ໂດຍ:ສຳນານ ພົມພັກດີ
ສູນຄົ້ນຄວ້າໝີແມ່ພັນ ແລະ ລ້ຽງແມ່ພັນໝີແພນດາ ທີ່ນະຄອນເສິນຕູ່ ແຂວງເສສວນ ສປ ຈີນ,ສ້າງຕັ້ງຂຶ້ນມາໄດ້ 30 ກວ່າປີ,ປັດຈຸບັນພາຍໃນສູນດັ່ງກ່າວມີໝີແພນດາ ຈຳນວນ 240ໂຕ,ໃນຂະນະດຽວກັນສູນແຫ່ງນີ້ຍັງໄດ້ສ້າງຄວາມສົນໃຈໃຫ້ແກ່ບັນດານັກທ່ອງທ່ຽວເຂົ້າມາທ່ຽວຊົມມື້ໜຶ່ງຫຼາຍໝຶ່ນຄົນ.
ທ່ານ ນາງ ຫວັງຍີຫັນ ຜູ້ຮັບຜິດຊອບອະທິບາຍຢູ່ສູນຄົ້ນຄວ້າໝີແມ່ພັນ ແລະ ລ້ຽງແມ່ພັນໝີແພນດາ ໃຫ້ຮູ້ວ່າ: ພາຍໃນຂອບເຂດຂອງສູນມີເນື້ອທີ່ທັງໝົດ 3.000 ກວ່າເຮັກຕາ ໄດ້ແບ່ງອອກເປັນ 4 ເຂດ,ແຕ່ລະເຂດໄດ້ມີການຈັດສັນເປັນຢ່າງດີ ເພື່ອໃຫ້ນັກທ່ອງທ່ຽວໄດ້ເຂົ້າໄປຍ່າງທ່ຽວຊົມ ແລະ ເບິ່ງໂຕໝີ ໂຕຜູ້ ແລະ ໂຕແມ່ທີ່ຢູ່ຮ່ວມປະສົມພັນກັນ, ໝີແພນດາ ມີນິ້ວຕີນ 6 ນິ້ວ,ອົ້ງຕີນບໍ່ມີກະດູກ,ໃນລະດູໃບໄມ້ລົ່ນແມ່ນກິນໃບໄຜ່ເປັນອາຫານ ແລະ ລະດູໜາວແມ່ນກິນຕົ້ນໄຜ່ເປັນອາຫານ,ຂີ້ບໍ່ມີກິ່ນເໝັນ,ໃນນັ້ນຂີ້ຂອງໂຕໝີຍັງສາມາດນຳເອົາໄປໃຊ້ເຮັດເປັນເຈ້ຍ ແລະ ເຮັດເປັນຝຸ່ນໃສ່ພືດຜັກຕ່າງໆໄດ້ເປັນຢ່າງດີ
ທ່ານໃຫ້ຮູ້ຕື່ມວ່າ: ໝີແພນດາ ແມ່ນສັດທີ່ມັກຄວາມສະຫງົບ,ສາຍຕາສັ້ນສາມາດແນມເຫັນໃນໄລຍະໄກໄດ້ 10 ແມັດ,ເປັນສັດທີ່ລ້ຽງລູກດ້ວຍນໍ້ານົມ,ນໍ້ານົມຂອງມັນຈະມີສີຂຽວ,ພາຍຫຼັງທີ່ປະສົມພັນກັບໂຕຜູ້ແລ້ວບາງໂຕ ແມ່ນຖືພາ 3ເດືອນ ບາງໂຕ ແມ່ນຖືພາ 6 ເດືຶອນຈຶ່ງອອກລູກ,ຫຼັງຈາກທີ່ອອກລູກໄດ້ເປັນເວລາ 1ປີເຄິ່ງ ແມ່ນໄດ້ແຍກອອກຈາກໂຕແມ່ ໃນນັ້ນເມື່ອລູກຂອງໂຕໝີມີອາຍຸ ໄດ້ 2 ປີ ແມ່ນຈະບໍ່ກິນນົມແມ່,ໃນກໍລະນີເມື່ອໂຕແມ່ອອກລູກມາສອງໂຕ,ແມ່ໝີຈະມີຄວາມອ່ອນເພຍຫຼາຍ ສະນັ້ນ ຈຶ່ງໄດ້ແຍກລູກໝີໂຕໜຶ່ງອອກມາດູແລຕ່າງຫາກ, ລູກໝີແພນດາໃນເວລາອອກໃໝ່ແມ່ນມີສີບົວອ່ອນໆ ຈາກນັ້ນເມື່ອລູກໝີແພນດາອາຍຸໄດ້ ປະມານ 4 ອາທິດຂົນຂອງໂຕໝີຈະເປັນສີຂາວ ແລະ ສີດຳ,ເມື່ອໄດ້ 6-8 ອາທິດ ລູກໂຕໝີຈຶ່ງມືນຕາ,ໝີແພນດາ ເມື່ອໃຫຍ່ຂຶ້ນມາແມ່ນມີນໍ້າໜັກ 70-120 ກິໂລ ເປັນສັດທີ່ມັກອາກາດເຢັນ ໃນອຸນນະພູມ 20 ອົງສາ,ກິນໃບໄຜ່ເປັນອາຫານ ມື້ໜຶ່ງກິນໃບໄຜ່ ປະມານ 20-40ກິໂລ,ປັດຈຸບັນ ໝີແພນດາແມ່ນມີຢູ່ແຂວງເສສວນ,ຊານຊີ ແລະ ແຂວງການຊຸນ ຂອງ ສປ ຈີນ,ມີທັງໝົດ 2.600 ກວ່າໂຕ ລວມທັງຢູ່ສູນຄົ້ນຄວ້າໝີແມ່ພັນ ແລະ ລ້ຽງແມ່ພັນໝີແພນດາ ທີ່ນະຄອນເສິນຕູ່ ແຂວງເສສວນ. ໝີແພນດາ ມີອາຍຸຍືນປະມານ38ປີ.
ປັດຈຸບັນ, ສູນຄົ້ນຄວ້າແຫ່ງດັ່ງກ່າວ ບໍ່ສະເພາະເປັນບ່ອນຄົ້ນຄວ້າໝີແພນດາແຕ່ຢ່າງດຽວໃນນັ້ນຍັງເປັນອີກສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ດຶງດູດຄວາມສົນໃຈໃຫ້ແກ່ກັບບັນດານັກທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດເຂົ້າມາທ່ຽວຊົມ 6 ໝື່ນຄົນຕໍ່ມື້ໄດ້ສ້າງລາຍຮັບໃຫ້ແກ່ກັບສູນດັ່ງກ່າວໄດ້ເປັນຢ່າງດີ,ກ່ອນຈະເຂົ້າໄປທ່ຽວຊົມພາຍໃນສູນແມ່ນໄດ້ເສຍຄ່າບັດຜ່ານປະຕູ,ສຳລັບການເປີດບໍລິການໃຫ້ມວນຊົນເຂົ້າໄປທ່ຽວຊົມ ແມ່ນເລີ່ມແຕ່ເວລາ 7:30–15:30 ໂມງ.