ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ຄັ້ງທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 8 ຕຸລາ ນີ້ ທີ່ ອອປສ. ໂດຍການເປັນປະທານຂອງສະຫາຍ ອານຸສອນ ວິດາວົງກຳມະການບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວອອປສ, ໂດຍການເຂົ້າຮ່ວມຂອງ ສະຫາຍ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າ ອອປສ, ພ້ອມດ້ວຍຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ, (ອອປສ) ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ສະຫາຍ ສົມບູນ ສຸກທະວີ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ອອປສ ໄດ້ຜ່ານບົດລາຍງານການເມືອງຊຶ່ງໄດ້ຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຕະຫຼອດໄລຍະ 5 ປີ ຜ່ານມາ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ແຜນພັດທະນາວຽກງານຊາວໜຸ່ມ ອອປສ, ຜ່ານບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານຊາວໜຸ່ມ ອອປສ ສະໄໝທີ V ແລະ ເປັນເອກະພາບກັນ ພ້ອມຮັບຮອງເອົາທິດທາງແຜນການ 5 ປີ ຕໍ່ໜ້າ. ກອງປະຊຸມໃຫຍ່ຄັ້ງນີ້,ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມ ອອປສ ຊຸດໃໝ່ ເພື່ອຊີ້ນໍາ-ນໍາພາ ວຽກງານຊາວໜຸ່ມ ອົງການໄອຍະການປະຊາຊົນສູງສຸດ ໃນ 5 ປີ ຕໍ່ໜ້າ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ອຸດົມລິດ ຈັນທະຈັກ ເປັນເລຂາ, ສະຫາຍ ນາງ ພຽນພານິດ ເລືອງບຸນມີ ເປັນຮອງເລຂາ, ສະຫາຍ ປະສົງສິດ ໄຊສົມເພັດ ເປັນຮອງເລຂາ, ສະຫາຍ ນາງ ພຽນພານິດ ເລືອງບຸນມີ ເປັນປະທານກວດກາ, ສະຫາຍ ກິດຕິພັນ ພົມມາ ເປັນຮອງປະທານກວດກາ, ສະຫາຍ ສົມສະຫວັນ ສິງກາວົງໄຊ ເປັນກຳມະການກວດກາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ອອປສ.
ໃນໂອກາດດັ່ງກ່າວ,ສະຫາຍ ນວນທອງ ສຸວັນວິໄຊ ກໍໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ອອປສ, ສະມາຊິກຊາວໜຸ່ມທົ່ວສຳນັກງານ ອອປສ ໃນໄລຍະ 5 ປີ ຜ່ານມາ ແລະ ຊົມເຊີຍຕໍ່ບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ອອປສ ຊຸດໃໝ່ ພ້ອມກັບໃຫ້ທິດຊີ້ນຳ ເພື່ອປັບປຸງ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ພ້ອມກັນສຸມທຸກສະຕິປັນຍາ, ເຫື່ອແຮງເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນສຳເລັດໃໝ່ທີ່ກ້າວໜ້າ,ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງກໍຄືວຽກງານວິຊາສະເພາະຢ່າງມີຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ.