ຂ່າວຕ່າງປະເທດລາຍງານໃນວັນທີ 24 ມີນາ ຜ່ານມາວ່າ: ອົງການວິທະຍາສາດສຸຂະພາບ ແລະອົງການກວດຄົນເຂົ້າເມືອງ ແລະ ດ່ານກວດ ຂອງສິງກະໂປ ປະກາດຢຶດຢາສູບໄຟຟ້າ ມູນຄ່າ 2 ແສນກວ່າໂດລາສິງກະໂປ ຊຶ່ງກຽມນຳມາຈຳໜ່າຍໃນສິງກະໂປ.
ຢາສູບໄຟຟ້າເຫຼົ່ານີ້ຖືກຢຶດໄດ້ຈາກການປະຕິບັດງານ 2 ຄັ້ງ, ໂດຍໃນວັນທີ 28 ກຸມພາ ຜ່ານມາ ອົງການວິທະຍາສາດສຸຂະພາບ ກວດພົບຢາສູບໄຟຟ້າປະມານ 5,000 ອັນ ທີ່ສາງແຫ່ງໜຶ່ງໃນເຂດຊຸນເກາະ ຄາດຸ ທາງພາກເໜືອຂອງສິງກະໂປ ພ້ອມ​ຈັບ​ກຸມ​ຜູ້​ຊາຍ 2 ຄົນ ອາຍຸ 31 ປີ ​ແລະ 32 ປີ.
​ໃນ​ການ​ປະຕິບັດ​ງານ​ຄັ້ງ​ທີ 2 ​ໃນ​ວັນ​ທີ 1 ມີນາ ຜ່ານມາ, ​ເຈົ້າ​ໜ້າ​ທີ່​ຈາກ​ກົມ​ກວດ​ຄົນ​ເຂົ້າ​ເມືອງ ແລະ ດ່ານ​ກວດ​ຄົນ​ເຂົ້າ​ເມືອງ​ທູອັສ ​ໄດ້​ເອີ້ນ​ລົດ​ບັນທຸກ​ທີ່​ເດີນທາງ​ເຂົ້າ​ສິງກະ​ໂປ​ເພື່ອ​ກວດກາ​ຢ່າງ​ລະອຽດ​ແລະ​​ພົບວ່າມີຢາສູບໄຟຟ້າປະມານ 4,800 ອັນ​ຢູ່ພາຍ​ໃນ ຊຶ່ງຂະນະນີ້ຜູ້ຂັບຂີ່ ເພດຊາຍ ອາຍຸ 24 ປີ ກຳລັງໃຫ້ການຮ່ວມມື ໃນການສືບສວນ-ສອບສວນ.
ສິງກະ​ໂປ​ໄດ້ສັ່ງ​ຫ້າມ​​ການ​ນຳ​ເຂົ້າ, ຈຳໜ່າຍ, ແຈກຢາຍ, ​ຄອບ​ຄອງ, ນຳ​ໃຊ້ ​ແລະ ການຊື້​ຢາສູບໄຟຟ້າ ​ແລະ ຜະລິດ​ຕະພັນຢາສູບ​ປອມ​ອື່ນໆ ຢ່າງເຂັ້ມງວດ ​ເພື່ອ​ປົກ​ປ້ອງ​ສຸຂະພາບ​ຂອງ​ປະຊາຊົນ​ໃນ​ປະ​ເທດ.