Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ປະຫວັດຄວາມເປັນມາໜັງສືພິມ ປະຊາຊົນ
ໜັງສືພິມ "ປະຊາຊົນ" ໄດ້ເລີ່ມກໍ່ຮ່າງສ້າງຕົວຂຶ້ນໃນທ້າຍຊຸມປີ 40 ຊຶ່ງເປັນໄລຍະແຫ່ງການຕໍ່ສູ້ກູ້ຊາດຢ່າງທໍລະຫົດອົດທົນຢ່າງເອົາເປັນເອົາຕາຍ ພາຍໃຕ້ການນຳພາ ຂອງພັກກອມມູນນິດອິນດູຈີນ (ຕົ້ນກຳເນີດຂອງພັກ ປະຊາຊົນ ປະຕິວັດລາວ ໃນປະຈຸບັນ). ທຳອິດສະແດງອອກໃນຮູບ ແບບໃບຂ່າວ, ໃບປິວທີ່ມີບົດ, ຂ່າວ ແລະ ຮູບແຕ້ມປະນາມພວກລ່າເມືອງຂຶ້ນ ແລະ ລູກມື.
ໃບຂ່າວ, ໃບປິວເຫຼົ່ານັ້ນຕິດພັນສະໜິດແໜ້ນກັບຂະບວນການຕໍ່ຕ້ານອັນຍືດເຍື້ອຍາວນານຂອງປະຊາຊົນ ແລະ ໄດ້ປະກອບສ່ວນເຂົ້າ ໃນການ ປຸກລະດົມປະຊາຊົນລາວ ໃນທົ່ວປະເທດລຸກຮື້ຂຶ້ນນັບມື້ນັບກວ້າງຂວາງ ແລະ ກາຍເປັນກຳລັງປະຕິວັດດອັນມະຫາສານ ທີ່ນຳພາໄປສູ່ກອງ ປະຊຸມໃຫຍ່ຂອງແນວໂຮມຕໍ່ຕ້ານທົ່ວປະເທດ ຊຶ່ງໄດ້ໄຂ ຂຶ້ນໃນວັນທີ 13/8/1950 ຢູ່ເຂດທີ່ໝັ້ນຊຳເໜືອ ແຂວງຫົວພັນ.
ພາຍຫຼັງໄດ້ກໍໍ່ຕັ້ງຂຶ້ນແລ້ວ "ແນວລາວອິດສະຫຼະ" ກໍ່ໄດ້ມີມະຕິຕົກລົງສ້າງຕັ້ງໜັງສືພິມ "ລາວອິດສະຫຼະ" ຂຶ້ນໃນວັນທີ 13/8/1950 ແລະ ແຕ່ງຕັ້ງ ທ່ານ ສີຊະນະ ສີສານ ເປັນຫົວໜ້າບັນນາທິການຄົນທຳອິດຂອງໜັງສືພິມ ປະຕິວັດໃນລາວ. ການພິມແມ່ນພິມແບບ "ລີໂຕ", ພິມແບບ 200 ສະບັບ ຕໍ່ 3 ເດືອນ, ເຮັດໜ້າທີ່ເຜີຍແຜ່ແນວທາງ ນະໂຍບາຍຂອງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ ຕ້ານ ;ເຜີຍແຜ່ການຕໍ່ສູ້ ແລະ ໄຊຊະນະຂອງປະຊາຊົນລາວ ແລະ ເພື່ອສ້າງເຂດທີ່ໜັ້ນປະຕິວັດ.
