ໃນວັນທີ 10ກໍລະກົດ ນີ້ ທີ່ສູນອິນເຕີເນັດແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືຂົງເຂດການພັດທະນາໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ ລະຫວ່າງ ສູນອິນເຕີເນັດ ແຫ່ງຊາດ (Lao National Internet Center ຫຼື LANIC)ກະຊວງເຕັກໂນໂລຊີ ແລະ ການສື່ສານສປປ ລາວ(Ministry of Technology and Communications ຫຼື MTC) ແລະ ສູນຂໍ້ມູນແຫ່ງຊາດ ສປ ຈີນ(State Information CenterຫຼືSIC) ຄະນະພັດທະນາ ແລະ ປະຕິຮູບແຫ່ງຊາດ ສປ ຈີນ(National Development and Reform Commission ຫຼື NDRC).
ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້້າໃຈໃນຄັ້ງນີ້ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍ ຢູ່ໃນຂົງເຂດວຽກງານໂຄງລ່າງພື້ນຖານດີຈີຕອນເພື່ອຮ່ວມມືກັນໃນການພັດທະນາໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ ໂດຍຢຶດໝັ້ນຫຼັກການສະເໝີພາບຊຶ່ງກັນ ແລະ ກັນ, ມີຜົນປະໂຫຍດຮ່ວມກັນເພື່ອເສີມສ້າງການພົວພັນຮ່ວມມືແບບຍືນຍົງ ແລະ ປະຕິບັດຕາມລະບຽບກົດໝາຍຂອງສອງຝ່າຍ, ທັງສອງຝ່າຍເຫັນດີເປັນເອກະພາບ ໃນບັນດາຫົວຂໍ້ ແລະ ກິດຈະກຳ ເຊັ່ນ: ດ້ານການພັດທະນານະໂຍບາຍໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ, ມາດຕະຖານ ແລະ ລະບຽບການທີ່ຈະເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ດ້ານການຮ່ວມມື ແລະ ການຊ່ວຍເຫຼືອ ໃນການພັດທະນາຊັບພະຍາກອນມະນຸດເພື່ອການພັດທະນາໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ, ດ້ານການພັດທະນານິຕິກໍາຕິດພັນກັບການພັດທະນາໂຄງລ່າງພື້ນຖານດິຈິຕອນແຫ່ງຊາດ, ດ້ານການພັດທະນາ, ການບໍລິການຈັດການ ແລະ ການບໍາລຸງຮັກສາໃນຂະແຫນງການໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ ແລະ ການຮ່ວມມືໃນຮູບແບບອື່ນໆ ຕາມການຕົກລົງຮ່ວມກັນຂອງທັງສອງຝ່າຍ.
ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້່າໃຈ ໃນຄັ້ງນີ້ ໂດຍແມ່ນ ທ່ານ ມີນາໄຊ ພິລາວົງ ຫົວໜ້າ ສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ທ່ານ ໂຈວ ໝີນ ຮອງຫົວໜ້າສູນຂໍ້ມູນແຫ່ງຊາດ ຄະນະພັດທະນາ ແລະ ປະຕິຮູບແຫ່ງຊາດ ສປ ຈີນ, ໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກຕສ,ມີບັນດາທ່ານ ຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ກົມ, ສູນ, ສະຖາບັນ ພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ສູນຂໍ້ມູນແຫ່ງຊາດ ສປ ຈີນ, ທ່ານ ຮອງປະທານ ຄະນະກຳມະການຮ່ວມມື ລາວ-ຈີນ ແລະ ຕ່າງໜ້າ ສະຖານຖະທູດ ສປ ຈີນ ປະຈຳ ສປປ ລາວ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝາຍເຂົ້າຮ່ວມ.

ໃນໄລຍະຕົ້ນປີ 2024, ສູນອິນເຕີເນັດ ແຫ່ງຊາດ (ສອຊ) ໄດ້ຕິດຕາມຄະນະກໍາມະການຮ່ວມມື ລາວ-ຈີນ (ຄລຈ) ເຂົ້າຮ່ວມປະຊຸມກັບ ອົງການພັດທະນາ ແລະ ຮ່ວມມືສາກົນ ສປ ຈີນ (CIDCA) ເພື່ອຕິດຕາມຄວາມຄືບໜ້າ ໂຄງການ “ພັດທະນາໂຄງຂ່າຍຄວາມໄວສູງ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຮອງຮັບແລວທງເສດຖະກິດສາຍໄໝດີຈີຕອນ”Development of Foundational ICT Infrastructure in Reducing Poverty and Building Digital Silk Road. ໃນໄລຍະດັ່ງກ່າວ ສອຊ ໄດ້ເຂົ້າພົບປະຢ້ຽມຢາມ ສູນຂໍ້ມູນແຫ່ງຊາດ (State Information Center ຫຼື SIC) ສປ ຈີນ ເພື່ອຖອດຖອນບົດຮຽນການພັດທະນານຳໃຊ້ໂຄ່ງລ່າງພື້ນຖານສູນຂໍ້ມູນແຫ່ງຊາດ.
ອີງຕາມຜົນການໄປຢ້ຽມຢາມ SIC, ເຫັນໄດ້ວ່າການພັດທະນາດ້ານດີຈີຕອນຂອງ ສປ ຈີນ ມີການພັດທະນາຢ່າງເຂັ້ມແຂງ ແລະ SIC ກໍແມ່ນອົງກອນທີ່ສຳຄັນໃນການພັດທະນາວຽກດັ່ງກ່າວ. ສູນອິນເຕີເນັດແຫ່ງຊາດ ໄດ້ສືບຕໍ່ການປຶກສາຫາລືການຮ່ວມມືກັບ SIC, ເຮັດວຽກລະອຽດຮ່ວມກັບ SIC ເພື່ອຄົ້ນຄວ້າ ປຶກສາຫາລື ແລະ ຕົກລົງເປັນເອກະພາບດ້ານກອບການຮ່ວມມືຈົນກ້າວມາເຖິງການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ໃນຄັ້ງນີ້ຊຶ່ງຖືເປັນການຜັນຂະຫຍາຍການຈັດຕັ້ງປະຕິບັດ MoU ວ່າດ້ວຍການຮັດແໜ້ນການຮ່ວມມືທາງດ້ານເສດຖະກິດດີຈີຕອນລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະກໍາມະການພັດທະນາແລະປະຕິຮູບ ແຫ່ງສປຈີນທີ່ໄດ້ລົງນາມຮ່ວມກັນໃນງານເວທີປາໄສໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນຄັ້ງທີ 3 (The 3rd Belt and Road Forum for International Cooperation) ລະຫວ່າງວັນທີ 19-20 ຕຸລາ 2023ທີ່ຜ່ານມາ.
ຂ່າວ:ກຕສ,ພາບ:ພູວຽງຄຳ