ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ກໍານົດເອົາຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”  ຊຶ່ງປະກອບມີ 9 ບຸລິມະສິດ, ໃນບົດນີ້ພວກເຮົາຈະນຳສະເໜີບຸລິມະສິດ “ການສ້າງອະນາຄົດແບບທົ່ວເຖິງແລະຍືນຍົງ”.
ສຳລັບບຸລິມະສິດ“ການສ້າງອະນາຄົດແບບທົ່ວເຖິງແລະຍືນຍົງ”ຊຶ່ງບຸລິມະສິດນີ້ ຮັບຮູ້ເຖິງຄວາມສຳຄັນຂອງການພັດທະນາແບບຍືນຍົງຂອງອາຊຽນ,ເຊື່ອມໂຍງເປົ້າໝາຍດ້ານສິ່ງແວດລ້ອມ ແລະ ສັງຄົມ ເຂົ້າກັບການສ້າງພາກພື້ນອາຊຽນໃຫ້ເຂັ້ມແຂງກວ່າເກົ່າ.ໜ້າວຽກພາຍໃຕ້ບຸລິມະສິດນີ້ ຈະສຸມໃສ່ການຮ່ວມມືໃນຂົງເຂດການພັດທະນາແບບຍືນຍົງ. ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ, ໜ້າວຽກບຸລິມະສິດນີ້ ແນໃສ່ສະໜັບສະໜູນກະສິກຳແບບຍືນຍົງ; ໃຫ້ມີມາດຕະຖານໃໝ່ກ່ຽວກັບການທ່ອງທ່ຽວແບບອະນຸລັກ; ຍຸດທະສາດ ສໍາລັບການຫຼຸດຜ່ອນການເຜົາໄໝ້ຜົນຜະລິດພືດ ແລະ ແນວທາງໃໝ່ເພື່ອສ້າງພື້ນຖານໂຄງລ່າງດ້ານພະລັງງານ ແລະການຄ້າດ້ານພະລັງງານໃນອາຊຽນ.ການສົ່ງເສີມການມີສ່ວນຮ່ວມຈະຮັດແໜ້ນການເຊື່ອມຈອດລະຫວ່າງບັນດາກຸ່ມຕ່າງໆພາຍໃນອາຊຽນ, ລວມທັງຊຸມຊົນທີ່ດ້ອຍໂອກາດ ແລະ ພາກທຸລະກິດແລະ ຈະຮັບປະກັນໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງເສດຖະກິດອາຊຽນ. ພາຍໃຕ້ການເປັນປະທານຂອງ ສປປ ລາວ, ໜ້າວຽກບຸລິມະສິດທາງດ້ານເສດຖະກິດຈະສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນກະດູກສັນຫຼັງຂອງເສດຖະກິດໃນທົ່ວອາຊຽນ ດ້ວຍການຊອກຫາຊ່ອງທາງໃໝ່ເພື່ອໃຫ້ສາມາດເຂົ້າເຖິງແຫຼ່ງທຶນຂອງພາກທຸລະກິດ.ບັນດາຫນ້າວຽກທີ່ສະໜັບສະໜູນບຸລິມະສິດນີ້ລວມມີ: ການສ້າງຍຸດທະສາດ/ລະບຽບການ ສຳລັບການຫຼຸດຜ່ອນການເຜົາໄໝ້ຜົນຜະລິດພືດ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດການຫຼຸດຜ່ອນອາຍກາກໂບນິກໃນອາຊຽນ; ການສ້າງແຜນປະຕິບັດງານອາຊຽນ ວ່າດ້ວຍ ກະສິກໍາແບບຍືນຍົງ; ໃຫ້ມີຄວາມຄືບໜ້າຢ່າງມີເນື້ອໃນ ໃນການສ້າງຂໍ້ຕົກລົງສະບັບໃໝ່ວ່າດ້ວຍສາຍສົ່ງພະລັງງານອາຊຽນ ແລະ ການຄ້າດ້ານພະລັງງານແບບຫຼາຍຝ່າຍໃນພາກພື້ນ; ສ້າງມາດຕະຖານການທ່ອງທ່ຽວແບບອະນຸລັກອາຊຽນ ແລະ ແກ້ໄຂຊ່ອງວ່າງທາງດ້ານການເງິນສໍາລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ.
ຈະເຫັນໄດ້ວ່າ:ບຸລິມະສິດ“ການສ້າງອະນາຄົດແບບທົ່ວເຖິງແລະຍືນຍົງ”ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວຈະແນໃສ່ສະໜັບສະໜູນກະສິກຳແບບຍືນຍົງ; ໃຫ້ມີມາດຕະຖານໃໝ່ກ່ຽວກັບການທ່ອງທ່ຽວແບບອະນຸລັກ; ຍຸດທະສາດ ສໍາລັບການຫຼຸດຜ່ອນການເຜົາໄໝ້ຜົນຜະລິດພືດ ແລະອື່ນໆ.