາຜູ້ທີ່ມີຄວາມເດັດດ່ຽວໃນການປະຕິບັດແນວທາງຂອງພັກ, ມີຜົນງານເດັ່ນ ແລະ ປອດໄສເຂົ້າຮັບຜິດຊອບວຽກງານ ແລະ ຕຳແຫນ່ງທີ່ສຳຄັນ, ປະຕິບັດ ວິໄນຢ່າງເຂັ້ມງວດ ຫຼື ລົງໂທດຢ່າງເຫມາະສົມຕໍ່ພະນັກງານຜູ້ທີ່ມີພຶດຕິກຳສໍ້ລາດບັງຫລວງ, ສວຍໂອກາດສະແຫວງຫາແຕ່ຜົນປະໂຫຍດສ່ວນຕົວ.
   ຄຸ້ມຄອງພະນັກງານໃຫ້ແຫນ້ນກວ່າເກົ່າ, ກຳນົດສິດຄຸ້ມຄອງພະນັກງານລະຫວ່າງສູນກາງ, ກະຊວງ, ອົງການ ແລະ ທ້ອງຖິ່ນໃຫ້ລະອຽດຈະແຈ້ງ; ຕິດຕາມກວດກາການປະຕິບັດຫນ້າທີ່ຮັບຜິດຊອບຂອງພະນັກງານຢ່າງເປັນລະບົບຮອບດ້ານ ແລະ ຕີລາຄາຜົນງານຂອງເຂົາເຈົ້າຢ່າງພາລະວິໄສ. ພ້ອມກັນນັ້ນກໍປັບປຸງລະບອບນະໂຍບາຍ ດ້ານວັດຖຸ ແລະ ຈິດໃຈຕໍ່ພະນັກງານໃຫ້ເຫມາະສົມກັບສະພາບເສດຖະກິດ-ສັງຄົມ ເປັນຕົ້ນແມ່ນຜູ້ທີ່ໄປປະຕິບັດງານປະຈຳການຢູ່ເຂດທຸລະກັນດານ ແລະ ຫຍຸ້ງຍາກ, ປັບປຸງລະບອບນະໂຍບາຍຕໍ່ຜູ້ອາວຸໂສ ອອກບຳນານຕື່ມອີກ, ສ້າງເງື່ອນໄຂໃຫ້ພວກເພີ່ນໄດ້ເຄື່ອນໄຫວຮ່ວມ. ຊີວິດທາງດ້ານການເປັນຢູ່, ໄດ້ຮັບການເບິ່ງແຍງດູແລດ້ານສຸຂະພາບ.ແລະໄດ້ຮັບຄວາມອົບອຸ່ນທາງດ້ານຈິດໃຈ.
   ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມ ໃຫຍ່ຄັ້ງທີ VII ຂອງພັກຫນ້າທີ່ວຽກງານກໍ່ສ້າງພັກດ້ານການຈັດຕັ້ງໃນໄລຍະນີ້ແມ່ນສຸມໃສ່ວຽກງານປັບປຸງກໍ່ສ້າງຮາກຖານພັກ ໂດຍສະເພາະແມ່ນກໍ່ສ້າງຫນ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ, ວັນທີ 14/8/1998 ກົມການເມືອງສູນກາງພັກ ຈຶ່ງອອກຄຳສັ່ງເພີ່ມເຕີມ ເພື່ອໃຫ້ຄະນະພັກແຕ່ລະຂັ້ນຍົກສູງຄວາມຮັບຜິດຊອບໃນການນໍາພາການກໍ່ສ້າງຫນ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານໃຫ້ເປັນຂະບວນໃນທົ່ວພັກ, ຕາມ 6 ເນື້ອໃນ ແລະ 6 ມາດຕະການ ເພື່ອເຮັດໃຫ້ການຄຸ້ມຄອງສະມາຊິກພັກເຂົ້າສູ່ລະບຽບແບບແຜນນັ້ນ, ວັນ10/7/2001 ກົມການເມືອງສູນກາງພັກໄດ້ອອກຂໍ້ກໍານົດເລກທີ 52 ວ່າດ້ວຍລະບຽບການຄຸ້ມຄອງສະມາຊິກພັກ, ພ້ອມນັ້ນກໍ່ເອົາໃຈໃສ່ປັບປຸງຄະນະພັກຂັ້ນຕ່າງໆໃຫ້ມີຄວາມຫນັກແຫນ້ນ ແລະ ເຂັ້ມແຂງ ເພື່ອກະກຽມໃຫ້ແກ່ການຈັດຕັ້ງດ ໍາເນີນກອງປະຊຸມອົງຄະນະພັກ 3 ຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII ຂອງພັກ.
*ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII ຂອງພັກ ( 2006 ).
   ກອງປະຊຸມໃຫຍ່ຄັ້ງທີ VIII ດຳເນີນໃນຈຸດພິເສດເວລາທີ່ສະຕະວັດທີ 20 ຫາກໍ່ຜ່ານໄປ ແລະ ມວນມະນຸດໃນທົ່ວໂລກພວມກ້າວເຂົ້າສະຕະວັດທີ 21 ດ້ວຍຈຸດພິເສດດ້ານເວລາຄືແນວນັ້ນ, ພວກເຮົາຈຶ່ງທົບທວນຄືນບັນດາເຫດການສຳຄັນທີ່ໄດ້ກໍ່ໃຫ້ເກີດການປ່ຽນແປງ, ແລະ ການຂະຫຍາຍຕົວໃນໂລກ ແລະ ໃນປະເທດເຮົາ.
   ເພື່ອສືບຕໍ່ນຳພາພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມແນວທາງປ່ຽນແປງໃຫມ່ ແນໃສ່ນຳເອົາປະເທດເຮົາກ້າວຂຶ້ນສູ່ຈຸດຫມາຍແຫ່ງຄວາມຈະເລີນວັດທະນາດ້ວຍຖ່ວງທ່າອັນຫນັກແຫນ້ນນັ້ນ ພວກເຮົາຕ້ອງຍົກສູງຄວາມສາມາດ ແລະ ເພີ່ມທະວີບົດບາດການນໍາພາຂອງພັກຕໍ່ທຸກຂົງເຂດວຽກງານ, ເອົາໃຈໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ຫນັກແຫນ້ນຕາມບັນດາທິດທາງຫນ້າທີ່ໃຫຍ່ດັ່ງລຸ່ມນີ້:
# ຍົກສູງຄຸນນະພາບຂອງວຽກງານການເມືອງ-ແນວຄິດ ແລະ ເອົາໃຈໃສ່ປັບປຸງວຽກງານຄົ້ນຄວ້າທິດສະດີຢ່າງຈົດຈໍ່.
   ກ່ອນອື່ນ, ພວກເຮົາຕ້ອງສືບຕໍ່ຢຶດຫມັ້ນທິດສະດີມາກ-ເລນິນ, ທາດແທ້ປະຕິວັດຂອງຊົນຊັ້ນກຳມະກອນ ແລະ ອຸດົມການສັງຄົມນິຍົມຢ່າງເດັດດ່ຽວ, ເອົາໃຈໃສ່ຕໍ່ການຫມູນໃຊ້ທິດສະດີມາກ-ເລນິນຢ່າງປະດິດສ້າງສົມທົບກັບການສະຫລຸບຖອດຖອນບົດຮຽນຈາກພຶດຕິກຂອງປະເທດເຮົາຢ່າງເປັນປົກກະຕິເພື່ອບູລະນະແນວທາງຢ່າງບໍ່ຢຸດ. ຢັ້ງກໍ່ຄືໃຫ້ທິດຊີ້ນໍາການເຄື່ອນໄຫວນາໍພາຕົວຈິງຂອງພັກ ແລະ ການແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງຖືກຕ້ອງ ແລະ ທັນການ.
   ໃນການຄົ້ນຄວ້າທິດສະດີ-ພຶດຕິກໍາຂອງພັກນັ້ນພວກເຮົາຕ້ອງສຸມໃສ່ບັນຫາທີ່ພົວພັນເຖິງພື້ນຖານທິດສະດີກ່ຽວກັບເສັ້ນທາງ ແລະ ບາດກ້າວເດີນຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໃຈ ເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວຢູ່ປະເທດເຮົາ, ພ້ອມກັນນັ້ນກໍ່ຄົ້ນຄວ້າບັນຫາທີ່ຈະປະກອບເປັນພື້ນຖານທາງດ້ານທິດສະດີທີ່ຫນັກແຫນ້ນໃຫ້ແກ່ແນວທາງແຜນນະໂຍບາຍຂອງພັກກໍ່ຄືການຮັກສາທາດແທ້ຊົນຊັ້ນ, ເສີມຂະຫຍາຍລັກສະນະນຳຫນ້າ ແລະ ຈິດໃຈຮັບໃຊ້ຊາດ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນໃນເງື່ອນໄຂພັກກອຳນາດ ແລະ ປະຕິບັດກົນໄກຕະຫລາດ, ເມື່ອເປັນເຊັ່ນນັ້ນ, ພວກເຮົາຈະໄດ້ດຳເນີນການຈັດວາງໂຄງການຄົ້ນຄວ້າທິດສະດີພຶດຕິກໃຫມ່, ປະກອບພະນັກງານທີ່ມີລະດັບຄວາມສາມາດທຽມທັນກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານ, ພ້ອມກັນນັ້ນກໍ່ຕ້ອງຍົກລະດັບອົງການຄົ້ນຄວ້າທິດສະດີ ແລະ ພຶດຕິກຂຶ້ນຕື່ມເພື່ອໃຫ້ສາມາດຄຸ້ມຄອງ, ຊີ້ນໍາວຽກງານດັ່ງກ່າວຢ່າງລວມສູນ ແລະ ປະຕິບັດໂຄງການຄົ້ນຄວ້າຕ່າງໆໃຫ້ໄດ້ດີກວ່າເກົ່າ. ຄຽງຄູ່ກັບການຄົ້ນຄວ້າທິດສະດີ-ພຶດຕິກນັ້ນພວກເຮົາຕ້ອງ ໃຫ້ຄວາມສຳຄັນແກ່ການປັບປຸງເນື້ອໃນ ແລະ ວິທີດຳເນີນວຽກງານສຶກສາອົບຮົມການເມືອງ-ແນວຄິດຕາມທິດເຮັດໃຫ້ເນື້ອໃນຕິດພັນກັບການອະທິບາຍ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນຂະບວນວິວັດແຫ່ງການເຄື່ອນໄຫວນຳພາຂອງພັກສາມາດນຳພາສະພາບແນວຄິດຂອງສັງຄົມ, ຕັ້ງຫນ້າດັດແປງແກ້ໄຂລັກສະນະຮູບການແຂງກະດ້າງ, ຜີວເຜີນໃນການເຮັດວຽກງານການເມືອງ-ແນວຄິດ, ເອົາໃຈໃສ່ເຮັດວຽກສຶກສາອົບຮົມນຳພາແນວຄິດໃຫ້ເປັນປະຈຳປົກກະຕິ, ສົມທົບວຽກງານການເມືອງ-ແນວຄິດກັບການສ້າງພັກ, ພະນັກງານ ແລະ ວຽກງານພັດທະນາເສດຖະກິດ, ປະສານສົມທົບກັບການສ້າງອັນໃຫມ່ທີ່ກ້າວຫນ້າໄປພ້ອມກັບການຕ້ານອັນຫລ້າຫລັງ, ປະຕິບັດການໂດຍຖືເອົາການສ້າງເປັນອັນຕົ້ນຕໍ. ໃນປະຈຸບັນນີ້, ພວກເຮົາ ຕ້ອງເອົາໃຈໃສ່ເປັນພິເສດໃນການສະກັດກັ້ນ ແລະ ຕ້ານກັບການເສື່ອມຖອຍທາງດ້ານຫລັກຫມັ້ນທັດສະນະກໍ່ຄືດ້ານຄຸນສົມບັດ ແລະ ແບບແຜນດໍາລົງຊີວິດ, ເດັດດ່ຽວປົກປ້ອງທິດສະດີມາກ-ເລນິນ ແລະ ແນວທາງນະໂຍບາຍຂອງພັກ, ເປັນເຈົ້າການຕອບຕ້ານ ແລະ ຕີຖອຍກະແສແນວຄິດທີ່ຜິດເຂວ ແລະ ກົນອຸບາຍຂອງພວກອິດທິກຳລັງປະຕິການຈັກກະພັດທີ່ແນໃສ່ປັນປ່ວນມ້າງເພດ້ານແນວຄິດ, ຢູ່ພາຍໃນຖັນແຖວຂອງພວກເຮົາ.
   ເພື່ອຍົກສູງຄຸນນະພາບຂອງວຽກງານການເມືອງ-ແນວຄິດ.ນີ້ພວກເຮົາຍັງຕ້ອງຮີບຮ້ອນຕັ້ງຫນ້າກວດແກ້ ແລະ ປັບປຸງຄືນຕື່ມ. ກ່ຽວກັບຫລັກສູດ, ເນື້ອໃນການຮຽນ, ການສອນທິດສະດີການເມືອງ ໃນລະບົບໂຮງຮຽນພັກ,ໂຮງຮຽນການປົກຄອງທົ່ວປະເທດ.ສືບຕໍ່ປັບປຸງປຶ້ມຫລັກສູດວິຊາການເມືອງສັງຄົມຢູ່ໃນໂຮງຮຽນຊັ້ນຕ່າງໆໃຫ້ແທດກັບຕົວຈິງ ແລະ ຫັນໃຫ້ມັນເປັນວິຊາບັງຄັບໃນທຸກລະບົບໂຮງຮຽນ,ລວມທັງໂຮງຮຽນເອກະຊົນ. ພ້ອມກັນນັ້ນກໍ່ຕ້ອງເອົາໃຈໃສ່ບໍາລຸງສ້າງຖັນແຖວຄູອາຈານສອນວິຊາການເມືອງໃຫ້ມີຄຸນນະພາບດີກວ່າເກົ່າ.
   ດ້ານຫນຶ່ງອີກທີ່ຈຳເປັນ ແລະ ຂາດບໍ່ໄດ້ແມ່ນຕ້ອງປັບປຸງຍົກລະດັບຄຸນນະພາບຂອງບັນດາອົງການທີ່ເຮັດວຽກການເມືອງແນວຄິດ, ໃນນີ້ຕ້ອງເອົາໃຈໃສ່ສ້າງ ແລະ ສັບຊ້ອນພະນັກງານຈຳນວນພຽງພໍກັບຄວາມຕ້ອງການເປັນຕົ້ນແມ່ນນັກຄົ້ນຄວ້າ-ສັງລວມ, ນັກໂຄສະນາປະຖະກະຖາ ແລະ ຖັນແຖວຄູອາຈານທີມີຄຸນນະພາບ, ພ້ອມກັນນັ້ນກໍ່ປັບປຸງກົງຈັກການຈັດຕັ້ງໃຫ້ແທດເຫມາະກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃຫມ່ໂດຍໃຫ້ຄວາມສຳຄັນແກ່ການປະກອບພາຫະນະ ແລະ ວັດຖຸເຕັກນິກອັນຈຳເປັນໃຫ້ແກ່ວຽກງານຂົງເຂດນີ້.
ຄະນະພັກຂັ້ນຕ່າງໆຕ້ອງເພີ່ມທະວີການຊີ້ນໆພາວຽກງານ. ການເມືອງ-ແນວຄິດ ແລະ ຫັນເອົາວຽກງານນີ້ເປັນແຜນການ, ໂຄງການ ແລະ ສອດຫ້ອຍເຂົ້າໃນຂົງເຂດວຽກງານ.
#ເພີ່ມທະວີວຽກງານສ້າງພັກໃຫ້ຫນັກແຫນ້ນທາງດ້ານການຈັດຕັ້ງ.
ຫນຶ່ງ:ຕ້ອງຢຶດຫມັ້ນໃນຫລັກການລວມສູນປະຊາທິປະໄຕ, ເສີມຂະຫຍາຍປະຊາທິປະໄຕໄປພ້ອມກັບການເພີ່ມທະວີລະບຽບວິ ໄນຢູ່ພາຍໃນພັກຢ່າງເຂັ້ມງວດ, ຮັບປະກັນໃຫ້ສະມາຊິກພັກທຸກຄົນ ໄດ້ປະຕິບັດສິດຕ່າງໆທີ່ໄດ້ກໍານົດໃນກົດລະບຽບຂອງພັກຢ່າງຄົບຖ້ວນເປັນຕົ້ນແມ່ນສິດໃນການໄດ້ຮັບຮູ້ຂໍ້ມູນຂ່າວສານ, ສິດໃນການເຂົ້າຮ່ວມແລກປ່ຽນທັດສະນະຄວາມຄິດຄວາມເຫັນ ແລະ ຕົກລົງບັນຫາຕ່າງໆຂອງພັກກໍຄືສິດໃນການຮັກສາທັດສະນະຄວາມຄິດຂອງຕົນ, ແຕ່ເມື່ອມີການຕົກລົງເປັນມະຕິແລ້ວ, ທຸກຄົນຕ້ອງເວົ້າ ແລະ ເຮັດຕາມມະຕິຂອງພັກ, ບຸກຄົນຕ້ອງເຮັດຕາມການຈັດຕັ້ງຂັ້ນລຸ່ມຕ້ອງປະຕິບັດຕາມຄຳສັ່ງຂອງຂັ້ນເທິງ, ຄະນະພັກທຸກຂັ້ນ ແລະ ທົ່ວພັກຕ້ອງປະຕິບັດຕາມມະຕິຂອງຄະນະບໍລິຫານງານສູນກາງພັກ, ຕ້ອງເດັດດ່ຽວຕ້ານ ແລະ ກຳຈັດປັດເປົ່າລັດທິອະນາທິປະໄຕ ແລະ ພະຍາດອາດຍາສິດ, ເອກາທິປະໄຕພາຍໃນພັກ.
ສອງ:ຕ້ອງສືບຕໍ່ປັບປຸງຮາກຖານພັກໃຫ້ມີຄວາມເຂັ້ມແຂງໂດຍເອົາການສ້າງຫນ່ວຍພັກແຂງ-ຮູ້ນຳພາຮອບດ້ານເປັນວຽກຕົ້ນຕໍ, ເຮັດໃຫ້ທຸກການຈັດຕັ້ງຮາກຖານພັກສາມາດເຕົ້າໂຮມ ແລະ ເສີມຂະຫຍາຍກຳລັງແຮງຂອງຕົນລວມທັງບັນດາອົງການຈັດຕັ້ງທີ່ຢູ່ພາຍໃນການນຳພາຂອງຮາກຖານພັກນັ້ນເຂົ້າໃນການເຮັດລ້ອນຫນ້າທີ່ການເມືອງທີ່ໄດ້ຮັບມອບຫມາຍ, ພ້ອມທັງຕັ້ງຫນ້ານໍາພາການຕໍ່ສູ້ຕ້ານກັບລັດທິເອກະຊົນ, ການສໍ້ລາດບັງຫລວງ ແລະ ປະກົດການຫຍໍ້ທໍ້ອື່ນໆຢ່າງເປັນເຈົ້າການ.
ຢາກໃຫ້ໄດ້ແນວນັ້ນ, ທຸກໆຮາກຖານພັກຕ້ອງເອົາໃຈໃສ່ເຮັດ, ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ຄຸ້ມຄອງດ້ານການປະຕິບັດຫນ້າທີ່ວຽກງານກໍ່ຄືການດໍາລົງຊີວິດການຝຶກຝົນຄຸນສົມບັດຂອງສະມາຊິກພັກໃຫ້ຫນັກແຫນ້ນ ແລະ ແທດເຖິງ, ປະຕິບັດຫຼັກການຕິຊົມຕົນເອງ ແລະ ຕິຊົມກັນຢ່າງເຂັ້ມງວດ. ດ້ານຫນຶ່ງອີກທີ່ສຳຄັນ ແມ່ນຕ້ອງຕັ້ງຫນ້າປັບປຸງລະບອບລະບຽບການກ່ຽວກັບການຈັດຕັ້ງຮາກຖານພັກໃຫ້ລະອຽດ ແລະ ຈະແຈ້ງຕື່ມອີກ,ເປັນຕົ້ນຕ້ອງສ້າງ "ມີຂໍ້ກຳນົດກ່ຽວກັບພາລະບົດບາດ, ຫນ້າທີ່ຂອງຮາກຖານພັກແຕ່ລະປະເພດ, ໂດຍສະເພາະແມ່ນຮາກຖານພັກຢູ່ກຸ່ມບ້ານພັດທະນາ, ຢູ່ບັນດາຫົວຫນ່ວຍເສດຖະກິດເອກະຊົນ ແລະ ຫົວຫນ່ວຍການລົງຂອງຕ່າງປະເທດແນໃສ່ສ້າງຮາກຖານພັກຢູ່ຂົງເຂດວຽກງານ,ຢູ່ທຸກພາກສ່ວນເສດຖະກິດ ແລະ ທຸກບໍລິເວນຂອງປະເທດເປັນຕົ້ນຢູ່ເຂດຊົນນະບົດຫ່າງໄກສອກຫລີກໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງ, ໃນສະເພາະຫນ້ານີ້ ແມ່ນຕ້ອງຮີບຮ້ອນສຸມການຊີ້ນໍາຢ່າງຈົດຈໍເຂົາໃສການປັບປຸງ ແລະ ແກ້ໄຂບັນດາຮາກຖານພັກທີ່ຍັງອ່ອນໃຫ້ແທດ, ເຖິງກວ່າເກົ່າເພື່ອສ້າງໃຫ້ມີການຫັນປ່ຽນຢ່າງເດັ່ນຊັດ.
ສາມ:ຕ້ອງປັບປຸງກົງຈັກຊ່ວຍວຽກຂອງຄະນະພັກຂັ້ນສູນກາງ, ທ້ອງຖິ່ນ ແລະ ຂະແຫນງການເພື່ອຊ່ວຍຄະນະພັກໃນການ. ນຳພາ-ຊີ້ນຳການແກ້ໄຂບັນຫາຕ່າງໆຢ່າງຖືກຕ້ອງທັນການ, ຍົກສູງຄຸນນະພາບການນຳພາຂອງຄະນະພັກຂຶ້ນຕື່ມອີກ.
#ເຊີດຊູຄວາມເປັນແບບຢ່າງນຫນ້າຂອງພະນັກງານສະມາຊິກພັກ.
   ໂດຍຢຶດຫມັ້ນໃນຫລັກມູນທິດສະດີທີ່ວ່າ: "ການນຳພາທີ່ດີກວ່າຫມູ່ຫມົດແມ່ນການນໍາພາດ້ວຍຄວາມເປັນແບບຢ່າງ", ພວກເຮົາຕ້ອງສຶກສາອົບຮົມພະນັກງານສະມາຊິກພັກໃຫ້ຮັກສາຄວາມເປັນແບບຢ່າງນໍາຫນ້າໄວ້ສະເຫມີ. ໃນຕໍ່ຫນ້ານີ້, ພວກເຮົາຕ້ອງສຸມໃສ່ການຮັກສາທາດແທ້ປະຕິວັດ, ຄວາມຫນັກແຫນ້ນດ້ານອຸດົມການ, ສະຕິຕໍ່ການຈັດຕັ້ງ ແລະ ມີລະບຽບວິໄນ,ສະຕິເຄົາລົບກົດຫມາຍ, ຄວາມກ້າຫານໃນການຕໍ່ສູ້ຕ້ານປະກົດການຫຍໍ້ທໍ້, ມີຄວາມອົດ. ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ, ມີຄວາມອົດທົນຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ, ມີຄວາມຕັ້ງໃຈສຶກສາຮ່ຳຮຽນສະແຫວງຫາຄວາມກ້າວຫນ້າ, ມີຄວາມເປັນແບບຢ່າງນຳຫນ້າ ໃນການປະຕິບັດຫນ້າທີ່ວຽກງານທີ່ໄດ້ມອບຫມາຍດ້ວຍຜົນສຳເລັດສູງ, ອຸທິດຕົນເພື່ອຜົນປະໂຫຍດຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນ. ພ້ອມກັນນັ້ນ, ກໍ່ຕ້ອງເປັນແບບຢ່າງໃນການດຳລົງຊີວິດທີ່ປອດໃສ, ດຸຫມັ່ນ,ປະຢັດ, ຊື່ສັດ ແລະ ທ່ຽງທຳ, ບໍ່ສວຍໃຊ້ຫນ້າທີ່ຕໍາແຫນ່ງເພື່ອສະແຫວງຫາຜົນປະໂຫຍດໃຫ້ແກ່ສ່ວນຕົວ.
   ພວກເຮົາຕ້ອງເຂົ້າໃຈວ່າການຍົກສູງຄຸນທາດຂອງສະມາຊິກພັກຕ້ອງເຮັດໄປພ້ອມກັບການປັບປຸງຄຸນນະພາບແຫ່ງການເຄື່ອນໄຫວນພາຂອງການຈັດຕັ້ງພັກຢູ່ຂັ້ນຮາກຖານປະຕິບັດລະບອບການຕີລາຄາແບ່ງປະເພດພະນັກງານສະມາຊິກພັກຢ່າງເປັນປົກກະຕິ, ມີການປຸກລະດົມຊຸກຍູ້ມະຫາຊົນເຂົ້າຮ່ວມໃນການຕິດຕາມ, ກວດກາ ແລະ ປະກອບຄວາມຄິດຄວາມເຫັນຕໍ່ສະມາຊິກພັກ, ມີມາດຕະການອັນເຫມາະສົມ ແລະ ທັນການ ໃນການເອົາຜູ້ ທີເຊື່ອມທາດຂາດຄຸນອອກຈາກຖັນແຖວຂອງພັກ, ເດັດດ່ຽວປະຕິບັດທິດນຳກ່ຽວກັບການຂະຫຍາຍພັກຄືການຖືເອົາການຮັບປະກັນຄຸນນະພາບເປັນຕົ້ນຕໍ, ເຮັດໃຫ້ຖັນແຖວຂອງພັກເຮົາປະກອບດ້ວຍຣູບຫນຸ່ມແຫນ້ນ ແລະ ມີລະດັບຄວາມຮູ້ຄວາມສາມາດທີ່ພົ້ນເດັ່ນຂຶ້ນຈາກຂະບວນການຕ່າງໆນັບມື້ນັບຫລາຍຂຶ້ນ, ພວກເຮົາຕ້ອງດຳເນີນການສຶກສາອົບຮົມກ່ຽວກັບມາດຖານສະມາຊິກພັກ ໃຫ້ແກ່ສະມາຊິກພັກຢ່າງເປັນປະຈຳເປັນຕົ້ນແມ່ນມາດຖານດ້ານຄວາມຮູ້ ຄວາມສາມາດ ແລະ ຄຸນທາດການເມືອງ ເພື່ອໃຫ້ສະມາຊິກພັກ ແຕ່ລະຄົນມີສະຕິໃນການຝຶກຝົນຫລໍ່ຫລອມຕົນເອງ ແລະ ຍົກສູງຄວາມຮັບຜິດຊອບຕົນເອງ, ພ້ອມກັນນັ້ນກໍ່ຕ້ອງມີລະບອບການກຽວກັບການ ໃຫ້ການຈັດຕັ້ງ ແລະ ມະຫາຊົນດຳເນີນການຕິດຕາມກວດກາ, ຕີລາຄາການເຄື່ອນໄຫວຂອງສະມາຊິກພັກໄດ້ສະດວກກວ່າເກົ່າ.
