
ໃນວັນທີ 28 ມີນານີ້ ທີ່ສະໂມສອນເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເສວະນາ ກ່ຽວກັບການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ທີ່ຕິດພັນກັບການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ປີ 2025-2029 ໃຫ້ກຽດເຂົ້າຮ່ວມເປັນປະທ່ານຂອງ ທ່ານ ພົມມາ ສົງວິໄລ ຮອງເຈົ້າເມືອງ ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ເມືອງ.
ການຈັດກອງປະຊຸມໃນຄັ້ງນີ້, ເພື່ອທໍາຄວາມເຂົ້າໃຈໃຫ້ເລິກເຊິ່ງຂຶ້ນຕື່ມ ກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ຕິດພັນກັບປັບປຸງໂຄງສ້າງລາຄາໄຟຟ້າໃໝ່ 2025 – 2029 ໂດຍພາຍໃຕ້ການຊີ້ນໍາ ຂອງລັດຖະບານ ທີ່ຖືກມອບໝາຍໃຫ້ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ບໍລິການ-ສະໜອງໄຟຟ້າ ໃຫ້ແກ່ສັງຄົມຢ່າງທົ່ວເຖິງ, ພຽງພໍ ແລະ ດໍາເນີນທຸລະກິດ ຊື້-ຂາຍໄຟຟ້າ ເພື່ອເປັນຖານລາຍຮັບທີ່ໜັ້ນຄົງໃຫ້ແກ່ລັດຖະບານ. ໃນກອງປະຊຸມ, ຍັງໄດ້ຮັບຝັງການເຜີຍແຜ່ເຕັກນິກຄວາມປອດໄພໃນການຊົມໃຊ້ໄຟຟ້າຢ່າງຖືກຕ້ອງ ປອດໄພ ແລະ ປະຢັດໃນຊ່ວງລະດູຮ້ອນ ແລະ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດຄຳເຫັນ ເພື່ອເປັນແນວທາງໃນການປັບປຸງວຽກງານບໍລິການ ຂອງລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດ ໃຫ້ດີຂຶ້ນ.
(ພາບ-ຂ່າວ: ພັນທະມິດ ວົງສຸທິ)