ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມ ພົບປະ ຄະນະພັກ-ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງສາທາລະນະສຸກໃນວັນທີ 22 ສິງຫາ ນີ້ ທີ່ໂຮງໝໍມະໂຫສົດ ໂດຍໃຫ້ການຕ້ອນຮັບໂດຍທ່ານບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກເລຂາຄະນະພັກລັດຖະມົນຕີກະຊວງສາທາລະນະສຸກ ພ້ອມບັນດາທ່ານຄະນະພັກ-ຄະນະນຳ,ພະນັກງານຫຼັກແຫຼ່ງ, ແພດໝໍ,ພະຍາບານຂອງກະຊວງສາທາລະນະສຸກ.
ທ່ານ ທ່ານ ບຸນແຝງ ພູມມະໄລສິດກໍໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດສຸມ ຂອງຂະແໜງສາທາລະນະສຸກ.ຈາກນັ້ນ, ທ່ານປະທານປະເທດກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະໄດ້ຕີລາຄາສູງຕໍ່ຜົນສໍາເລັດທີ່ຍາດມາໄດ້; ຂອງບັນດາສະຫາຍທີ່ໄດ້ມີຄວາມພະຍາຍາມສູງ, ສຸມທຸກກໍາລັງ ແລະ ຊັບພະຍາກອນທີ່ມີ ເພື່ອຈັດຕັ້ງປະຕິບັດ ເຮັດໃຫ້ຫຼາຍຕົວຊີ້ບອກ ສາມາດບັນລຸຜົນຕາມຄາດໝາຍທີ່ວາງໄວ້ຊຶ່ງມັນບໍ່ງ່າຍປານໃດ ໃນເງື່ອນໄຂທີ່ສະພາບແວດລ້ອມພາຍນອກກໍາລັງຜັນແປໄປຢ່າງສະຫຼັບສັບຊ້ອນ, ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ທົ່ວໂລກ ຢ່າງໃດກໍຕາມ ພາຍໃຕ້ການນໍາພາຖືກຕ້ອງ ແລະ ໜັກແໜ້ນ ຂອງຄະນະພັກກະຊວງ, ຄະນະລັດຖະມົນຕີ ກໍຄືຄະນະພັກ-ຄະນະນໍາທຸກຂັ້ນ ທີ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຈຶ່ງສາມາດສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເປັນເອກະພາບສູງໃນການປະຕິບັດແນວທາງຂອງພັກ, ນະໂຍບາຍຂອງລັດ, ບັນດາສະຫາຍໄດ້ພ້ອມກັນຜ່ານຜ່າທຸກອຸປະສັກຫຍຸ້ງຍາກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງເຮັດໃຫ້ການປະຕິບັດໜ້າທີ່ມີຜົນສໍາເລັດໃນຫຼາຍດ້ານ.
ຄຽງຄູ່ກັບຜົນສໍາເລັດທີ່ກ່າວມານັ້ນ, ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ກໍຄືການເລັ່ງທວງຂອງການພັດທະນາ, ໃຫ້ມີການຫັນປ່ຽນຢ່າງເລິກເຊິງ ແລະ ແຂງແຮງນັ້ນ ເຫັນວ່າຍັງມີຫຼາຍດ້ານທີ່ພວກສະຫາຍ ໃນຖານະເປັນເສນາທິການແກ່ລັດຖະບານ ໃນວຽກຮັກສາສຸຂະພາບຂອງປະຊາຊົນ ຈະຕ້ອງໄດ້ພ້ອມກັນບຸກບືນຄົ້ນຄວ້າແກ້ໄຂ ເຮັດແທ້ທຳຈິງຫຼາຍກວ່າເກົ່າ, ສະນັ້ນ, ເພື່ອຮັບປະກັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ; ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ການຜັນຂະຫຍາຍ ມະຕິ 05/ຄບສພ ເພື່ອຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກໃຫ້ເຂົ້າສູ່ຕົວຈິງ ໃຫ້ບັນລຸຜົນຕາມລະດັບຄາດໝາຍ ແລະ ແກ້ໄຂບາງຂໍ້ຄົງຄ້າງ ດັ່ງກ່າວມານັ້ນ, ມີບາງຄໍາເຫັນເພີ່ມຕື່ມ ດັ່ງນີ້:
1. ຄະນະພັກ, ຄະນະນໍາ ແຕ່ລະຂັ້ນ ເອົາໃຈໃສ່ການນໍາພາດ້ານການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ເປັນປົກກະຕິ, ຕ້ອງກໍາໃຫ້ໄດ້ແນວທາງນະໂຍບາຍສາທາລະນະສຸກຂອງພັກໃນແຕ່ລະໄລຍະ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ;
2. ຕ້ອງເພີ່ມທະວີ ສຶກສາອົບຮົມ ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ໃຫ້ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປະຫວັດສາດ ບັນພະບູລຸດພວກເຮົາ;
3. ເອົາໃຈໃສ່ປັບປຸງ ຄຸນທາດການເມືອງ ຂອງສະມາຊິກພັກ-ພະນັກງານ ໃຫ້ໜັກແໜ້ນ, ເນື່ອງຈາກ ຂະແໜງສາທາລະນະສຸກ ມີບົດບາດສໍາຄັນ ຕໍ່ພັກ-ລັດ ໃນພັດທະນາຊັບພະຍາກກອນມະນຸດແຫ່ງຊາດ, ຖ້າທຸກຄົນມີສຸຂະພາບດີ ມີກໍາລັງວັງຊາແຂງແຮງ ກໍຈະເປັນກໍາລັງການຜະລິດໃຫ້ແກ່ປະເທດຊາດ.ສະນັ້ນ, ແພດໝໍ ພະຍາບານ ຕ້ອງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ ແພດອັນແທ້ຈິງ, ຕ້ອງຮັກຂະແໜງການ ຮັກວິຊາຊີບຂອງຕົນ ເໝືອນດັ່ງຄໍາສັ່ງສອນຂອງ ປະທານໄກສອນ ພົມວິຫານ ທີ່ວ່າ: “ແພດແຕ່ລະຄົນແມ່ນມີຄວາມຮັບຜິດຊອບຕໍ່ພັກຕໍ່ລັດ ກ່ຽວກັບການບົວລະບັດຮັກສາສຸຂະພາບຂອງປະຊາຊົນ ແລະ ກໍຍ້ອນວ່າເວລາຄົນເຈັບມາຫາແພດໝໍ ຫຼື ເມື່ອເຂົ້າໂຮງໝໍແມ່ນເຂົາເຈົ້າໄດ້ຝາກຊີວິດຂອງຕົນນໍາແພດໝໍ, ຖ້າວ່າ ແພດຫາກບໍ່ເອົາໝົດຈິດໝົດໃຈ ເພື່ອກູ້ເອົາຊີວິດຂອງເຂົາເຈົ້າ, ປົກປັກຮັກສາສຸຂະພາບຂອງເຂົາເຈົ້າ, ຂາດຄວາມນັບຖືຮັກແພງຕໍ່ຄົນເຈັບແລ້ວ ກໍບໍ່ສາມາດເຮັດຫຼ້ອນພັນທະໜ້າທີ່ຂອງຕົນເປັນຢ່າງດີໄດ້”;
4. ຄະນະພັກ, ຄະນະນໍາ ຕ້ອງຖືເປັນບັນຫາສໍາຄັນ ກ່ຽວກັບການຕິດຕາມ, ເກັບກໍາຂໍ້ມູນສະພາບແນວຄິດ, ການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອຊອກໃຫ້ເຫັນດ້ານດີ ທີ່ຄວນເສີມຂະຫຍາຍ ແລະ ເຫັນໄດ້ບັນຫາທີ່ເປັນຈຸດອ່ອນ, ຂໍ້ບົກຜ່ອງ ທີ່ຕ້ອງເອົາໃຈໃສ່ ກໍ່ສ້າງຊ່ວຍເຫຼືອ, ແກ້ໄຂຢ່າງຖືກຕ້ອງ ແລະ ທັນການ;
