
VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈິມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນໂຮ່ຈິມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.
ການເຊື່ອມຕໍ່ທາງອາກາດຫວຽດນາມ - ອິນເດຍ: ການເຕີບໂຕຢ່າງແຂງແຮງນັບແຕ່ປີ 2019, VietJet ພ້ອມຂະຫຍາຍຕາໜ່າງການບິນລະຫວ່າງຫວຽດນາມ ແລະ ອິນເດຍ. ດ້ວຍການເປີດຕົວເສັ້ນທາງການບິນໂດຍກົງໃໝ່ ນະຄອນໂຮ່ຈິມິນ – Hyderabad ແລະ ນະຄອນໂຮ່ຈິມິນ – Bengaluru ເສັ້ນທາງໃໝ່ນີ້ຄາດວ່າຈະເພີ່ມທະວີການເຊື່ອມຕໍ່ທາງອາກາດລະຫວ່າງສອງປະເທດ ເພື່ອຊຸກຍູ້ການທ່ອງທ່ຽວ, ການຮ່ວມມືທາງທຸລະກິດ ແລະ ການເຂົ້າເຖິງພາກພື້ນທີ່ດີກວ່າ.
ການເພີ່ມເສັ້ນທາງດັ່ງກ່າວ, VietJet ໄດ້ເສີມຂະຫຍາຍທ່າທີຂອງຕົນໃຫ້ເປັນສາຍການບິນທີ່ມີເຄືອຂ່າຍຖ້ຽວບິນກວ້າງຂວາງທີ່ສຸດລະຫວ່າງຫວຽດນາມ ແລະ ອິນເດຍ. ສາຍການບິນດັ່ງກ່າວມີ 10 ຖ້ຽວບິນໃນ 78 ອາທິດ, ເຊື່ອມຕໍ່ນະຄອນໂຮ່ຈິມິນ, ນະຄອນຫຼວງຮ່າໂນ້ຍ ແລະ ດານັງ ກັບນະຄອນໃຫຍ່ຂອງອິນເດຍລວມມີ New Delhi, Mumbai, Ahmedabad, Kochi, Hyderabad ແລະ Bengaluru.
ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງດັ່ງກ່າວ, VietJet ໄດ້ຈັດຕັ້ງໂປຣໂມຊັນພິເສດຮອດວັນທີ 24 ມີນາ 2025, ຊຶ່ງຜູ້ໂດຍສານສາມາດຈອງປີ້ Eco-Class ໃນເສັ້ນທາງນະຄອນໂຮ່ຈິມິນ - Hyderabad/Bengaluru ແລະ ເລີ່ມຕົ້ນພຽງແຕ່ $0. (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບຖ້ຽວບິນລະຫວ່າງວັນທີ 1 ມິຖຸນາ – 15 ຕຸລາ 2025 (ບໍ່ລວມວັນພັກລັດຖະການ ແລະ ລະດູຮ້ອນ).
ເພີ່ມທະວີການເຊື່ອມຈອດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ: 10 ເສັ້ນທາງການບິນໂດຍກົງ, VietJet ກໍາລັງເພີ່ມທະວີການເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ດ້ວຍການເປີດເສັ້ນທາງການບິນໃໝ່ ນະຄອນໂຮ່ຈິມິນ – Nagoya ແລະ ນະຄອນໂຮ່ຈິມິນ – Fukuoka ຊຶ່ງແມ່ນຕົວເມືອງໃຫຍ່ອັນດັບ 3 ແລະ 4 ໃນດິນແດນຕາເວັນອອກສ່ຽງເໜືອ ໃນຖານະທີ່ນະຄອນໂຮ່ຈິມິນ ເປັນສູນທ່ອງທ່ຽວຂອງພາກພື້ນ. ເສັ້ນທາງໃໝ່ເຫຼົ່ານີ້ຈະຊ່ວຍຊຸກຍູ້ ການເດີນທາງ ການຂະຫຍາຍຕົວທາງເສດຖະກິດ ແລະການພົວພັນວັດທະນະທໍາລະຫວ່າງອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກສ່ຽງເໜືອ ລວມທັງພາກພື້ນ.
ເສັ້ນທາງນະຄອນໂຮ່ຈິມິນ-Nagoya ການບໍລິການຈະເລີ່ມວັນທີ 24 ເມສາ 2025, ໃນຂະນະທີ່ເສັ້ນທາງ ນະຄອນ ໂຮ່ຈິມິນ – Fukuoka ກຳນົດຈະເລີ່ມປະຕິບັດງານແຕ່ວັນທີ 25 ເມສາ 2025. ໂດຍເສັ້ນທາງການບິນໃໝ່ນີ້, VietJet ຈະດຳເນີນການບິນໂດຍກົງ 10 ເສັ້ນທາງລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ດ້ວຍຖ້ຽວບິນ 138 ຖ້ຽວຕໍ່ອາທິດຊຶ່ງເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ກັບ Tokyo, Osaka, Nagoya, Fukuoka ແລະ Hiroshima.
ເພື່ອເປັນການສະເຫຼີມສະຫຼອງເສັ້ນທາງໃໝ່, VietJet ພວມເປີດໂປຣໂມຊັນພິເສດສຳລັບທຸກເສັ້ນທາງ ລະຫວ່າງຍີ່ປຸ່ນ-ຫວຽດນາມ ຈົນຮອດວັນທີ 26 ມີນາ 2025, ຜູ້ໂດຍສານສາມາດຈອງປີ້ Eco-class ເລີ່ມຕົ້ນພຽງແຕ່ 0 ໂດລາ. (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບຖ້ຽວບິນລະຫວ່າງວັນທີ 24 ເມສາ – 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ ແລະ ລະດູຮ້ອນ), ຜູ້ໂດຍສານຈາກປະເທດລາວສາມາດຮັບປະໂຫຍດຈາກຂໍ້ສະເໜີພິເສດນີ້ເມື່ອຈອງຖ້ຽວບິນໄປ ອິນເດຍ ແລະ ຍີ່ປຸ່ນ ຜ່ານບັນດາຕົວເມືອງໃຫຍ່ຂອງ ຫວຽດນາມ. ປັດຈຸບັນ VietJet ພວມດຳເນີນການບິນ ປະຈໍາວັນຈາກນະຄອນຫຼວງວຽງຈັນໄປນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ຊຶ່ງເປັນສູນກາງເສດຖະກິດ ແລະ ນະຄອນຫຼວງຂອງຫວຽດນາມ. ຈາກສອງເມືອງນີ້ ຜູ້ໂດຍສານສາມາດເດີນທາງຜ່ານເຄືອຂ່າຍການບິນຂອງ VietJet ໄດ້ຢ່າງສະດວກສະບາຍທີ່ກວມເອົາບັນດາຈຸດໝາຍປາຍທາງທີ່ມີຄວາມນິຍົມໃນທົ່ວຫວຽດນາມ ແລະ ພາກພື້ນອາຊີປາຊີຟິກ.
ຂ່າວ: ຕຸໄລເພັດ