ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລວສ້າງຊາດ ສນຊ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານນາງ ເຮເທີຣ ໂຣຊ ວາເຣຍວາເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາຄົນໃໝ່ປະຈຳສປປ ລາວ ພ້ອມດ້ວຍຄະນະໃນວັນທີ10ກໍລະກົດນີ້ທີ່ ສນຊ.
ທ່ານສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາງ ເຮເທີຣ ໂຣຊ ວາເຣຍວາທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາຄົນໃໝ່ປະຈຳລາວ ພ້ອມທັງຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດໂດຍຫຍໍ້ໃຫ້ທ່ານໄດ້ຮັບຊາບ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບລະຫວ່າງລາວ-ອາເມຣິກາໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງຂຶ້ນໄປເລື້ອຍໆ.
ທ່ານນາງ ເຮເທີຣ ໂຣຊ ວາເຣຍວາໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ທ່ານປະທານ ສນຊ ທີ່ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້.ພ້ອມນີ້, ສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບບາງວຽກງານທີ່ໄດ້ຈັດຕັ້ງປະຕິບັດສຳເລັດໃນໄລຍະຜ່ານມາ ແລະວຽກງານທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍໃນຕໍ່ໜ້າ ເປັນຕົ້ນວຽກງານຊ່ວຍເຫຼືອໃນການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ສປປ ລາວ, ວຽກງານສາສະໜາ, ວຽກງານຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດຊຶ່ງປະເທດອາເມຣິກາເປັນປະເທດໜຶ່ງທີ່ພີ່ນ້ອງຄົນເຊື້ອຊາດລາວອາໄສຢູ່ເປັນຈຳນວນຫຼາຍ.ສະນັ້ນ, ຂໍໃຫ້ຊ່ວຍເຫຼືອກັນສຶກສາອົບຮົມປຸກລະດົມໃຫ້ເຂົາເຈົ້າກັບມາທ່ອງທ່ຽວ ແລະ ປະກອບທຸລະກິດຢູ່ສປປ ລາວ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ນັບມື້ຈະເລີນຂຶ້ນເລື້ອຍໆ. ຂ່າວ: ສນຊ