5. ເອົາໃຈໃສ່ກໍ່ສ້າງ, ຄຸ້ມຄອງ, ນໍາໃຊ້ ແລະ ປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ພະນັກງານຢ່າງເໝາະສົມ ເພື່ອດຶງດູດ ແລະ ຮັກສາ ແລະ ກະຕຸກຍູ້ຊຸກຄວາມຫ້າວຫັນຮັບຜິດຊອບຂອງເຂົາເຈົ້າ; ພ້ອມກັນນັ້ນ ເອົາໃຈໃສ່ ກໍ່ສ້າງພະນັກງານຊ່ຽວຊານສາຂາຕ່າງໆ ໃຫ້ພຽງພໍ, ແກ້ໄຂບັນຫາການຂາດພະນັກງານ, ທັງມີແຜນສັບຊ້ອນ ແລະ ຫັນພະນັກງານລົງຊ່ວຍທ້ອງຖີ່ນ ທີ່ຍັງຂາດ, ເປັນຕົ້ນຫັນເອົານັກສຶກສາແພດທີ່ຮຽນຈົບໃໝ່ ແລະ ພະນັກງານ ຢູ່ໃນແຜນກໍານົດພະນັກງານນໍາ-ຄຸ້ມຄອງ ລົງກໍ່ສ້າງຢູ່ຮາກຖານ;
6. ປັບປຸງກົງຈັກການຈັດຕັ້ງພັກ-ລັດ, ອົງການຈັດຕັງມະຫາຊົນ, ລັດວິສາຫະກິດທີ່ຂຶ້ນກັບກະຊວງໃຫ້ເໝາະສົມ ກັບສະພາບເງື່ອນໄຂດ້ານເສດຖະກິດ, ການເມືອງ, ສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່;
7. ສືບຕໍ່ປະຕິບັດນະໂຍບາຍສາທາລະນະສຸກ ທົ່ວປວງຊົນໂດຍຖືເອົາວຽກງານອະນາໄມ ກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາວຽກງານປິ່ນປົວ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ແລະ ສະເໝີພາບ ເປັນສໍາຄັນ. ເອົາໃຈໃສ່ວຽກງານໂຄສະນາສຸຂະສຶກສາ ໃຫ້ແທດເຖິງກວ່າເກົ່າ ເພື່ອຮັບປະກັນໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານ ແລະ ເຂົ້າໃຈ, ຕື່ນຕົວປະກອບສ່ວນເຂົ້າໃນການຮັກສາສຸຂະພາບຕົນເອງຫຼາຍຂຶ້ນ;
8. ເພີ່ມທະວີ ປຸກລະດົມໃຫ້ປະຊາຊົນມີສ່ວນຮ່ວມ ໃນການປະກອບສ່ວນ ເພື່ອສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍຕົວຊີ້ວັດທີ່ຍັງບໍ່ທັນບັນລຸ ຕິດພັນກັບການສ້າງບ້ານສາທາລະນະສຸກ ແບບຢ່າງ, ການພັດທະນາຊົນນະບົດ, ສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້;
9. ສືບຕໍ່ເອົາໃຈໃສ່ສະກັດກັ້ນ ແລະ ຄວບຄຸມ ການລະບາດຂອງພະຍາດຕິດຕໍ່ ໂດຍສະເພາະ ພະຍາດໄຂ້ຍຸງລາຍ, ໄຂ້ຫວັດໃຫຍ່ ແລະ ອື່ນໆ ທີ່ເປັນໄພຂົ່ມຂູ່ຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີປະສິດທິຜົນ;
10. ສືບຕໍ່ປັບປຸງ ຕາໜ່າງສາທາລະນະສຸກ ໃຫ້ເຂັ້ມແຂງ ທົ່ວເຖິງ ໂດຍສະເພາະຢູ່ເຂດພູດອຍ, ຫ່າງໄກສອກຫຼີກ ໃຫ້ມີຄຸນນະພາບດີຂຶ້ນ. ເອົາໃຈໃສ່ຍົກສູງຄຸນນະພາບຂອງການບໍລິການສຸຂະພາບ ຢູ່ໂຮງໝໍຂັ້ນຕ່າງໆ, ຫັນໂຮງໝໍສູນກາງ ແລະ ໂຮງໝໍແຂວງຈໍານວນໜຶ່ງ ໃຫ້ທັນສະໄໝ ທາງດ້ານພື້ນຖານໂຄງລ່າງ, ອຸປະກອນການແພດ, ບຸກຄະລາກອນ; ໃນນັ້ນ ລະບົບການບໍລິຫານຈັດການ ຂອງໂຮງໝໍ ຕ້ອງຫັນໄປນໍາໃຊ້ລະບົບໄອທີໃຫ້ໄດ້, ສ້າງໃຫ້ໂຮງໝໍສາມາດກຸ້ມຕົນເອງເທື່ອລະກ້າວ;
11. ເອົາໃຈໃສ່ ຄຸ້ມຄອງ, ຈັດສັນ ບັນດາໂຮງໝໍ ແລະ ຄຣີນິກເອກະຊົນ ທົ່ວເຖິງ ທັງເສີມຂະຫຍາຍບົດບາດຄວາມເປັນເຈົ້າການຂອງໂຮງໝໍເອກະຊົນ ໃນການສະໜອງບໍລິການສຸຂະພາບ, ໃຫ້ມີຄຸນນະພາບ ແລະ ລາຄາສົມເຫດສົມຜົນ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງ ແລະ ມີຫຼາຍທາງເລືອກຫຼາຍຂຶ້ນ;
12. ຊຸກຍູ້ ສົ່ງເສີມ ການສົມທົບການປິ່ນປົວຢາຫຼວງ ແລະ ຢາພື້ນເມືອງ ໃຫ້ມີຕົວແບບ ແລະ ເກີດຂຶ້ນແທ້ໃນໂຮງໝໍໃດໜຶ່ງ, ເອົາໃຈໃສ່ພັດທະນາໂຮງງານຜະລິດຢາຂອງລັດ ແລະ ເອກະຊົນທີ່ມີແລ້ວພາຍໃນປະເທດໃຫ້ພຽງພໍກັບການນໍາໃຊ້ ຄ່ຽງຄູ່ກັນນີ້ດ້ານຄຸນະພາບໃຫ້ຫຍັບເຂົ້າມາດຕະຖານພາກພື້ນ ແລະ ສາກົນ;
13. ເອົາໃຈໃສ່ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງວຽກງານການເງິນສາທາລະນະສຸກ, ກອງທຶນປະກັນສຸຂະພາບ ໃຫ້ເຂັ້ມແຂງ ມີປະສິດທິພາບ, ຮັບປະກັນໃຫ້ປະຊາຊົນເຂົ້າເຖິງການບໍລິການ ສຸຂະພາບ ໂດຍປາສະຈາກການແບກຫາບ ພາລະທາງດ້ານການເງິນ;.
14. ເປັນເຈົ້າການໃນການແລກປ່ຽນບົດຮຽນ, ຮ່ວມມືກັບປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຍາດແຍ່ງທຶນຮອນເຕັກນິກວິຊາການ ມາພັດທະນາວຽກງານສາທາລະນະສຸກໃຫ້ເຂັ້ມແຂງ;
15. ເນັ້ນໜັກ ກ່ຽວກັບວຽກງານພັກ. ໃນໄລຍະນີ້ຄະນະພັກທຸກຂັ້ນແມ່ນພວມຈັດຕັ້ງຜັນຂະຫຍາຍ ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງ ພັກ ເລກທີ 211/ຄຈສພ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະນິຕິກໍາອື່ນໆທີ່ກ່ຽວຂ້ອງ ຊຶ່ງອົງຄະນະພັກກະຊວງສາທາລະນະສຸກ ຂອງພວກສະຫາຍ ໄດ້ກະກຽມ ແລະ ດໍາເນີນຕາມແຜນທີ່ວາງໄວ້, ຮອດປັດຈຸບັນ ເຫັນວ່າໄດ້ສໍາເລັດການດຳເນີນຊີວິດການເມືອງ ແລະ ກອງປະຊຸມໃຫຍ່ຂັ້ນໜວ່ຍຈໍານວນໜຶ່ງ; ສະນັ້ນ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ສອດຄ່ອງແລະຖືກຕ້ອງຕາມນິຕິກໍາກໍຄືທິດຊີ້ນໍາຂອງຂັ້ນເທິງ.
