ການເຊື່ອມຈອດ ມີບົດບາດສຳຄັນໃນການສະໜັບສະໜູນຂະບວນການສ້າງປະຊາຄົມອາຊຽນທີ່ມີການເຊື່ອມໂຍງ ຊຶ່ງປະກອບດ້ວຍເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສົາຄ້ຳເສດຖະກິດ ແລະ ເສົາຄ້ຳວັດທະນະທຳ-ສັງຄົມ, ໂດຍສະເພາະແມ່ນການສົ່ງເສີມ ການເຊື່ອມໂຍງເສດຖະກິດພາກພື້ນ, ຄວາມສາມາດໃນການແຂ່ງຂັນຂອງອາຊຽນ ແລະ ການ​ຟື້ນ​ຟູ​ຈາກການແຜ່ລະບາດຂອງພະຍາດ​ໂຄ​ວິດ-19 ​ກໍຄືການສ້າງຄວາມເຂັ້ມແຂງເພື່ອຮັບມືກັບສິ່ງທ້າທາຍທີ່ເພີ່ມຂຶ້ນ.

ການ​ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ກໍານົດເອົາຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ​ຊຶ່ງປະກອບ​ມີ 9 ບຸລິມະສິດ, ໃນ​ບົດ​ນີ້ ພວກ​ເຮົາຈະ​ນຳ​ສະ​ເໜີບຸ​ລິ​ມະ​ສິດ“ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ” ຂອງ​ອາ​ຊຽນ.

ໃນຂົງ​ເຂດ​ບຸ​ລິ​ມະ​ສິດນີ້ຈະສຸມໃສ່ລົງເລິກການເຊື່ອມຈອດໃນຂົງເຂດຕ່າງໆເຊັ່ນ: ການກໍານົດລະບຽບຫຼັກການໃຫ້ສອດຄ່ອງກັນ, ການຍົກເລີກສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ ແລະເພິ່ມທະວີການເຊື່ອມຈອດທາງດ້ານຕ່ອງໂສ້ການສະໜອງໃນອາຊຽນຊຶ່ງຈະເຮັດໃຫ້ອາຊຽນ ມີກໍາລັງແຮງ ແລະ ເຂັ້ມແຂງຍິ່ງຂຶ້ນເມື່ອເສດຖະກິດພາກພື້ນມີການເຊື່ອມຈອດກັນດີກວ່າເກົ່າ.ບັນດາໜ້າວຽກບຸລິມະສິດທາງດ້ານເສດຖະກິດພາຍໃຕ້ບຸລິມະສິດນີ້ ແມ່ນປິ່ນອ້ອມການເຊື່ອມໂຍງທາງດ້ານເສດຖະກິດ.ນີ້ຈະເປັນການສົ່ງເສີມການເຊື່ອມຈອດດ້ານເສດຖະກິດລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືຂອງອາຊຽນໃຫ້ເຂັ້ມແຂງຂຶ້ນ. ການເຊື່ອມຈອດທີ່ເຂັ້ມແຂງ, ໂດຍສະເພາະດ້ານການຄ້າ ແລະ ການລົງທືນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດສະມາຊິກອາຊຽນ, ການສ້າງຄວາມເຂັ້ມແຂງໂດຍຜ່ານການຈະເລີນເຕີບໂຕ ແລະ ສະຖຽນລະພາບທາງດ້ານເສດຖະກິດ;ບັນດາໜ້າວຽກບຸລິມະສິດເພື່ອສະໜັບສະໜູນການເຊື່ອມໂຍງ ແລະ ການເຊື່ອມຈອດທາງດ້ານເສດຖະກິດປະກອບມີ: ອອກຖະແຫຼງການອາຊຽນ ວ່າດ້ວຍ ການເພີ່ມທະວີການເຊື່ອມຈອດຕ່ອງໂສ້ການສະໜອງ; ຈະໃຫ້ສໍາເລັດການທົບທວນ ເພື່ອຍົກລະດັບສັນຍາຂອບການຮ່ວມມືດ້ານຊັບສິນທາງປັນຍາອາຊຽນ; ຈະໃຫ້ສໍາເລັດການເຈລະຈາຍົກລະດັບສັນຍາການຄ້າເສລີອາຊຽນ-ຈີນ ສະບັບທີ 3ຢ່າງມີເນື້ອໃນ; ເຮັດໃຫ້ອານຸສັນຍາ ສະບັບທີສອງ ຂອງສັນຍາວ່າດ້ວຍການສ້າງເຂດການຄ້າເສລີ ອາຊຽນ-ອົສຕຣາລີ-ນິວຊີແລນ ມີຜົນບັງຄັບໃຊ້ແລະ ປັບປຸງຄືນຍຸດທະສາດການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ສົ່ງເສີມການຈະເລີນເຕີບໂຕດ້ານເສດຖະກິດແບບຍືນຍົງ ແລະ ກວມລວມໃນພາກພື້ນອາຊຽນ.