ກອງປະຊຸມທາບທາມເນື້ອໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ຢູ່ຈຸດແຂວງພາກກາງ (ຄໍາມ່ວນ, ສະຫວັນນະເຂດ ແລະ ບໍລິຄຳໄຊ) ໄດ້ຈັດຂຶ້ນລະຫວ່າງວັນທີ 9-10 ຕຸລານີ້ ທີ່ແຂວງຄໍາມ່ວນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກປະທານສານປະຊາຊົນສູງສຸດຄະນະອະນຸກໍາມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂດຍມີ ສະຫາຍເລຂາພັກແຂວງ, ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ບັນດາພະນັກງານຫຼັກແຫຼ່ງຂອງ 3 ແຂວງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງຄຳມ່ວນ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຂອບໃຈ ເປັນຢ່າງສູງຕໍ່ສູນກາງພັກ ທີ່ໃຫ້ຄວາມໄວ້ວາງໃຈ ແລະ ຄວາມເຊື່ອໝັ້ນມອບໃຫ້ແຂວງຄໍາມ່ວນເປັນເຈົ້າພາບຈັດກອງປະຊຸມທາບທາມສໍາຄັນໃນຄັ້ງນີ້, ໃນນາມຕາງໜ້າຜູ້ແທນກອງປະຊຸມ 3 ແຂວງ, ພວກເຮົາ ຈະໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການ ໃນຄົ້ນຄວ້າປະກອບຄໍາເຫັນ ໃຫ້ເລິກເຊິ່ງ, ສ້າງສັນ ແລະ ຟົດຟື້ນ ເພື່ອໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ຄະນະພັກຂັ້ນເທິງກຳນົດໄວ້
ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ມີຄໍາເຫັນວ່າ: ກອງປະຊຸມທາບທາມຄວາມເຫັນໃນຄັ້ງນີ້,ຊຶ່ງແມ່ນຈຸດ 3 ແຂວງພາກກາງ ເພື່ອລະດົມສະຕິປັນຍາ, ຫົວຄິດປະດິດສ້າງ ຂອງບັນດາສະຫາຍການນໍາ ແລະ ພະນັກງານຫຼັກແຫຼ່ງ 3 ແຂວງພາກກາງ ເຂົ້າໃສ່ຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5 ປີ ຄັ້ງທີ X.ຈຸດປະສົງ ເພື່ອລະດົມ ແລະ ຍາດແຍ່ງຄວາມຄິດຄວາມເຫັນຈາກຄະນະພັກ ແລະ ພະນັກງານຫຼັກແຫຼ່ງຂອງແຕ່ລະອົງຄະນະພັກ ເພື່ອເຮັດໃຫ້ເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງແທດຕົວຈິງ ທັງສ່ອງແສງໄດ້ໝົດສະຕິປັນຍາລວມໝູ່ ແລະ ການເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ. ສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຄວາມຮັບຮູ້, ຄວາມເຂົ້າໃຈ ແຕ່ຫົວທີ ຂອງບັນດາສະຫາຍຄະນະພັກ, ພະນັກງານຫຼັກແຫຼ່ງຂອງທ້ອງຖິ່ນ ຕໍ່ຮ່າງເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ຈາກນັ້ນ, ຖືເປັນເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກ ນໍາໄປປັບປຸງການກະກຽມເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກຂອງຕົນໃຫ້ສອດຄ່ອງ, ກົມກຽວກັນ ເພື່ອໃຫ້ສາມາດຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໃຫ້ປະກົດຜົນເປັນຈິງ.
ໃນກອງປະຊຸມແມ່ນໄດ້ຮັບຟັງການສະເໜີຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຈາກອະນຸກໍາມະການເນື້ອໃນ ເຊິ່ງໃນຮ່າງລາຍງານການເມືອງ ປະກອບດ້ວຍ 10 ຫົວຂໍ້ໃຫຍ່ ທີ່ໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ, ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ປະເມີນຜົນແບບກວມລວມ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫຼັກການຂອງພັກ ແລະ ໄດ້ກໍານົດບັນດາເນື້ອໃນທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ ຮອບດ້ານມີຫຼັກການຂອງພັກ ໃນແຕ່ລະຂົງເຂດວຽກງານໃນຊຸມປີຕໍ່ໜ້າ.
ສໍາລັບຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍໄດ້ສະຫຼຸບຕີລາຄາໝາກຜົນ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ໄດ້ກໍານົດ 6 ເປົ້າໝາຍ ແລະ ແຜນວຽກຈຸດສຸມ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍຄົ້ນຄວ້າ, ວາງແຜນໃຫ້ສອດຄ່ອງກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ຖືກກັບຈຸດພິເສດ, ທ່າແຮງ ແລະ ການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາກໍຄືທ່າອ່ຽງລວມຂອງຍຸກສະໄໝ.ຈາກນັ້ນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນ ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນ ໃສ່ສອງຮ່າງເອກະສານດັ່ງກ່າວ ຢ່າງກົງໄປກົງມາ, ມີລັກສະນະສ້າງສັນ, ມີປະຊາທິປະໄຕ ແລະ ເບິ່ງບັນຫາ, ຕີລາຄາບັນຫາຕ່າງໆ ຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການສະເໜີບັນຫາ, ຍົກເຫດຍົກຜົນ, ເພື່ອໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປສືບຕໍ່ຄົ້ນຄວ້າ, ປັບປຸງ ໃຫ້ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ.
(ຂ່າວ: ມະນີວັນ)