ທ່ານ ທອງລຸຸນ ສີສຸລິດ ໄດ້ມີບາງຄໍາເຫັນເນັ້ນຕື່ມວ່າ:ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແມ່ນຄວາມຈໍາເປັນ ທັງແມ່ນຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອຍົກສູງບົດບາດການນໍາພາຂອງພັກແຕ່ລະຂັ້ນ, ສືບຕໍ່ເປັນແກນນໍາ-ນໍາພາໃນລະບົບການເມືອງ, ໃນລະບອບປະຊາທິປະໄຕປະຊາຊົນ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ; ສະນັ້ນ ການສະຫຼຸບຕີລາຄາ ຄວາມຮັບຜິດຊອບຂອງຄະນະພັກ, ບຸກຄົນໃນຄະນະພັກ ຕໍ່ການປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຕົນ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາຂະແໜງການໃນຜ່ານມາຕ້ອງໃຫ້ຖືກຕ້ອງ, ພາວະວິໄສ ກ້າເບິ່ງບັນຫາ ຈຶ່ງຈະສາມາດວາງແນວທາງແກ້ໄຂໃຫ້ຢ່າງຊັດເຈນ; ການກະກຽມກອງປະຊຸມໃຫຍ່ດັ່ງກ່າວ ຕ້ອງເອົາໃຈໃສ່ດ້ານຂະບວນການ, ດ້ານເນື້ອໃນ ແລະ ດ້ານບຸກຄະລາກອນ ເພື່ອຄັດເລືອກໃຫ້ໄດ້ບຸກຄະລາກອນຜູ້ທີ່ດີເດັ່ນຄົບມາດຖານເງື່ອນໄຂ ເຂົ້າເປັນຄະນະນໍາຂອງຄະນະພັກແຕ່ລະຂັ້ນ ເພື່ອເປັນແກນນໍາໃນການນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ທັງແມ່ນເປັນປັດໄຈຕັດສິນຜົນໄດ້ຜົນເສຍຂອງການປະຕິບັດວຽກງານກໍຄືບັນດາຄາດໝາຍສູ້ຊົນໃນຕໍ່ໜ້າ; ເອົາໃຈໃສ່ ສຶກສາອົບຮົມ ສະມາຊິກພັກ-ພະນັກງານ ໃຫ້ເຂົ້າໃຈບັນດາຄໍາສັ່ງ, ຄໍາແນະນໍາ ແຕ່ລະໄລຍະ, ຖ້າມີບັນຫາ ຄວາມບໍ່ເຂົ້າໃຈ ໃຫ້ພ້ອມກັນລົງເລິກແກ້ໄຂໃຫ້ທັນເວລາ ເພື່ອຮັບປະກັນ ຄວາມສາມັກຄີ ເປັນເອກະພາບ ແລະ ຄວາມໜັກແໜ້ນໃນການຄຸ້ມຄອງນໍາພາວຽກງານໃນສະເພາະໜ້າ ແລະຍາວນານ; ຮຽກຮ້ອງ ມາຍັງຄະນະພັກ-ຄະນະນໍາ ທຸກຂັ້ນແລະ ສະມາຊິກພັກທຸກສະຫາຍ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນສົມບັດ ສິນທໍາປະຕິວັດ, ເຊີດຊູນໍ້າໃຈຟົດຟື້ນປະຕິວັດ, ອອກແຮງຊອກຮູ້ຮໍ່າຮຽນກໍາແໜ້ນ ທິດສະດີ, ແນວທາງ, ນະໂຍບາຍ ຂອງພັກ ແລະ ກົດໝາຍຂອງລັດ, ເຊີດຊູນໍ້າໃຈຮັບໃຊ້ປະຊາຊົນດ້ວຍຄວາມຈິງໃຈ.
ຂ່າວ-ພາບ: ຍຸພິນທອງ-ບຸນຕອມ