# ປັບປຸງແບບແຜນນໍາພາຂອງພັກ.
   ການປັບປຸງກໍ່ສ້າງການຈັດຕັ້ງພັກໃຫ້ປອດໃສເຂັ້ມແຂງນັ້ນ.ເວລາໃດກໍ່ຕິດແຫນ້ນກັບການປັບປແບບແຜນນຳພາຂອງພັກ, ສະນັ້ນ, ຄະນະພັກທຸກຂັ້ນຈຶ່ງຕ້ອງເປັນເຈົ້າການປັບປຸງປ່ຽນແປງໃຫມ່, ກ່ຽວກັບແບບແຜນນຳພາຂອງຕົນ, ໂດຍເດີນຕາມທິດດັ່ງນີ້:
   ຕັ້ງຫນ້າເສີມຂະຫຍາຍແບບແຜນນຳພາອັນເປັນມູນເຊື້ອດີງາມຂອງພັກເຮົາຄືເຄື່ອນໄຫວນໍາພາຕາມແນວທາງມະຫາຊົນ. ອີງໃສ່ມະຫາຊົນ, ຂຸດຄົ້ນກຳລັງແຮງຂອງມະຫາຊົນເພື່ອປະຕິບັດ.
ແນວທາງແຜນນະໂຍບາຍຂອງພັກຖືເອົາການຂົນຂວາຍປຸກລະດົມຊວນເຊື່ອສົມທົບກັບຄວາມເປັນແບບຢ່າງນຳຫນ້າຂອງສະມາຊິກພັກ ແລະ ການຈັດຕັ້ງຂອງພັກເປັນແບບແຜນ ແລະ ວິທີນຳພາຕົ້ນຕໍຂອງພັກ.ເອົາໃຈໃສ່ຄົ້ນຄວ້າວາງລະບອບລະບຽບການອັນຈໍາເປັນ ແລະ ຕັ້ງຫນ້າປັບປຸງເພີ່ມທະວີການນຳພາຂອງພັກຕໍ່ສັງຄົມ, ເປັນຕົ້ນແມ່ນການປະຕິບັດຫລັກການທີ່ວ່າພັກເຮົານຳພາໂດຍຜ່ານການວາງແນວທາງນະໂຍບາຍໃຫ້ຖືກຕ້ອງ, ທັນການໃນແຕ່ລະໄລຍະ ຜ່ານການຊີ້ນາໍການຫັນເອົາແນວທາງນະໂຍບາຍ ໃຫ້ ເປັນ ແຜນ ການ, ເປັນກົດຫມາຍ ແລະ ນິຕິກໍາຕ່າງໆ, ຜ່ານການສ້າງ ແລະ ປັບປຸງລັດເຮົາໃຫ້ມີຄວາມປອດໃສເຂັ້ມແຂງ, ມີຄວາມສັກສິດ ແລະ ມີປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດຫມາຍ, ກໍ່ຄືຜ່ານການຊີ້ນລວມສູນຕໍ່ການກໍ່ສ້າງ ແລະ ຈັດວາງສັບຊ້ອນພະນັກງານເຂົ້າໃນຫນ້າທີ່ວຽກງານຕ່າງໆໃຫ້ຖືກຕ້ອງ ແລະ ເຫມາະສົມ.
   ເພື່ອຍົກສູງບົດບາດການນຳພາຂອງພັກຂຶ້ນຢ່າງບໍ່ຢຸດຢັ້ງ, ຄະນະພັກຂັ້ນຕ່າງໆ ແລະ ສະມາຊິກພັກທຸກຄົນຕ້ອງເພີ່ມທະວີຄວາມເປັນເຈົ້າການ ແລະ ຫົວຄິດປະດິດສ້າງໃນການຄົ້ນຄວ້າຮໍ່ຮຽນແນວທາງຂອງພັກໃຫ້ເລິກເຊິ່ງ, ປຶກສາຫາລືກ່ຽວກັບເນື້ອໃນສຳຄັນໃນມະຕິຕ່າງໆຂອງພັກໃຫ້ລະອຽດແລ້ວສ້າງເປັນແຜນການໂຄງການດໍາເນີນງານ ແລະ ແຜນການເຄື່ອນໄຫວຂອງຄະນະພັກໂດຍໃຫ້ສອດຄ່ອງກັບສະພາບຕົວຈິງຂອງຂະແຫນງການ ແລະ ທ້ອງຖິ່ນຂອງຕົນ, ຈາກນັ້ນກໍ່ຕິດຕາມກວດກາການຈັດຕັ້ງປະຕິບັດໃຫ້ເປັນປົກກະຕິ, ດຳເນີນການສະຫລຸບຕີລາຄາຜົນໄດ້ຮັບ ແລະ ຖອດຖອນບົດຮຽນຢ່າງເປັນປະຈຳເພື່ອສົ່ງເສີມທະວີຄູນປັດໃຈໃຫມ່ແຫ່ງຜົນສຳເລັດໃຫ້ໄວ ແລະ ກວ້າງຂວາງທັງແກ້ໄຂບັນຫາຄ້າງຄາຢ່າງທັນການ, ສິ່ງຫນຶ່ງທີ່ສໍາຄັນອີກແມ່ນຂັ້ນເທິງຕ້ອງຊ່ວຍເຫລືອໃຫ້ຄວາມສະດວກແກ່ຂັ້ນລຸ່ມ ເພື່ອຮັບປະກັນວ່າເມື່ອວາງມະຕິອອກແລ້ວ ແລະ ມອບວຽກໃຫ້ກັນແລ້ວຕ້ອງມີເງື່ອນໄຂພຽງພໍ ເພື່ອປະຕິບັດໃຫ້ເກີດຜົນເປັນຈິງ, ພວກເຮົາຈົ່ງພ້ອມກັນຕັ້ງຫນ້າກໍາຈັດແກ້ໄຂປະກົດການເວົ້າຫລາຍແຕ່ບໍ່ເຮັດ ຫຼື ເຮັດແບບຂາດຄວາມຮັບຜິດຊອບ.
   ສືບຕໍ່ປັບປຸງການນຳພາຂອງພັກຕໍ່ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມການເມືອງຕ່າງໆ, ສ້າງລະບອບການ ແລະ ເພີ່ມທະວີປະສານສົມທົບລະຫວ່າງ ອົງການຊ່ວຍວຽກຂອງສູນກາງພັກກັບອົງການທີ່ກ່ຽວຂ້ອງຂອງລັດຖະບານ ແລະ ສະພາແຫ່ງຊາດໃຫ້ແຫນ້ນແຟ້ນ ແລະ ລ່ອງຊ່ອງກົມກຽວກັນກວ່າເກົ່າ, ປະຕິບັດໃຫ້ຖືກຕ້ອງຕາມຫລັກການທີ່ວ່າພັກນໍາພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າ.
   ເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກ້ວາງຂວາງ,ເຮັດໃຫ້ການນາໍພາມີຄວາມແທດຕົວຈິງ,ຮັບປະກັນໃຫ້ຄວາມເວົ້າໄປພ້ອມກັບການຈັດຕັ້ງປະຕິບັດຕົວຈິງໃຫ້ມີຜົນສໍາເລັດ, ກຳຈັດປັດເປົ່າແບບແຜນອາດຍາສິດ, ການເຮັດວຽກແບບມະລຸ້ມມະລ້ວຍ, ອັດຕະວິໄສ ແລະ ຮູບການໃຫ້ໄດ້ຢ່າງຈະແຈ້ງ.
#ບຳລຸງສ້າງຖັນແຖວພະນັກງານໃຫ້ມີຄຸນນະພາບເພື່ອຕອບສະຫນອງຄວາມຕ້ອງການໃນສະເພາະຫນ້າ ແລະ ຍາວນານ.
   ພຶດຕິກຳໄດ້ຢືນຢັນວ່າພະນັກງານມີບົດບາດສຳຄັນຕັດສິນ. ຜົນໄດ້ຜົນເສຍຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກແລະລັດ, ໃນເງື່ອນໄຂໃຫມ່ນີ້, ພັກເຮົາເລັ່ງທວງໃຫ້ມີຖັນແຖວພະນັກງານທີ່ມີຄຸນສົມບັດ, ມີຄວາມສາມາດ, ມີທາດແທ້ຫລັກການເມືອງອັນຫນັກແຫນ້ນ, ມີຄວາມຈົ່ງຮັກພັກດີຢ່າງເດັດຂາດຕໍ່ປະເທດຊາດ ແລະ ພາລະກິດຂອງພັກ,ມີນ້ຳໃຈຮັບໃຊ້ຊາດ ແລະ ປະຊາຊົນຢ່າງສຸດໃຈ, ມີແບບແຜນດຳລົງຊີວິດທີ່ສົດໃສ ແລະ ກ້າວຫນ້າ, ມີຄວາມບຸກບືນສູ້ຊົນຝຶກຝົນຫລໍ່ຫລອມຕົນເອງ ແລະ ອອກແຮງຄົ້ນຄວ້າຮໍ່ຮຽນຍົກລະດັບທຸກດ້ານຢ່າງບໍ່ຢຸດຢັ້ງ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນເຄົາລົບກົດຫມາຍຢ່າງເຂັ້ມງວດເພື່ອບັນລຸໄດ້ຄື ແນວນັ້ນ, ພວກເຮົາຕ້ອງເອົາໃຈໃສ່ບາງວຽກງານດັ່ງນີ້:
- ໃຫ້ຮີບຮ້ອນກວດຄືນ ແລະ ປັບປຸງແຜນກຳນົດ ແລະ ຍຸດທະສາດກ່ຽວກັບພະນັກງານ ເພື່ອຮັບປະກັນການສ້າງໃຫ້ມີຖັນແຖວພະນັກງານທີ່ຄົບຊຸດ, ມີຄຸນນະພາບ ແລະ ໂຄງປະກອບອັນເຫມາະສົມແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການຕົວຈິງໃນສະເພາະຫນ້າ,ທັງມີຖັນແຖວຜູ້ສືບທອດອັນຫນັກແຫນ້ນ.
ແຕ່ນີ້ຕໍ່ໄປ,ພວກເຮົາຕ້ອງເອົາໃຈໃສ່ເພີ່ມຂຶ້ນກ່ຽວກັບການສ້າງພະນັກງານເພດຍິງ, ພະນັກງານເຜົ່າຊົນ, ສ້າງໃຫ້ມີພະນັກງານ, ທີ່ມີຕົ້ນກຳເນີດຈາກຖັນແຖວກາໍມະກອນ, ພະນັກງານຜູ້ທີ່ມີມາດຖານເງື່ອນໄຂອັນຄົບຖ້ວນ ແລະ ພົ້ນເດັ່ນຂຶ້ນຈາກຂະບວນການຕົວຈິງໃນແຕ່ລະຂົງເຂດວຽກງານໃຫ້ນັບມື້ນັບຫລາຍ. ເອົາໃຈໃສ່ເປັນພິ.
ເສດຕໍ່ການສ້າງພະນັກງານການນໍາຂັ້ນສູງຂອງພັກ ແລະ ລັດ,ຂອງບັນດາອົງການຈັດຕັສັງຄົມການເມືອງ.
   ສືບຕໍ່ປັບປຸງ ແລະ ສ້າງໃຫ້ມີການຫັນປ່ຽນແບບໃຫມ່ຢ່າງເດັ່ນຊັດໃນວຽກງານພະນັກງານ, ເຮັດໃຫ້ວຽກງານພະນັກງານຮັບປະກັນລັກສະນະປະຊາທິປະໄຕ, ວິທະຍາສາດ ແລະ ຖືກຕ້ອງທ່ຽງທຳ, ພ້ອມກັນນັ້ນກໍ່ຕ້ອງເດັດຂາດແກ້ໄຂປະກົດການຂອງທັດສະນເອກະຊົນ, ອັດຕະວິໄສ, ຄວາມອະຄະຕິ, ກໍ່ຄືສະພາບການຈົງຈຽມກັນມະລຸ້ມມະລ້ວຍໃນວຽກງານພະນັກງານ.
