
ພິທີິປະກາດຮັບຮອງ ບ້ານຫ້ວຍໄມ້ຊາງ ເມືອງປາກທາ ແຂວງບໍ່ແກ້ວ ເປັນບ້ານສາມັກຄີປອງດອງ ໄດ້ຈັດຂຶ້ນໃນວັນທີ 25 ມີນາຜ່ານມາ, ທີ່ເດີ່ນໂຮງຮຽນປະຖົມບ້ານຂອງຕົນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງ.
ທ່ານ ຄໍາດີ ຊົງ ນາຍບ້ານຫ້ວຍໄມ້ຊາງ ໄດ້ກ່າວວ່າ: ບ້ານຫ້ວຍໄມ້ຊາງ ເປັນບ້ານໜຶ່ງໃນຈຳນວນ 34 ບ້ານ ຂອງເມືອງປາກທາ ເປັນບ້ານຊົນເຜົ່າມົ້ງ, ຕັ້ງຫ່າງຈາກເທດສະບານເມືອງປາກທາ 45 ກິໂລແມັດ, ປັດຈຸບັນ ມີ 4 ໜ່ວຍ, ມີ 45 ຫຼັງຄາ, ມີພົນລະເມືອງທັງໝົດ 218 ຄົນ ຍິງ 101 ຄົນ, ມີ 2 ຊົນເຜົ່າຄື: ມົ້ງ, ລາວ, ເຜົ່າມົ້ງກວມເອົາ 95% ຂອງພົນລະເມືອງທັງໝົດ, ປະຊາຊົນສ່ວນໃຫຍ່ຢຶດຖືອາຊີບ ກະສິກໍາປູກຝັງ, ລ້ຽງສັດເປັນຕົ້ນຕໍ ແລະ ບໍລິການຄ້າຂາຍເປັນສໍາຮອງ, ສະເລ່ຍລາຍຮັບຂອງພໍ່ແມ່ປະຊາຊົນພາຍໃນບ້ານໄດ້ 10 ລ້ານກວ່າກີບ/ຄົນ/ປີ. ຜ່ານຂະບວນການສ້າງຄອບຄົວ, ບ້ານສາມັກຄີປອງດອງ ຊຶ່ງສະຫຼຸບຕີລາຄາໄດ້ດັ່ງນີ້: ປະຊາຊົນພາຍໃນບ້ານມີຄວາມຕື່ນຕົວທາງດ້ານການເມືອງ-ແນວຄິດ, ບັນດາປະກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂຢ່າງເດັດຂາດ, ພາຍໃນບ້ານມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນພາຍໃນບ້ານມີຄວາມສາມັກຄີເປັນເອກະພາບ, ຄະນະປົກຄອງບ້ານພ້ອມກັນປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດໄດ້ເປັນຢ່າງດີ, ມີຄອບຄົວໄດ້ຄະແນນດີເລີດ ໃນ 4 ມາດຖານ, ມີ 15 ຄອບຄົວ ແລະ ໄດ້ຄະແນນດີ ໃນ 4 ມາດຖານ.
ພິທີກໍໄດ້ຜ່ານຂໍ້ຕົກລົງ ຂອງທ່ານ ເຈົ້າເມືອງປາກທາ ວ່າດ້ວຍການຢັ້ງຢືນຮັບຮອງເອົາຄອບຄົວສາມັກຄີປອງດອງປະຈໍາປີ 2025 ຈໍານວນ 45 ຄອບຄົວ ພ້ອມທັງມອບໃບຢັ້ງຢືນໂດຍແມ່ນ ທ່ານ ທອງຈັນ ອິນທະພອນ ປະທານແນວລາວສ້າງຊາດເມືອງເປັນຜູ້ມອບ, ຈາກນັ້ນ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງບໍ່ແກ້ວ ວ່າດ້ວຍການຮັບຮອງເອົາບ້ານ ຫ້ວຍໄມ້ຊາງ ເປັນບ້ານສາມັກຄີປອງດອງ ພ້ອມທັງມອບໃບຢັ້ງຢືນ, ຮັບໂດຍແມ່ນ ທ່ານ ຄໍາດີ ຊົງ ແລະ ໃຫ້ກຽດມອບໂດຍ ທ່ານ ຄໍາຈັນ ອິນທະຈັກ.
(ພາບ-ຂ່າວ: ວັນນະເດດ ນັກຂ່າວ)