ການ​ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ກໍານົດເອົາຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ​ຊຶ່ງປະກອບ​ມີ 9 ບຸລິມະສິດ, ໃນ​ບົດ​ນີ້ພວກ​ເຮົາຈະ​ນຳ​ສະ​ເໜີບຸ​ລິ​ມະ​ສິດ “ການ​ຫັນ​ປ່ຽນ​ເພື່ອ​ກ້າວ​ໄປ​ສູ່​ດີ​ຈີ​ຕອນ​ໃນ​ອະ​ນາ​ຄົດ” ເຊິ່ງ​ຈະ​ເຮັດ​ໃຫ້​​ສາ​ມາດ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ໃນ​ອາ​ຊຽນ.
ບູລິມະສິດ“ການ​ຫັນ​ປ່ຽນ​ເພື່ອ​ກ້າວ​ໄປ​ສູ່​ດີຈີ​ຕອນ​ໃນ​ອະ​ນາ​ຄົດ” ແມ່ນເພື່ອສົ່ງເສີມໃຫ້ອາຊຽນ ເປັນເຂດເສດຖະກິດດີຈີ​ຕອນ​ທີ່ນຳໜ້າ,ດ້ວຍການສ້າງໃຫ້ອາຊຽນມີການເຊື່ອມຈອດກັນພາຍໃນ ແລະ ເຊື່ອມຈອດກັບທົ່ວໂລກ ໂດຍການນໍາໃຊ້ເຄື່ອງມືທີ່ທັນສະໄໝ ຊຶ່ງເຄື່ອງມືທັນສະໄໝດັ່ງກ່າວຈະສ້າງກາລະໂອກາດອັນໃໝ່ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຈາກເສດຖະກິດໂລກທີ່ທັນສະໄໝ.ການຫັນເປັນດີຈີຕອນ ສາມາດເພີ່ມທະວີການເຊື່ອມຈອດໃນອາຊຽນ ເພາະຈະມີວິທີທາງໃໝ່ສຳລັບການຕິດຕໍ່ສື່ສານ, ການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານ. ດ້ວຍການນຳໃຊ້ເຕັກໂນໂລຊີດີຈີຕອນ, ວິທີການແລະກົນໄກການຊຳລະຜ່ານລະບົບເອເລັກໂຕຣນິກ, ອາຊຽນຈະສາມາດແກ້ໄຂບັນຫາສິ່ງທີ່ເປັນອຸປະສັກກີດຂວາງ ແລະ ສາມາດສື່ສານໄດ້ທັນເວລາ, ເສີມສ້າງການພັດທະນາປະຊາຄົມໃຫ້ມີການເຊື່ອມຈອດແລະເຊື່ອມໂຍງຫຼາຍຂຶ້ນ. ການຫັນເປັນດີຈີຕອນ ຍັງສາມາດສ້າງຄວາມເຂັ້ມແຂງຂອງອາຊຽນ ໂດຍການຍົກລະດັບຂີດຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງ ແລະ ບັນຫາຕ່າງໆ.ພາຍໃຕ້ການເປັນປະທານຂອງ ສປປ ລາວ, ໜ້າວຽກ ບຸລິມະສິດຈະສຸມໃສ່ການຫຼຸດຜ່ອນສະພາວະຊັກຊ້າໃນລະບົບການຄ້າຊຶ່ງເປັນການປູທາງໄປສູ່ລະບົບຜ່ານປະຕູດຽວອາຊຽນໃນຮູບແບບໃໝ່ ແລະ ສ້າງແຜນງານເພື່ອກ້າວໄປສູ່ມາດຕະຖານການຄ້າດ້ານດີຈີຕອນແບບໃໝ່ ທີ່ສອດຄ່ອງກັບມາດຕະຖານຂອງສາກົນ.
ສປປ ລາວ ຈະຊຸກຍູ້ສົ່ງເສີມໜ້າວຽກບຸລິມະສິດ ເພື່ອສ້າງກາລະໂອກາດອັນໃໝ່ໃນຂະແໜງການດີຈີຕອນສໍາລັບບຸກຄົນ (individual) ໂດຍການເປີດນໍາໃຊ້ເວທີການສຶກສາຜ່ານລະບົບອອນລາຍ ໃນຍຸກອຸດສາຫະກຳ 4.0 ແລະ ສໍາລັບທຸລະກິດໂດຍຜ່ານແຜນດຳເນີນງານການສ້າງຕັ້ງລະບົບໂຕເລກຂຶ້ນທະບຽນວິສາຫະກິດອາຊຽນ.ໜ້າວຽກບຸລິມະສິດເພື່ອຜັນຂະຫຍາຍບຸລິມະສິດນີ້ ປະກອບມີ: ສຳເລັດການສຶກສາດ້ານເຕັກນິກກ່ຽວກັບບະລົບພາສີຜ່ານປະຕູດຽວອາຊຽນໃນຮູບແບບໃໝ່ໃນນີ້ຈະມີການຮັບຮອງເອົາແຜນງານວ່າດ້ວຍມາດຕະຖານການຄ້າດີຈີຕອນໃນອາຊຽນ ແລະ ເວທີການສຶກສາຜ່ານລະບົບອອນລາຍ ໃນຍຸກອຸດສາຫະກຳ 4.0 ແລະ ຮັບຮອງເອົາແຜນງານເພື່ອສ້າງຕັ້ງລະບົບໂຕເລກຂຶ້ນທະບຽນວິສາຫະກິດໃນອາຊຽນ.