   ເອົາໃຈໃສ່ປັບປຸງ, ວາງ ແລະ ປະຕິບັດລະບອບການເລືອກເຟັ້ນ, ການເລື່ອນຊັ້ນ, ການສັບປ່ຽນຫນ້າທີ່, ການປົດຕໍາແຫນ່ງ, ການຄຸ້ມຄອງ ແລະ ນະໂຍບາຍອັນຈຳເປັນຕ່າງໆຕໍ່ພະນັກງານໃຫ້ຖືກຕ້ອງ ແລະ ເຂັ້ມງວດຕື່ມອີກ.ພ້ອມກັນນັ້ນກໍ່ຕ້ອງຕັ້ງຫນ້າຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດກົນໄກນະໂຍບາຍໃຫມ່ທີ່ມີວິທະຍາສາດເຊິ່ງ ຕ້ອງຊອກໃຫ້ເຫັນ, ເລືອກເຟັ້ນໃຫ້ໄດ້ຜູ້ທີ່ມີຄຸນສົມບັດ ແລະ ມີຄວາມສາມາດ ເພື່ອມີແຜນການສ້າງ, ບໍາລຸງ, ນຳໃຊ້ ແລະ ມີນະໂຍບາຍຢ່າງເຫມາະສົມຕໍ່ເຂົາເຈົ້າ, ໄປພ້ອມກັບການປ່ຽນແທນຜູ້ ຂາດຄວາມສາມາດ, ຂາດຄວາມເຊື່ອຖື ໂດຍສະເພາະຢ່າງຍິ່ງແມ່ນ ຕ້ອງເອົາຜູ້ເຊື່ອມທາດຂາດຄຸນ, ຜູ້ມີຄວາມຜິດອັນຫນັກຫນ່ວງອອກ. ຈາກຫນ້າທີ່ຕາໍແຫນ່ງໃຫ້ທັນເວລາ ແລະ ເດັດຂາດ.
   ເພີ່ມທະວີວຽກງານຄຸ້ມຄອງພະນັກງານໃຫ້ຫນັກແຫນ້ນກວ່າ. ເກົ່າ, ປັບປຸງລະບອບການແບ່ງສິດການຄຸ້ມຄອງພະນັກງານລະ ຫວ່າງສູນກາງພັກ, ຄະນະພັກກະຊວງ, ອົງການ ແລະ ຄະນະພັກ ທ້ອງຖິ່ນໃຫ້ລະອຽດຈະແຈ້ງ, ຕິດຕາມການກວດກາປະຕິບັດລະບຽບລັດຖະກອນ ແລະ ຫນ້າທີ່ຮັບຜິດຊອບຂອງພະນັກງານຢ່າງເປັນ ລະບົບຮອບດ້ານ ເພື່ອເສີມຂະຫຍາຍດ້ານດີ ແລະ ກຳຈັດແກ້ໄຂ ດ້ານອ່ອນ, ຕີລາຄາຜົນງານຂອງພະນັກງານຢ່າງພາວະວິໄສ. ຖືກຕ້ອງ ແລະ ທ່ຽງທາໍ.
   ສືບຕໍ່ປະຕິບັດລະບອບການເຄື່ອນຍ້າຍພະນັກງານໂດຍໃຫ້ເອົາໃຈໃສ່ຖອດຖອນບົດຮຽນກ່ຽວກັບການສັບປ່ຽນຫນ້າທີ່ຕໍາແຫນ່ງໃນໄລຍະທີ່ຜ່ານມາ ເພື່ອປັບປຸງຊຸກຍູ້ວຽກນີ້ໃຫ້ເຂັ້ມແຂງ, ກ້ວາງຂວາງ, ແລະໄດ້ຮັບຜົນດີກວ່າເກົ່າ.
   ປັບປຸງລະບອບນະໂຍບາຍດ້ານວັດຖຸ ແລະ ຈິດໃຈຕໍ່ພະນັກງານ ໃຫ້ເຫມາະສົມກັບສະພາບເສດຖະກິດ-ສັງຄົມເປັນຕົ້ນແມ່ນພະນັກງານ, ທະຫານ,ຕໍາຫລວດທີ່ໄປປະຕິບັດຫນ້າທີ່ປະຈຳການຢູ່ເຂດທຸລະກັນດານ, ຫ່າງໄກ ແລະ ຫຍຸ້ງຍາກ, ປັບປຸງລະບອບນະໂຍບາຍຕໍ່ຜູ້ອາວຸໂສອອກບໍານານຕື່ມອີກ, ສ້າງເງື່ອນໄຂໃຫ້ພວກເພິ່ນໄດ້ ເຄື່ອນໄຫວຮ່ວມຊີວິດທາງດ້ານການເມືອງ, ໄດ້ຮັບການເບິ່ງແຍງດູແລດ້ານສຸຂະພາບ ແລະ ໄດ້ຮັບຄວາມອົບອຸ່ນດ້ານຈິດໃຈ.
   ເອົາໃຈໃສ່ລົງທຶນຢ່າງເຫມາະສົມເຂົ້າໃສ່ການປັບປຸງພື້ນຖານໂຄງລ່າງ, ພື້ນຖານວັດຖຸເຕັກນິກຂອງບັນດາສະຖາບັນການເມືອງ-ການປົກຄອງ, ວິທະຍາຄານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບັນດາມະຫາວິທະຍາໄລ ເພື່ອໃຫ້ສະຖາບັນເຫລົ່ານີ້ມີຄວາມສາມາດເພີ່ມຂຶ້ນໃນການເປັນໃຈກາງບຳລຸງສ້າງຖັນແຖວ ພະນັກງານການເມືອງ, ການປົກຄອງ, ການບັນຊາກໍ່ຄືພະນັກງານວິທະຍາສາດ-ເຕັກນິກຕາມພາລະບົດບາດຂອງຕົນ.
   ເພື່ອເປັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ແລະ ຕອບສະຫນອງກັບຫນ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ, ໃນວັນທີ 1/11/2006 ກົມການເມືອງສູນກາງພັກໄດ້ຮຽກໂຮມກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ 8 ຂຶ້ນ, ກອງປະຊຸມໄດ້ກຳນົດທິດທາງກໍ່ສ້າງພັກ-ພະນັກງານເຖິງປີ 2020, ບົນພື້ນຖານຢຶດຫມັ້ນໃນ 5 ຫລັກການ ແລະ 3 ທິດນໍາ ເພື່ອຮັບປະກັນໃຫ້ແກ່ການປັບປຸງກໍ່ສ້າງການຈັດຕັ້ງພັກທຸກຂັ້ນໃຫ້ມີຄວາມປອດໃສ, ເຂັ້ມແຂງ, ຫນັກແຫນ້ນ, ສືບຕໍ່ກໍ່ສ້າງຫນ່ວຍພັກແຂງ-ຮູ້ນໍາພາຮອບດ້ານ, ອອກຂໍ້ກໍານົດວ່າດ້ວຍພາລະບົດບາດຫນ້າທີ່ ແລະ ສິດຂອງແຕ່ລະປະເພດຫນ່ວຍພັກໃຫ້ຈະແຈ້ງ, ປັບປຸງເນື້ອໃນຮ່ວມຊີວິດຂອງຮາກຖານພັກໃຫ້ຮັບປະກັນ 3 ລັກສະນະຄື:ລັກສະນະນາໍພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ການຂະຫຍາຍພັກຕ້ອງຖືເອົາຄຸນນະພາບເປັນກົກ, ສ້າງ ແລະ ເລືອກເຟັ້ນຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງພັກເຂົ້າເປັນສະມາຊິກພັກ; ເພີ່ມທະວີວຽກງານປ້ອງກັນພັກ ໂດຍເລີ່ມຈາກການປ້ອງກັນແນວທາງການເມືອງ, ປ້ອງກັນການຈັດຕັ້ງຂອງພັກ, ປ້ອງກັນອົງການນຳຂອງພັກ ແລະ ສະມາຊິກພັກ ແລະ ອື່ນໆ.
   ບົນເສັ້ນທາງແຫ່ງການເຕີບໃຫຍ່ຂະຫຍາຍຕົວວຽກງານຈັດຕັ້ງຂອງພັກເປັນວຽກງານທີ່ສຳຄັນຂອງວຽກງານກໍ່ສ້າງພັກ, ຕະຫຼອດໄລຍະ 55 ປີຜ່ານມາວຽກງານຈັດຕັ້ງຂອງພັກເລີ່ມຈາກສະມາຊິກ163ພັກມີພຽງແຕ່ 300 ກວ່າສະຫາຍ ປີ 1955. ປະຈຸບັນປີ 2009 ຈາໍນວນສະມາຊິກພັກໃນທົ່ວປະເທດມີເຖິງ 178.334 ສະຫາຍ 30.434 ສະຫາຍ, ເຊິ່ງແມ່ນນັກຮົບປະຕິວັດໃນກອງນາໍຫນ້າຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວເປັນກຳລັງອັນສາຄັນຂອງກຳລັງປະຕິວັດລາວ. ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຫນ້າທີ່ການເມືອງຂອງພັກໃນແຕ່ລະໄລຍະຂອງການປະຕິວັດລາວ. ການປັບປຸງບູລະນະລະບົບການຈັດຕັ້ງຂອງພັກກໍ່ໄດ້ຮັບການພັດທະນາ ແລະ ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາຈາກ 11 ຫນ່ວຍພັກ ປີ 1955. ມາເຖິງປີ 2009 ນີ້ທົ່ວປະເທດໄດ້ມີ 14.710 ການຈັດຕັ້ງຮາກຖານພັກ ແລະ ຄະນະພັກຮາກຖານ 1.584 ຮາກ ຖານ, ຫນ່ວຍພັກຂຶ້ນກັບຄະນະພັກຮາກຖານ 8.648 ຫນ່ວຍ, ຫນ່ວຍພັກຮາກຖານ 4.478 ຫນ່ວຍ, ກໍ່ສ້າງຫນ່ວຍພັກແຂງ-ຮູ້ນາໍພາ ຮອບດ້ານໄດ້ຕິດພັນກັບການກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດຫມາຍຕາມທີ່ພັກໄດ້ວາງອອກໃນທົ່ວປະເທດໄດ້ປັບປຸງ ແລະ ສ້າງຕັ້ງກຸ່ມບ້ານພັດທະນາໄດ້ 1.118 ກຸ່ມ, ໃນນີ້ມີ 989 ກຸ່ມບ້ານໄດ້ ມີຄະນະພັກຮາກຖານນຳພາ.
   ການປັບປຸງບູລະນະອົງການນຳພາຂອງພັກມາເຖິງປະຈຸບັນພວກເຮົາໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ 8 ສະໄຫມຈາກອົງປະກອບບຸກຄະລາກອນຂອງອົງການນາໍຂອງພັກຈາກ 17 ສະຫາຍໃນສະໄຫມທີ I ມາເຖິງສະໄຫມທີ VIII ມີ 55 ສະຫາຍປະກອບມີກົມການເມືອງສູນກາງພັກ 11 ສະຫາຍ ແລະ ຄະນະເລຂາທິ164ການສູນກາງພັກ 7 ສະຫາຍ, ລະບົບການຈັດຕັ້ງພັກກໍ່ໄດ້ຮັບການ ປັບປຸງບູລະນະເປັນກ້າວໆມາປະກອບມີ 17 ອົງຄະນະພັກແຂວງ ນະຄອນຫລວງ ແລະ 29 ອົງຄະນະພັກກະຊວງ-ອົງການທຽບເທົ່າ, ຊຶ່ງປະກອບມີກາໍມະການພັກ 500 ກວ່າສະຫາຍ ແລະ ມີ 179 ອົງຄະນະພັກເມືອງ ແລະ ທຽບເທົ່າມີກາໍມະການພັກ 1.400 ກວ່າສະຫາຍ. ດັ່ງກ່າວ ມັນໄດ້ຊີ້ບອກເຖິງຄວາມເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານຈັດຕັ້ງຂອງພັກນັບທັງດ້ານຈໍານວນ ແລະ ຄຸນນະພາບ ຊຶ່ງປະກອບສ່ວນ ເຂົ້າໃນການນຳພາຂອງພັກໃນແຕ່ລະສະໄຫມຂອງ ການປະ ຕິວັດ. ໄປພ້ອມໆກັບການເຕີບໃຫຍ່ເຂັ້ມແຂງຂອງວຽກງານຈັດຕັ້ງຂອງພັກ, ຂະແຫນງວຽກງານຈັດຕັ້ງກໍ່ໄດ້ມີການຂະຫຍາຍຕົວເລີ່ມຫົວທີ່ມີພະນັກງານທີ່ເຮັດວຽກງານຈັດຕັ້ງພຽງ 13 ສະຫາຍ, ມາເຖິງ ປະຈຸບັນຖັນແຖວພະນັກງານທີ່ເຮັດວຽກງານຈັດຕັ້ງທົ່ວປະເທດ 1.800 ກວ່າສະຫາຍ, ຢູ່ບັນດາກະຊວງ-ອົງການທຽບເທົ່າອ້ອມຂ້າງ ສູນກາງມີ 920 ສະຫາຍ, ຢູ່ຂັ້ນແຂວງ, ນະຄອນຫລວງ 345 ສະຫາຍ ແລະ ຢູ່ຂັ້ນເມືອງ 557 ສະຫາຍ, ສະເພາະສັງກັດຢູ່ຄະນະຈັດຕັ້ງສູນກາງ ພັກມີ 100 ກວ່າສະຫາຍ.
