ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ2024ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 26 ສິງຫາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ,ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ແລະ ແຂກຖືກເຊີນເຂົ້າຮ່ວມແບບເຊິ່ງໜ້າ,ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2024.
ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ທີ່ສໍາຄັນຄື:
1. ການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນສິງຫາ ແລະ ທິດທາງແຜນການປະຈຳເດືອນກັນຍາ 2024 ຂອງລັດຖະບານ, ການສະເໜີຂໍອະນຸມັດ ເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ຜູ້ອອກແຮງງານໃນພາກທຸລະກິດ,ຜົນການຄົ້ນຄວ້າໂຄງສ້າງລາຄາໄຟຟ້າໃໝ່ ໄລຍະປີ2024-2028.
2. ຮ່າງດຳລັດ ວ່າດ້ວຍການຫັນຊັບສິນຂອງລັດເປັນທຶນ.
3. ຮ່າງດຳລັດ ວ່າດ້ວຍການເຄື່ອນຍ້າຍ ແລະ ການນຳເຂົ້າ, ສົ່ງອອກ, ສົ່ງຜ່ານສັດ, ສັດນໍ້າ, ຜະລິດຕະພັນສັດ ແລະ ສັດນໍ້າ.
4. ຮ່າງກົດໝາຍ ວ່າດ້ວຍທີ່ຢູ່ອາໄສ.
5. ຮ່າງກົດໝາຍ ວ່າດ້ວຍທະນາຄານແຫ່ງ ສປປ ລາວ.
6. ຮ່າງກົດໝາຍ ວ່າດ້ວຍການກວດສອບອິດສະຫຼະ.
7. ຮ່າງກົດໝາຍ ວ່າດ້ວຍການສຶກສາ (ສະບັບປັບປຸງ).
ໃນໂອກາດກ່າວເປີດກອງປະຊຸມ,ທ່ານນາຍົກລັດຖະມົນຕີໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ສາກົນແລະພາກພື້ນທີ່ສົ່ງຜົນກະທົບຕໍ່ການຟື້ນຕົວແລະຂະຫຍາຍຕົວຂອງເສດຖະກິດໂລກເວົ້າລວມ,ເວົ້າສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ;ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດທີ່ຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງທົ່ວສັງຄົມແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າເປັນຕົ້ນ:ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ, ການສຶກສາ, ແຮງງານ, ການແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດ, ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆແລະ ອື່ນໆ. ພ້ອມກັນນີ້ຍັງໄດ້ຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າແລະປະກອບຄໍາເຫັນຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ທີ່ນຳມາພິຈາລະນາດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມແລະມີທາງອອກທີ່ຈະແຈ້ງເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ໄດ້ຮັບຜົນສຳເລັດຕາມຈຸດປະສົງແລະຄາດໝາຍທີ່ກຳນົດໄວ້ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາແລະມີປະສິດທິຜົນສູງ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.