ກອງປະຊຸມສະຫຼຸບຕີລາຄາການນໍາພາ-ຊີ້ນໍາທ້າຍສະໄໝທີ່ lV ຂອງຄະນະພັກຮາກຖານຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນອາທິິດຜ່ານມານີ້, ໂດຍເປັນປະທານຂອງສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ກຳມະການພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີເລຂາ-ຮອງເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ພາຍໃນຫ້ອງການເມືອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ວິລະສິນ ມິດຕະພອນ ປະທານກວດກາພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ໂດຍຕີລາຄາການນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ lV ຂອງຄະນະພັກຮາກຖານໄລຍະ 5 ປີຜ່ານມາ. ຄະນະພັກຫ້ອງການເມືອງ ໄດ້ເອົາໃຈໃສ່ຊີ້ນຳກອງກໍ່ສ້າງຮາກຖານ, ໜ່ວຍງານ, ຂະແໜງ ການຢູ່ບັນດາກົມກອງລົງກໍ່ສ້າງຮາກຖານການເມືອງແບບມູນເຊືີ້ອ ປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ, ຜ່ານມາສາມາດສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 55 ກຸ່ມບ້ານ, ມີ 313 ບ້ານ, ມີ 33,149 ຄອບຄົວ ກວມເອົາ 100% ແລະ ສ້າງບ້ານແຮກສ່ຽວໄດ້ 1 ກົມກອງ. ທັງໄດ້ເອົາໃຈໃສ່ວຽກງານໂຄສະນາ ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ດ້ວຍການນໍາເອົາແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດ ແລະ ປະຫວັດມູນເຊື້ອທີ່ສໍາຄັນຕ່າງໆ ມາເຜີຍແຜ່-ເຊື່ອມຊຶມຢ່າງຕໍ່ເນື່ອງຫຼາຍວິທີການ ຄ່ຽງຄູ່ກັບການປັບປຸງກໍ່ສ້າງພັກ - ກໍ່ສ້າງພະນັກງານ ໂດຍຖືສໍາຄັນທາງດ້ານຄຸນນະພາບ, ພ້ອມນັ້ນ ໄດ້ຊຸກຍູ້ວຽກງານເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດຕາມທິດ 4 ປູກ 4 ລ້ຽງອີງໃສ່ສະພາບເງື່ອນໄຂຂອງກົມກອງ ຊຶ່ງຜ່ານມາສາມາດເກັບກ່ຽວພືດຜັກລົ້ມລຸກ ຕາມລະດູການໄດ້ 5,235 ກິໂລ, ມີສັດລ້ຽງປະເພດງົວ-ຄວາຍ 46 ໂຕ, ມີລາຍຮັບຈາການຂາຍພືດ-ຜັກ, ສັດລ້ຽງ ແລະ ການບໍລິການອື່ນໆໄດ້ 216 ລ້ານກວ່າກີບ.
(ຂ່າວ: ບຸນເພັງ ວົງແກ້ວມະນີ)