ເພື່ອເປັນການສ້າງໂອກາດ ແລະ ເປັນບອ່ນສຶກສາຮຽນຮູ້ໃຫ້ແກ່ລຸກຫຼານ ຂອງປະຊາຊົນທີ່ພິການທາງຫູໜອກ ແລະ ປາກກຶກ ຢູ່ໃນສັງຄົມເພື່ອບໍ່ເປັນພາລະໃຫ້ແກ່ຄອບຄົວ ແລະ ສັງຄົມ ໃນການຮັບຮູ້ເຖິງສະພາບດ້ານການໄດ້ຍິນ.
ນາງ ໂສພາພອນ ເຮືອງລິດ ອໍານວຍການ ສູນວິຊາຊິບຄົນຫູໜວກ ມືແຫ່ງຄວາມຫັວງ ໄດ້ກ່າວລາຍງານວ່າ: ສູນວິຊາຊິບຄົນຫູໜວກ ມືແຫ່ງຄວາມຫັວງ ແມ່ນເພື່ອເປັນບ່ອນຝຶກວິຊາຊິບໃຫ້ແກ່ຄົນຫູໜວກທົ່ວປະເທດລາວເພື່ອໃຫ້ເຂົາເຈົ້າມີວຽກເຮັດງານທຳ ແລະ ໄດ້ເຂົ້າເຖິງໃນການດຳລົງຊີວິດຢູ່ໃນສັງຄົມ ແລະ ໄດ້ຮັບໂອກາດຈາກສັງຄົມ, ສຳລັບສູນແຫ່ງນີ້ແມ່ນຢູ່ໃນກຳລັງການກໍ່ສ້າງ ແລະ ການຊອກລະດົມທຶນໃນການສະໜັບສະໜູນສ້າງອາຄານຂອງພວກເຮົາ ມາຮອດປັດຈຸບັນການກໍ່ສ້າງແມ່ນສຳລັດ 75%, ການສ້າງສູນວິຊາຊິບຄົນຫູໜວກ ມືແຫ່ງຄວາມຫັວງ ແມ່ນສ້າງຂຶ້ນດ້ວຍແຮງບັນດາໃຈຈາກສະມາຊິກຄົນຫູ
ໜວກເພື່ອໃຫ້ເຂົ້າເຈົ້າມີວິຊາຊິບ ແລະ ປະສົບຜົນສຳເລັດໃນຊີວິດ, ເພື່ອບໍ່ໃຫ້ເຂົ້າເຈົ້າຮູ້ສຶກໂດດດ່ຽວໃນການດຳລົງຊີວິດຢູ່ໃນສັງຄົມ, ມີຄວາມເຂັ້ມແຂງ ແລະ ໃຫ້ເຂົາເຈົ້າດຳລົງຊີວິດຢູ່ໃນສັງຄົມໄດ້.
ທ່ານ ຣັນຈັ່ງ ເປັນຜູ້ໜຶ່ງທີ່ໄດ້ມອບທຶນການຊວ່ຍເຫຼືອສ້າງສູນວິຊາຊິບຄົນຫູ
ໜວກ ມືແຫ່ງຄວາມຫັວງ ຊຶ່ງຜູ້ກຽ່ວໄດ້ມາຢຽ້ມຢາມ ແລະ ມາເຫັນສະພາບຂອງຄົນຫູໜວກຢູ່ລາວ ແລະ ມີແນວຄິດ ຢາກຊວ່ຍໃນການສ້າງສຸນເພື່ອເປັນບອ່ນຮຽນຮູ້ໃຫ້ແກ່ຄົນພິການຈຶ່ງໄດ້ກັບໄປ ທີ່ ສ ເກົາຫຼີ ແລະ ໄດ້ຊອກຫາແຫ່ງທຶນຈຳນວນໜຶ່ງໂດຍການລະດົມທຶນນໍາພີ່ນອ້ງ ໜູ່ເພື່ອນເພື່ອມາຊ່ວຍເຫຼືອໃນການສ້າງສູນແຫ່ງນີ້ຂຶ້ນເພື່ອເປັນບອ່ນສຶກສາຮຽນຮູ້ໃຫ້ແກ່ຜູ້ພິການທາງໄດ້ຍິນ. ການປະກອບສ່ວນດ້ານທຶນຮອນ ຈໍານວນໜຶ່ງເຖິງແມ່ນວ່າຈະບໍ່ຫຼາຍກໍໄດ້ເປັນການປະກອບສວ່ນຊວ່ຍຄົນພິການທາງໄດ້ຍິນ ແລະ ກໍຖືວ່າຊ່ວຍເຫຼືອທາງຄອບຄົວຜູ້ພິການໃນການໄດ້ຮັບຮູ້ ແລະ ບໍ່ເປັນພາລະທາງຄອບຄົວ ແລະ ສັງຄົມໃນການສື່ສານກັບສັງຄົມ.
ນາງ ຈັນສົດ ສົມງາມ ແມ່ນໜຶ່ງ ພິການທາງໄດ້ຍິນ(ພິການທາງຫູໜວກ)ໄດ້ກ່າວວ່າ: ສູນວິຊາຊິບຄົນຫູໜວກ ມືແຫ່ງຄວາມຫັວງ ແຫ່ງນີ້ຈະເປັນບອ່ນສິດສອນໃຫ້ຄວາມຮູ້ແກ່ຜູ້ພິການທາງຫູໜວກ ໄດ້ຮູ້ເຖິງສະພາບການຕ່າງໆໃນສັງຄົມໃນການສື່ສານ ແລະ ເປັນບ່ອນຮຽນຮູ້ໃຫ້ແກ່ຕົນເອງເມືອອອກຈາກສູນໄປຈະໄດ້ປະກອບອາຊິບໃຫ້ແກ່ຕົນເອງໂດຍສະເພາະແມ່ນອົງກອນທີ່ຕອ້ງການຄົນພິການດ້ານຫູໜວກ ,ໃນເມືອກ່ອນຕົນເອງກໍພົບກັບຄວາມຫຍຸ່ງຍາກໃນການດໍາລົງຊີວິດ ແລະ ເປັນພາລະໃຫ້ແກ່ຄອບຄົວ ແລະ ສັງຄົມ ຕົນເອງກໍໄດ້ມາຮຽນໃນສູນເພື່ອຊອກຫາບົດຮຽນ ຈົນກາຍເປັນຜູ້ສິດສອນໃຫ້ແກ່ຮຸ່ນນອ້ງທີ່ເຂົ້າມາຮຽນໃນສູນແຫ່ງນີ້. (ຂ່າວ,ພາບ: ບຸນອູ້ມ: ບຸນຕອມ)