ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ເຊີຣເກ ລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຣັດເຊຍ ແລະ ຄະນະ, ໃນວັນທີ 10 ຕຸລານີ້ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມປິ່ນອ້ອມກອງປະຊຸມສຸດຍອດອາຊຽນ ທີ່ ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມປິ່ນອ້ອມກອງປະຊຸມສຸດຍອດອາຊຽນ ຄັ້ງທີ່ 44 ແລະ 45 ທີ່ ສປປ ລາວ ເປັນເຈົ້າພາບ ຊຶ່ງຈະເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີມີມາຍາວນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຣັດເຊຍ ໄດ້ປຶກສາຫາລື ແລະ ຕີລາຄາການພົວພັນຮ່ວມມືສອງຝ່າຍດ້ານຕ່າງໆ ໃນໄລຍະຜ່ານມາ ຊຶ່ງເຫັນວ່າການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ ແມ່ນນັບມື້ມີຄວາມໜັກແໜ້ນຍິ່ງຂຶ້ນ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ໂດຍໄດ້ມີການພົບປະແລກປ່ຽນກັນຢ່າງໃກ້ຊິດ ພ້ອມທັງມີການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນຂົງເຂດພາກພື້ນ ແລະ ສາກົນ ແລະ ຮ່ວມມືກັນ ໃນຫຼາຍຂົງເຂດວຽກງານ. ສອງຝ່າຍຍັງໄດ້ທົບທວນຄືນການຮ່ວມມືທາງດ້ານຕ່າງໆ ເປັນຕົ້ນດ້ານການເງິນ, ວັດທະນະທໍາ ແລະ ການທ່ອງທ່ຽວ, ການສຶກສາ, ການຮ່ວມມືດ້ານນັກບິນອາວະກາດ, ຂົງເຂດພະລັງງານ, ການຂົນສົ່ງທາງລົດໄຟ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ຂະນະດຽວກັນ, ທ່ານ ເຊີຣເກ ລາວະຣົບ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ປະສົບຜົນສໍາເລັດຢ່າງຈົບງາມ.
(ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)