ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ທິດຊີ້ນຳ ຂອງທ່ານປະທານປະເທດ ຕໍ່ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2024 ໃນກາງເດືອນກໍລະກົດທີ່ຜ່ານມາ ຕໍ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ໃນວັນທີ 6 ກັນຍາ ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ, ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ; ມີທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຮັກສາການຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ບັນດາທ່ານຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຕາງໜ້າຜູ້ປະກອບການທຸລະກິດດ້ານຕ່າງໆ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດກອງທຶນສົ່ງເສີມວິສາຫະກິດ ໃນໄລຍະຜ່ານມາ ແລະ ສະເໜີທິດທາງໃນຕໍ່ໜ້າ; ແລະ ສະພາບການສະໜອງສິນເຊື່ອ ເພື່ອສົ່ງເສີມການຜະລິດເປັນສິນຄ້າ ໄລຍະຜ່ານມາ. ຫຼັງຈາກນັ້ນ, ຕາງໜ້າຜູ້ປະກອບການທຸລະກິດດ້ານຕ່າງໆ ກໍໄດ້ປະກອບຄຳຄິດເຫັນ ຕໍ່ສະພາບການຜະລິດພາຍໃນ, ການສະໜອງສິນເຊື່ອ, ລວມທັງທ່າແຮງ, ຂໍ້ຈຳກັດ ແລະ ສິ່ງທ້າທາຍ ໃນວຽກງານດັ່ງກ່າວ ຂອງ ສປປ ລາວ ກໍຄືຂອງພາກທຸລະກິດ. ຜ່ານການປະກອບຄຳເຫັນຢ່າງຫຼາກຫຼາຍ ເຫັນວ່າຜູ້ເຂົ້າຮ່ວມໄດ້ໃຫ້ການສະໜັບສະໜູນ ຕໍ່ທິດໃນການສ້າງກອງທຶນດອກເບ້ຍຕໍ່າ ໂດຍການມີສ່ວນຮ່ວມຂອງພາກທຸລະກິດ ແລະ ຜູ້ປະກອບການທີ່ມີກຳລັງແຮງທາງດ້ານເສດຖະກິດ ເພື່ອສົ່ງເສີມການຜະລິດພາຍໃນ ໃຫ້ເປັນລະບົບ ແລະ ເຂັ້ມແຂງຂຶ້ນເປັນກ້າວໆບົນພື້ນຖານຮັບປະກັນຄວາມໂປ່ງໃສ, ຍຸຕິທຳ ແລະ ຍືນຍົງ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີໄດ້ສະຫຼຸບສັງລວມເນື້ອໃນ ກໍຄືຜົນຂອງການດຳເນີນກອງປະຊຸມຄັ້ງນີ້, ພ້ອມທັງໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ພາກສ່ວນທີ່ກ່ຽວຂ້ອງຕື່ມບາງດ້ານ ເປັນຕົ້ນໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານແຫ່ງ ສປປ ລາວ ສົມທົບກັນປຶກສາຫາລື ແລະ ຖອດຖອນບົດຮຽນ ໃນການຄົ້ນຄວ້າສ້າງກອງທຶນສົ່ງເສີມການຜະລິດທີ່ມີດອກເບ້ຍຕ່ຳທີ່ເໝາະສົມ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເພື່ອຊຸກຍູ້ສົ່ງເສີມຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຢ່າງແທ້ຈິງ; ໃຫ້ກະຊວງ, ຂະແໜງການກ່ຽວຂ້ອງ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ສົ່ງເສີມດຶງດູດການລົງທຶນຈາກຕ່າງປະເທດໃນຂົງເຂດການຜະລິດ, ເຈລະຈາຊອກຫາຕະຫຼາດໃຫ້ຜູ້ຜະລິດ ລວມທັງປັບປຸງລະບຽບການ, ຫຼຸດຜ່ອນຂັ້ນຂອດຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ, ພ້ອມກັນນີ້ ກໍໃຫ້ນຳເອົາການສະເໜີຂອງພາກທຸລະກິດ ໄປຄົ້ນຄວ້າພິຈາລະນາ;ສືບຕໍ່ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານຢ່າງຕໍ່ເນື່ອງ ແລະ ຍາວນານ.ຕໍ່ພາກທຸລະກິດ ໄດ້ຊີ້ນຳສືບຕໍ່ພັດທະນາທຸລະກິດຂອງຕົນ ໃຫ້ສອດຄ່ອງກັບຍຸກສະໄໝ ໂດຍນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເພື່ອເພີ່ມສະມັດຖະພາບການຜະລິດ, ປະຢັດເວລາ ແລະ ຕົ້ນທຶນ ຄຽງຄູ່ກັບການສົ່ງເສີມ ຊ່ວຍເຫຼືອຂອງຂະແໜງການກ່ຽວຂ້ອງ ຕາມທິດຫັນເປັນທັນສະໄໝ ເປັນກ້າວໆ; ເພີ່ມທັກສະຄວາມຮູ້ດ້ານການບໍລິຫານ-ການບໍລິການ; ຮຽກຮ້ອງພາກທຸລະກິດ ເອົາໃຈໃສ່ປະຕິບັດພັນທະຂອງຕົນ ໃຫ້ຄົບຖ້ວນ ແລະ ເຄື່ອນໄຫວທຸລະກິດສອດຄ່ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ, ພ້ອມກັນປະກອບສ່ວນສຸດຄວາມສາມາດ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນດ້ວຍຄວາມເສຍສະຫຼະຢ່າງແທ້ຈິງ ເຮັດໃຫ້ບັນຫາເຄັ່ງຮ້ອນຕ່າງໆຫຼຸດຜ່ອນລົງ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)