ມາຮອດວັນທີ 6/1/1956 ໄດ້ມີກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແນວລາວອິດສະຫຼະຢູ່ແຂວງຫົວພັນ ທີ່ໄດ້ຕົກລົງສ້າງຕັ້ງ "ແນວລາວ ສ້າງຊາດ" ຂຶ້ນເພື່ອສືບ ທອດພາລະກິດ "ແນວລາວອິດສະຫຼະ" ຈາກໜັງສືພິມ "ລາວອິດສະຫຼະ" ກໍ່ໄດ້ປ່ຽນມາເປັນໜັງສືພິມ "ລາວຮັກຊາດ" ໂດຍແມ່ນ ທ່ານ ສີຊະນະ ສີສານ ເປັນຫົວໜ້າບັນນາທິການພິມຈຳໜ່າຍລາຍອາທິດ 3.000 ສະບັບຕໍ່ອາທິດ. ພິເສດ ໜັງສືພິມ "ລາວຮັກຊາດ" ໄດ້ຍ້າຍເຂົ້າມາພິມຈຳໜ່າຍຢູ່ນະຄອນຫຼວງວຽງຈັນເພື່ອ ຮັບໃຊ້ການລວມລາວໃນໄລຍະປີ 1956 – 1959 ໂດຍ ແມ່ນ ທ່ານ ຄຳຜາຍ ບຸບຜາ ເປັນຫົວໜ້າບັນນາທິການ. ຍ້ອນໄດ້ຮັບການສະໜັບສະໜູນຈາກມະຫາຊົນຍອດພິມ ຈຳໜ່າຍ ໄດ້ເພີ່ມຂຶ້ນເຖິງ 12.000 ສະບັບ ຕໍ່ອາທິດ ແລະ ເປັນໜັງສືພິມປະຕິວັດສະບັບດຽວທີ່ສູ້ຢັນກັບໜັງສືພິມປະຕິການຫຼາຍໆສະບັບ, ໃຊ້ລະບົບພິມແບບ "ຕີໂປ". ໃນປີ 1959 ຫົວໜ້າບັນນາທິການ ໜັງສືພິມ "ລາວຮັກຊາດ" ຖືກຈັບເຂົ້າຄຸກພ້ອມກັບບັນດາຜູ້ນຳຂອງ "ແນວລາວຮັກຊາດ", ສໍານັກງານໜັງສືພິມ "ລາວຮັກຊາດ" ຈຶ່ງຖືກປິດ ແລະ ຢຸດການພິມຈຳໜ່າຍຊົ່ວຄາວແລ້ວໄປສືບຕໍ່ພີມຈຳໜ່າຍ ຢູ່ເຂດທີ່ໝັ້ນເມືອງວຽງໄຊວິລະຊົນໃນປີ 1960.
ໜ້າທີ່ຂອງໜັງສືພິມ "ລາວຮັກຊາດ" ໃນໄລຍະນັ້ນແມ່ນສືບຕໍ່ປຸກລະດົມປະຊາຊົນທຸນຊັ້ນຄົນຊົນເຜົ່າ, ສາດສະໜາ ແລະ ທຸກເພດທຸກ ໄວເຂົ້າ ຮ່ວມໃນການຕໍ່ສູ້ກູ້ຊາດ. ມາເຖິງວັນທີ 11/8/1975 ໂດຍອາໄສໄຊຊະນະລວມຂອງກຳລັງ ປະຕິວັດ ໃນທົ່ວປະເທດ, ໜັງສືພິມ "ລາວຮັກຊາດ" ໄດ້ກັບຄືນມາວຽງຈັນໂດຍປ່ຽນຊື່ເປັນໜັງສືພິມ "ສຽງປະຊາຊົນ" ຂຶ້ນກັບສຳນັກງານ ຜູ້ຕາງໜ້າແນວ ລາວຮັກຊາດປະຈຳວຽງຈັນ ແລະ ໄດ້ກາຍເປັນໜັງສືພິມລາຍວັນນັບແຕ່ເວລານັ້ນເປັນຕົ້ນມາ, ໃຊ້ລະບົບ ການພິມແບບ "ອອຟເຊັດ", ບາງຄັ້ງມີຍອດພິມຈຳໜ່າຍເຖິງ 30.000 ສະບັບຕໍ່ວັນ, ເຮັດບົດບາດປະກອບສ່ວນ ຢ່າງຕັ້ງ ໜ້າກັບປວງຊົນລາວທັງຊາດດຳເນີນການຕໍ່ສູ້ຍາດອຳນາດມາສູ່ມື ປະຊາຊົນໄດ້ຢ່າງສົມບູນ ໃນ ວັນທີ 23/8/1975 ກ້າວໄປເຖິງການປະກາດສະຖາປະນາ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ໜັງສືພິມ "ສຽງປະຊາຊົນ" ເວລານັ້ນແມ່ນຂຶ້ນກັບກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.
1. ແຕ່ປີ 1979 – 1981 ແມ່ນທ່ານ ສີຊະນະ ສີສານ ເປັນຫົວໜ້າ ບ.ກ ຊຶ່ງໄລ່ລວມແລ້ວທ່ານໄດ້ເປັນຫົວໜ້າ ບ.ກ ໜັງສືພິມປະຕິວັດ ສະບັບນີ້ 28 ປີ ແລະ ເປັນຫົວໜ້າ ບ.ກ ທີ່ອາວຸດໂສກວ່າໝູ່ໃນລາວ.
2. ແຕ່ປີ 1981 – 1983 ແມ່ນທ່ານ ທອງສິງ ທຳມະວົງ ເປັນຫົວໜ້າ ບ.ກ ຂຶ້ນກັບຄະນະກຳມະການຂ່າວສານໜັງສືພິມ ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ.
ຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ ມາເຖິງວັນທີ 22/3/1983 ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕົກລົງປ່ຽນ ຊື່ໜັງສືພິມ "ສຽງ ປະຊາຊົນ" ມາເປັນໜັງສືພິມ "ປະຊາຊົນ" ແລະ ໄດ້ປະກາດເປັນສຽງຂອງສູນກາງພັກ ປະຊາຊົນປະຕິວັດລາວ ຢ່າງເປັນທາງການ ນັບແຕ່ບັດ ນັ້ນເປັນຕົ້ນມາ.
1. ປີ 1985 – 1989 ແມ່ນ ທ່ານ ສອນ ຄຳວານວົງສາ ເປັນຫົວໜ້າ ບ.ກ ໜັງສືພິມ "ປະຊາຊົນ" ຂຶ້ນກັບຄະນະກຳ ມະການຂ່າວ ສານໜັງສືພິມ ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ.
2. ແຕ່ປີ 1989–1993 ແມ່ນທ່ານ ບົວບານ ວໍລະຂຸນ ເປັນຫົວໜ້າຊຶ່ງໄລຍະນັ້ນໜັງສືພິມ "ປະຊາຊົນ" ຂຶ້ນກັບຄະນະໂຄສະນາ ອົບຮົມສູນກາງພັກ ໂດຍແມ່ນ ທ່ານ ສົມລັດ ຈັນທະມາດ ເປັນຫົວໜ້າ.
3. ແຕ່ປີ 1993–1999 ແມ່ນ ທ່ານ ຫຸມເພັງ ສິນປະເສີດ ເປັນຫົວໜ້າ ບ.ກ ໜັງສືພິມ "ປະຊາຊົນ" ຂຶ້ນກັບກະຊວງ ຖະແຫຼງຂ່າວ ແລະ ວັດທະ ນາທຳໂດຍແມ່ນ ທ່ານ ໂອສະກັນທຳມະເທວາ ເປັນລັດຖະມົນຕີ.
4. ແຕ່ປີ 1999 – 11/11/2002 ແມ່ນ ທ່ານ ຄຳກາຍ ວຽງສະຫວັນ ເປັນຫົວໜ້າ ບ.ກ ໜັງສືພິມ "ປະຊາຊົນ" ຂຶ້ນກັບກະຊວງຖະ ແຫຼງຂ່າວ ແລະ ວັດທະະນະທຳ ໂດຍແມ່ນ ທ່ານ ສີເຫຼືອ ບຸນຄ້ຳ ເປັນລັດຖະມົນຕີ.
5. ນັບແຕ່ວັນທີ 11/11/2002-2013 ແມ່ນ ທ່ານ ບົວລະພັນ ທັນພິລົມ ເປັນຜູ້ວ່າການຫົວໜ້າອຳນວຍການໜັງສືພິມ "ປະຊາຊົນ" ຂຶ້ນກັບກະຊວງ ຖະແຫຼງຂ່າວ ແລະ ວັດທະນາທຳ ໂດຍແມ່ນ ທ່ານ ພັນດວງຈິດ ວົງສາ ເປັນລັດຖະມົນຕີ.
6. 23/12/2013 ເປັນຕົ້ນມາໂດຍປະຕິບັດຕາມລຳລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 352/ນຍ, ທ່ານ ສີວຽງແຂກ ກອນນິວົງ ເປັນຫົວຫນ້າບັນນາທິ ການໃຫຍ່ຫນັງສືພິມ "ປະຊາຊົນ" ຂຶ້ນກັບກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍ ແມ່ນ ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ເປັນລັດຖະມົນຕີ.
ເລີ່ມແຕ່ກຳເນີດຂຶ້ນຈາກໃບຂ່າວ, ໃບປິວ ໃນຊຸມປີ 40 ໜັງສຶພິມປະຊາຊົນ ໄດ້ເຕີບໃຫຍ່ຂະຫຍາຍຕົວ ເປັນຂັ້ນໆ ມາຕາມການເຕີບ ໃຫຍ່ ຂອງການປະຕິວັດລາວ. ໃນປະຈຸບັນພວມສືບຕໍ່ຂະຫຍາຍມູນເຊື້ອ ແລະ ພາລະບົດບາດເປັນ ສຽງຂອງ ສູນກາງພັກປະຊາຊົນປະຕິວັດລາວ ຕັ້ງໜ້າປະກອບສ່ວນເຂົ້າໃນການຮັບໃຊ້ພາລະກິດປ່ຽນແປງໃໝ່ຮອບດ້ານຂອງພັກ, ສ້າງຄວາມເຊື່ອໝັ້ນ ແລະ ການພົວພັນອັນສະໜິດແໜ້ນ ລະຫວ່າງພັກກັບປະຊາຊົນ ແລະ ປະຊາຊົນກັບພັກໃຫ້ໝັ້ນຄົງຍິ່ງໆຂຶ້ນ.
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com