ກອງປະຊຸມໃຫຍ່ຜູ້ແທນສະຫາພັນແມ່ຍິງເມືອງເລົ່າງາມ ແຂວງສາລະວັນ ຄັ້ງທີ VII ໄດ້ຈັດຂຶ້ນຢູ່ທີສະໂມສອນໃຫຍ່ຂອງເມືອງ ໃນວັນທີ 15 ຕຸລາຜ່ານມາ, ພາຍໄຕ້ການເປັນປະທານຂອງ ສະຫາຍ ນາງ ວາດສະໜາ ໂພໄຊຍະວົງ ປະທານກໍາມະການພັກແຂວງ ປະທານສະຫາພັນແມ່ຍິງແຂວງ,ສະຫາຍ ນາງ ວຽງໄຊ ແກ້ວວົງວິໄລວົງ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ໃຫ້ກຽດຮ່ວມມີສະຫາຍ ວຽງວິໄລຄໍາ ອຸດຕາສັກ ວ່າການເຈົ້າເມືອງໆເລົ່າງາມ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ສະຫາຍ ໃບສະຫວັນ ທອງແກ້ວມະນີ ຮອງປະທານສະຫະພັນແມ່ຍິງເມືອງ ໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ແລະ ຈຸດອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ; ຮັບຟັງການຜ່ານບົດສະຫຼູບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງເມືອງໄລຍະ 5 ປີຜ່ານມາ (2019-2024) ແລະ ແຜນ 5 ປີຕໍ່ໜ້າ (2025-2029) ການປະກອບຄໍາເຫັນກ່ຽວກັບການສ້າງລາຍຮັບເຂົ້າໃນຄອບຄົວເພື່ອຫຼຸດພົ້ນຈາກຄວາມທຸກຍາກ ພ້ອມນີ້ກໍໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ, ກົມກອງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ຈາກນັ້ນ, ປະທານສະຫະພັນແມ່ຍິງເມືອງ ພ້ອມດ້ວຍຄະນະໄດ້ຜ່ານບົດສໍາຫຼວດການນໍາພາ ແລະ ກ່າວລາໜ້າທີ່. ພ້ອມກັນນັ້ນ, ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງເມືອງ ຊຸດໃໝ່ ຈຳນວນ 23 ສະຫາຍ, ກອງປະຊຸມປະຖົມມະລຶກໄດ້ເລືອກເອົາ ສະຫາຍ ນາງ ວຽງໄຊ ແກ້ວວົງວິໄລວົງ ເປັນປະທານ, ສະຫາຍ ນາງ ໃບສະຫວັນ ທອງແກ້ວມະນີ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ຕ່ອງອ່ອນ ເປັນຄະນະແມ່ຍິງເມືອງຊຸດໃໝ່.
(ຂ່າວ-ພາບ: ວົງດາລາ ຈັນທະວົງ)