ວັນທີ 16 ຕຸລານີ້ ຢູ່ທີ່ຫ້ອງວ່າການປົກຄອງແຂວງ ຫຼວງນໍ້າທາ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 17 ສະໄໝທີ 8, ໂດຍການເປັນປະທານຂອງສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ, ມີຄະນະປະຈຳພັກແຂວງ, ກໍາມະການພັກແຂວງເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2024, ໃນໄລຍະ 9 ເດືອນຜ່ານມາ ຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຕ່ລະຂັ້ນ ໄດ້ເປັນເຈົ້າການຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດແຜນວຽກຈຸດສຸມ ປີ 2024 ເປັນຕົ້ນແມ່ນ: ການກະກຽມ ແລະ ດໍາເນີນກອງປະຊຸມໃຫຢ 3 ຂັ້ນຂອງພັກ; ການກຳນົດທິດທາງ ແລະ ສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 (2026-2030) ຂອງບັນດາເມືອງ, ພະແນກການ, ອົງການ ເພື່ອສັງລວມເປັນແຜນພັດທະນາເສດຖະກິດ - ສັງຄົມຂອງແຂວງ. ພ້ອມດຽວກັນນັ້ນ ກໍໄດ້ສຸມໃສ່ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 13/ນຍ, ລົງວັນທີ 29 ສິງຫາ 2023 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເປັນຕົ້ນແມ່ນ: ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການຂຸດຄົ້ນລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການ, ການປະຕິບັດລາຍຈ່າຍຢ່າງມີຈຸດສຸມ, ຄຸ້ມຄອງລາຄາສິນຄ້າ, ແກ້ໄຂບັນຫາເງິນເຟີ້, ຊຸກຍູ້ສົ່ງເສີມການຜະລິດ ແລະ ການບໍລິການ, ປັບປຸງສະພາບແວດລ້ອມ - ສິ່ງອໍານວຍຄວາມສະດວກ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວພາຍໃນແຂວງຫຼາຍຂຶ້ນ, ປັບປຸງກົງຈັກການຈັດຕັ້ງບາງພະແນກການ, ກຳນົດວິທີແກ້ໄຂບັນຫາການປະລະການຮຽນ, ບັນຫາຂາດແຄນແຮງງານ ໃຫ້ເປັນຮູບປະທຳ; ຊ່ວຍເຫຼືອ, ແກ້ໄຂຜົນກະທົບໄພພິບັດນໍ້າຖ້ວມ ແລະ ວາງແຜນຟື້ນຟູ, ແຜນຮັບມືທີ່ອາດຈະເກີດຂຶ້ນໃນຕໍ່ໜ້າຢ່າງມີປະສິດທິຜົນ.
ສ່ວນທິດທາງແຜນການ 3 ເດືອນທ້າຍປີ 2024 ເສີມຂະຫຍາຍດ້ານດີ ແລະ ແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງ ຈະໄດ້ພ້ອມກັນສູ້ຊົນການຈັດຕັ້ງປະຕິບັດວຽກງານຈຸດສຸມ, ສືບຕໍ່ລົງຊຸກຍູ້, ຕິດຕາມການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ 5 ເມືອງ ແລະ 2 ກອງບັນຊາການ ຂອງອະນຸກໍາມະການເນື້ອໃນ ແລະ ອະນຸກໍາມະການບຸກຄະລາກອນໃຫ້ສຳເລັດຕາມແຜນ, ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃຫ້ທົ່ວເຖິງ ແລະ ເປັນໜ້າທີ່ທົ່ວປວງຊົນຮອບດ້ານ, ຝຶກແອບການທະຫານ-ການເມືອງ, ພາລາທິການ ແລະ ເຕັກນິກ ໃຫ້ບັນດາກົມກອງທະຫານ, ກອງຫຼອນ, ນັກສຶກສາ, ກວດກາ-ຄຸ້ມຄອງສໍາມະໂນຄົວ, ຄົນເຂົ້າ-ອອກເມືອງ, ຈັດຕັ້ງກຳລັງປ້ອງກັນເວນຍາມສໍານັກງານຫ້ອງການ, ວັນສຳຄັນຂອງພັກ, ຂອງຊາດ, ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອຮັບປະກັນເຮັດໃຫ້ແຂວງຫຼວງນໍ້າທາ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ.
ກອງປະຊຸມຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກວດກາພັກ-ອົງການກວດກາລັດແຂວງ. ລາຍງານຄວາມພ້ອມເພື່ອກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ 5 ເມືອງ, ຂອງສອງກອງບັນຊາການ ປກຊ-ປກສ ແຂວງ, ຄວາມພ້ອມເພື່ອກະກຽມດຳເນີນກອງປະຊຸມໃຫຍ່, ຄວາມຄືບໜ້າການກະກຽມກອງປະຊຸມໃຫຍ່ຂອງບັນດາອົງການຈັດຕັ້ງມະຫາຊົນ. ລາຍງານການແກ້ໄຂຜົນກະທົບໄພພິບັດນໍ້າຖ້ວມ ແລະ ວາງແຜນຟື້ນຟູ ແຜນຮັບມືໃນຕໍ່ໜ້າ, ພ້ອມນັ້ນຜູ້ເຂົ້າຮ່ວມຍັງໄດ້ ປະກອບຄຳຄິດຄຳເຫັນໃສ່ແຕ່ລະວຽກງານໃຫ້ມີເນື້ອໃນເລີກເຊີງຕື່ມອີກ.
(ຂ່າວ: ມຸນຕີ)