ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27 ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ຜູ້ນໍາຂອງປະເທດບວກສາມຄື: ສປ ຈີນ, ຍີ່ປຸ່ນ,​ ແລະ ສ ເກົາຫຼີ ພ້ອມດ້ວຍ ນາຍົກລັດຖະມົນຕີ ຕີມໍແລັດສະເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ ເຂົ້າຮ່ວມ.
ກອງປະຊຸມ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນບວກສາມໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍການຮ່ວມມືຜ່ານກົນໄກອາຊຽນບວກສາມ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອຍາດແຍ່ງເອົາກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍພາຍໃນພາກພື້ນຮ່ວມກັນ. ກອງປະຊຸມ ໄດ້ເຫັນດີໃຫ້ສືບຕໍ່ເພີ່ມທະວີການຮ່ວມມືກັນ ໂດຍຜ່ານບັນດາກົນໄກ ແລະ ຂໍ້ລິເລີ່ມຂອງອາຊຽນບວກສາມ ທີ່ມີຢູ່ໃນປັດຈຸບັນ ເປັນຕົ້ນແມ່ນ ກອງທຶນການຮ່ວມມືຫຼາຍຝ່າຍ ພາຍໃຕ້ຂໍ້ລິເລີ່ມຊຽງໃໝ່, ຫ້ອງການຕິດຕາມເສດຖະກິດມະຫາພາກອາຊຽນບວກສາມ, ຄັງແຮເຂົ້າສຸກເສີນອາຊຽນບວກສາມ, ເວທີປຶກສາຫາລືອາຊີຕາເວັນອອກ ແລະ ເຄືອຂ່າຍຄັງປັນຍາອາຊີຕາເວັນອອກ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບຫຼາຍຂຶ້ນ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ການປະກອບສ່ວນຂອງບັນດາປະເທດບວກສາມ ເຂົ້າໃນຄັງແຮເຂົ້າສຸກເສີນອາຊຽນບວກສາມ ເພື່ອຊ່ວຍເຫຼືອປະເທດອາຊຽນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ.
ສໍາລັບທິດທາງການຮ່ວມມືຶໃນຕໍ່ໜ້າ, ກອງປະຊຸມ ເຫັນດີໃຫ້ສືບຕໍ່ ຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນບວກສາມ (2023-2027) ຢ່າງເຕັມສ່ວນ ແລະ ມີປະສິດທິຜົນ. ພ້ອມນີ້, ກອງປະຊຸມ ໄດ້ຊຸກຍູ້ໃຫ້ບັນດາປະເທດອາຊຽນບວກສາມ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດການຫັນປ່ຽນເປັນດິຈິຕອນ, ນະວັດຕະກໍາດ້ານເຕັກໂນໂລຊີ,​ ພະລັງງານສີຂຽວ,​ ການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການເງິນ, ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາພື້ນຖານໂຄງລ່າງ ແລະ ການຮັບປະກັນຄວາມໝັ້ນຄົງທາງສະບຽງອາຫານພາກພື້ນ. ຜູ້ນໍາອາຊຽນບວກສາມ ໄດ້ຮັບຮອງເອົາ ຖະແຫຼງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການເຊື່ອມຈອດຕ່ອງໂສ້ການສະໜອງພາກພື້ນ.
ອາຊຽນບວກສາມ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1997 ເພື່ອຮັບມືກັບວິກິດການທາງດ້ານການເງິນ ທີ່ເກີດຂຶ້ນໃນພາກພື້ນ ແລະ ໄດ້ຮັບການເສີມຂະຫຍາຍການຮ່ວມມື ຈົນກາຍເປັນກົນໄກທີ່ສໍາຄັນໃນການສົ່ງເສີມການຮ່ວມມື ໃນພາກພື້ນອາຊີຕາເວັນອອກ ຈົນເຖິງປັດຈຸບັນ ແລະ ໄດ້ກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ.
ຂ່າວ, ພາບ: ສຸກສະຫວັນ