ຂ່າວຕ່າງປະເທດລາຍງານໃນວັນທີ 24 ມີນາ ຜ່ານມາ; ກະຊວງການເງິນ ຂອງ​ຟີ​ລິບ​ປິນ​ລາຍ​ງານວ່າ: ປັດຈຸ​ບັນ, ຟີລິບໄດ້​ຍົກ​ເວັ້ນອາກອນ​ມູນ​ຄ່າ​ເພີ່ມ (VAT) ສຳລັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ. ຫຼັງ​ຈາກ​ທີ່​ໄດ້​ມີການລົງ​ນາມ​ກົດລະບຽບ ແລະ ຂໍ້ບັງຄັບຄືນ​VATໃຫ້​ແກ່ນັກທ່ອງທ່ຽວ​ທີ່​ບໍ່ມີທີ່​ຢູ່ອາໄສ​ໃນ​ປະ​ເທດ​ເພື່ອ​ກະຕຸ້ນການທ່ອງທ່ຽວ​ແລະ ນັກທ່ອງ​ທ່ຽວ​ຕ່າງປະ​ເທດ​ໃຊ້​ຈ່າຍເງິນ​ໃນ​ຟີ​ລິບ​ປິນ​ເພີ່ມຫຼາຍ​ຂຶ້ນ.
ກະຊວງດັ່ງກ່າວລະບຸວ່າ: ນັກທ່ອງທ່ຽວທີ່ບໍ່ມີທີ່ຢູ່ອາໄສໃນປະເທດ ຫຼືຜູ້ຖືໜັງສືຜ່ານແດນຕ່າງປະເທດສາມາດຂໍVAT ສໍາລັບສິນຄ້າທີ່ຊື້ພາຍໃນປະເທດຈາກຮ້ານຄ້າທີ່ໄດ້ຮັບການຢັ້ງຢືນ ຊຶ່ງມູນຄ່າທັງໝົດຕ້ອງຕໍ່າກວ່າ 3,000 ເປໂຊ, ໂດຍສໍາລັບສິນຄ້າທີ່ຕ້ອງຂໍຄືນVATຕ້ອງນຳອອກຈາກຟີລິບປິນພ້ອມກັບນັກທ່ອງທ່ຽວພາຍໃນ 60 ວັນນັບຈາກມື້ຊື້.
ການຄືນVAT ສຳລັບນັກທ່ອງທ່ຽວຕ່າງປະເທດແມ່ນນຳໃຊ້ໄດ້ກັບສິນຄ້າຂາຍຍ່ອຍ ແລະ ສິນຄ້າທີ່ຈັບຕ້ອງໄດ້ເທົ່ານັ້ນເຊັ່ນ: ເຄື່ອງນຸ່ງ ແລະ ເຄື່ອງແຕ່ງກາຍ, ອຸ​ປະ​ກອນ​ເອ​ເລັກ​ໂຕຣ​ນິກ, ​ອຸ​ປະ​ກອນ​ເສີມຂະ​ໜາດ​ນ້ອຍ​, ເຄື່ອງປະດັບ​, ຂອງ​ທີ່​ລະ​ນຶກ​, ອາ​ຫານ​ຫຼື​ເຄື່ອງ​ອຸ​ປະ​ໂພກທີ່​ບໍ່​ແມ່ນ​ອາ​ຫານ​ແລະ​ຜະ​ລິດ​ຕະ​ພັນ​ອື່ນໆ​ທີ່​ມີ​ຈຸດ​ປະ​ສົງ​ສໍາ​ລັບ​ການ​ນໍາ​ໃຊ້​ສ່ວນ​ບຸກ​ຄົນ.