ຊຸດອົບຮົມກ່ຽວກັບການຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກໃຫ້ຂັ້ນເມືອງ ໄດ້ຈັດຂຶ້ນໃນວັນທີ 2 ຕຸລາ ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ໄກຍະສອນ ສີດາ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຕາງໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ອົງການອະນາໄມໂລກ ປະຈໍາ ສປປ ລາວ, ມີຕາງໜ້າພະແນກການອ້ອມຂ້າງແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ນາງ ໄກຍະສອນ ສີດາ ໄດ້ໃຫ້ຮູ້ວ່າ: ເຫດການສຸກເສີນດ້ານສາທາລະນະສຸກທີ່ເກີດຂຶ້ນຢູ່ປະເທດເຮົາ ຫຼື ໃນພາກພື້ນອາຊີ ປະຊີຟິກ ໃນປັດຈຸບັນນີ້ ແມ່ນມີຫຼາຍເຫດການທີ່ເຄີຍສ້າງຜົນກະທົບຕໍ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃນໄລຍະຜ່ານມາກໍຄືປັດຈຸບັນ ແຕ່ມັນອາດມີຄວາມສ່ຽງທີ່ຈະເກີດຂຶ້ນໃນອະນາຄົດ, ເຫດການດັ່ງກ່າວ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ມວນມະນຸດ ເວົ້າລວມ, ເວົ້າສະເພາະ ແມ່ນແຂວງໄຊຍະບູລີຂອງພວກເຮົາ ຕໍ່ເຫດການດັ່ງກ່າວ ຈຶ່ງໄດ້ມີກອງປະຊຸມຄະນະກໍາມະການແຫ່ງຊາດໃນແຕ່ລະປີເພື່ອແກ້ໄຂບັນຫາສຸກເສີນດ້ານສາທາລະນະສຸກ, ກຽມພ້ອມວາງມາດຕະການ ໃນການຕອບໂຕ້ຕໍ່ເຫດການສຸກເສີນດ້ານສາທາລະນະສຸກ ແລະ ເຫດການອື່ນໆໄດ້ແຕ່ຫົວທີ. ນອກນັ້ນ ຍັງມີຄໍາສັ່ງແນະນໍາໃຫ້ເອົາໃຈໃສ່ກະກຽມຄວາມພ້ອມ ເພື່ອໂຕ້ຕອບເຫດການສຸກເສີນທີ່ອາດຈະເກີດຂຶ້ນຈາກໄພທໍາມະຊາດຕ່າງໆ. 
ຊຸດອົບຮົມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮຽນຮູ້ຄວາມເປັນມາການໂຕ້ຕອບຕໍ່ເຫດການສຸກເສີນທາງດ້ານສາທາລະນະສຸກ, ຮຽນຮູ້ຄູ່ມືແນະນໍາກ່ຽວກັບການຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກ, ແນະນໍາຟອມປະເມີນການຈັດຕັ້ງປະຕິບັດຂອງຫ້ອງປະຕິບັດງານເຫດການສຸກເສີນດ້ານສາທາລະນະສຸກ (PHEOC), ແນະນໍາວິທີການຕິດຕາມເຄື່ອງ ແລະ ອຸປະກອນຂອງຫ້ອງ PHEOC, ນໍາສະເໜີຄູ່ມື SOP ການປະເມີນຄວາມສ່ຽງໂດຍນໍາໃຊ້ຂໍ້ມູນຈາກຫຼາຍແຫຼ່ງ. ພ້ອມນີ້ ບັນດາສໍາມະນາກອນໄດ້ ສົນທະນາ, ຖາມ-ຕອບ, ແລກປ່ຽນບົດຮຽນ ແລະ ຝຶກຊ້ອມເຫດການຈໍາລອງ ຕໍ່ເຫດການສຸກເສີນດ້ານສາທາລະນະສຸກ.
    (ຂ່າວ: ມະໄລວັນ)