ໃນລະຫວ່າງວັນທີ10-11ກໍລະກົດ ນີ້,ສູນສະຖິຕິແຫ່ງຊາດກະຊວງແຜນການແລະການລົງທຶນໄດ້ຈັດກອງປະຊຸມ ກຸ່ມວຽກອາຊຽນ ກ່ຽວກັບສະຖິຕິການຄ້າສິນຄ້າສາກົນ ຄັ້ງທີ10(The Tenth Meeting of the Working Group on International Merchandise Trade Statistics :WGIMTS10)ທີ່ນະຄອນຫຼວງວຽງຈັນ; ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ນາງການຈະນາ ພູມະລີຜູ້ອຳນວຍການ ກອງນະໂຍບາຍ ແລະວິຊາການ ສະຖິຕິ ສຳນັກງານສະຖິຕິແຫ່ງຊາດ ແຫ່ງຣາຊະອານາຈັກໄທ ແລະຮ່ວມດໍາເນີນກອງປະຊຸມໂດຍ ທ່ານ ນາງ ສາລິກາ ຈັນທະລາວົງ ຮອງກົມສະຖິຕິເສດຖະກິດ ສູນສະຖິຕິແຫ່ງຊາດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະທີມງານຈາກກອງເລຂາອາຊຽນ, ມີຜູ້ຕາງໜ້າຈາກ 10 ປະເທດອາຊຽນ ແລະ ຕີມໍເເລັດສະເຕ ເຂົ້າຮ່ວມ. 
ກອງປະຊຸມເປັນການສ່ອງແສງກ່ຽວກັບຄວາມຄືບໜ້າແລະການເພີ່ມຄຸນນະພາບຂອງຂໍ້ມູນສະຖິຕິການຄ້າສິນຄ້າສາກົນແລະຕິດຕາມແຜນງານກຸ່ມວຽກອາຊຽນກ່ຽວກັບສະຖິຕິການຄ້າສິນຄ້າສາກົນແລະແຜນງານໃນຕໍ່ໜ້າ ຊຶ່ງມີການສະເໜີ ແລະ ປຶກສາຫາລືຫຼາຍໆຫົວຂໍ້ທີ່ສໍາຄັນ ໂດຍໄດ້ທົບທວນການຈັດຕັ້ງປະຕິບັດແຜນງານຕ່າງໆທີ່ໄດ້ຕົກລົງໃນກອງປະຊຸມຄະນະກຳມາທິການສະຖິຕິອາຊຽນຄັ້ງທີ13 (ASEAN Community Statistical System Committee: ACSS13)ແລະ ກອງປະຊຸມອະນຸກຳມະການວຽກງານແຜນການແລະການປະສານງານຂອງຄະນະກຳມາທິການສະຖິຕິອາຊຽນຄັ້ງທີ27 (The 27th Meeting of the ACSS Sub-Committee on Planning and Coordination (SCPC27)ທີ່ຜ່ານມາ, ການອັບເດດກ່ຽວກັບສະຖານະການການສົ່ງຂໍ້ມູນ, ການປັບປຸງກ່ຽວກັບການພັດທະນາຄູ່ມືການວິເຄາະ, ແຜນການຈັດຕັ້ງປະຕິບັດແລະກໍານົດເວລາຂອງອາຊຽນ-ຊ່ວຍເຫຼືອ-ອາຊຽນ, ແຜນບຸລິມະສິດໃນປີ 2024 ແລະ ແຜນພັດທະນາປີ 2025 ຕະຫຼອດຈົນເຖິງການປັບປຸງບັນຫາຂ້າມຜ່ານ ກ່ຽວກັບສະຖິຕິການຄ້າສິນຄ້າສາກົນ,ປັບປຸງລະບົບສະຖິຕິອະນຸກໍາມະການອາຊຽນ(ACSS), ການທົບທວນການປະຕິບັດຂໍ້ມູນ(CoP)ໃນພາກB (ຂະບວນການສະຖິຕິ) ແລະພາກທີC (ຜົນຜະລິດສະຖິຕິ) ແລະແຜນກິດຈະກໍາຂອງທີມງານວຽກງານການຄ້າ.
ທັງນີ້, ກໍເພື່ອປະເມີນການຈັດຕັ້ງປະຕິບັດວຽກງານສະຖິຕິ ໃນລະດັບຊາດ ແລະ ພາກພື້ນ ໂດຍສະເພາະໃນອາຊຽນ ກໍຄືການຮັບປະກັນດ້ານການສະໜອງຂໍ້ມູນ ແລະ ຄຸນນະພາບຂອງຂໍ້ມູນ ໂດຍເລັ່ງໃສ່ການເພີ່ມປະສິດທິພາບໃນການຜະລິດສະຖິຕິທາງການ, ຄວາມເປັນເອກະພາບດ້ານຫຼັກການເກັບກໍາສັງລວມ ຕະຫຼອດຈົນເຖິງ ການຊ່ວຍເຫຼືອກັນຊຶ່ງກັນ ແລະ ກັນພາຍໃນປະເທດອາຊຽນ ຊຶ່ງເປັນກອງປະຊຸມທີ່ສຳຄັນ ກ້າວໄປສູ່ກອງປະຊຸມ ກຳມະການສະຖິຕິອາຊຽນ ໃນເດືອນພະຈິກ 2024. ທັງໝົດນີ້, ກໍມຸ່ງເນັ້ນໃຫ້ແກ່ການຕອບສະໜອງການຕິດຕາມ ແລະ ການວາງແຜນເພື່ອການພັດທະນາດ້ານເສດຖະກິດ ລວມທັງການຮ່ວມມືໃນອາຊຽນ.
(ຂ່າວ-ພາບ: ສຸກສະຫວັນ, ຂໍ້ມູນຈາກ: ສູນສະຖິຕິແຫ່ງຊາດລາວ)