ຂ່າວຕ່າງປະເທດລາຍງານ; ໃນວັນ​ທີ 25 ມີນາ​ ຜ່ານມານີ້, ອົງການ​ວັດຖຸ​ບູຮານ​ຂອງ​ອິດສະຣາ​ແອນ​ເປີດ​ເຜີຍ​ວ່າ:ນັກ​ບູຮານ​ຄະດີ​ຂອງ​ອິດສະຣາ​ແອນ​ໄດ້​ຄົ້ນ​ພົບສິ່ງປຸກສ້າງ​ຮູບ​ຮ່າງ​ປີລະມິດ​ໃກ້​ກັບ​ທະ​ເລເດດຊີ ຊຶ່ງມີອາຍຸປະມານ 2,200 ປີລະຫວ່າງການຂຸດຄົ້ນບໍລິເວນແມ່ນ້ໍາໂຊຮາ ໃນທະເລຊາຍຈູດຽນໃກ້ກັບຝັ່ງພາກໃຕ້ຂອງທະເລເດດຊີ.
ນັກບູຮານຄະດີຍັງໄດ້ຄົ້ນພົບວັດຖຸບູຮານຈໍານວນຫຼາຍໃນພື້ນທີ່ດັ່ງກ່າວເຊັ່ນ: ເອກະສານທີ່ຂຽນດ້ວຍພາສາເກຣັກໃນເຈ້ຍປາປິຣຸສ, ອາວຸດ, ເຄື່ອງມືໄມ້, ເຟີນີເຈີ, ພາຊະນະທອງເຫຼືອງ, ຊິ້ນສ່ວນຜ້າ ແລະ ຫຼຽນທອງແດງໃນສະໄໝທໍເລມີ ແລະ ສະໄໝຂອງກະສັດແອນຕິໂອຄັສທີ 4 ແຫ່ງອານາຈັກເຊລູຊິດ ຊຶ່ງວັດຖຸບູຮານທັງໝົດມີອາຍຸຕັ້ງແຕ່ສະໄໝລາຊະວົງທໍເລມີ ແລະ ອານາຈັກເຊລູຊິດ ເຄີຍປົກຄອງດິນແດນອິດສະລາແອນ.
ສິ່ງປຸກ​ສ້າງ​ຮູບ​ຮ່າງປິລະມິດດັ່ງກ່າວ​ໄດ້​ຮັບ​ການ​ກໍ່​ສ້າງ​ຈາກ​ກ້ອນ​ຫີນ​ຂະ​ໜາດ​ໃຫຍ່​, ແກະ​ສະ​ຫຼັກ​ດ້ວຍ​ມື​. ແຕ່ລະກ້ອນມີນໍ້າໜັກຫຼາຍຮ້ອຍກິໂລກຣາມ ແລະຕັ້ງຢູ່ຂ້າງບ່ອນພັກຜ່ອນລະຫວ່າງທາງ, ໂດຍນັກບູຮານຄະດີເຊື່ອວ່າໂຄງສ້າງດັ່ງກ່າວອາດຈະເຄີຍໃຊ້ເປັນຫໍຄອຍທີ່ຕິດຕາມເສັ້ນທາງການຄ້າທີ່ສໍາຄັນ ຊຶ່ງໃຊ້ເພື່ອຂົນສົ່ງຊັບພະຍາກອນອັນລ້ຳຄ່າຈາກທະເລເດດຊີ ເຊັ່ນ: ເກືອ ແລະ ຢາງໝາກຕອຍ ໄປຍັງທ່າເຮືອຕ່າງໆຢູ່ຝັ່ງທະເລ.
ເຖິງຢ່າງໃດກໍຕາມ, ການຂຸດຄົ້ນບໍລິເວນແມ່ນໍ້າໂຊຮານີ້ເປັນສ່ວນໜຶ່ງຂອງໂຄງການລະດັບຊາດທີ່ອົງການດັ່ງກ່າວລິເລີ່ມເມື່ອ 8 ປີກ່ອນ ເພື່ອຄຸ້ມຄອງສະຖານທີ່ບູຮານຄະດີ ຈາກການລັກລອບຂຸດ ແລະ ການລັກວັດຖຸບູຮານທີ່ຜິດກົດໝາຍໃນພາກພື້ນ.