   ບົນເສັ້ນທາງດັ່ງກ່າວ, ຖັນແຖວພະນັກງານທີ່ເຮັດວຽກງານຈັດຕັ້ງໄດ້ຮັບການຊຸບຫຼໍ່ຈາກແປວໄຟແຫ່ງການຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ ເພື່ອຄວາມເປັນເອກະລາດແຫ່ງຊາດ ໄດ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ, ຕັ້ງຕໍ່ບໍລິສຸດຕໍ່ພັກ, ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ບໍລິສຸດຊື່ຕົງຕໍ່ມິດສະຫາຍ ຄຽມຄົມ, ພາວະວິໄສເຫັນແກ່ຜົນປະໂຫຍດສ່ວນລວມ, ບໍ່ຄັບແຄບພັກພວກ ຫຼື ເອົາຕາມໃຈມັກ, ຈົ່ງຈຽມ, ມີຈິດໃຈກ້າຫານ, ສະດຸ້ງຕໍ່ອັນໃຫມ່, ມີຄວາມຕັ້ງຫນ້າເສີມຂະຫຍາຍ, ບໍ່ອະນຸໂລມຕໍ່ການກະທຳທີ່ຜິດພາດ.
ເພື່ອຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃຫມ່ເປັນຕົ້ນແມ່ນການດັດແປງວຽກງານຈັດຕັ້ງຂອງພັກ, ມັນເລັ່ງທວງໃຫ້ພວກເຮົາຕ້ອງອອກແຮງກໍ່ສ້າງບລຸງຖັນແຖວພະນັກງານທີ່ເຮັດວຽກງານຈັດຕັ້ງໃຫ້ມີຄວາມສາມາດ, ມີຄຸນສົມບັດ, ມີແບບແຜນວິທີເຮັດວຽກແບບໃຫມ່ ໃຫ້ໄດ້ຕາມຄາໍສັ່ງສອນ ຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: "ຕ້ອງມີສາຍຕາມອງກວ້າງເບິ່ງໄກ, ເຫັນເຖິງຄວາມຮັບຜິດຊອບການເມືອງອັນຫນັກຫນ່ວງຂອງຕົນ, ຕ້ອງກ້າດັດແປງວຽກງານຂອງຕົນ. ຕ້ອງມີຈິນຕະນາການໃຫມ່, ເຊື່ອມຊຶມແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍ ຂອງພັກ, ມີລະດັບທິດສະດີ ແລະ ຄວາມຮູ້ວິທະຍາສາດກ່ຽວກັບ ວຽກງານຈັດຕັ້ງກົງຈັກ, ກ່ຽວກັບການຄຸ້ມຄອງພະນັກງານ, ຕ້ອງມີຄວາມຮູ້ວິທະຍາສາດກ່ຽວກັບຄົນ, ມີຄວາມເຂົ້າໃຈຈິດຕະສາດ ເພື່ອຄຸ້ມຄອງ ແລະ ນຳໃຊ້ຄົນ".
# ບາງບົດຮຽນຂອງວຽກງານຈັດຕັ້ງຂອງພັກ.
- ພັກປະຊາຊົນ ປະຕິວັດລາວ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວມາເຖິງມື້ນີ້ມີອາຍຸໄດ້ 55 ປີ, ຕະຫຼອດເຄິ່ງສັດຕະວັດທີ166ຜ່ານມາ, ພັກໄດ້ນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານກັບຈັກ ກະພັດຜູ້ຮຸກຮານ ແລະ ພວກສັກດີນາປະຕິການເພື່ອຍາດເອກະລາດ, ອິດສະຫຼະພາບ ແລະ ປົດປ່ອຍປະເທດຊາດດ້ວຍຄວາມທໍລະຫົດອົດທົນ. ຜ່ານຜ່າຄວາມຫຍຸ້ງຍາກລາບາກ, ຍືດເຍື້ອຍາວນານ ແລະ ດຸເດືອດຂ້ຽວຂາດແຕ່ຍາດໄດ້ໄຊຊະນະຢ່າງສະຫງ່າງາມ, ພ້ອມນັ້ນກໍ່ສືບຕໍ່ນຳພາປວງຊົນລາວທັງຊາດປະຕິບັດ 2 ຫນ້າທີ່ຍຸດ. ທະສາດປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມແນວທາງປ່ຽນແປງໃຫມ່ ເພື່ອນາໍເອົາປະເທດຊາດໄປສູ່ຈຸດຫມາຍສັງຄົມນິຍົມທີ່ພັກ ແລະ ປະຊາຊົນເຮົາໄດ້ເລືອກເອົາໄວ້.
   ຕະຫຼອດໄລຍະເວລາດັ່ງກ່າວພັກເຮົາໄດ້ເອົາໃຈໃສ່ໃນການກໍ່ສ້າງ ແລະ ປັບປຸງບູລະນະວຽກງານຈັດຕັ້ງ, ກໍ່ສ້າງພັກ ແລະ ວຽກງານພະນັກງານ, ໂດຍສະເພາະແມ່ນຖືເອົາວຽກງານກໍ່ສ້າງພັກທາງການຈັດຕັ້ງເປັນຫນ້າທີ່ສໍາຄັນເພື່ອຮັບປະກັນໃຫ້ແກ່ການນໍາພາຂອງພັກໃນແຕ່ລະໄລຍະຂອງການປະຕິວັດ. ເພາະສະນັ້ນ, ເພື່ອຖອດຖອນເປັນບົດຮຽນໃນວຽກງານກໍ່ສ້າງພັກດ້ານການຈັດຕັ້ງໃນ 55 ປີຜ່ານມານັ້ນ. ເປັນຫນຶ່ງໃນວຽກງານທີ່ມີຄວາມຫມາຍສຳຄັນ ບໍ່ສະເພາະແຕ່ທາງດ້ານປະຫວັດສາດຂອງພັກເທົ່ານັ້ນ ມັນທັງເປັນການປະກອບສ້າງທາງດ້ານ ທິດສະດີປະຕິວັດຂອງພັກເຮົາອີກດ້ວຍ. ໃນຖານະອົງການທີ່ຮັບການ. ມອບຫມາຍຈາກສູນກາງພັກ, ກົມການເມືອງກ່ຽວກັບວຽກງານຈັດຕັ້ງກໍ່ສ້າງພັກນັ້ນ ຈຶ່ງຂໍສະຫຼຸບບາງບັນຫາທີ່ເປັນບົດຮຽນອັນເປັນພື້ນຖານ ຂອງວຽກງານຈັດຕັ້ງຂອງພັກຄືດັ່ງນີ້:
  ບົດຮຽນທີຫນຶ່ງ: ພັກເຮົາຍາມໃດກໍຍຶດຫມັ້ນໃນລັກສະນະຂົນ. ກຳມະກອນ, ເດັດດ່ຽວຕໍ່ສູ້ເພື່ອອຸດົມຄະຕິອັນສູງສົ່ງຂອງພັກຄືນຳເອົາຄວາມສະເຫມີພາບ ແລະ ຄວາມຢູ່ດີກິນດີມາສູ່ປະຊາຊົນເຜົ່າຕ່າງໆ ເຮັດໃຫ້ປະເທດຊາດມີຄວາມເປັນເອກະລາດຢ່າງແທ້ຈິງ ແລະ ມີຄວາມວັດທະນາຖາວອນ.
   ນີ້ແມ່ນບົດຮຽນຫນຶ່ງທີ່ມີຄວາມຫມາຍສຳຄັນທັງມີລັກສະນະຕົວສິນຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງພັກ, ທັງເປັນການປະກອບສ່ວນທີ່ສໍາຄັນໃຫ້ແກ່ວຽກງານການປັບປຸງກໍ່ສ້າງພັກທາງດ້ານການຈັດຕັ້ງ, ໃນໂຄງການ-ການເມືອງ 12 ຂໍ້ທີ່ວາງອອກແຕ່ກອງປະຊຸມໃຫຍ່ ມື້ສ້າງຕັ້ງພັກ ປີ 1955 ໄດ້ຂຽນວ່າ: " ອອກແຮງກໍ່ສ້າງພັກປະຊາຊົນລາວ ໃຫ້ກາຍເປັນພັກທີ່ຫມັ້ນຫນຽວເຂັ້ມແຂງຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ເພື່ອໃຫ້ມີຄວາມສາມາດພຽງພໍໃນການ. ນຳພາການປະຕິວັດລາວໃຫ້ໄປສູ່ໄຊຊະນະສຸດທ້າຍ ".
   ຈາກພຶດຕິກຳຕົວຈິງແຫ່ງການກໍ່ສ້າງພັກໃນຫຼາຍສິບປີຜ່ານມາເຫັນໄດ້ຢ່າງຈະແຈ້ງວ່າ ພັກເຮົາໄດ້ເອົາໃຈໃສ່ກໍ່ສ້າງພັກທັງ 3 ດ້ານໄປພ້ອມກັນ, ແນໃສ່ເຮັດໃຫ້ພັກມີຄວາມເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ພ້ອມກັນນັ້ນ ກໍ່ໄດ້ເສີມຂະຫຍາຍລັກສະນະຊົນຊັ້ນ, ລັກສະນະນຳຫນ້າ ແລະ ຄວາມສາມາດນຳພາຮອບດ້ານຂອງພັກ, ໃນນັ້ນໄດ້ເອົາໃຈໃສ່ກໍ່ສ້າງຖັນແຖວສະມາຊິກພັກໃຫ້ມີຄຸນ ທາດການເມືອງທີ່ຫນັກແຫນ້ນ, ມີອຸດົມການ ແລະ ຈິດໃຈປະຕິວັດບຸກ, ແກ້ໄຂແນວຄິດ ແລະ ແບບແຜນເຄື່ອນໄຫວຂອງສະມາຊິກພັກທີ່ມ168ຕົ້ນກໍາເນີດມາຈາກຊາວນາ, ນາຍທຶນນ້ອຍ ແລະ ປັນຍາຊົນ, ວຽກງານຂະຫຍາຍພັກໄດ້ເອົາໃຈໃສ່ດ້ານຄຸນນະພາບເປັນຕົ້ນຕໍ ພ້ອມນັ້ນ, ຂະຫຍາຍທາງດ້ານຈາໍນວນເພື່ອຕອບສະຫນອງກັບຄວາມຕ້ອງການ ຂອງຫນ້າທີ່ການເມືອງແຕ່ລະໄລຍະ.
   ຢຶດຫມັ້ນທັດສະນະຊົນຊັ້ນ ແລະ ເປັນຕົວແທນທີ່ຈົງຮັກພັກດຜົນປະໂຫຍດຂອງຊົນຊັ້ນກຳມະກອນຊາວຜູ້ອອກແຮງງານທີ່ຮັກຊາ ແລະ ຂອງຊາດລາວທັງຫມົດ. ເພື່ອບັນຈຸວັດຖຸປະສົງນາໍພາປວງຊົນ. ລາວທັງຊາດດຳເນີນພາລະກິດປ່ຽນແປງໃຫມ່, ແນໃສ່ສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນຕາມຈຸດຫມາຍສັງຄົມນິຍົມ.
ພັກເຮົາແມ່ນພັກການເມືອງຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວຖືລັດທິມາກ-ເລນິນເປັນພື້ນຖານແຫ່ງແນວຄິດ ແລະ ເປັນເຂັມຊີ້ທິດແຫ່ງການກະທຳ. ສະນັ້ນ, ທຸກແນວທາງນະໂຍບາຍຂອງພັກ ແມ່ນການຫມູນໃຊ້ບັນດາຫຼັກມູນຂອງລັດທິມາກ-ເລນິນເຂົ້າໃສ່ສະພາບຕົວຈິງຂອງປະເທດຢ່າງປະດິດສ້າງ, ເອົາເອກະລາດຕິດພັນກັບສັງຄົມນິຍົມ, ປະສານສົມທົບຢ່າງກົມກຽວລະຫວ່າງລັດທິຮັກຊາດທີ່ໃສແຈ້ງກັບລັດທິສາກົນກໍາມະຊີບອັນຜ່ອງໃສ, ດຳເນີນການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳເສີມຂະຫຍາຍມູນ, ເຊື້ອອັນດີງາມຂອງພັກ ແລະ ຂອງຊາວ, ນຳເອົາສິ່ງຍອດຍິ່ງທາງ.
   ດ້ານສະຕິປັນຍາທີ່ກ້າວຫນ້າຂອງມວນມະນຸດເພື່ອກໍານົດແນວທາງ, ຂອງພັກ, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ປະດິດ, ສ້າງໃນການວາງແນວທາງ ແລະ ຊີ້ນໍາ-ນໍາພາປະຕິບັດແນວທັງມີຄວາມສະດຸ້ງໄວໃນການບູລະນະແນວທາງເພື່ອໃຫ້ແທດເຫມາ ກັບການຜັນແປຂອງສະຖານະການພາຍໃນ ແລະ ສາກົນ, ຕ້ານ ແລະ ສະກັດກັ້ນລະບອບຫຼາຍພັກ, ຫຼາຍເຄົ້າ, ຕ້ານລັດທິເອກະຊົນ ແລະ ລັດທິສວຍໂອກາດໃນທຸກຮູບແບບພາຍໃນພັກ.
