ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອອມ ເຢິນຕຽງ ລັດຖະມົນຕີອາວຸໂສປະທານອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊະອານາຈັກກຳປູເຈຍພ້ອມຄະນະເຂົ້າຢ້ຽມຂໍ່ານັບໃນຕອນແລງທີ3 ກັນຍານີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໃນໂອກາດເດີນທາງມາຢ້ຽມຢາມ ແລະເຮັດວຽກກັບອົງການກວດກາແຫ່ງລັດສປປ ລາວ.
ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບແລະຊົມເຊີຍຕໍ່ຄະນະຜູ້ແທນອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊະອານາຈັກ ກຳປູເຈຍ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນກັບອົງການກວດກາແຫ່ງລັດ ສປປ ລາວ ໃນຄັ້ງນີ້ເພື່ອເປັນການ​ປະກອບສ່ວນອັນ​ສໍາຄັນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນສອງຊາດລາວ-ກຳປູເຈຍ ກໍຄືເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ຂອງສອງປະເທດ ນັບມື້ສູງຂຶ້ນ ເວົ້າລວມ, ເວົ້າສະເພາະລະຫວ່າງສອງອົງການໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ,ທ່ານນາຍົກລັດຖະມົນຕີ ຍັງໄດ້ອວຍພອນໃຫ້ປະທານອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ,ປະສົບຜົນສຳເລັດໃນການຢ້ຽມຢາມ ສປປ ລາວ.
ທ່ານ ອອມ ເຢິນຕຽງ ຕາງໜ້າຄະນະຜູ້ແທນ ອົງການຕ້ານການສໍ້ລາດບັງຫຼວງແຫ່ງຣາຊະອານາຈັກກຳປູເຈຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້ພ້ອມທັງແຈ້ງຈຸດປະສົງຂອງການຢ້ຽມຢາມ ສປປ ລາວໃຫ້ທ່່ານນາຍົກລັດຖະມົນຕີໄດ້ຮັບຊາບພ້ອມທັງຢຶນຢັນຈະສືບຕໍ່ພົວພັນຮ່ວມມືກັບອົງການກວດກແຫ່ງລັດ ສປປ ລາວ
ຂ່າວ-ພາບ:ຕູ່ນາ ເລົ່າຖາວອນ