ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງຍຸຕິທຳ ຄັ້ງທີ 15 ສະໄໝທີ V ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ທີ່ກະຊວງດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ, ມີທ່ານຮອງລັດຖະມົນຕີ, ບັນດາພະນັກງານຫຼັກແຫຼ່ງ ແລະ ສາມອົງການຈັດມະຫາຊົນ ກະຊວງຍຸຕິທໍາເຂົ້າຮ່ວມ.
ທ່ານ ໄພວີ ສີບົວລິພາ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ຜ່ານບົດສະຫຼຸບການນຳພາຂອງຄະນະບໍລິຫານງານພັກກະຊວງປະຈໍາໄຕມາດ III ແລະ ທິດທາງແຜນການປະຈໍາໄດ້ມາດ IV ປີ 2024, ລາຍງານການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄະນະພັກຮາກຖານ (ໜ່ວຍພັກທີ່ຂຶ້ນກັບ), ໜ່ວຍພັກຮາກຖານບັນດາກົມ, ຫ້ອງການ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະພາທະນາຍຄວາມ, ອົງການຈັດຕັ້ງມະຫາຊົນ, ລາຍງານການກະກຽມ ແລະ ດຳເນີນການກວດກາຕີລາຄາ ແລະ ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024, ລາຍງານການກະກຽມກອງປະຊຸມວຽກງານຍຸຕິທຳ ປະຈໍາປີ2024, ລາຍງານການຕົກລົງຂອງຄະນະປະຈໍາກ່ຽວກັບການຍົກຍ້າຍພະນັກງານ ແລະ ພ້ອມດຽວກັນນັ້ນພາຍໃນກອງປະຊຸມປະທານມີຄໍາເຫັນເຈາະຈີ້ມ ແລະ ຜູ້ເຂົ້າຮ່ວມຈະໄດ້ປະກອບຄໍາເຫັນໃສ່ບັນດາວຽກງານຕ່າງໆ.
ຂ່າວ-ພາບ: ບຸນອູ້ມ