ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ມີນາ ຜ່ານມາວ່າ: ສາຍການບິນແອ​ເອ​ເຊຍ(AirAsia)​ຂອງ​ມາ​ເລ​ເຊຍ​ໄດ້​ກາຍ​ເປັນ​ສາຍ​ການ​ບິນ​ຫຼ້າ​ສຸດ​ທີ່​ເຄັ່ງ​ຄັດ​ຕໍ່​ການນຳພາ​ວເວີ​ແບງຂຶ້ນເຮືອບິນ. ຫຼັງຈາກທີ່ອົງການການບິນພົນລະເຮືອນຮົງກົງປະກາດຂໍ້ຈຳກັດສຳລັບຜູ້ໂດຍສານທີ່ໃຊ້ບໍລິການສາຍການບິນພາຍໃນປະເທດເມື່ອສອງສາມວັນກ່ອນ.
ສາຍການບິນແອເອເຊຍຂອງມາເລເຊຍໄດ້ປະກາດໃນວັນທີ 26 ມີນາ ຜ່ານມາວ່າ: ນັບແຕ່ເດືອນເມສາເປັນຕົ້ນໄປ, ຜູ້ໂດຍສານຕ້ອງເກັບພາວເວີແບງຂອງຕົນເອງໄວ້ໃນກະເປົາທີ່ຕິດຢູ່ກັບບ່ອນນັ່ງດ້ານໜ້າ (seat pocket) ຫຼື ກ້ອງເບາະບ່ອນນັ່ງເທົ່ານັ້ນ.
ທັງນີ້, ສາຍ​ການ​ບິນ​ຍັງ​ໄດ້​ປະ​ກາດ​ຫ້າມ​ຜູ້​ໂດຍ​ສານ​ໃຊ້ພາວເວີແບງ​ສາກ​ອຸ​ປະ​ກອນ​ເອ​ເລັກ​ໂຕຣ​ນິກ​ແບບ​ພົກ​ພາ​ທຸກ​ປະ​ເພດ​ໃນ​ລະ​ຫວ່າງ​ການ​ບິນ. ໂດຍລະບຸຜ່ານ​ເວັບ​ໄຊ​ທາງ​ການ​ວ່າ: ມາດ​ຕະ​ການ​ດັ່ງ​ກ່າວ​ແມ່ນ​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ​ດ້ານ​ການ​ບິນ​ໃນ​ທົ່ວ​ໂລກ. ເພື່ອ​ຫຼຸດ​ຜ່ອນ​ຄວາມ​ສ່ຽງຈາກ​ອຸ​ບັດເຫດ​ທີ່​ກ່ຽວ​ຂ້ອງ​ກັບ​ແບັດເຕີຣີ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ.
ນອກຈາກນີ້, ແອເອເຊຍຍັງແນະນຳໃຫ້ຜູ້ໂດຍສານກວດເບິ່ງຄຸນສົມບັດຂອງພາວເວີແບງໃຫ້ຖືກກັບຂໍ້ກຳນົດຂອງສາຍການບິນກ່ອນເດີນທາງເຖິງສະໜາມບິນ ໂດຍຫ້າມນຳພາວເວີແບງທີ່ມີຄວາມຈຸເກີນ 100 ວັດ/ຊົ່ວໂມງ (Wh) ຫຼື 20,000 milliampere/ຊົ່ວໂມງ (mAh) ຂຶ້ນເຮືອບິນ.
ສໍາລັບອຸປະກອນໃດກໍຕາມທີ່ໃຊ້ແບັດເຕີຣີ ແລະ ມີຄວາມຈຸລະຫວ່າງ 100-160 ວັດ/ຊົ່ວໂມງ. ຜູ້ໂດຍສານຕ້ອງແຈ້ງ ແລະຂໍອະນຸຍາດຈາກພະນັກງານສາຍການບິນຢູ່ເຄົາເຕີເຊັກອິນກ່ອນຂຶ້ນເຮືອບິນ.