   ຢຶດຫມັ້ນຫຼັກການລວມສູນປະຊາທິປະໄຕ, ສົ່ງເສີມລະບອບການຕໍານິຕິຊົມຕົນເອງ ແລະ ຕິຊົມກັນພາຍໃນພັກປົກປັກຮັກສາຄວາມສາມັກຄີເປັນເອກະລາດພາຍໃນພັກເວົ້າລວມ ໂດຍສະເພາະແມ່ນພາຍໃນອົງການນຳຂອງພັກຕະຫຼອດມາອັນໄດ້ກາຍເປັນມູນເຊື້ອອັນປະເສີດຂອງພັກ; ເຖິງແມ່ນວ່າຢູ່ໃນໄລຍະທີ່ຫຍຸ້ງຍາກສັບສົນ ທຸລະກັນດານນັບທັງຢູ່ໃນໄລຍະທີ່ມີຄວາມສະດວກແນວໃດກໍ່ຕາມ, ປ້ອງກັນ ແລະ ສະກັດກັ້ນການກໍ່ພັກແຍກພວກ, ພະຍາດອາດຍາສິດ, ຜະເດັດການອ້າຍດຽວ, ລະເລີຍຕໍ່ລະບຽບວິໄນຂາດປະຊາທິປະໄຕ.
ມາໃນປະຈຸບັນ ໃນເງື່ອນໄຂທີ່ພັກເຮົາໄດ້ມີແນວທາງເປີດກວ້າງການຮ່ວມມືກັບຕ່າງປະເທດ ແລະ ການເຊື່ອມໂຍງການປະຕິບັດກົນໄກເສດຖະກິດຕະຫຼາດທີ່ມີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ເພື່ອເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍ. ພັດທະນາ ແລະ ຫັນປະເທດເປັນອຸດສາຫະກໍາ ແລະ ຫັນເປັນທັນສະໄຫມ, ຢູ່ໃນເງື່ອນໄຂສະພາບແວດລ້ອມຢູ່ພາຍໃນປະເທດຍັງມີສິ່ງທ້າທາຍທົດສອບທີ່ສະລັບສັບຊ້ອນ, ເວລາດຽວກັນນັ້ນ ພວກຈັກກະພັດ ແລະ ອິດທິກຳລັງປໍລະປັກຍັງສືບຕໍ່ກົນອຸບາຍເລ່ຫຼ່ຽມທີ່ຫວັງທຳລາຍພັກເຮົາ, ບັນຫາການປົກປັກຮັກສາທາດແທ້ຊົນຊັ້ນກຳມະກອນຂອງພັກ ແລະ ລັກສະນະນຳຫນ້າຕໍ່ສູ້ຂອງພັກ, ມັນແມ່ນຄວາມ ຈຳເປັນພາວະວິໄສຂອງວຽກງານກໍ່ສ້າງພັກໃນໄລຍະໃຫມ່.
   ບົດຮຽນທີສອງ: ການດຳເນີນວຽກງານກໍ່ສ້າງພັກຕ້ອງຕິດແຫນ້ນກັບຂະບວນການປະຕິວັດຂອງມະຫາຊົນ, ຊຸກຍູ້ການປະຕິບັດ ບັນດາຫນ້າທີ່ໃຈກາງຂອງພັກໃນແຕ່ລະໄລຍະ, ຮັບປະກັນການປະຕິບັດ ສິດເປັນເຈົ້າລວມຫມູ່ຂອງປະຊາຊົນ.
   ໃນບົດຮຽນແຫ່ງການນຳພາຂອງພັກເຮົາໄດ້ຮັບຮູ້ແຈ້ງວ່າການກໍ່ສ້າງພັກພັນທະພາບກຳມະກອນ-ຊາວນານັ້ນ. ກ່ອນອື່ນຫມົດ. ພັກຂອງຊົນຊັ້ນກໍາມະກອນຕ້ອງມີແນວທາງການເມືອງທີ່ຖືກຕ້ອງ ເພື່ອປຸກລຸກຊາວນາເຮັດການປະຕິວັດ, ຊາວນາເປັນກໍາລັງປະຕິວັດ ອັນໃຫຍ່ຫຼວງກຳລັງຫນຶ່ງ, ແຕ່ຊາວນາບໍ່ເປັນຕົວແທນໃຫ້ແກ່ແບບວິທີ ການຜະລິດອັນຫນຶ່ງຕ່າງຫາກ. ຍ້ອນແນວນັ້ນ, ຊາວນາຈຶ່ງບໍ່ມີແນວທາງການເມືອງທີ່ເປັນເອກະລາດ ເພື່ອປົດປ່ອຍຕົນເອງໄດ້, ມີແຕ່ພັກຂອງຊົນຊັ້ນກໍາມະກອນ ຊຶ່ງມີກອງນຳຫນ້າທີ່ມີການຈັດຕັ້ງທີ່ມີ: ຫຼັກຫມັ້ນການເມືອງ, ມີອຸດົມການປະຕິວັດອັນຫນຽວແຫນ້ນສຸດກົກສຸດປາຍ, ມີທິດສະດີປະຕິວັດທີ່ມີວິທະຍາສາດຂອງລັດທິມາກ-ເລນິນ, ຮູ້ສົມທົບລະຫວ່າງຜົນປະໂຫຍດອັນພື້ນຖານຂອງຊົນຊັ້ນກຳມະກອນ ກັບຜົນປະໂຫຍດພື້ນຖານຂອງຊາວຜູ້ອອກແຮງງານ ແລະ ຂອງຫມົດທັງຊາດ, ບົນພື້ນຖານດັ່ງກ່າວພັກຈຶ່ງວາງຈຸດຫມາຍ ແລະ ວິທີຕໍ່ສູ້ປະຕິວັດອອກຢ່າງຖືກຕ້ອງ ແລະ ນຳພາຂະບວນການປະຕິວັດສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ປົດປ່ອຍຊາວນາໄດ້ຢ່າງເຖິງຖອງ, ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນວ່າ: "ພັກເຮົາໄດ້ກາຍເປັນພັກກອຳນາດ, ພັກມີຄວາມຮັບຜິດຊອບຕໍ່ທົ່ວສັງຄົມ, ແຕ່ພັກຈະປະຕິບັດພາລະກໍາປະຫວັດສາດຂອງຕົນໄດ້ສໍາເລັດ ຫຼື ບໍ່ກໍ່ຕໍ່ເມື່ອພັກສາມາດປຸກລະດົມ, ເຕົ້າໂຮມຄວາມສາມັກຄີມະຫາຊົນເພື່ອປະຕິບັດແນວທາງທີ່ພັກໄດ້ວາງອອກນັ້ນໄດ້ ຫຼື ບໍ່ "ເພາະສະນັ້ນ, ຍາມໃດກໍ່ໄກ້ຊິດຕິດແທດມະຫາຊົນເປັນຫ່ວງເປັນໄຍຕໍ່ຄວາມສຸກທຸກຂອງ ປະຊາຊົນເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນເລື້ອຍໆ.
   ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກນັ້ນ, ພັກຕ້ອງເອົາໃຈໃສ່ປັບປຸງບູລະນະການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມໃຫ້ມີຄວາມເຂັ້ມແຂງປະຕິບັດພາລະບົດບາດໃນການປຸກລະດົມຂົນຂວາຍມະຫາຊົນເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມແນວທາງປ່ຽນແປງໃຫມ່; ເພື່ອຮັບປະກັນ ໃຫ້ແກ່ການເຄື່ອນໄຫວຂອງແຕ່ລະອົງການໃຫ້ຖືກຕ້ອງຕາມພາລະບົດບາດ, ຫນ້າທີ່ ແລະ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຫນ້າທີ່ການເມືອງຂອງພັກໃນແຕ່ລະໄລຍະຄະນະພັກຕ້ອງໄດ້ຊີ້ນໍາ-ນໍາພາຢ່າງໄກ້ຊິດ, ພ້ອມນັ້ນ ກໍ່ເຄົາລົບລັກສະນະເປັນເຈົ້າຕົນເອງຂອງ ແຕ່ລະອົງການຈັດຕັ້ງມະຫາຊົນ, ຄະນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ຟັງຄວາມຄິດຄວາມເຫັນຂອງມະຫາຊົນ ຕໍ່ກັບແນວທາງແຜນນະໂຍບາຍ ແລະ ການນຳພາຂອງພັກ, ໂດຍສະເພາະແມ່ນການກວດກາ, ຕຳນິກໍ່ສ້າງພະນັກງານ-ສະມາຊິກພັກ ແລະ ສະເຫນີມະຫາຊົນທີ່ກ້າວຫນ້າ ໃຫ້ຫນ່ວຍພັກພິຈາລະນາຮັບເອົາເຂົ້າເປັນສະມາຊິກພັກ ຫຼື ສະເຫນີແນະ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນເພື່ອອອກສະຫມັກເລືອກຕັ້ງເຂົ້າໃນ ຄະນະນຳຂອງພັກ ແລະ ລັດໃນແຕ່ລະຂັ້ນ.
    ໃນຕົວຈິງແລ້ວວຽກງານກໍ່ສ້າງພັກຕ້ອງຕິດພັນກັບວຽກງານກໍ່ສ້າງຄະນະຊາວຫນຸ່ມປະຊາຊົນ ປະຕິວັດລາວ ໂດຍສະເພາະແມ່ນ ການສຶກສາອົບຮົມອຸດົມຄະຕິປະຕິວັດໃຫ້ກຳລັງໄວຫນຸ່ມ ພ້ອມນັ້ນກໍ່ສ້າງກຳລັງຫນຸ່ມທີ່ໄວ້ໃຈຂອງພັກເປັນແຫຼ່ງສະຫນອງກຳລັງຫນຸ່ມໃຫ້ແກ່ພັກ ແລະ ເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ ແລະ ຂອງຊາດ.
    ພັກເຮົາໄດ້ໃຫ້ຂໍ້ສະຫຼຸບວ່າ: ມະຫາຊົນເປັນບໍ່ເກີດ, ເປັນບ່ອນອີງ, ເປັນກຳລັງແຮງຂອງພັກ, ການປະຕິວັດແມ່ນພາລະກິດຂອງມະຫາຊົນ, ພັກເຮົາແມ່ນພັກທີ່ເກີດຂຶ້ນ, ເຕີບໃຫຍ່ໃນຂະບວນການ ສູ້ຂອງປະຊາຊົນ; ຈາກປະຊາຊົນ, ເພື່ອປະຊາຊົນ ແລະ ເດີນຕາມແນວທາງຂອງມະຫາຊົນ; ພັກບໍ່ມີຈຸດປະສົງອັນໃດນອກຈາກການ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ, ດ້ວຍເຫດນັ້ນ ພັກເຮົາຈຶ່ງບໍ່ອາດຈະຕັດແຍກ ຫຼື ຫ່າງເຫີນຈາກມະຫາຊົນໄດ້ເປັນອັນຂາດ; ພັກຍາມໃດກໍ່ຕ້ອງໄກ້ສິດຕິດແທດກັບມະຫາຊົນ, ສຶກສາອົບຮົມມະຫາຊົນປຸກລຸກຂົນຂວາຍມະຫາຊົນ ແລະ ຊ່ວຍເຫຼືອ ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ມະຫາຊົນເທົ່ານັ້ນພັກເຮົາຈຶ່ງຈະເຊີດຊູບົດ ບາດການນໍາພາ, ອິດທິພົນຂອງພັກ, ມະຫາຊົນຈຶ່ງເຊື່ອຫມັ້ນ, ໄວ້ວາງໃຈ ແລະ ເດີນຕາມພັກ.
   ບົດຮຽນທີສາມ: ວຽກງານຈັດຕັ້ງຂອງພັກຕ້ອງເລີ່ມຈາກຫນ້າ ທີ່ການເມືອງຂອງພັກໃນແຕ່ລະໄລຍະ.
