ພິທີມອບ-ຮັບໂຄງການກໍ່ສ້າງຫ້ອງນໍ້າສາທາລະນະ ຢູ່ບໍລິເວນພູສີ, ບໍລິເວນວັດຖໍ້າ ນະຄອນ-ຫຼວງພະບາງ (ເບື້ອງນໍ້າຄານ) ໄດ້ຈັດຂຶ້ນວັນທີ 15 ກຸມພາ ຜ່່ນມາ ໂດຍມີທ່ານ ວົງດາວອນ ວົງໄຊຍະລາດ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ, ທ່ານ ວອນຮະຢອງ ລີ ເລຂາທິການ ສະມາຄົມຫ້ອງນໍ້າໂລກ ຜູ້ໃຫ້ທຶນກໍ່ສ້າງ, ມີຕາງໜ້າຫ້ອງວ່າການແຂວງ, ອົງການປົກຄອງບ້ານເຂົ້າຮ່ວມ.
ທ່ານ ວັນສະເຫຼີມ ອູ່ນທວງ ອຳນວຍການບໍລິສັດ ໂຊກເມືອງຫຼວງສຳຫຼວດ, ອອກແບບ, ກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ຈຳກັດ ໄດ້ລາຍງານຜົນສໍາເລັດການກໍ່ສ້າງ ຫ້ອງນໍ້າສາທາລະນະ ຢູ່ພູສີ (ເບື້ອງນ້ຳຄານ) ມີມູນຄ່າ 35.000 ໂດລາ, ມີຂະໜາດ 3,3 ແມັດ x 6 ແມັກ, ເປັນອາຄານຊັ້ນດຽວ, ໂຄງສ້າງເບຕົ່ງເສີມເຫຼັກ ແບບຖາວອນ, ປະກອບມີ 5 ຫ້ອງ. ໄດ້ເລີ່ມກໍ່ສ້າງຕັ້ງແຕ່ວັນທີ 10 ຕຸລາ 2023 ຈົນເຖິງວັນທີ 10 ກຸມພາ 2024 ລວມໄລຍະການກໍ່ສ້າງ 120 ວັນ ແມ່ນສໍາເລັດ 100%. ຈາກນັ້ນ, ຜູ້ແທນເຂົ້າຮ່ວມ ກໍໄດ້ຮ່ວມກັນ ຕັດແຖບຜ້າ ເພື່ອເປີດນໍ້າໃຊ້ ຫ້ອງນໍ້າ ດັ່ງກ່າວຢ່າງເປັນທາງການ.
(ຂ່າວ: ເພັດສາຄອນ ສິມມະວົງ)