ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VII ຂຶ້ນ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງສະຫາຍ ສີແກ້ວ ແສນພັນຄໍາ ກໍາມະການພັກເມືອງສະມາຊິກສະພາປະຊາຊົນແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ປານີ ຈິດດາລາ ກຳມະການສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ຄໍາເພັດ ຈັນທະວົງ ກຳມະການພັກແຂວງ ເລຂາຄະນະບໍລິພັກເມືອງ ເຈົ້າເມືອງໆລອງ, ມີຄະນະປະຈຳພັກເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ມິດຕິງ ສາຍສຳພັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ຜ່ານຮ່າງລາຍງານການເມືອງທັງສອງພາກ. ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວເມືອງລອງ ຄັ້ງທີ VI ໃນໄລຍະ 5 ປີຜ່ານມາ (2018-2023) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2024-2029); ທົ່ວເມືອງມີສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວທັງໝົດ 5,895 ສະຫາຍ ຍິງ 2,759 ສະຫາຍ, ທຽບໃສ່ 5 ປີຜ່ານມາ ຫຼຸດລົງ 970 ສະຫາຍ, ປະກອບມີ 13 ເຜົ່າ; ມີ 14 ຄະນະຮາກຖານຊາວໜຸ່ມ, ມີ 140 ໜ່ວຍ, ມີໜ່ວຍຊາວໜຸ່ມອາສາສະໝັກ 4 ໜ່ວຍ, ມີຄະນະບໍລິຫານງານຊາວໜຸ່ມ 21 ສະຫາຍ, ຍິງ 5 ສະຫາຍ; ວຽກງານພັດທະນາຊາວໜຸ່ມ-ເຍົາວະຊົນ ໄດ້ຖືສໍາຄັນໃນການສຶກສາອົບຮົມການເມືອງນໍາພາແນວຄິດຂອງຊາວໜຸ່ມ, ເຍົາວະຊົນ-ອະນຸຊົນຕາມທັດສະນະຂອງພັກຢ່າງໜັກແໜ້ນ, ສອດຫ້ອຍເຂົ້າທຸກການຈັດຕັ້ງ ຕິດພັນກັບການເລົ່າຄືນມູນເຊື້ອວັນສໍາຄັນຕ່າງໆຂອງພັກ, ຂອງຊາດ, ບັນດາຄໍາສອນຂອງທ່ານຜູ້ນໍາ, ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນ ແລະ ຕາມຄໍາສອນ 6 ຮັກ 3 ຊັງ ໄປຈັດຕັ້ງເຜີຍແຜ່ໃຫ້ສະມາຊິກຊາວໜຸ່ມ, ເຍົາວະຊົນ-ອະນຸຊົນໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖີງ; 5 ປີຜ່ານມາມີສະມາຊິກຊາວໜຸ່ມໄດ້ຮັບການຍ້ອງຍໍຈາກແຕ່ລະຂັ້ນຄື: ຫຼຽນໄຊແຮງງານ 2 ໜ່ວຍ, ຫຼຽນກາແຮງງານ 5 ໜ່ວຍ, ຫຼຽນກາລະນຶກ 65 ປີ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 64 ໜ່ວຍ, ໃບຍ້ອງຍໍລັດຖະບານ 5 ໃບ ແລະ ໃບຍ້ອງຍໍຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 350 ສະຫາຍ ຍິງ 169 ສະຫາຍ ແລະ ວຽກງານອື່ນໆກໍມີຜົນສໍາເລັດ. ຈາກນັ້ນ, ກໍໄດ້ຜ່ານບົດສຳຫຼວດການນໍາພາລວມຂອງຄະນະບໍລິຫານງານຊາວໜຸ່ມເມືອງ ສະໄໝທີ VI, ຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກເຂົ້າເປັນຄະນະບໍລິຫານງານຊາວໜຸ່ມເມືອງຊຸດໃໝ່, ຊຶ່ງມີຜູ້ສະໝັກທັງໝົດ 27 ສະຫາຍ ຍິງ 1 ສະຫາຍ, ເລືອກເອົາ 23 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາຄະນະປະຈໍາ ຄະນະບໍລິຫານງານຊາວໜຸ່ມເມືອງ ຈໍານວນ 7 ສະຫາຍ ຍິງ 1 ສະຫາຍ; ໃນນີ້, ເລືອກເອົາ ສະຫາຍ ສີແກ້ວ ແສນພັນຄຳ ເປັນເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ສະຫາຍ ລັດສະໝີ ຈັນທະວີໄຊ, ສະຫາຍ ນາງ ອານຸສອນ ພົນທາວີ ແລະ ສະຫາຍ ມິດຕິງ ສາຍສຳພັນ ເປັນຮອງເລຂາ;ກອງປະຊຸມໄດ້ເລືອກເອົາ ສະຫາຍ ນາງ ອານຸສອນ ພົນທາວີ ເປັນປະທານກວດກາ, ສະຫາຍ ກອງແສງ ແກ້ວວິເຄາະ ແລະ ສະຫາຍ ວັນນະສີ ສົມແລງານ ເປັນຮອງປະທານກວດກາ; ເລືອກໄດ້ຜູ້ແທນສົມບູນເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ IX ຂອງຜູ້ແທນຊາວໜຸ່ມແຂວງ ຈໍານວນ 8 ສະຫາຍ, ສໍາຮອງ 3 ສະຫາຍ.
(ຂ່າວ: ສໍສີ ລໍວັນຄໍາ)