ລະຫວ່າງວັນທີ 24-25 ມີນາຜ່ານມາ, ຄະນະຜູ້ແທນຂັ້ນສູງແຂວງອັດຕະປື ສປປ ລາວນໍາໂດຍ ສະຫາຍ ບຸນເສີດ ເສດທິລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ແລະ ຄະນະຜູ້ແທນຂັ້ນສູງແຂວງກວາງນາມ ສສ ຫວຽດນາມນຳໂດຍ ສະຫາຍ ຟາມຖາຍບິ່ງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນາມ ໄດ້ພົບປະຄະນະຜູ້ແທນທັງສອງຝ່າຍ ແລະ ຮ່ວມລົງນາມສັນຍາການຮ່ວມມືຮອບດ້ານ ຂຶ້ນທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງ ກວາງນາມ.
ການພົບປະຄັ້ງນີ້, ຕາງໜ້າຄະນະຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງຕົນ ແລະ ໄດ້ລາຍງານກ່ຽວກັບທ່າແຮງບົ່ມຊ້ອນ, ຂົງເຂດທີ່ເຫັນວ່າເໝາະສົມ ແລະ ເປັນທ່າແຮງໃນການລົງທຶນໃຫ້ອິກຝ່າຍຮັບຊາບ. ທັງນີ້, ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ເວົ້າລວມ, ເວົ້າສະເພາະແມ່ນສາຍພົວພັນຮ່ວມມືລະຫວ່າງ ແຂວງກວາງນາມ ແລະ ແຂວງອັດຕະປື ໃຫ້ກ້າວເຂົ້າສູ່ລະດັບໃໝ່ ຢ່າງຖືກຕ້ອງຕາມລັກການຂອງພັກ. ດັ່ງນັ້ນ, ອົງການປົກຄອງແຂວງອັດຕະປື ແລະ ຄະນະກໍາມະການປະຊາຊົນແຂວງ ກວາງນາມ ຈຶ່ງໄດ້ເຫັນດີເປັນເອກະພາບລົງນາມຂໍ້ຕົກລົງການຮ່ວມມື ຊຶ່ງປະກອບມີບັນດາຂົງເຂດວຽກງານທີສຳຄັນດັ່ງນີ້: ຮ່ວມມືດ້ານການເມືອງ, ຮ່ວມມືດ້ານການຄ້າ ແລະ ການລົງທຶນ, ຮ່ວມມືດ້ານຄົມມະນາຄົມ-ຂົນສົ່ງ, ສົ່ງອອກ-ນໍາເຂົ້າສິນຄ້າ ແລະ ຮ່ວມມືພັດທະນາຊັບພະຍາກອນມະນຸດ. ໃຫ້ກຽດລົງນາມຄັ້ງນີ້, ຕາງໜ້າອົງການປົກຄອງແຂວງອັດຕະປືແມ່ນ ສະຫາຍ ບຸນເສີດ ເສດທິລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ແລະ ຕາງໜ້າຄະນະກຳມະການປະຊາຊົນແຂວງກວາງນາມແມ່ນ ສະຫາຍ ຟາມຖາຍບິ່ງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນາມ.
ໃນໂອກາດນີ້, ຄະນະຜູ້ແທນແຂວງອັດຕະປື ຍັງໄດ້ເຂົ້າຮ່ວມ ງານສະເຫຼີມສະຫຼອງ ວັນປົດປ່ອຍແຂວງກວາງນາມ ຄົບຮອບ 50 ປີ (24/03/1975-24/03/2025) ແລະ ວັນສ້າງຕັ້ງຄະນະພັກແຂວງກວາງນາມ ຄົບຮອບ 95 ປີ (28/03/1930-28/03/2025).
(ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ)