ໃນປີ 2024, ພາກພື້ນອາຊຽນ ກໍຄືພາກພື້ນອື່ນໆຂອງໂລກ ຍັງສືບຕໍ່ປະເຊີນກັບບັນດາສິ່ງທ້າທາຍຫຼາຍຢ່າງ, ໃນນີ້ລວມມີຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ເຖິງແມ່ນວ່າເສດຖະກິດພາກພື້ນກໍາລັງມີການຟື້ນຕົວຂຶ້ນເທື່ອລະກ້າວຈາກຜົນກະທົບນາໆປະການ,ແຕ່ການຟື້ນຕົວດັ່ງກ່າວກໍຍັງມີຄວາມບອບບາງ. ນອກຈາກນັ້ນ, ກໍຍັງມີບັນຫາການປ່ຽນແປງສະພາບດິນຟ້າອາກາດ, ໄພພິບັດທາງທຳມະຊາດ, ບັນຫາຄວາມໝັ້ນຄົງແບບເກົ່າແລະແບບໃໝ່ແລະບັນຫາອື່ນໆຍັງສືບຕໍ່ເປັນສິ່ງທ້າທາຍ. ຕໍ່ກັບສະພາບການດັ່ງກ່າວ, ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຈຶ່ງມີຄວາມສຳຄັນຢ່າງຍິ່ງເພື່ອຮັບປະກັນໃຫ້ແກ່ຄວາມພະຍາຍາມລວມຂອງອາຊຽນ ໃນການຮັດແໜ້ນປະຊາຄົມອາຊຽນໃນຕໍ່ໜ້າ ແລະເພື່ອໃຫ້ສາມາດນໍາໃຊ້ກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຕ່າງໆໃນປັດຈຸບັນ ແລະ ໃນອະນາຄົດ ໄດ້ຢ່າງມີປະສິດທິຜົນ.
ດັ່ງນັ້ນ, ອາຊຽນຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງເພີ່ມທະວີການຮ່ວມມືໃນການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ໂດຍຜ່ານການສົ່ງເສີມການຮ່ວມມືພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ; ເພີ່ມທະວີການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ,ການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນໃຫ້ຫຼາຍຂຶ້ນແລະ ການເສີມຂະຫຍາຍການພົວພັນຮ່ວມມືອາຊຽນ ກັບຄູ່ຮ່ວມມືພາຍນອກ ຄຽງຄູ່ກັບການຮັກສາບົດບາດ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນປ່ຽນ ແລະ ອື່ນໆ.​
ສໍາລັບປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ກໍານົດເອົາຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ​ຊຶ່ງປະກອບ​ມີ 9 ບຸລິມະສິດ. ​ໃນ​ນັ້ນ, ການ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ ຈະສຸມໃສ່ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບຸ​ລິ​ມະ​ສິດຄື: ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ; ການສ້າງອະນາຄົດແບບທົ່ວເຖິງ ແລະ ຍືນຍົງ; ການຫັນປ່ຽນເພື່ອກ້າວໄປສູ່ດີຈີຕອນໃນອະນາຄົດ; ວັດທະນະທໍາ ແລະ ສິລະປະ: ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ໃຫ້ກວມລວມ ແລະ ຍືນຍົງ. ສ່ວນ​ການ​ເພີ່ມ​ທະວີ​ຄວາມ​ເຂັ້ມ​ແຂງ ຈະ​ສຸມ​ໃສ່ສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2045; ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ; ການສົ່ງເສີມການຮ່ວມມື ດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ; ແມ່ຍິງແລະເດັກນ້ອຍ: ສົ່ງເສີມບົດບາດຂອງແມ່ຍິງແລະເດັກນ້ອຍເພື່ອກ້າວໄປສູ່ການຫັນເປັນວິທີການຢ່າງເປັນລະບົບ; ສາທາລະນະສຸກ ໂດຍການຫັນໄປສູ່ຄວາມເຂັ້ມແຂງທາງດ້ານການພັດທະນາສຸຂະພາບຂອງອາຊຽນ ໃນສະພາບການໃໝ່.
ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນແມ່ນ 9 ບຸ​ລິ​ມະ​ສິດໃນ​ການ​ເປັນ​ປະ​ທານ​ອາ​ຊຽນຂອງ ສ​ປ​ປລາວ, ສ່ວນ​ເນື້ອ​ໃນ​ລາຍ​ລະ​ອຽດ​ແຕ່​ລະ​ບຸ​ລິ​ມະ​ສິດ​ນັ້ນພວກ​ເຮົາ​ຈະ​ນຳ​ສະ​ເໜີໃນ​ມື້​ຕໍ່ໆ​ໄປ.