ໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ(22/3/1955-22/3/2025), ສະຫາຍ ກິມ ເຈິງ ອຸນເລຂາທິການໃຫຍ່ພັກແຮງງານເກົາຫຼີປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວປະທານປະເທດ ແຫ່ງ ສປປ ລາວຊຶ່ງມີເນື້ອໃນດັ່ງນີ້:
ເນື່ອງໃນໂອກາດວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກ ແລະ ສະມາຊິກພັກ ທຸກຖ້ວນໜ້າຂອງ ພັກປະຊາຊົນ ປະຕິວັດລາວ.
ການສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ໃນ 70 ປີກ່ອນໜ້ານີ້ ໄດ້ເປັນຈຸດຫັນປ່ຽນທີ່ສໍາຄັນ ໃນການຕໍ່ສູ້ຂອງປະຊາຊົນລາວ ເພື່ອກອບກູ້ເອກະລາດຂອງປະເທດຊາດ ແລະ ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນທີ່ເຫັນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງຂອງ ພັກປະຊາຊົນ ປະຕິວັດລາວຊຶ່ງມີ ສະຫາຍ ເປັນຜູ້ນຳສູງສຸດ, ປະຊາຊົນລາວ ຍາດໄດ້ຜົນສໍາເລັດທີ່ໜ້າອັດສະຈັນ ໃນການຕໍ່ສູ້ ເພື່ອຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ ແລະ ສອງປະເທດພວກເຮົາ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເພີ່ມພູນຄູນສ້າງໃນບົນເສັ້ນທາງຮ່ວມເພື່ອພາລະກິດສັງຄົມນິຍົມ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ໃຫ້ແທດເໝາະກັບຄວາມມຸ່ງມາດປາຖະໜາ ຂອງປະຊາຊົນສອງຊາດ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງບັນລຸຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບຂອງ ສະຫາຍ.