ກອງປະຊຸມສຸດຍອດອາຊຽນ-ສ ເກົາຫຼີ ຄັ້ງທີ 25, ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ຢຸນ ຊອກ ຢອນ ປະທານາທິບໍດີ ແຫ່ງ ສ ເກົາຫຼີ, ມີບັນດາຜູ້ນຳອາຊຽນ, ມີນາຍົກລັດຖະມົນຕີຂອງ ຕີມໍແລັສເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໂດຍມີຈຸດປະສົງ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ສ ເກົາຫຼີ ຄົບຮອບ 35 ປີ ໃນປີ 2024 ນີ້. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນ ແລະ ສ ເກົາຫຼີ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ສ ເກົາຫຼີ ຕະຫຼອດໄລຍະ 35 ປີຜ່ານມາ ແລະ ເຫັນດີຍົກລະດັບການພົວພັນອາຊຽນ-ສ ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໂດຍໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາວ່າດ້ວຍການສ້າງຕັ້ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ ເກົາຫຼີ.
ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ໄດ້ປຶກສາຫາລືເພື່ອຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃຫ້ເປັນຮູບປະທຳ ລວມທັງຊຸກຍູ້ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ທ່ອງທ່ຽວ, ເສດຖະກິດດີຈີຕອນ ແລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສຶກສາ, ສາທາລະນະສຸກ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທໍາມະຊາດ ກໍຄືການໄປມາຫາສູ່ຂອງປະຊາຊົນ.
ສ ເກົາຫຼີ ເປັນຄູ່ເຈລະຈາໜຶ່ງທີ່ສຳຄັນ ແລະ ຫ້າວຫັນຂອງອາຊຽນ; ອາຊຽນ ແລະ ສ ເກົາຫຼີ ໄດ້ສ້າງຕັ້ງສາຍພົວພັນ ໃນປີ 1989, ໄດ້ຍົກລະດັບເປັນຄູ່ຮ່ວມຍຸດທະສາດ ໃນປີ 2010 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2024.
(ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)