   ວຽກງານຈັດຕັ້ງຂອງງພັກແມ່ນແນໃສ່ປະຕິບັດແນວທາງແຜນນະໂຍບາຍຂອງພັກໃຫ້ປະກົດຜົນເປັນຈິງ, ກົງກັນຂ້າມວຽກງານຈັດຕັ້ງ ຂອງພັກຫາກບໍ່ແນໃສ່ບັນລຸຈຸດຫມາຍດັ່ງກ່າວມັນກໍ່ກາຍເປັນວຽກງານ, ຈັດຕັ້ງອ້ອຍຕ້ອຍ. ເພາະສະນັ້ນ, ການປະສານສົມທົບກັນລະຫວ່າງການກໍ່ສ້າງພັກທາງດ້ານແນວຄິດນັ້ນມັນຕ້ອງບົນພື້ນຖານແນວທາງການເມືອງຂອງພັກ, ເນື່ອງຈາກວຽກງານກໍ່ສ້າງພັກທາງດ້ານການຈັດຕັ້ງ ແລະ ກໍ່ສ້າງພັກທາງແນວຄິດລ້ວນແຕ່ຮັບໃຊ້ແນວທາງການເມືອງຂອງພັກ, ມີການຈັດຕັ້ງທີ່ຫນັກແຫນ້ນເຂັ້ມແຂງ, ມີແນວຄິດທີ່ຖືກຕ້ອງໂປ່ງໃສ, ສາມາດເຮັດໃຫ້ຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ປະດິດສ້າງໃນການວາງແນວທາງການເມືອງເຂົ້າໃສ່ສະພາບຕົວຈິງ ຂອງການປະຕິວັດໃນແຕ່ລະໄລຍະ, ສິ່ງດັ່ງກ່າວມັນໄດ້ພິສູດຈາກພຶດຕິກໍາຕົວຈິງຂອງຂະບວນການປະຕິວັດຊຶ່ງມັນໄດ້ກາຍເປັນປັດ. ໃຈທີ່ສຳຄັນ ທັງແມ່ນປັດໃຈຕັດສິນ, ໃນການກໍານົດແນວທາງການເມືອງອອກຢ່າງຖືກຕ້ອງ, ທັງມີຄວາມສະດຸ້ງໄວ ແລະ ມີໄຫວພິກໃນການປັບປຸງບູລະນະແນວທາງການເມືອງ ໃຫ້ແທດກັບການຜັນແປຂອງສະຖານະການຢູ່ພາຍໃນ ແລະ ການຜັນແປສະພາບການສາກົນ. ໃນການວາງແນວທາງການເມືອງນັ້ນພັກເຮົາຍັງໄດ້ ເຄົາລົບກົດເກນແຫ່ງການຂະຫຍາຍຕົວຂອງສັງຄົມ, ຫມູນໃຊ້ລັດທິມາກ-ເລນິນ ໂດຍມີການປະສານສົມທົບແຫນ້ນກັບມູນເຊື້ອອັນດີງາມຂອງພັກ ແລະ ຂອງຊາດໄດ້ຢ່າງກົມກຽວ, ສາມາດປ້ອງກັນ ແລະ ສະກັດກັ້ນໄດ້ລັດທິຄຳພີ, ກົນຈັກ, ລອກແບບ, ບົດຮຽນນິຍົມ, ທັງນີ້ກໍ່ເພື່ອປ້ອງກັນບໍ່ໃຫ້ແນວທາງການເມືອງຜີກອອກຈາກເສັ້ນທາງກ້າວໄປສູ່ຈຸດຫມາຍສັງຄົມນິຍົມຊຶ່ງແມ່ນຈຸດຫມາຍ, ອຸດົມການທີ່ພັກ ແລະ ປະຊາຊົນໄດ້ເລືອກເອົານັ້ນ. ສະນັ້ນ, ຈຶ່ງເວົ້າໄດ້ວ່າວຽກງານກໍ່ສ້າງພັກ ດ້ານການຈັດຕັ້ງມັນແມ່ນຄວາມຈໍາເປັນຢ່າງພາລະວິໄສຕ້ອງເລີ່ມຈາກແນວທາງການເມືອງຂອງພັກ, ຍ້ອນວ່າແນວທາງການເມືອງຍັງມີບົດບາດຕັດສິນຕໍ່ວຽກງານກໍ່ສ້າງພັກທາງການຈັດຕັ້ງ ແລະ ກໍ່ສ້າງພັກທາງແນວຄິດ, ເພາະວ່າກໍ່ສ້າງພັກດ້ານ, ການຈັດຕັ້ງ ແລະ ແນວຄິດນັ້ນເນື້ອແທ້ແມ່ນກໍ່ສ້າງຖັນແຖວສະມາຊິກພັກກໍ່ຄືພະນັກງານຂອງພັກ. ໃນເມື່ອພັກກຳນົດແນວທາງການເມືອງທີ່ຖືກຕ້ອງຈະເປັນການສ້າງຄວາມເຊື່ອຫມັ້ນ, ສ້າງອຸດົມຄະຕິ ແລະ ຄຸນທາດທາງດ້ານຊົນຊັ້ນເຮັດໃຫ້ຖັນແຖວສະມາຊິກພັກ ແລະ ພະນັກງານມີຄວາມເຊື່ອຫມັ້ນໄວ້ວາງໃຈຢຶດຫມັ້ນ ແລະ ເດີນຕາມແນວທາງການເມືອງຂອງພັກຢ່າງສະເຫມີຕົ້ນສະເຫມີປາຍ.
   ສະນັ້ນ, ຄະນະພັກການຈັດຕັ້ງພັກແຕ່ລະຂັ້ນຕ້ອງອີງໃສ່ແນວທາງການເມືອງຂອງພັກໃນແຕ່ລະໄລຍະ ເພື່ອປັບປຸງບູລະນະກົງຈັກການຈັດຕັ້ງຂອງຕົນໃຫ້ມີຄວາມປອດໄສ, ເຂັ້ມແຂງ ແລະ ຫນັກແຫນ້ນຍົກສູງຄວາມສາມາດຂອງຕົນເອງ.
   ບົດຮຽນທີສີ່:ພັກເຮົາຍາມໃດກໍ່ຢຶດຫມັ້ນໃນຫຼັກການລວມສູນປະຊາທິປະໄຕ, ເອົາການຕຳນິຕິຊົມກັນຕົນເອງ ແລະ ຕິຊົມເປັນກົດເກນແຫ່ງການຂະຫຍາຍຕົວຂອງພັກ, ເປັນການປັບປຸງຄວາມສາມັກຄີເປັນເອກະພາບພາຍໃນພັກ.
   ພັກເຮົາໄດ້ຖືເອົາຫຼັກການລວມສູນປະຊາທິປະໄຕເປັນຫຼັກການ, ເປັນເຂັມຊີ້ທິດແຫ່ງການຈັດຕັ້ງ ແລະ ເຄື່ອນໄຫວຂອງພັກໃນກົດລະບຽບຂອງພັກສະໄຫມທີ I ກໍ່ໄດ້ເນັ້ນຫນັກວ່າ:ພັກຈັດຕັ້ງຕາມຫຼັກການລວມສູນປະຊາທິປະໄຕ ເພື່ອຮັກສາໃຫ້ແຫນ້ນ, ຄວາມສາມັກຄີເປັນເອກະພາບໃນດ້ານແນວຄິດ ແລະ ການກະທາໍພາຍໃນພັກ ແລະ ໃຊ້ວິທີຕິຊົມຕົນເອງ ແລະ ຕິຊົມກັນເປັນກົດເກນແຫ່ງການຂະຫຍາຍຕົວຂອງພັກ ເພື່ອດັດແປງຈຸດອ່ອນຂໍ້ບົກຜ່ອງ ແລະ ສົ່ງເສີມອັນດີ. ຫຼັກການລວມສູນປະຊາທິປະໄຕ ຊຶ່ງເປັນຫຼັກການພື້ນ.
   ຖານຂອງລັດທິມາກ-ເລນິນ ມີລັກສະນະປະຕິວັດ ແລະ ລັກສະນະວິທະຍາສາດຂອງຊົນຊັ້ນກໍາມະກອນ, ຕະຫຼອດໄລຍະ 55 ປີຜ່ານມາ ພັກໄດ້ຢືນຢັນໃນຫຼັກການດັ່ງກ່າວ, ທັງສຶກສາອົບຮົມໃຫ້ຖັນແຖວສະມາຊິກພັກມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງສາຍພົວພັນແບບສັດຈະວິພາກລະຫວ່າງລວມສູນກັບປະຊາທິປະໄຕ, ໃນນີ້. ໄດ້ເອົາໃຈໃສ່ເສີມຂະຫຍາຍປະຊາທິປະໄຕພາຍໃນພັກກໍເພື່ອຮັບປະກັນການນໍາພາແບບລວມສູນຢ່າງຖືກຕ້ອງ, ກົງກັນຂ້າມຕ້ອງມີການນໍາພາແບບລວມສູນທີ່ຖືກຕ້ອງກໍ່ເປັນສິ່ງທີ່ຄ້ຳປະກັນໃຫ້ແກ່ການເສີມຂະຫຍາຍປະຊາທິປະໄຕໃຫ້ຖືກຕາມລະບຽບຫຼັກການ, ເພາະສະນັ້ນໃນກົດລະບຽບພັກສະໄຫມທີ III ຂອງພັກຈຶ່ງໄດ້ຂຽນວ່າ: " ພັກປະຊາຊົນປະຕິວັດລາວ ຈັດຕັ້ງຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນຫມູ່ຄະນະບຸກຄົນຮັບຜິດຊອບພັກມີລະບຽບວິໄນເຂັ້ມແຂງ ".
   ບົດຮຽນນີ້ມັນແມ່ນພຶດຕິກໍາທີ່ຊີ້ບອກວ່າບ່ອນໃດການຈັດຕັ້ງພັກ, ສະມາຊິກພັກໂດຍສະເພາະແມ່ນຄະນະນຳຢຶດຫມັ້ນ ແລະ ນຳໃຊ້ໄດ້ດີແມ່ນການຈັດຕັ້ງພັກກໍ່ຄືສະມາຊິກພັກຢູ່ບ່ອນນັ້ນລ້ວນແຕ່ໄດ້ຮັບການປັບປຸງບູລະນະ ແລະ ຂະຫຍາຍຕົວດີ, ຄວາມສາມັກຄີເປັນເອກະພາບກໍ່ດີຂຶ້ນ ແລະ ຫນັກແຫນ້ນ, ກົງກັນຂ້າມຄະນະພັກ, ການຈັດຕັ້ງພັກ ແລະ ສະມາຊິກພັກໂດຍສະເພາະແມ່ນພະນັກງານນຳພາຢູ່ບ່ອນ, ໃດບໍ່ເຄົາລົບ ແລະ ປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດໃນຫຼັກການ. ລວມສູນປະຊາທິປະໄຕຢູ່ບ່ອນນັ້ນເກີດພະຍາດອາດຍາສິດ, ອ້າ.. ດຽວ, ລ່ວງອຳນາດ, ລະເມີດຕໍ່ກົດລະບຽບຂອງພັກ, ສ້າງກຸ່ມກ້ອນ, ພັກພວກຢູ່ພາຍໃນບໍ່ມີຄວາມສາມັກຄີເປັນເອກະພາບເຮັດໃຫ້ບົດບາດອິດທິພົນຂອງພັກຖືກເຊື່ອມຖອຍ.
   ບົດຮຽນທີຫ້າ:ຕ້ອງກຳແຫນ້ນທັດສະນະແນວທາງແຜນນະໂຍບາຍຂອງພັກຕໍ່ວຽກງານພະນັກງານຢ່າຖືກຕ້ອງ ເພື່ອກໍ່ສ້າງຖັນ. ແຖວພະນັກງານ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມສາມາດໃນການນຳພາ, ຄຸ້ມຄອງຕອບສະຫນອງກັບຄວາມຕ້ອງການຂອງແຕ່ລະໄລຍະຂອງການປະຕິວັດ.
   ພັກເຮົາໄດ້ຢືນຢັນຢູ່ສະເຫມີວ່າວຽກງານພະນັກງານແມ່ນຫນຶ່ງໃນວຽກງານກໍ່ສ້າງພັກ ແລະ ກໍ່ແມ່ນວຽກງານທີ່ເປັນຂໍກະແຈທີ່ສຳຄັນປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ: "ໃນພາລະກິດປ່ຽນແປງ ໃຫມ່ທັງຫມົດຂອງພັກເຮົານັ້ນການດັດແປງວຽກງານພະນັກງານເປັນຂອດທີ່ມີບົດບາດສຳຄັນທີ່ສຸດ, ມັນເປັນປັດໃຈຫນຶ່ງທີ່ຕັດສິນໄຊຊະນະຂອງພາລະກິດປ່ຽນແປງໃຫມ່ຂອງພັກເຮົາ". ກ່ອນອື່ນຫມົດວຽກງານພະນັກງານຕ້ອງຢຶດຫມັ້ນທັດສະນະຊົນຊັ້ນຂອງພັກ, ຕ້ອງມີທັດສະນະຊົນຊັ້ນທີ່ຈະແຈ້ງກ່ຽວກັບບັນຫາພະນັກງານ ແລະ ວຽກງານພະນັກງານ; ກຳແຫນ້ນຫຼັກການນໍາພາຂອງພັກຕໍ່ວຽກງານພະນັກງານ ແລະ ການຄຸ້ມຄອງຖັນແຖວພະນັກງານຢ່າງລວມສູນເປັນເອກະພາບ; ວຽກງານພະນັກງານຕ້ອງຕິດພັນກັບແນວທາງ ແລະ ຫນ້າທີ່ການເມືອງຂອງພັກ, ຕິດພັນກັບການຈັດຕັ້ງ ແລະ ຂະບວນການຂອງມະຫາຊົນໃນແຕ່ລະໄລຍະ ເພື່ອຂຶ້ນແຜນກາໍນົດພະນັກງານ, ວາງແຜນກໍ່ສ້າງ, ບາລຸງ; ສ້າງແຜນຈັດວາງສັບຊ້ອນພະນັກງານ; ພ້ອມນັ້ນກໍ່ຕ້ອງມີວິໄສທັດມອງກວ້າງເຫັນໄກ ແລະ ສາມາດພະຍາກອນສະພາບການລ່ວງຫນ້າ. ເພື່ອກຳນົດທິດທາງວິທິການໃນການບຳລຸງ, ກໍ່ສ້າງຖັນແຖວພະນັກງານໃນໄລຍະຍາວ, ທັງເປັນການປ້ອງກັນບໍ່ໃຫ້ມີຄວາມຜິດພາດໃນວຽກງານພະນັກງານ.
   ການບຳລຸງ-ສ້າງພະນັກງານຕ້ອງເຮັດຢ່າງເປັນລະບົບຄົບຂູດຢູ່ໃນແຕ່ລະຂັ້ນ, ແຕ່ລະຂະແຫນງການຕ້ອງຈາກແຜນກາໍນົດພະນັກງານ, ເປັນຕົ້ນແມ່ນການບຳລຸງ-ສ້າງຖັນແຖວພະນັກງານນຳພາ-ຄຸ້ມຄອງ ແລະ ພະນັກງານສືບທອດປ່ຽນແທນໃຫ້ມີຄວາມຫນັກແຫນ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເປັນຜູ້ທີ່ຫ້າວຫັນໃນການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນແບບຢ່າງນໍາຫນ້າໃນທຸກວຽກງານ, ຕ້ອງກ້າຫານຫັນເປັນຫນຸ່ມເທື່ອລະກ້າວດັດສົມລະຫວ່າງລຸ້ນຫນຸ່ມ, ລຸ້ນກາງ, ລຸ້ນອາຍຸສູງໃຫ້ເຫມາະສົມທັງນີ້ກໍ່ເພື່ອຮັບປະກັນລັກສະນະສືບທອດປ່ຽນແທນ ໃນແຕ່ລະລຸ້ນຢ່າງສົມເຫດສົມຜົນ.
   ຕ້ອງມີທັດສະນະຮອບດ້ານ, ທັດສະນະຕົວຈິງ, ທັດສະນະປະຫວັດສາດ ແລະ ທັດສະນະຂະຫຍາຍຕົວ, ພ້ອມນັ້ນກໍ່ກຳແຫນ້ນ, ວິທີວິທະຍາໃນການເບິ່ງ ແລະ ຕີລາຄາພະນັກງານຈະຕ້ອງໄດ້ເບິ່ງທາງດ້ານຄຸນສົມບັດ, ເບິ່ງທາງດ້ານຄວາມສາມາດ, ແບບແຜນວິທີນຳພາ, ເບິ່ງທາງດ້ານລະດັບຄວາມສາມາດ, ໃນອາດີດ, ປະຈຸບັນ ແລະ ອານາຄົດ ໃນນີ້ໃຫ້ເອົາໃຈໃສ່ເປັນພິເສດ ແມ່ນຄວາມມາດໃນການເຄື່ອນໄຫວຕົວຈິງ, ຫມາກຜົນແຫ່ງການສາໍເລັດຫນ້າທີ່ໄດ້ຮັບມອບຫມາຍ ແລະ ຄວາມອາດສາມາດບຸກບືນຂອງພະນັກງານ. ຕ້ອງສະກັດກັ້ນທັດສະນະໃນການເບິ່ງ ແລະ ຕີລາຄາພະນັກງານແບບຜິວເຜີນດ້ານດຽວ, ເບິ່ງແຕ່ອາດີດ, ເບິ່ງອຸບປະນິໄສ. ເບິ່ງແບບແຜນດຳລົງຊີວິດ ແລະ ເບິ່ງທ່າທີພາຍນອກ ຫຼື ໃຫ້ຄວາມສຳຄັນເກີນໄປຕໍ່ລະດັບການສຶກສາ ຫຼື ປະກາດສະນີຍະບັດ, ແນວຄິດຄັບແຄບ, ອະຄະຕິສ່ວນບຸກຄົນ, " ຮັກຫລັງຊັງບ່ຽງ ", ແນວຄິດເຫັນແກ່ເຊື້ອສາຍຕະກຸນ, ຍາດພີ່ນ້ອງ, ເພື່ອນຝູງຄົນທ້ອງຖິ່ນ, ຄົນ, ເຜົ່າດຽວກັນ ແລະ ອື່ນໆ.
   ການເລືອກເຟັ້ນຈັດວາງພະນັກງານຕ້ອງຊັດເຈນມີການສົມທົບ, ລະຫວ່າງການທາບທາມຄວາມຄິດເຫັນຂອງມະຫາຊົນກັບຄວາມຄິດ. ເຫັນຂອງຫມູ່ຄະນະນຳພາ, ຕ້ອງມີຄວາມເຫມາະສົມກັບຄົນ, ເຫມາະກັບ, ວຽກ,ເຫມາະກັບບ່ອນ, ສອດຄ່ອງກັບຄວາມສາມາດ ແລະ ຄຸນສົມບັດຂອງພະນັກງານ, ໂດຍສະເພາະແມ່ນພະນັກງານຫົວຈັກຫຼັກແຫຼ່ງ, ຖ້າຫາກຈັດວາງພະນັກງານຫົວຈັກຫຼັກແຫຼ່ງເຫມາະກັບຄົນ, ເຫມາະກັບຖານະຕຳແຫນ່ງແມ່ນຜູ້ເປັນຫົວຫນ້າກໍ່ຈະເຮັດໃຫ້ມີການຫັນປ່ຽນໃຫມ່ ແລະ ມີຄວາມກ້າວຫນ້າຢ່າງເດັ່ນຊັດ; ຕ້ອງກ້າເລື່ອນຊັ້ນໃຫ້ພະນັກງານ ທີ່ມີສະຕິບຸກຫນ້າບືນຕົວ, ສະແຫວງຫາຄວາມກ້າວຫນ້າ ແລະ ສູ້ຊົນເຮັດ ສຳເລັດຫນ້າທີ່, ພ້ອມນັ້ນກໍ່ສືບຕໍ່ສ້າງເຂົາເຈົ້າ.
   ສືບຕໍ່ຄົ້ນຄວ້າກຳນົດນະໂຍບາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານທີ່ມີຄວາມເປັນເອກະພາບ, ຍຸຕິທຳ, ມີເຫດມີຜົນ, ບໍ່ລອຽງ. ເພື່ອເປັນການຊຸກຍູ້ສົ່ງເສີມຜູ້ທີ່ມີຄວາມຮູ້ຄວາມສາມາດ, ສະຕິປັນຍາສະຫຼາດແຫຼມຄົມ ແລະ ມີຄຸນສົມບັດປະຕິວັດດີ, ພ້ອມນັ້ນກໍ່ຕ້ອງເດັດດ່ຽວແກ້ໄຂຢ່າງທັນການຕໍ່ຜູ້ກະທຳຜິດຕໍ່ກົດ. ລະບຽບຂອງພັກ, ກົດຫມາຍຂອງລັດ, ລະເມີດຕໍ່ແນວທາງແຜນນະໂຍບາຍຂອງພັກ ແລະ ລັດ, ທັງຍ້ອງຍໍສັນລະເສີນຕໍ່ຜູ້ທີ່ມີຜົນງານ, ເອົາໃຈໃສ່ຊ່ວຍເຫຼືອກໍ່ສ້າງຜູ້ທີ່ມີຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງໃຫ້ມີຄວາມຕື່ນຕົວ ແລະ ກ້າວຫນ້າ.
   ເວລານີ້, ຍິ່ງກວ່າເວລາໃດຫມົດຢືນຕໍ່ຫນ້າຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃຫມ່ ເປັນຕົ້ນແມ່ນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄຫມ ແລະ ສ້າງລັດແຫ່ງກົດຫມາຍ ເທື່ອລະກ້າວນັ້ນຕ້ອງມີຍຸດທະສາດໃນການກໍ່ສ້າງຖັນແຖວພະນັກງານເພື່ອຮັບຮອງພາລະກິດທີ່ພັກ ແລະ ປະຊາຊົນເຮົາໄດ້ເລືອກເອົາ ນັ້ນ ກ້າວໄປສູ່ຜົນສຳເລັດອັນຈົບງາມ.
   ບົດຮຽນທີຫົກ:ຕ້ອງສືບຕໍ່ປັບປຸງບູລະນະຄະນະຈັດຕັ້ງ ແລະ ຖັນແຖວພະນັກງານທີ່ວຽກງານຈັດຕັ້ງຢູ່ໃນທຸກຂັ້ນທຸກຂະແຫນງການໃຫ້ມີຄວາມປອດໃສ, ຫນັກແຫນ້ນເຂັ້ມແຂງ ເພື່ອຕອບສະຫນອງ ຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃຫມ່ ແລະ ວຽກງານກໍ່ສ້າງພັກໃນໄລຍະໃຫມ່.
   ພັກເຮົາໄດ້ຢືນຢັນວ່າ:"ຄະນະຈັດຕັ້ງຂັ້ນຕ່າງໆເປັນອົງການເສນາທິການໃຫ້ພັກ ແລະ ລັດໃນວຽກງານຈັດຕັ້ງກໍ່ສ້າງພັກພະນັກງານ". ຕະຫຼອດໄລຍະເວລາແຫ່ງການຕໍ່ສູ້ກູ້ຊາດທີ່ຍືດຍາວນານ ແລະ ທໍລະຫົດອົດທົນນັ້ນການຈັດຕັ້ງ ຫຼື ຄະນະຈັດຕັ້ງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຕາມລຳດັບມາ, ໄປພ້ອມໆກັນນີ້ຖັນແຖວພະນັກງານທີ່ເຮັດວຽກງານຈັດຕັ້ງ, ກໍ່ສ້າງພັກ ແລະ ວຽກງານພະນັກງານກໍ່ໄດ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ເລື້ອຍໆນັບທັງດ້ານຈໍານວນ ແລະ ຄຸນນະພາບ, ບັນດາສະຫາຍທີ່ ເຮັດວຽກງານຈັດຕັ້ງ, ກໍ່ສ້າງພັກ ແລະ ວຽກງານພະນັກງານໃນແຕ່. ລະລຸ້ນຢູ່ໃນແຕ່ລະຂັ້ນ. ສ່ວນໃຫຍ່ໄດ້ກາຍເປັນພະນັກງານທີ່ມີຢຶດຫມັ້ນໃນອຸດົມຄະຕິຂອງພັກ, ຊື່ສັດບໍລິສຸດ, ມີຈິດໃຈບຸກບືນຜ່ານຜ່າຄວາມຫຍຸ້ງຍາກນາໆປະການເພື່ອເຮັດສຳເລັດຫນ້າທີ່-ທີ່ພັກ ແລະ ລັດມອບຫມາຍໃຫ້, ມີຫຼາຍສະຫາຍໄດ້ກາຍເປັນແບບຢ່າງອັນໃສແຈ້ງໃຫ້ແກ່ພະນັກງານລຸ້ນສືບທອດ. ໃນພາລະກິດປ່ຽນແປງໃຫມ່ເປັນຕົ້ນແມ່ນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄຫມນັ້ນພັກເຮົາໄດ້ເນັ້ນຫນັກວ່າຢາກດັດແປງຖັນແຖວພະນັກງານໄດ້, ກ່ອນອື່ນຕ້ອງດັດແປງພາກສ່ວນທີ່ເຮັດວຽກງານຈັດຕັ້ງພະນັກງານນັບແຕ່ຈິນຕະນາການໄປເຖິງແບບແຜນວິທີເຮັດວຽກ. ເພື່ອຮັບປະກັນບົດບາດເປັນເສນາທິການຊ່ວຍຄະນະພັກແຕ່ລະຂັ້ນ.
   ສະນັ້ນ, ພວກເຮົາຕ້ອງຮີບຮ້ອນປັບປຸງບູລະນະ ແລະ ພັດທະນາລະບົບກົງຈັກການຈັດຕັ້ງຂອງຄະນະຈັດຕັ້ງເປັນຕົ້ນແມ່ນກຳນົດພາລະບົດບາດຂອງຄະນະຈັດຕັ້ງແຕ່ລະຂັ້ນ. ແຕ່ລະຂະແໜງການໃຫ້ສອດຄ່ອງກັບກົນໄກໃໝ່ ທັງນີ້ກໍ່ເພື່ອເຮັດໃຫ້ຄະນະຈັດຕັ້ງກາຍເປັນອົງການເສນາທິການຂອງພັກຢ່າງແທ້ຈິງໃນການຊັບຊ້ອນກົງຈັກ, ເລືອກເຟັ້ນ, ກໍ່ສ້າງ, ຈັດວາງ ແລະ ນຳໃຊ້ພະນັກງານຢ່າງມີປະສິດທິພາບສູງພ້ອມນັ້ນ, ຕ້ອງປັບປຸງແບບແຜນວິທີເຮັດວຽກແບບປະຊາທິປະໄຕ, ວິທະຍາສາດແທດຕົວຈິງ, ຕິດແທດຮາກຖານ ແລະ ປະກອບດ້ວຍພະນັກງານທີ່ມີຄຸນສົມບັດ, ມີຄວາມສາມາດມີແບບແຜນວິທີເຮັດວຽກແບບໃໝ່. ທັງນີ້ກໍ່ເພື່ອຕອບສະໜອງກັບການປ່ຽນແປງໃໝ່ວຽກງານຈັດຕັ້ງພະນັກງານໃນໄລຍະໃໝ່.
(ຈາກປື້ມມູນເຊື້ອ 55 ປີກ່ຽວກັບວຽກງານຈັດຕັ້ງຂອງພັກ ປ ປ ລາວ ໂດຍຄະນະຈັດຕັ້ງສູນກາງພັກ, 2010 ໜ້າ 42-183)