ພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນສູງຂອງເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 14 ຕຸລາຜ່ານມາ ທີ່ສະໂມສອນຂອງເມືອງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ.
ໃນພິທີ, ທ່ານ ລຳຄູນ ວໍລະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງສອງຄອນ ກໍໄດ້ຜ່ານຜົນງານການນຳພາ-ຊີ້ນຳຂອງຄະນະພັກເມືອງສອງຄອນໃນໄລຍະຜ່ານມາ. ຈາກນັ້ນ, ຄະນະຈັດຕັ້ງແຂວງກໍໄດ້ຜ່ານຂໍ້ຕົກລົງຂອງທ່ນເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 332/ຈຂ, ລົງວັນທີ 26ກັນຍາ 2024, ໃນນີ້ ທ່ານເຈົ້າແຂວງສະຫວັນນະເຂດ ຕົກລົງຍົກຍ້າຍທ່ານ ລຳຄູນ ວໍລະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງສອງຄອນໄປປະຈຳການຢູ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 337/ຈຂ, ລົງວັນທີ 27 ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງພະນັກງານ. ໃນນີ້ ເຈົ້າແຂວງສະຫວັນນະເຂດ ຕົກລົງແຕ່ງຕັ້ງ ທ່ານ ລິນທອງ ບຸນທະມາລີ ເປັນວ່າການເຈົ້າເມືອງສອງຄອນ. ຈາກນັ້ນກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 2754/ຄປພຂ, ລົງວັນທີ 28 ກັນຍາ 2024. ໃນນີ້ ຄະນະປະຈຳພັກແຂວງໄດ້ຕົກລົງເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ລິນທອງ ບຸນທະມາລີ ເປັນວ່າການເລຂາພັກເມືອງສອງຄອນ.
ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດກໍໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມບັນຫາຮອບດ້ານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມພາຍໃນເມືອງສອງຄອນ, ທ່ານເນັ້ນໜັກໃຫ້ສະຫາຍວ່າການເລຂາພັກເມືອງ ວ່າການເຈົ້າເມືອງສອງຄອນ ຈົ່ງຍົກສູງບົດບາດການນຳພາໃຫ້ມີຄວາມໜັກແໜ້ນຂຶ້ນຕື່ມ, ສຳຄັນທີ່ສຸດແມ່ນການສ້າງຮາກຖານບ້ານໃຫ້ມີຄວາມເຂັ້ມແຂງ, ກຳແໜ້ນສະພາບຮອບດ້ານທຸກຂົງເຂດໃນຂັ້ນບ້ານ ໂດຍສະເພາະແມ່ນຄວາມສະຫງົບຂັ້ນພື້ນຖານຕິດພັນກັບການສ້າງເສດຖະກິດ ເຮັດໃຫ້ຄອບຄົວປະຊາຊົນຮັ່ງມີຂຶ້ນເທື່ອກ້າວ. ສ້າງໃຫ້ເມືອງສອງຄອນເປັນເມືອງຮັ່ງມີ ແລະກາຍເປັນແຫຼ່ງຜະລິດກະສິກຳໃນລະດັບແຖວໜ້າຂອງແຂວງສະຫວັນນະເຂດ.
ໃນໂອກາດນີ້, ທ່ານເຈົ້າແຂວງ ແລະ ຄະນະ ກໍໄດ້ພົບປະໂອ້ລົມອໍານາດການປົກຄອງ ແລະ ປະຊາຊົນບ້ານດອນຫວາຍ, ລົງຕິດຕາມໂຄງການຜະລິດເຂົ້າຢູ່ບ້ານທ່າຂາມຊຽນ ແລະ ລົງຕິດຕາມໂຄງການປູກຜັກປອດສານພິດຢູ່ບ້ານໜຶ່ງຂອນແກ່ນຕື່ມອີກ.
(ຂ່າວ: ສະຫວັນ)